ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງປະທານາທິບໍດີແຮ​ຣິ​ສ ໃຫ້​ຄຳສັນ​ຍາ​ວ່າ ສະຫະລັດ ມີ 'ຄວາມ​ມຸ້ງ​ໝັ້ນ ​ແບບບໍ່ສັ່ນ​ຄອນໄດ້' ຕໍ່​ຟີ​ລິບ​ປິນ


ຮອງປະທານາທິບໍດີສະຫະລັດ ທ່ານ​ນາ​ງ​ຄາ​ມາ​ລາ ແຮ​ຣິ​ສ ພົບ​ກັບປະທານາທິບໍດີຂອງ, ທ່ານເຟີ​ດີ​ນານ ມາ​ຄອ​ສ ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ Malacanang ໃນ​ນະ​ຄອນ​ຫລວງ​ມະ​ນີ​ລາ ໃນ​ວັນ​ທີ 21 ພະ​ຈິກ, 2022.
ຮອງປະທານາທິບໍດີສະຫະລັດ ທ່ານ​ນາ​ງ​ຄາ​ມາ​ລາ ແຮ​ຣິ​ສ ພົບ​ກັບປະທານາທິບໍດີຂອງ, ທ່ານເຟີ​ດີ​ນານ ມາ​ຄອ​ສ ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ Malacanang ໃນ​ນະ​ຄອນ​ຫລວງ​ມະ​ນີ​ລາ ໃນ​ວັນ​ທີ 21 ພະ​ຈິກ, 2022.

ສະ​ຫະ​ລັດ​ມີ​ຄວາມ​ມຸ້ງ​ໝັ້ນຕໍ່​ຟີ​ລິບ​ປິນ​ແບບ “ບໍ່ສັ່ນ​ຄອນໄດ້” ນັ້ນ​ຄື​ຄຳ​ເວົ້າ​ຂອງ ຮອງປະທານາທິບໍດີສະຫະລັດ ທ່ານ​ນາ​ງ​ຄາ​ມາ​ລາ ແຮ​ຣິ​ສທີ່ກ່າວຕໍ່ປະທານາທິບໍດີຂອງ​ປະ​ເທດນັ້ນໃນວັນຈັນມື້ນີ້ ໃນລະຫວ່າງການຢ້ຽມຢາມທີ່ແນໃສ່ ຕ້ານຄືນຈີນ ແລະສ້າງສາສາຍພົວພັນ ທີ່ແຕກຫັກຄືນໃໝ່ຍ້ອນການລະເມີດສິດທິມະນຸດໃນປະເທດຂົງ​ເຂດ​ເອ​ເຊຍຕາເວັນອອກສຽງໃຕ້ແຫ່ງນັ້ນ, ອີງ​ຕາມ​ອົງ​ການ​ຂ່າວ AFP.

ທ່ານນາງແຮ​ຣິ​ສ​ເປັນ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ສຸດ​ຂອງ​ສະຫະລັດ ທີ່​ໄປ​ຢ້ຽມຢາມນະ​ຄອນ​ຫລວງ​ມະນີລາ ​ນັບ​ຕັ້ງ​ແຕ່​ປະທານາທິບໍດີເຟີ​ດີ​ນານ ມາ​ຄອ​ສ (Ferdinand Marcos) ຂຶ້ນ​ກຳ​ອຳນາດ​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ ​ຊຶ່ງເປັນ​ສັນຍານບົ່ງບອກ​ ເຖິງ​ການ​ເພີ່ມ​ທະວີ​ສາຍ​ພົວພັນໃກ້​ຊິດ​ລະຫວ່າງ​ປະ​ເທດ​ທີ່​ເປັນພັນທະ​ມິດ​ກັນມາ​ເປັນ​ເວລາ​ດົນ​ນານ ຫລັງ​ຈາກ​ຄວາມ​ສຳພັນ​ທີ່​ເຊື່ອຍ​ຊາມາ​ເປັນ​ເວລາ​ຫລາຍ​ປີ ພາຍ​ໃຕ້​ການ​ປົກ​ຄອງຂອງທ່ານໂຣດ​ຣິກ​ໂກ ດູ​ເຕີ​ເຕ (Rodrigo Duterte) ຜູ້​ດຳ​ລົງ​ຕຳ​ແໜ່ງ​ກ່ອນ​ທ່ານ ທີ່​ເປັນ​ມິດ​ກັບ​ປັກ​ກິ່ງ.

ນອກນັ້ນ ທ່ານນາງຍັງໄດ້ພົບປະກັບຄູ່ຕຳແໜ່ງຟີລິບປິນ ທ່ານນາງຊາ​ຣາ ດູ​ເຕີ​ເຕ, ລູກສາວຂອງອະດີດຜູ້ນຳທີ່ເຮັດສົງຄາມຢາເສບຕິດ ທີ່ເປັນ​ອັນ​ຕະ​ລາຍຮ້າຍ​ແຮງ ໄດ້ກະຕຸ້ນໃຫ້ມີການສືບສວນຂອງນາໆຊາດ ກ່ຽວກັບການລະເມີດສິດທິມະນຸດ.

"ພວກ​ເຮົາ​ຢືນ​ຄຽງ​ຄູ່​ກັບ​ທ່ານ​ໃນ​ການ​ປົກ​ປ້ອງກົດ​ລະ​ບຽບ​ສາ​ກົນ​ທີ່​ກ່ຽວ​ຂ້ອງ​ກັບ​ທະ​ເລ​ຈີນ​ໃຕ້,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານນາງແຮ​ຣິ​ສ ທີ່ກ່າວ​ຕໍ່​ທ່ານມາຄອ​ສ ໃນ​ຕອນ​ເລີີ້ມຕົ້ນ​ການພົບ​ປະກັນ​ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ນະ​ຄອນ​ມະ​ນີ​ລາ.
"ການໂຈມຕີຕໍ່ກອງ​ທັບຂອງຟີລິບປິນ, ເຮືອຂອງ​ລັດ ຫຼື ເຮືອບິນຢູ່ໃນທະເລຈີນໃຕ້ ຈະຮຽກ​ໃຫ້ມີຄໍາຫມັ້ນສັນຍາດ້ານການປ້ອງກັນ ເຊິ່ງກັນແລະກັນ ຂອງສະ ຫະລັດ ... ນັ້ນແມ່ນຄໍາຫມັ້ນສັນຍາທີ່ບໍ່ສັ່ນ​ຄອນ​ ຂອງພວກເຮົາທີ່​ມີຕໍ່ຟີລິບປິນ."

ສ່ວນທ່ານມາ​ຄອ​ສ ກ່າວ​ວ່າ ທ່ານ​ບໍ່​ເຫັນ “ອະນາຄົດ​ຂອງ​ຟີ​ລິບ​ປິນ​ທີ່​ບໍ່​ລວມ​ມີ​ສະຫະລັດຢູ່​ນຳ​ນັ້ນເລີຍ.”

ສະ​ຫະ​ລັດ​ມີ​ສາຍ​ພົວ​ພັນ​ຍາວ​ນານ​ແລະ​ສະ​ລັບ​ສັບ​ຊ້ອນ​ກັບ​ຟີ​ລິບ​ປິນ - ແລະ​ຄອບ​ຄົວມາ​ຄອ​ສ​. ພໍ່​ຂອງ​ທ່ານ​ມາ​ຄອ​ສ ທີ່​ເປັນຜູ້ຜະເດັດການໄດ້ປົກຄອງອະ ດີດອານານິຄົມຂອງສະຫະລັດເປັນເວລາສອງທົດສະວັດ ດ້ວຍການສະໜັບສະໜູນຈາກວໍຊິງຕັນ, ເຊິ່ງເຫັນວ່າທ່ານເປັນພັນທະມິດໃນສົງຄາມເຢັນ.

ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ມີ​ຄວາມ​ຂຸ່ນ​ເຄືອງເມື່ອ​ຢູ່​ພາຍ​ໃຕ້​ການປົກ​ຄອງຂອງ​ທ່ານ​ດູ​ເຕີ​ເຕ ​ທີ່​ປາກ​ເວົ້າ​ແບບ​ຫຍາບ​ຄາຍ. ໃນປີ 2016, ທ່ານ​ດູ​ເຕີ​ເຕໄດ້ເອີ້ນທ່ານບາ​ຣັກ ໂອ​ບາ​ມາວ່າ ເປັນ “ລູກໂສເພນີ” ກ່ຽວກັບການ ເຕືອນວ່າ ທ່ານຈະຖືກສອບຖາມໂດຍປະທານາທິບໍດີສະຫະລັດ ໃນສະໄໝນັ້ນ ກ່ຽວກັບສົງຄາມຢາເສບຕິດທີ່ ເປັນເລື້ອງ​ໂຕ້​ແຍ້ງຂອງທ່ານ. ປັດຈຸບັນນີ້ ວໍຊິງຕັນ ພວມຊອກຫາທາງຊຸກຍູ້ການ​ເປັນພັນທະມິດດ້ານຄວາມໝັ້ນຄົງ ຂອງຕົນກັບມະນີລາ ພາຍໃຕ້ປະທານາທິບໍດີຄົນໃໝ່.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG