ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທາງການຕໍາຫຼວດນະຄອນຫຼວງວຽງຈັນ ໄດ້ຈັບກຸມຜູ້ຄ້າຢາເສບຕິດ ແລະໄດ້ຢຶດຢາເສບຕິດເພີ້ມຂຶ້ນເຖິງ 4 ເທົ່າ


ຮູບພາບ- ຕໍາຫຼວດຢຶດຢາໄອຊ໌ ໄດ້ກວ່າ 400 ກິໂລກຣາມ
ຮູບພາບ- ຕໍາຫຼວດຢຶດຢາໄອຊ໌ ໄດ້ກວ່າ 400 ກິໂລກຣາມ

ທາງການຕໍາຫຼວດ ໃນນະຄອນຫຼວງວຽງຈັນ ຈັບນັກຄ້າ ແລະລັກລອບຂົນສົ່ງຢາເສບຕິດ ໄດ້ເພີ້ມຂຶ້ນເຖິງ 4 ເທົ່າໃນຊ່ວງ 6 ເດືອນທ້າຍປີ 2021, ໂດຍສະເພາະແມ່ນຢາບ້າ ແລະຢາໄອຊ໌ ຢຶດໄດ້ຫຼາຍກວ່າ ໃນຕະຫຼອດປີ 2020. ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງ ໃນກອງບັນຊາການປ້ອງກັນຄວາມສະຫງົບ ໃນເຂດນະຄອນ ຫຼວງວຽງຈັນຢືນຢັນວ່າ ການຈັບນັກຄ້າ ແລະການລັກລອບຂົນສົ່ງຢາເສບຕິດໃນຊ່ວງ 6 ເດືອນທ້າຍປີ 2021 ໄດ້ເພີ້ມຂຶ້ນເຖິງ 4 ເທົ່າທຽບໃສ່ໃນຊ່ວງຕົ້ນປີ 2021 ໂດຍສະເພາະແມ່ນໃນຊ່ວງເດືອນສິງຫາ ຫາເດືອນຕຸລາ 2021 ນັ້ນ ຖືເປັນໄລຍະທີ່ຈັບຜູ້ຕ້ອງຫາ ແລະຢຶດຢາເສບຕິດໄດ້ຫຼາຍທີ່ສຸດກໍຄື ສາມາດມ້າງ ທໍາລາຍເຄືອຂ່າຍ ຂະບວນການຄ້າຢາເສບຕິດ ໄດ້ 1,106 ກໍລະນີ, ຈັບກຸມຜູ້ຕ້ອງຫາໄດ້ 1,562 ຄົນ ໃນນີ້ເປັນຊາວຕ່າງຊາດ 42 ຄົນ ທັງຊາວຫວຽດນາມ ຊາວຈີນ ແລະຊາວໄທ ພ້ອມທັງຢຶດຢາບ້າ ໄດ້ຫຼາຍກວ່າ 100 ລ້ານເມັດ ຢາໄອຊ໌ 1,593 ກິໂລກຣາມ ສານເຄມີເກີນກວ່າ 25 ໂຕນ ຍານພາຫະນະ ອາ ວຸດ ແລະອຸປະກອນສື່ສານທັນສະໄໝ ຫຼາຍກວ່າ 4,890 ລາຍການ.

ທາງດ້ານ ພັນເອກພູພອນ ວົງພະໄຕ ຮອງຫົວໜ້າ ກອງບັນຊາການປ້ອງກັນຄວາມສະຫງົບ ເຂດນະຄອນຫຼວງວຽງຈັນຍອມຮັບວ່າ ເປັນການຍາກທີ່ຈະສະ ກັດກັ້ນ ແລະປາບປາມຂະບວນການຄ້າຢາເສບຕິດຂ້າມຊາດ ທີ່ມີເຄືອຂ່າຍທັງໃນລາວ ແລະຕ່າງປະເທດຢ່າງກວ້າງຂວາງ ໃນຂະນະທີ່ຕໍາຫຼວດປາບປາມຢາເສບຕິດຂອງລັດຖະບານລາວ ຍັງມີຂໍ້ຈໍາກັດທັງໃນດ້ານງົບປະມານ ບຸກຄະລາກອນ ແລະເຄື່ອງມືຕ່າງໆທີ່ທັນສະໄໝ ຈຶ່ງບໍ່ເທົ່າທັນກັບການເຄື່ອນໄຫວຂອງຂະບວນການຄ້າຢາເສບຕິດຂ້າມຊາດ, ສະນັ້ນ ມາດຕະການທີ່ສາມາດຈັດຕັ້ງປະຕິບັດໄດ້ ໃນສະພາບການທີ່ຂາດເຂີນດັ່ງກ່າວນີ້ ກໍຄື ການຮຽກຮ້ອງຂໍໃຫ້ປະຊາຊົນລາວ ຊ່ວຍເປັນຫູເປັນຕາທີ່ແຂງແຮງ ໃຫ້ກັບທາງການຕໍາຫຼວດລາວດ້ວຍນັ້ນເອງ ດັ່ງທີ່ ພັນເອກພູພອນ ໄດ້ຢືນຢັນວ່າ:

“ສ້າງຄວາມຮັບຮູ້ທົ່ວສັງຄົມດ້ວຍການສຶກສາ ອົບຮົມ ໂຄສະນາ ເຜີຍແຜ່ຜົນຮ້າຍ ໄພອັນຕະລາຍຂອງຢາເສບຕິດ ແລະລະບຽບກົດໝາຍ, ເຂົ້າຮ່ວມ ແລະຄົ້ນຄ້ວາບັນດານິຕິກໍາຕ່າງໆ ແລະຍົກລະດັບຄວາມສາມາດໃນການເຄື່ອນໄຫວ ເຮັດໜ້າທີ່ຂອງກໍາລັງ ທີ່ພົວພັນກັບການແກ້ໄຂບັນຫາຢາເສບຕິດ ຍົກສູງປະສິດ ທິພາບດ້ານການຄຸ້ມຄອງເປົ້າໝາຍ ຊີ້ນໍາ ບັນຊາແລະປັບປຸງຂີດຄວາມສາມາດ ໃນການແກ້ໄຂບັນຫາຢາເສບຕິດ.”

ທັງນີ້ ປະເທດລາວຖືກໃຊ້ເປັນທາງຜ່ານ ຂອງການລັກລອບຂົນສົ່ງຢາເສບຕິດ ຈາກເຂດສາມຫຼ່ຽມຄໍາ ໄປຕ່າງປະເທດເພີ້ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເຫັນໄດ້ຈາກການຈັບກຸມນັກຄ້າຢາເສບຕິດໄດ້ເພີ້ມຂຶ້ນ ສ່ວນຢາເສບຕິດທີ່ຢຶດໄດ້ໃນແຕ່ລະຄັ້ງ ກໍມີປະລິມານເພີ້ມຂຶ້ນຢ່າງຫຼວງຫຼາຍ ເຊິ່ງກໍໄດ້ສະແດງໃຫ້ເຫັນວ່າ ການລັກລອບຂົນສົ່ງຢາເສບຕິດຜ່ານລາວໄປຕ່າງປະເທດນັ້ນ ກໍຄືຂະບວນການຂ້າມຊາດຂະໜາດໃຫຍ່ ມີເຄືອຂ່າຍຢ່າງກວ້າງຂວາງໃນລາວ ແລະປະເທດໃນລຸ່ມແມ່ນໍ້າຂອງ ໂດຍຈາກການຮ່ວມກວດເລາະຍາມໃນແນວແມ່ນໍ້າຂອງລະຫວ່າງທາງການຕໍາຫຼວດຈີນ ພະມ້າ ລາວ ໄທ, ໃນຕະຫຼອດປີ 2021 ທີ່ຜ່ານມາ ສາ ມາດຈັບກຸມການລັກລອບຄ້າຢາເສບຕິດໄດ້ເຖິງ 8,325 ກໍລະນີ ຄວບຄຸມໂຕຜູ້ຕ້ອງຫາໄດ້ 8,043 ຄົນ ແລະຢຶດຢາເສບຕິດປະເພດຕ່າງໆ ໄດ້ລວມກັນຫຼາຍກວ່າ 34 ໂຕນ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງ ຂອງຄະນະກໍາມະການປ້ອງກັນ ແລະປາບປາມຢາເສບຕິດແຫ່ງຊາດໄທ ຢືນຢັນວ່າ ການລັກລອບຂົນສົ່ງຢາເສບຕິດ ຂ້າມແມ່ນໍ້າຂອງ ຈາກຝັ່ງລາວມາໄທໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍເຫັນໄດ້ຈາກການຈັບກຸມ ແລະຢຶດຢາບ້າໄດ້ກວ່າ 77 ລ້ານເມັດ ຢາໄອຊ໌ກວ່າ 1,537 ກິໂລກຣາມ ສານເຄມີກວ່າ 220 ກິໂລກຣາມ ແລະອຸປະກອນທີ່ໃຊ້ໃນການຜະລິດຢາເສບຕິດຢ່າງຄົບຊຸດ ພ້ອມດ້ວຍຍານພາຫະນະອຸປະກອນສື່ສານ ແລະອາວຸດສົງຄາມອີກຈໍານວນຫຼາຍ ທັງຍັງເປັນການຈັບກຸມ ແລະຢຶດຂອງກາງ ຈາກແກັ່ງຄ້າຢາເສບຕິດພຽງກໍລະນີດຽວ ໃນເດືອນ ຕຸລາ 2021 ທີ່ຜ່ານມາ.

ສ່ວນ ທ່ານພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາກໍຖະແຫຼງວ່າ ບັນຫາທີ່ໜ້າເປັນຫ່ວງຢ່າງຍິ່ງໃນສັງຄົມຂອງນັກຮຽນ ແລະນັກສຶກສາໃນລາວໃນປັດຈຸບັນນີ້ກໍຄື ການຕົກຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງທີ່ຈະເຂົ້າໄປຫຍຸ້ງກ່ຽວ ກັບຢາເສບຕິດເພີ້ມຂຶ້ນນັບມື້ ເພາະເກີດມີແຫຼ່ງມອມເມົາເຊັ່ນ ຮ້ານເກມຄອມພິວເຕີ້ ສະນຸກເກີ້ ແລະຄາຣາໂອເກະນັ້ນ ກໍຄືແຫຼ່ງທີ່ດຶງດູດເຍົາ ວະຊົນລາວຫຼາຍທີ່ສຸດ.

ທັງນີ້ ໂດຍອີງຕາມການສຶກສາ ແລະສໍາຫຼວດທີ່ດໍາເນີນການໂດຍສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເມື່ອບໍ່ນານມານີ້ພົບວ່າ ມີເຍົາວະຊົນລາວເກີນກວ່າ 4 ແສນຄົນທີ່ຕົກຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງ ທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດ ໂດຍໃນປີ 2019 ຫາ 2020 ຕໍາຫຼວດລາວ ຈັບນັກຄ້າຢາເສບຕິດ 13,900 ກວ່າຄົນຈາກ 9,437 ຄະດີ ຢຶດຢາບ້າກວ່າ 37 ລ້ານເມັດ ເຮໂຣອິນ ແລະໂຄເຄນ 820 ກິໂລກຣາມ ຢາໄອຊ໌ 2 ກວ່າໂຕນ ຝິ່ນ 500 ກິໂລກຣາມ ສານເຄມີຫຼາຍກວ່າ 10 ໂຕນ ອາວຸດ ແລະອຸປະກອນສື່ສານທັນສະໄໝກວ່າ 1 ໝື່ນລາຍການ.

XS
SM
MD
LG