ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການ WADA ຢືນຢັນວ່າ ຣັດເຊຍລັກເຈາະ ຂໍ້ມູນ


ແມ່ຍິງຄົນໜຶ່ງຍ່າງເຂົ້າໄປໃນສຳນັກງານໃຫຍ່ ອົງການ
ຕໍ່ຕ້ານການໃຊ້ຢາຊູກຳລັງ ຫຼື (WADA) ໃນນະຄອນຫຼວງ Montreal, ການາດາ. 9 ພະຈິກ, 2015.
ແມ່ຍິງຄົນໜຶ່ງຍ່າງເຂົ້າໄປໃນສຳນັກງານໃຫຍ່ ອົງການ ຕໍ່ຕ້ານການໃຊ້ຢາຊູກຳລັງ ຫຼື (WADA) ໃນນະຄອນຫຼວງ Montreal, ການາດາ. 9 ພະຈິກ, 2015.

ອົງການຕໍ່ຕ້ານການໃຊ້ຢາ​ຊູ​ກຳລັງໂລກ ຫຼື WADA ໃນວັນອັງຄານວານນີ້ໄດ້ຢືນຢັນວ່າ ກຸ່ມສອດແນມທາງອິນເຕີແນັດຂອງ ຣັດເຊຍ ໄດ້​ເຈາະເຂົ້າເຖິງຂໍ້ມູນລັບຂອງນັກກິລາ ທີ່ກ່ຽວຂ້ອງກັບການ​ແຂ່ງຂັນກິລາໂອລິມປິກ ຢູ່​ນະຄອນ Rio.

ຜູ້ອຳນວຍການໃຫຍ່ຂອງອົງການ WADA ທ່ານ Olivier Niggli ໄດ້ກ່າວໃນຖະແຫຼງ ການສະບັບໜຶ່ງວ່າ “ອົງການ WADA ໄດ້ແຈ້ງໃຫ້ບັນດາເຈົ້າໜ້າທີ່ຜູ້ບັງຄັບໃຊ້ກົດ ໝາຍວ່າ ການໂຈມຕີດັ່ງກ່າວນີ້ ແມ່ນ ເກີດຂຶ້ນຢູ່ນອກ ຣັດເຊຍ. ການກະທຳຜິດທາງ ອາຍານີ້ ແມ່ນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່ ​ໃນການ​ດຳ​ເນີນ​ຄວາມ​ພະຍາຍ​ຂອງ ປະຊາຄົມຕໍ່ຕ້ານການໃຊ້ຢາ​ຊູ​ກຳລັງ​ຂອງໂລກ ເພື່ອສ້າງຄວາມເຊື່ອຖືຄືນຕໍ່ ຣັດເຊຍ.”

ກຸ່ມດັ່ງກ່າວ ​ໄດ້​ຖືກລະບຸຊື່ວ່າ Tsar Team ຫຼື APT28, ແລະ ກໍຍັງ​ເປັນ​ທີ່ຮູ້ຈັກກັນ​ໃນ​ອີກ​ຊື່​ນຶ່ງ​ວ່າ Fancy Bear, ໄດ້ລັກ​ເຈາະເຂົ້າໄປໃນລະບົບຂໍ້ມູນການປົກຄອງ ແລະ ການບໍລິ ຫານ ຕໍ່ຕ້ານການໃຊ້ຢາ​ຊູ​ກຳລັງຂອງອົງການ WADA ແລະ ໄດ້ເປີດເຜີຍຂໍ້ມູນລັບນັກກິ ລາໃນຄອມພິວເຕີອອນໄລນ໌, ແລະ ຂົ່ມຂູ່ວ່າຈະເປີດເຜີຍຕື່ມອີກ.

ພວກລັກເຈາະຂໍ້ມູນໄດ້ເປີດເຜີຍຂໍ້ມູນທີ່ກ່ຽວພັນກັບນັກກິລາ ເຊິ່ງໄດ້ອະທິບາຍຕົວຢ່າງ ຂອງ “ການວິເຄາະການຄົ້ນພົບໃນທາງກົງກັນຂ້າມ ຫຼື “ການຍົກເວັ້ນໃຫ້ໃຊ້ຢາຕ້ອງ ຫ້າມ” ຂອງພວກເຂົາເຈົ້າ. ເຊິ່ງອະນຸຍາດໃຫ້ພວກເຂົາເຈົ້າໃຊ້ສານຕ່າງໆທີ່ຖືກຫ້າມ ນອກຈາກວ່າມັນຈະມີການຢືນຢັນເຖິງເຫດຜົນທາງການແພດ.

ການລັກ​ເຈາະ​ຂໍ້​ມູນຄັ້ງຫຼ້າສຸດຂອງອົງການ WADA ໄດ້ເກີດຂຶ້ນຫຼັງຈາກອົງການດັ່ງກ່າວ ໄດ້ຢືນຢັນໃນເດືອນທີ່ຜ່ານມາວ່າ ແຟ້ມຂໍ້ມູນຂອງຜູ້ລາຍງານການກະທຳຜິດ ທ່ານນາງ Yuliya Stepanova ໄດ້ລັັກ​ ເຂົ້າໄປ​ເບິ່ງໂດຍພວກນັກເຈາະຂໍ້ມູນ.

ທ່ານນາງ Stepanova ໄດ້ຫລົບລີ້ຢູ່ໃນ ສະຫະລັດ ນັບຕັ້ງແຕ່ລາວໄດ້ເປີດເຜີຍໂຄງການ ໃຊ້ຢາ​ຊູ​ກຳລັງທີ່ໄດ້ຮັບການໜູນຫຼັງໂດຍລັດ ຖະບານ ຣັດເຊຍ, ຕໍ່ມາໄດ້ກ່າວວ່າ ລາວມີ ຄວາມຢ້ານກົວວ່າ ຊີວິດຂອງລາວ​ ໄດ້​ຕົກ​ຢູ່​ໃນ​ອັນ​ຕະລາຍ ຫຼັງຈາກ​ໄດ້​ມີການລັກເຈາະ ຂໍ້ມູນ​ແລ້ວນັ້ນ.

ຄະນະກຳມະການໂອລິມປິກສາກົນ ໄດ້ຫ້າມກຸ່ມນັກກິລາແລ່ນ ແລະ ລານ ຂອງ ຣັດເຊຍ ທັງໝົດ, ດ້ວຍການຍົກເວັ້ນຕໍ່ນັກກິລາຄົນໜຶ່ງທີ່ຕັ້ງຖິ່ນຖານໃນ ສະຫະລັດ, ຈາກການ ແຂ່ງຂັນກິລາທີ່​ນະຄອນ Rio ໃນເດືອນສິງຫາທີ່ຜ່ານມາ ຫຼັງຈາກອົງການ WADA ໄດ້ ເປີດເຜີຍລາຍງານສະບັບໜຶ່ງ ກ່ຽວກັບການໃຊ້ຢາ​ຊູ​ກຳລັງໃນກິລາຂອງ ຣັດເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

WADA Russian Cyberattack
please wait

No media source currently available

0:00 0:01:11 0:00

XS
SM
MD
LG