ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຮອງປະທານາທິບໍດີ ເພັນສ໌ ໄປຢ້ຽມຢາມ ຜູ້ເຄາະຮ້າຍ ຈາກການຍິງສັງຫານໝູ່ ໃນ ລັດເທັກຊັສ

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຢືນຢູ່ກັບສະຕີໝາຍເລກນຶ່ງ ທ່ານນາງ ເມີລາເນຍ ທຣຳ, ຮອງປະທານາທິບໍດີ ທ່ານ Mike Pence ແລະພັນລະຍາຂອງທ່ານ ທ່ານນາງ Karen (ຂວາ) ໃນລະຫວ່າງ ພິທີຢືນງຽບສະຫງົບ ຕໍ່ເຫດການຍິງສັງຫານໝູ່ ໃນນະຄອນ Las Vegas ຢູ່ທີ່ທຳນຽບຂາວ ຫຼື White House ໃນນະຄອນຫຼວງວໍຊິງຕັນ Washington, ວັນທີ 2 ຕຸລາ 2017.

ຮອງປະທານາທິບໍດີ ສະຫະລັດ ທ່ານ Mike Pence ຈະເດີນທາງໄປເມືອງ Sutherland
Springs ລັດເທັກຊັສ ໃນວັນພຸດມື້ນີ້ ເພື່ອພົບປະກັບບັນດາຜູ້ທີ່ໄດ້ຮັບບາດເຈັບ ແລະ
ຄອບຄົວຂອງພວກທີ່ເສຍຊີວິດ ໃນການຍິງສັງຫານໝູ່ ຢູ່ທີ່ໂບດຂອງເມືອງດັ່ງກ່າວ.

ການໂຈມຕີເມື່ອວັນອາທິດຜ່ານມານີ້ໄດ້ເຮັດໃຫ້ 26 ຄົນເສຍຊີວິດ. ເຈົ້າໜ້າທີີ່ຮັກສາ
ຄວາມປອດໄພຂອງມະຫາຊົນ ທ່ານ Freeman Martin ໄດ້ກ່າວວ່າ ກ່ອນໜ້າ ການມາ
ຢ້ຽມຢາມຂອງທ່ານເພັນສ໌ ນັ້ນ ຜູ້ເຄາະຮ້າຍ 10 ຄົນ ແມ່ນຍັງຢູ່ໃນອາການທີ່ສາຫັດ
ເຊິ່ງພວກເຂົາຍັງໄດ້ຮັບການຮັກສາຕົວ ຢູ່ທີ່ໂຮງໝໍ.

ຮອງປະທານາທິບໍດີ Mike Pence ກ່າວຢູ່ທີ່ Wylam Center of Flagship East, ໃນເມືອງ Anderson ລັດ Indiana, ວັນທີ 22 ກັນຍາ 2017.
ຮອງປະທານາທິບໍດີ Mike Pence ກ່າວຢູ່ທີ່ Wylam Center of Flagship East, ໃນເມືອງ Anderson ລັດ Indiana, ວັນທີ 22 ກັນຍາ 2017.

ໝາຍກຳນົດການຢ້ຽມຢາມຂອງທ່ານເພັນສ໌ ປະກອບດ້ວຍ ການພົບປະກັບບັນດາ
ເຈົ້າໜ້າທີ່ ພິທັກກົດໝາຍ ແລະ ການກ່າວຄຳປາໄສ ຢູ່ພິທີສູດມົນພາວັນນາ ໃຫ້ແກ່
ພວກຜູ້ເຄາະຮ້າຍ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ກົດໝາຍຄຸ້ມຄອງປຶືນ
ທີ່ເຄັ່ງຄັດ ກວ່ານີ້ ຢູ່ໃນປະເທດ ຈະບໍ່ສາມາດສະກັດກັ້ນມືປືນ ບໍ່ໃຫ້ທຳການຍິງສັງຫານ
ໝູ່ໄດ້ ແລະ ອາດຈະເປັນໄປໄດ້ວ່າ ຈະກີດກັນບໍ່ໃຫ້ຄົນທົ່ວໄປ ປະເຊີນໜ້າກັບມືປືນ
ກໍເປັນໄດ້.

ໃນລະຫວ່າງການຢຸດແວ່ ທີ່ເກົາຫຼີໃຕ້ນັ້ນ ທ່ານທຣຳ ໄດ້ກ່າວວ່າ ຖ້າຫາກມີການກວດ
ສອບ ພວກຜູ້ຊື້ປືນຫຼາຍຂຶ້ນ ຢູ່ໃນສະຫະລັດ “ເຈົ້າອາດຈະບໍ່ມີຄົນກ້າຫານ ຜູ້ທີ່ປາກົດ
ວ່າ ມີປືນ ຫຼືວ່າ ປືນຍາວ ຢູ່ໃນລົດກະບະຂອງລາວ ແລ້ວ ນຳມັນອອກໄປ ແລະຍິງ
ໃສ່ມືປືນ ແລ້ວຍິງຖືກລາວ ແລະຢຸດລາວໄດ້.”

ທ່ານ Stephen Willeford, ຂວາ, ແລະ ທ້າວ Johnnie Langendorff, ຊ້າຍ, ເຂົ້າຮ່ຽມ ພິທີສູດມົນພາວັນນາ ໃຫ້ແກ່ພວກຜູ້ເຄາະຮ້າຍ ຈາກການຍິງສັງຫານໝູ່ ຢູ່ທີ່ໂບດ First Baptist Church ໃນເມືອງ Sutherland Springs ຂອງລັດ Texas, ວັນທີ 6 ພະຈິກ 2017.

ເມື່ອມີການຖາມວ່າ ທ່ານໄດ້ພິຈາລະນາເບິ່ງ ນະໂຍບາຍໃໝ່ໃດໆບໍ່ ກ່ຽວກັບການຄວບ
ຄຸມປືນ ພາຍຫລັງຈາກເກີດເຫດການຍິງສັງຫານໝູ່ຂະໜາດໃຫຍ່ ຄັ້ງທີສອງຢູ່ ໃນ
ສະຫະລັດ ໃນລະຍະ 5 ສັບປະດາຜ່ານມາ ທ່ານທຣຳ ໄດ້ກ່າວວ່າ “ຂ້າພະເຈົ້າໝາຍ
ຄວາມວ່າ ເຈົ້າລອງເບິ່ງເມືອງທີ່ມີກົດໝາຍຄຸ້ມຄອງປືນ ທີ່ເຄັ່ງຄັດທີ່ສຸດ ໃນປະເທດ
ຂອງພວກເຮົາ ກໍແມ່ນເມືອງ Chicago ແລະ Chicago ກໍເກີດໄພພິບັດ. ມັນເກີດ
ໄພພິບັດ ແທ້ໆເລີຍ. ໃຫ້ຈົດຈຳໄວ້ວ່າ ຖ້າຊາຍຄົນນີ້ ບໍ່ໄດ້ມີປືນ ຫຼື ປືນຍາວ ແລ້ວ
ເຈົ້າກໍຈະເວົ້າເຖິງ ສະພາບການທີ່ຮ້າຍແຮງກວ່ານີ້ ຢູ່ໃນລັດເທັກຊັສ ທີ່ດີເລີດ.”

ທ່ານທຣຳ ໄດ້ໃຫ້ຄຳເຫັນດັ່ງກ່າວ ໃນຂະນະທີ່ກອງທັບອາກາດສະຫະລັດ ພວມສືບ
ສວນຫາສາເຫດວ່າ ເປັນຫຍັງທ້າວ Devin Kelley ມືປືນ ອາຍຸ 26 ປີ ຜູ້ທີ່ຖືກຕັດສິນ
ວ່າ ມີຄວາມຜິດໃນການກະທຳຄວາມຮຸນແຮງພາຍໃນຄອບຄົວ ຈຶ່ງບໍ່ໄດ້ມີການສົ່ງ
ຂໍ້ມູນນີ້ ເຂົ້າໄປບັນທຶກໄວ້ ໃນຖານຂໍ້ມູນຂອງອົງການສັນຕິບານກາງ ຫຼື FBI ຕາມກົດ
ລະບຽບ ເຊິ່ງອັນນັ້ນ ກໍຈະສາມາດຢຸດຢັ້ງຜູ້ກ່ຽວ ບໍ່ໃຫ້ຊື້ປືນຍາວ ຢ່າງຖືກຕ້ອງຕາມ
ກົດໝາຍໄດ້ ແຕ່ລາວກໍຊື້ໄດ້ ແລ້ວນຳມັນໄປໃຊ້.

Texas Shooting
please wait
Embed

No media source currently available

0:00 0:00:50 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG