ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ​ແຮ​ຣີ​ສ ເປີດເຜີຍໃຫ້​ຮູ້ແຜນ​​ການສ້າງ​ບ່ອນສາກໄຟ​ ສຳ​ລັບ​ລົດ​ໄຟ​ຟ້າ​ຂອງ​ລັດ​ຖະ​ບານ ​ທ່ານ​ໄບ​ເດັນ 

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ Kamala Harris ກ່າວ​ຄຳ​ປາ​ໄສ​ໃນ​ຂະ​ນະ​ທີ່​ໄປຢ້ຽມ​ຢາມໂຮງ​ງານ Brandywine Maintenance ຢູ່​ຄາວ​ຕີພ​ຣິນ​ສ໌​ຈອ​ຣຈ໌, ລັດ​ແມ​ຣີ​ແລນ ເພື່ອ​ຍົກ​ໃຫ້​ເຫັນ​ຄວາມ​ສຳ​ຄັນ​ຂອງ​ການ​ລົງທຶນໃສ່​ລົດ​ໄຟ​ຟ້າ​ຢູ່​ໃນ​ກົດ​ໝາຍ​ "Build Back Better Act", 13 ທັນ​ວາ, 2021

ຮອງປະທານາທິບໍດີ ສະຫະລັດ, ທ່ານນາງ ຄາ​ມາ​ລາ ແຮ​ຣິ​ສ ໃນວັນຈັນວານນີ້ ໄດ້ເປີດເຜີຍແຜນການຂອງທຳນຽບຂາວທີ່ຈະສ້າງສະຖານີສາກໄຟສຳ​ລັບລົດ ໄຟຟ້າ ຫລື EV ໃໝ່ 5 ແສນແຫ່ງໃນທົ່ວປະເທດ ຊຶ່ງເປັນສ່ວນນຶ່ງຂອງ ເປົ້າໝາຍຂອງປະທານາທິບໍດີໂຈ ໄບ​ເດັນ ທີ່ຈະເຮັດໃຫ້ຍານພາຫະນະດັ່ງ ກ່າວສ​າມາດເຂົ້າເຖິງບ່ອ​ນ​ສາກ​ໄຟໄດ້ຫຼາຍຂຶ້ນ ທັງສຳ​ລັບການເດີນທາງພາຍໃນ ທ້ອງ​ຖິ່ນ ແລະການ​ເດີນ​ທາງໄລ​ຍະໄກ.

ທ່ານ​ນາງ ແຮ​ຣີ​ສ ​ກ່າວຄຳ​ປະ​ກາດ​ດັ່ງ​ກ່າວອອກ​ມາ ໃນພິ​ທີ​ຢູ່​ບ່ອນ​ສາກ​ໄຟ EV ໃນ​ເຂດ​ຊານ​ເມືອງຂອງລັດ ແມ​ຣີ​ແລນ ຢູ່ນອກ​ນະ​ຄອນ​ຫຼວງ​ວໍ​ຊິງ​ຕັນ​ຂອງ​ສະ​ຫະ​ລັດ.
"ບໍ່ຕ້ອງມີຄວາມສົງໃສຫຍັງເລີຍວ່າ: ອະນາຄົດຂອງການຂົນສົ່ງໃນປະເທດຂອງ ພວກເຮົາແລະໃນທົ່ວໂລກ, ແມ່ນໃຊ້ໄຟຟ້າ," ນັ້ນຄືຄຳເວົ້າຂອງທ່ານນາງ ແຮຣີສ, ໂດຍໄດ້ກ່າວເພີ້ມອີກວ່າຄວາມສາມາດໃນການຜະລິດ, ການສາກໄຟ ແລະການສ້ອມແປງຍານພາຫະນະໄຟຟ້າຂອງປະເທດ ຈະຊ່ວຍກໍານົດຄວາມແຂງແຮງຂອງຊຸມຊົນໃນສະຫະລັດ, ຄວາມເຂັ້ມແຂງຂອງເສດຖະກິດຂອງປະເທດ ແລະຄວາມຍືນຍົງຂອງໂລກ.

ລົດກຳ​ລັງ​ສາກ​ໄຟ​ຢູ່​ບ່ອນສາກ​ໄຟຟ້າ​ທີ່​ໄວ​ຂອງບໍ​ລິ​ສັດ Tesla ໃນ​ເມືອງ Arlington, ລັດ​ເວີ​ຈີ​ເນຍ (ພາບ​ຖ່າຍ​ໃນ​ວັນ 13 ສິ​ງ​ຫາ, 2021)
ລົດກຳ​ລັງ​ສາກ​ໄຟ​ຢູ່​ບ່ອນສາກ​ໄຟຟ້າ​ທີ່​ໄວ​ຂອງບໍ​ລິ​ສັດ Tesla ໃນ​ເມືອງ Arlington, ລັດ​ເວີ​ຈີ​ເນຍ (ພາບ​ຖ່າຍ​ໃນ​ວັນ 13 ສິ​ງ​ຫາ, 2021)

ແຜນການສາກໄຟສຳ​ລັບລົດ​ໄຟ​ຟ້າ​ຫລື EV ແມ່ນໃຊ້ເງິນ 5 ຕື້ໂດລາ ຈາກກົດ ໝາຍດ້ານໂຄງລ່າງພື້ນ​ຖານທີ່ໄດ້ລົງນາມໃນເດືອນແລ້ວນີ້ ແລະຈັດສັນເງິນນັ້ນ ໃຫ້ລັດຕ່າງໆ ເພື່ອສ້າງເຄືອຂ່າຍສະຖານີສາກໄຟທົ່ວປະເທດ. ກົດໝາຍ​ດັ່ງ ກ່າວ​ຍັງ​ໃຫ້​ເງິນ​ຊ່ວຍ​ເຫລືອ​ຕື່ມ​ອີກ 2.5 ຕື້​ໂດ​ລາ​ ເພື່ອ​ເປັນເງິນ​ຊ່ວຍ​ເຫລືອແກ່ທ້ອງ​ຖິ່ນ​ເພື່ອ​ສະໜັບສະໜູນ​ສະຖານີ​ສາກ​ໄຟ​ຢູ່​ໃນເຂດ​ຊົນນະບົດ ​ແລະ ​ໃນ​ຊຸມ​ຊົນ​ທີ່​ດ້ອຍ​ໂອກາດ.

ໃນຖະແຫຼງການສະບັບນຶ່ງ, ທຳນຽບຂາວຍັງໄດ້ປະກາດອີກວ່າ ຕົນຈະສ້າງຕັ້ງ ຫ້ອງການພະລັງ ງານ ແລະການຂົນສົ່ງຮ່ວມກັນໃນວັນອັງຄານມື້ນີ້, ໂດຍນໍາໃຊ້ ຊັບພະຍາກອນຈາກແຕ່ລະກະ​ຊວງເພື່ອຈັດ​ຕັ້ງປະຕິບັດເຄືອຂ່າຍສາກໄຟ EV ແລະຂໍ້ກໍານົດດ້ານການ​ຫັນ​ໄປ​ໃຊ້ໄຟຟ້າອັນອື່ນອີກ
ໃນກົດຫມາຍວ່າດ້ວຍໂຄງລ່າງພື້ນຖານທີ່​ເຫັນ​ດີ​ນຳ​ກັນ​ຈາກ​ສອງ​ພັກ​ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG