ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຄອງນະຄອນວຽງຈັນຮ້ອງຂໍການ ຮ່ວມມື ຈາກປະຊາຊົນເຂົ້າໃນການ ປາບປາມ ການຄ້າ ຢາເສບຕິດ ເພາະ ອາດຊະຍາ ກຳກ່ຽວຂ້ອງກັບ ຢາເສບຕິດ ໄດ້ເພີ່ມຂຶ້ນ ນັບມື້


ການ​ຈັ​ບ​ກຸມ​ຜູ້​ຂົນ​ສົ່ງ​ຢາ​ເສບ​ຕິດ​ທີ່​ເປັນ​ຊາວ​ລາວ​ເຜົ່າ​ມົ້ງ 4 ຄົນ
ການ​ຈັ​ບ​ກຸມ​ຜູ້​ຂົນ​ສົ່ງ​ຢາ​ເສບ​ຕິດ​ທີ່​ເປັນ​ຊາວ​ລາວ​ເຜົ່າ​ມົ້ງ 4 ຄົນ

ເຈົ້າຄອງນະຄອນວຽງຈັນຮຽກຮ້ອງຂໍ​ການ​ຮ່ວມ​ມືຈາກປະຊາຊົນເຂົ້າໃນມາດ​ຕະ​ການປາບ​ປາມການຄ້າຢາ ເສບຕິດໃຫ້ຫລາຍຂຶ້ນ ເພາະ​ວ່າ​ອາດຊະຍາ​ກຳ​ທີ່​ກ່ຽວ​ຂ້ອງ​ກັບ​ຢາ​ເສບ​ຕິດ​ໄດ້​ເພີ່ມ​ຂຶ້ນນັບ​ມື້. ຊົງ​ລິດ​ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານອາດສະພັງທອງ ສີພັນດອນ ເຈົ້າຄອງນະ​ຄອນວຽງຈັນຖະ​ແຫລງວ່າ ການ​ຈັດ​ຕັ້ງປະຕິ​ບັດວາ​ລະ​ແຫ່ງ ຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດຢ່າງມີປະສິດທິຜົນໃນປີ 2023 ນັ້ນ ຈະສາມາດເກີດ​ຂຶ້ນ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ​ກໍຍ້ອນໄດ້​ຮັບ​ຄວາມຮ່ວມມືຈາກປະຊາຊົນລາວຢ່າງ​ແທ້​ຈິງ ເພາະບັນຫາຢາເສບຕິດໄດ້ ເກີດຂຶ້ນໃນລາວຢ່າງກວ້າງຂວາງ ​ໂດຍ​ສະ​ເພາະ​ແມ່ນ​ອາດຊະຍາ​ກຳ​ທີ່​ມີ​ສ່ວນກ່ຽວຂ້ອງກັບ​ການ​ຄ້າ​ຢາ​ເສບ​ຕິດ​ນັ້ນ ໄດ້​ມີ​ລະ​ດັບ​ຄວາມ​ຮຸນ​ແຮງ​ເພີ້ມ​ຂຶ້ນນັບ​ມື້ ຈຶ່ງເຮັດໃຫ້ຕ້ອງໄດ້​ຮັບການຮ່ວມມືຈາກປະຊາຊົນ ເພື່ອ ປ້ອງ​ກັນບໍ່ໃຫ້ລູກຫຼານຂອງ​ພວກ​ຕົນ​ເຂົ້າ​ໄປ​ກ່ຽວ​ຂ້ອງ​ກັບຢາເສບຕິດ​ດ້ວຍການສຶກສາອົບຮົມ ແລະ​ເບິ່ງ​ແຍງຢ່າງໃກ້ຊິດ ດັ່ງທີ່ທ່ານ​ອາດ​ສະ​ພັງທອງໄດ້ໃຫ້​ການ​ຢືນ​ຢັນ​ວ່າ:​
“​ຕໍ່​ກັບ​ບັນຫາ​ຢາ​ເສບ​ຕິດທີ່ເປັນ​ບັນ​ຫາ​ປາກົດ​ການ​ຫຍໍ້​ທໍ້ ສົ່ງ​ຜົນ​ກ​ະທົບຕໍ່​ການ​ພັດທະນາ​ເສດຖະກິດ, ສັງຄົມລວ​ມ​ເຖິງ​ຊີວິດ ​ແລະຊັບ​ສິນ​ຂອງ​ປະຊາຊົນ ຂໍ​ໃຫ້ພວກ​ເຮົາຈົ່ງ​ໄດ້ຮ່ວມ​ມື​ກັບເຈົ້າ​ໜ້າ​ທີ່​ໃນ​ການ ປ້ອງ​ກັນ, ປາບ​ປາມ, ສະກັດ​ກັ້ນ ​ແລະ​ແກ້​ໄຂ​ບັນຫາ​ດັ່ງກ່າວ ​ເປັນ​ຕົ້ນແມ່ນ ປະຊາຊົນຕ້ອງບໍ່ ພົວພັນກັບ​ການຊື້, ການຂາຍ, ການຂົນສົ່ງ ແລະເສບຢາເສບຕິດ. ພວກ​ເຮົາຕ້ອງເອົາໃຈໃສ່ສຶກ ສາອົບຮົມ, ຕິດຕາມ ແລະໃຫ້ຄວາມຊ່ວຍເຫລືອແກ່ລູກຫຼານ ແລະຜູ້ທີ່ມີຄວາມສ່ຽງທີ່​ຈະ​ໄປ​ພົວ​ພັນກັບການຊື້, ການຂາຍ, ການຂົນສົ່ງ ແລະ ເສບຢາເສບຕິດ ເພື່ອບໍ່ໃຫ້ພວກເຂົາໄປ​ພົວ​ພັນ ກັບບັນຫາຢາເສບຕິດ.”

ທັງ​ນີ້​ ຕຳ​ຫລວດ​ປາບ​ປາມ​ຢາ​ເສບ​ຕິດໃນເຂດນະຄອນຫຼວງວຽງຈັນສາ​ມາດຈັບນັກຄ້າ ແລະການລັກລອບ ຂົນສົ່ງຢາເສບຕິດໃນຊ່ວງ 6 ເດືອນທ້າຍປີ 2021 ໄດ້ເພີ້ມຂຶ້ນເຖິງ 4 ເທົ່າທຽບໃສ່ໃນຊ່ວງຕົ້ນປີ 2021 ໂດຍສະເພາະແມ່ນໃນຊ່ວງເດືອນຕຸລາຫາ​ເດືອນ​ທັນ​ວາ 2021 ນັ້ນ ຖືເປັນໄລຍະທີ່ຈັບຜູ້ຕ້ອງຫາ ແລະ ຢຶດຢາເສບຕິດໄດ້ຫຼາຍທີ່ສຸດເພາະສາມາດມ້າງທໍາລາຍເຄືອຂ່າຍຂະບວນການຄ້າຢາເສບຕິດ ໄດ້ 1,509 ກໍລະນີ, ຈັບກຸມຜູ້ຕ້ອງຫາໄດ້ 1,982 ຄົນ ໃນນີ້ເປັນຊາວຕ່າງຊາດ 54 ຄົນ ທັງຊາວຈີນ, ຫວຽດນາມ ແລະຊາວໄທ ພ້ອມທັງຢຶດຢາບ້າໄດ້ຫຼາຍກວ່າ 170 ລ້ານເມັດ, ຢາໄອຊ໌ກວ່າ 2 ຕັນ, ສານເຄມີເກີນກວ່າ 35 ໂຕນ, ລົດ​ຍົນ-ລົດ​ຈັກ​ຫລາຍກວ່າ 1,300 ຄັນ, ອາວຸດປືນ ແລະອຸປະກອນສື່ສານທັນສະໄໝ ຫຼາຍກວ່າ 5,900 ລາຍການ.

ທາງດ້ານ ພັນເອກພູພອນ ວົງພະໄຕ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເຂດນະຄອນ ຫຼວງວຽງຈັນຍອມຮັບວ່າ ເປັນການຍາກທີ່ຈະສະກັດກັ້ນ ແລະປາບປາມຂະບວນການຄ້າຢາເສບຕິດ ຂ້າມຊາດ ທີ່ມີເຄືອຂ່າຍທັງໃນລາວ ແລະຕ່າງປະເທດຢ່າງກວ້າງຂວາງ ໃນຂະນະທີ່ຕໍາຫຼວດປາບປາມ ຢາເສບຕິດ ຂອງລັດຖະບານລາວ ຍັງມີຂໍ້ຈໍາກັດທັງໃນດ້ານງົບປະມານ, ບຸກຄະລາກອນ ແລະເຄື່ອງມື ຕ່າງໆທີ່ທັນສະໄໝ ຈຶ່ງບໍ່ເທົ່າທັນກັບການເຄື່ອນໄຫວຂອງຂະບວນການຄ້າຢາເສບຕິດຂ້າມຊາດ.

ທັງນີ້ ປະເທດລາວຖືກໃຊ້ເປັນທາງຜ່ານຂອງການລັກລອບຂົນສົ່ງຢາເສບຕິດຈາກເຂດສາມຫຼ່ຽມຄໍາ ໄປ ຕ່າງປະເທດເພີ້ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງເຫັນໄດ້ຈາກການຈັບກຸມນັກຄ້າຢາເສບຕິດໄດ້ເພີ້ມຂຶ້ນ ສ່ວນຢາເສບ ຕິດທີ່ຢຶດໄດ້ໃນ​ແຕ່​ລະ​ຄັ້ງ​ກໍ​ມີ​ປະ​ລິ​ມານເພີ້ມຂຶ້ນຢ່າງຫຼວງຫຼາຍ ຊຶ່ງກໍໄດ້ສະແດງໃຫ້ເຫັນວ່າ ການລັກລອບ ຂົນສົ່ງຢາເສບຕິດຜ່ານລາວໄປຕ່າງປະເທດນັ້ນ ກໍຄືຂະບວນການຄ້າຂ້າມຊາດຂະໜາດໃຫຍ່ ມີເຄືອຂ່າຍ ຢ່າງກວ້າງຂວາງໃນລາວ ແລະປະເທດໃນລຸ່ມແມ່ນໍ້າຂອງ ໂດຍຈາກການຮ່ວມກວດລາດ​ຕະ​ເວນໃນແນວ ແມ່ນໍ້າຂອງລະຫວ່າງທາງການຕໍາຫຼວດຈີນ-ພະມ້າ-ລາວ-ໄທ ໃນຕະຫຼອດປີ 2021 ທີ່ຜ່ານມາ ສາມາດ ຈັບກຸມການລັກລອບຄ້າຢາເສບຕິດໄດ້ເຖິງ 8,325 ກໍລະນີ ຄວບຄຸມໂຕຜູ້ຕ້ອງຫາໄດ້ 8,043 ຄົນ ແລະ ຢຶດຢາເສບຕິດປະເພດຕ່າງໆ ໄດ້ລວມກັນຫຼາຍກວ່າ 35 ໂຕນ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງຄະນະກໍາມະການປ້ອງກັນ ແລະປາບປາມຢາເສບຕິດແຫ່ງຊາດໄທ ຢືນຢັນວ່າ ການລັກລອບຂົນສົ່ງຢາເສບຕິດຂ້າມແມ່ນໍ້າຂອງ ຈາກຝັ່ງລາວມາໄທໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍເຫັນໄດ້ ຈາກການຈັບກຸມ ແລະຢຶດຢາບ້າໄດ້ກວ່າ 120 ລ້ານເມັດ, ຢາໄອຊ໌ກວ່າ 2 ໂຕນ, ສານ ເຄມີຫລາຍກວ່າ 998 ກິໂລກຣາມ ພ້ອມ​ດ້ວຍອຸປະກອນທີ່ໃຊ້ໃນການຜະລິດຢາເສບຕິດ, ຍານພາຫະນະ, ອຸປະກອນສື່ສານ ແລະອາວຸດສົງຄາມນັບ​ເປັນ​ໝືນ​ລາຍ​ການໃນຊ່ວງເດືອນພະ​ຈິກ 2021 ຫາ​ກາງ​ເດືອນ​ມີນາ 2022 ນີ້ ທັງ​ຍັງ​ເປັນ​ຊ່ວງທີ່​ມີການຈັບກຸມ ແລະຢຶດຂອງກາງຈາກແກັ່ງຄ້າຢາເສບຕິດທີ່​ເຄື່ອນ​ໄຫວ​ສະ​ເພາະ​ໃນ​ເຂດ​ແຂວງບໍ່​ແກ້ວ​ອີກ​ດ້ວຍ.

XS
SM
MD
LG