ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ລູ​ກາ​ເຊັນ​ໂກ ເວົ້າ​ວ່າ​ ຫົວ​ໜ້າ​ກຸ່ມ ແວກ​ເນີ ກັບ​ຄືນ​ໄປ ຣັດ​ເຊຍ ​ແລ້ວ


ຮູບນີ້​ຈາກວິ​ດີ​ໂອ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ຫ້ອງ​ການ​ສື່ມວນ​ຊົນ​ຂອງ​ທ່ານ ປ​ຣີ​ໂກ​ຊິນ, ສະ​ແດງ​ໃຫ້​ເຫັນ​ທ່ານ ເຢັ​ຟ​ເກ​ນີ ປ​ຣີ​ໂກ​ຊິນ, ຫົວ​ໜ້າ​ກຸ່ມ​ ແວກ​ເນີ, ອັດ​ຄຳ​ປາ​ໄສ​ທາງວິ​ດີ​ໂອ​ໃນ​ເມືອງ ຣອ​ສ​ຕອ​ຟ-ອອນ-ດອນ, ຣັດ​ເຊຍ, 24 ມິ​ຖຸ​ນາ 2023.
ຮູບນີ້​ຈາກວິ​ດີ​ໂອ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ຫ້ອງ​ການ​ສື່ມວນ​ຊົນ​ຂອງ​ທ່ານ ປ​ຣີ​ໂກ​ຊິນ, ສະ​ແດງ​ໃຫ້​ເຫັນ​ທ່ານ ເຢັ​ຟ​ເກ​ນີ ປ​ຣີ​ໂກ​ຊິນ, ຫົວ​ໜ້າ​ກຸ່ມ​ ແວກ​ເນີ, ອັດ​ຄຳ​ປາ​ໄສ​ທາງວິ​ດີ​ໂອ​ໃນ​ເມືອງ ຣອ​ສ​ຕອ​ຟ-ອອນ-ດອນ, ຣັດ​ເຊຍ, 24 ມິ​ຖຸ​ນາ 2023.

ປະ​ທານ​າ​ທິ​ບໍ​ດີ ເບ​ລາ​ຣຸ​ສ ທ່ານ ອາ​ເລັກ​ແຊນ​ເດີ ລູ​ກາ​ເຊັນ​ໂກ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ຜູ້​ນຳ​ທະ​ຫານ​ຮັບ​ຈ້າງ ຣັດ​ເຊຍ ທ່ານ ເຢັ​ຟ​ເກ​ນີ ປ​ຣີ​ໂກ​ຊິນ ແມ່ນບໍ່​ໄດ້​ຢູ່​ໃນ ເບ​ລາ​ຣຸ​ສ ອີກ​ແລ້ວ ແລະ ໄດ້​ກັບ​ຄືນ​ໄປ ຣັດ​ເຊຍ.

ທ່ານ ປ​ຣີ​ໂກ​ຊິນ ໄດ້​ໄປ ເບ​ລາ​ຣຸ​ສ ​ເປັນ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ ​ເມື່ອ​ເດືອນ​ທີ່​ຜ່ານ​ມາ​ເພື່ອ​ສິ້ນ​ສຸດ​ການ​ກໍ່​ກະ​ບົດ​ຕິດ​ອາ​ວຸດ​ໄລ​ຍະ​ສັ້ນ​ເມື່ອ​ວັນ​ທີ 23 ມິ​ຖຸ​ນາ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ແລະ ພວກ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ. ກຸ່​ມທະ​ຫານ​ຮັບ​ຈ້າງ ແວກ​ເນີ ຂອງ​ທ່ານ ປ​ຣີ​ໂກ​ຊິນ ແມ່ນ​ຖືກ​ຈ້າງ​ໂດຍ​ລັດ​ຖະ​ບານ ຣັດ​ເຊຍ ເພື່ອ​ຕໍ່​ສູ້​ຄຽງ​ຂ້າງກອງ​ທະ​ຫານ ຣັດ​ເຊຍ ໃນ ຢູ​ເຄ​ຣນ, ແຕ່​ທ່ານ​ໄດ້​ຕິ​ຕຽນ​ຢູ່ເປັນ​ປະ​ຈຳ​ວ່າ ຣັດ​ເຊຍ ບໍ່​ໄດ້​ສະ​ໜອງ​ລູກ​ປືນ​ໃຫ້​ກອງ​ກຳ​ລັງ​ຂອງ​ທ່ານ​ຢ່າງ​ພຽງ​ພໍ.

ການ​ກ່າວ​ອ້າງ​ຂອງ​ທ່ານ ລູ​ກາ​ເຊັນ​ໂກ ວ່າ​ທ່ານ ປ​ຣີ​ໂກ​ຊິນ, ເຊິ່ງ​ເຄີຍ​ເປັນ​ຄົນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ສຸດ​ຂອງ​ທ່ານ ປູ​ຕິນ ນັ້ນ, ໄດ້​ກັບ​ຄືນ​ໄປ ຣັດ​ເຊຍ ແມ່ນບໍ່​ສາ​ມາດ​ຢືນ​ຢັນ​ໃນ​ທັນ​ທີ ແລະ ວັງ ເຄ​ຣັມ​ລິນ ໄດ້​ປະ​ຕິ​ເສດ​ທີ່​ຈະ​ໃຫ້​ຄຳ​ເຫັນ​ວ່າ​ທ່ານ ປ​ຣີ​ໂກ​ຊິນ ​ຢູ່​ບ່ອນ​ໃດ. ສື່ມ​ວນ​ຊົນ ຣັດ​ເຊຍ ໄດ້​ລາຍ​ງານ​ວ່າ​ທ່ານ​ຖືກ​ພົບ​ເຫັນ​ເມື່ອບໍ່​ດົນ​ມານີ້​ຢູ່​ຫ້ອງ​ການ​ຕ່າງໆ​ໃນ​ນະ​ຄອນ ເຊັ້ນ ປີ​ເຕີ​ສ​ເບີກ.

ເວ​ລາ​ທີ່​ທ່ານ ລູ​ກາ​ເຊັນ​ໂກ ໄດ້​ໄ​ກ່ເກ່ຍ​ຂໍ້​ຕົກ​ລົງ​ເພື່ອ​ສິ້ນ​ສຸດ​ການ​ກໍ່​ກະ​ບົດ ແລະ ອະ​ນຸ​ຍາດ​ໃຫ້​ທ່ານ ປ​ຣີ​ໂກ​ຊິນ ແລະ ກອ​ງ​ທະ​ຫານ​ຂອງ​ລາວ​ເດີນ​ທາງ​ໄປ ເບ​ລາ​ຣຸ​ສ ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ ເບ​ລາ​ຣຸ​ສ ໄດ້​ກ່າວ​ວ່າ​ທ່ານ​ໄດ້​ລົມ​ກັບ​ທ່ານ ປູ​ຕິນ ເພື່ອບໍ່​ໃຫ້​ຂ້າ​ທ່ານ ປ​ຣີ​ໂກ​ຊິນ ສຳ​ລັບ​ການ​ນຳ​ພາ​ການ​ກໍ່​ກະ​ບົດ. ຖ້າ​ລາວ​ແມ່ນ​ຢູ່​ໃນ ຣັດ​ເຊຍ ແທ້, ສະ​ຖາ​ນະ​ພາບ​ຂອງ​ທ່ານ ປ​ຣີ​ໂກ​ຊິນ ແມ່ນບໍ່​ແນ່ອນ.

ຜູ້​ນຳ ເບ​ລາ​ຣຸ​ສ ໄດ້​ປະ​ຕິ​ເສດ​ຂໍ້​ສະ​ເໜີ​ທີ່​ວ່າ ທ່ານ ປູ​ຕິນ ອາ​ດ​ສັ່ງ​ໃຫ້​ສັງ​ຫານ​ທ່ານ ປ​ຣີ​ໂກ​ຊິນ, ໂດຍ​ກ່າວ​ວ່າ “ຖ້າ​ເຈົ້າ​ຄິດ​ວ່າ​ທ່ານ ປູ​ຕິນ ແມ່ນຊົ່ວ​ຮ້າຍຫຼາຍ ແລະ ມີ​ເຈ​ຕະ​ນາ​ຮ້າຍ​ເພື່ອ​ຂ້າ​ລາວ, ບໍ່, ມັນ​ຈະ​ບໍ່​ເກີດ​ຂຶ້ນ.”

ທ່ານ ລູ​ກາ​ເຊັນ​ໂກ ໄດ້​ກ່າວ​ວ່າ​ພວກ​ທະ​ຫານ​ຮັບ​ຈ້າງ​ຂອງ​ທ່ານ ປ​ຣີ​ໂກ​ຊິນ ແມ່ນ​ຢູ່​ໃນ​ຄ້າຍ​ກາງ​ສະ​ໜາມ​ຂອງ​ເຂົາ​ເຈົ້າ, ແຕ່​ມັນ​ບໍ່​ຈະ​ແຈ້ງວ່າ​ທ່ານ​ໝາຍ​ເຖິງ​ຢູ່​ໃສ. ທ່ານ ປູ​ຕິນ ໄດ້​ກ່າວ​ວ່າ​ພວກກອງ​ທະ​ຫານ​ກະ​ບົດ​ສາ​ມາດ​ເຂົ້າ​ຮ່ວມກອງ​ທັບ ຣັດ​ເຊຍ, ອອກ​ບຳ​ນານ​ຈາກ​ການ​ຕໍ່​ສູ້ ຫຼື ຍ້າຍ​ໄປ​ຢູ່ ເບ​ລາຣຸ​ສ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG