ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໔ ກໍລະກົດ ໒໐໒໔

ການ​ຄ້າຊາຍ​ແດນ​ລະ​ຫວ່າງ ນະ​ຄອນຫຼວງວຽງ​ຈັນ ແລະ ຈັງ​ຫວັດ​ໜອງ​ຄາຍ ມີ​ມູນ​ຄ່າຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ


ລົດ​ຕຸກ​ຕຸກ ຈອດ​ຢູ່​ຕໍ່​ໜ້າ​ຮ້ານ​ຊັບ​ພະ​ສິນ​ຄ້າ ເທັ​ສ​ໂກ ໂລ​ຕັ​ສ ໃນ ບາງກອກ, 11 ທັນ​ວາ 2019.
ລົດ​ຕຸກ​ຕຸກ ຈອດ​ຢູ່​ຕໍ່​ໜ້າ​ຮ້ານ​ຊັບ​ພະ​ສິນ​ຄ້າ ເທັ​ສ​ໂກ ໂລ​ຕັ​ສ ໃນ ບາງກອກ, 11 ທັນ​ວາ 2019.

ນັກ​ທຸ​ລະ​ກິດ ໄທ ເປີດ​ເຜີຍ​ວ່າ​ການ​ຄ້າ​ຊາຍ​ແດນ ລະ​ຫວ່າງ ຈັງ​ຫວັດ​ໜອງ​ຄານ ແກັບ​ນະ​ຄອນຫຼວງວຽງ​ຈັນ ໃນ​ໄລ​ຍະ​ກວ່າ 5 ເດືອນ​ຂອງ​ປີ 2024 ນີ້​ມີ​ມູນ​ຄ່າຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ ໂດຍ​ມີ​ສາ​ເຫດ​ສຳ​ຄັນ​ມາ​ຈາກ​ສະ​ພາ​ວະ​ການ​ຕົກ​ຕ່ຳ​ລົງ​ຢ່າງ​ຕໍ່​ເນື່ອງ​ຂອງ​ຄ່າ​ເງິນ​ກີບ ທີ່​ເຮັດ​ໃຫ້​ອຳ​ນາດ​ການ​ຊື້​ສິນ​ຄ້າ ແລະ ບໍ​ລິ​ການ​ຂອງ​ປະ​ຊາ​ຊົນ​ລາວຫຼຸດ​ລົງ​ເກີນກວ່າ 50 ເປີ​ເຊັນ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ໃນ​ປີ 2023 ທີ່​ຜ່ານ​ມາ ທັງ​ຍັງ​ຄາດ​ວ່າ​ສະ​ພາບ​ການ​ຈະ​ຮຸນ​ແຮງ​ເພີ່ມ​ຂຶ້ນ​ອີກ ເພາະ​ວ່າ​ຍັງ​ບໍ່​ປາ​ກົດ​ວ່າ​ມີ​ສັນ​ຍານ​ດ້ານບວກ​ເກີດ​ຂຶ້ນ​ໃນ​ສະ​ພາ​ວະ​ທາງ​ເສດ​ຖະ​ກິດ​ໂດຍ​ລວມ​ຂອງ​ລາວ​ແຕ່​ຢ່າງ​ໃດ.

ນັກ​ທຸ​ລະ​ກິດ ໄທ ຄົນ​ນຶ່ງ​ກ່າວ​ວ່າ “ມີ​ຜົນ​ກະ​ທົບ​ເລື່ອງ​ຂອງ​ເງິນ​ເຟີ້​ຈາກ ສ​ປ​ປ ລາວ ຫຼືບໍ່​ນີ້ ກໍ​ຕ້ອງຍອມ​ຮັບ​ວ່າ​ມີ ເພາະ​ວ່າ​ແຕ່​ກ່ອນ​ນີ້ ການ​ຈັບ​ຈ່າຍ​ໃຊ້​ສອຍນີ້​ຂ້ອນ​ຂ້າງ​ຄ່ອງ​ຕົວ​ກວ່ານີ້ ແລ້ວ​ກໍ​ໃນ​ສ່ວນ​ຂອງ​ມູນ​ຄ່າ​ທີ່​ອາດ​ຈະ​ມີ​ລາ​ຄາ​ແພ​ງ​ແດ່​ຊ່ວງນີ້​ກໍ​ຈະ​ຄ້າ​ຂາຍ​ຍາກ ເພາະ​ວ່າ​ຖ້າ​ຕີ​ເປັນ​ມູນ​ຄ່າ​ທາງ ສ​ປ​ປ ລາວ ກໍ​ຂ້ອນ​ຂ້າງຫຼາຍ​ລ້ານ​ກີບ ຕ້ອງ​ໃຊ້​ຄຳ​ວ່າ​ແບບ​ນັ້ນ​ເລີຍ ແລ້ວ​ກໍ​ເບິ່ງ​ແນວ​ໂນ້ມ​ກໍ​ໜ້າ​ຈະ​ຍັງ​ເງິນ​ເຟີ້​ຂຶ້ນ​ເລື້ອຍໆ ຍັງ​ບໍ່​ມີ​ແນວ​ໂນ້ມ​ທີ່​ຈະ​ດີ​ຂຶ້ນ​ປານ​ໃດ.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG