ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຮອງປະທານາທິບໍດີ ແຮຣີສ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ປະ​ຊາ​ທິ ​ປະ​ໄຕ ໃນ​ຂະ​ນະ​ທີ່​ຢ້ຽມ​ຢາມ​ທະ​ວີບ ​ອາ​ຟ​ຣິ​ກາຢູ່ນີ້


ຮອງປະທານາທິບໍດີຄາມາລາ ແຮຣີສ ຂອງ​ສະ​ຫະ​ລັດ​ດຳ​ເນີນກອງ​ປະ​ຊຸມ​ໂຕະ​ມົນ​ກັບ​ນັກ​ທຸ​ລະ​ດິ​ຍິງ ເພື່ອ​ສົນ​ທະ​ນາ​ການການ​ເພີ້ມ​ຄວາມ​ສາ​ມາດ, ການ​ກວາມ​ເອົາ ແລະ​ການ​ນຳ​ພາ​ຂອງ​ແມ່​ຍິງ​, ໃນນະ​ຄອນ​ຫລວງ​ອັກ​ກ​ຣາຂອງ​ກາ​ນາ, ວັນ​ທີ 29 ມີ​ນາ, 2023
ຮອງປະທານາທິບໍດີຄາມາລາ ແຮຣີສ ຂອງ​ສະ​ຫະ​ລັດ​ດຳ​ເນີນກອງ​ປະ​ຊຸມ​ໂຕະ​ມົນ​ກັບ​ນັກ​ທຸ​ລະ​ດິ​ຍິງ ເພື່ອ​ສົນ​ທະ​ນາ​ການການ​ເພີ້ມ​ຄວາມ​ສາ​ມາດ, ການ​ກວາມ​ເອົາ ແລະ​ການ​ນຳ​ພາ​ຂອງ​ແມ່​ຍິງ​, ໃນນະ​ຄອນ​ຫລວງ​ອັກ​ກ​ຣາຂອງ​ກາ​ນາ, ວັນ​ທີ 29 ມີ​ນາ, 2023

ກ່ອນ​ຈະ​ພົບ​ປະ​ກັບ​ຜູ້​ນຳປະ​ເທດຄົນ​ດຽວ ທີ່​ເປັນ​ຜູ້​ຍິງໃນທະ​ວີບອາ​ຟ​ຣິ​ການັ້ນ ຮອງ​ປະ​ທາ​ນາ​ທິ​ບໍ​ດີຄາ​ມາ​ລາ ແຮ​ຣີ​ສ ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າການ​ທີ່ມີ​ແມ່​ຍິງ​ກຳຕໍ​ແໜ່ງ​ປົກ​ຄອງປະ​ເທດເພີ້ມ​ຂຶ້ນ ແມ່ນ​ເປັນ​ປັດ​ໄຈ​ສໍາ​ຄັນ​ສໍາ​ລັບ​ປະ​ຊາ​ທິ​ປະ​ໄຕ​ທີ່​ມີຄວາມສົມ​ບູນພູນ​ສຸກ.

ການພົບປະຂອງທ່ານນາງ ມີຂຶ້ນໃນຂະນະທີ່ທຳນຽບຂາວເປັນເຈົ້າພາບຈັດກອງ ປະຊຸມສຸດຍອດ ເພື່ອປະຊາທິປະໄຕຄັ້ງທີ 2 ທີ່ນະ​ຄອນ​ຫລວງວໍຊິງຕັນ.

ທ່ານນາງແຮ​ຣີ​ສກ່າວ​ວ່າ ໃນ​ປະ​ຊາ​ທິ​ປະ​ໄຕ​ທີ່​ມີ​ຄວາມ​ຮຸ່ງ​ເຮືອງນັ້ນ ການ​ມີແມ່​ຍິງ​ຊະ​ນະ​ໃນ​ການ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງໃນ​ການ​ປົກ​ຄອງ ຄວນ​ເປັນ​ເລື່ອງ​ທຳ​ມະ​ດາ, ບໍ່​ແມ່ນ​ເລື່ອງຫາ​ຍາກ ແລະ ບໍ່​ໜ້າ​ຈະ​ກາຍເປັນ​ຂ່າວ​ໂດ່ງດັງ ເໝືອນດັ່ງ​ທີ່​ການ​ຂຶ້ນກຳ​ຕຳ​ແໜ່ງ​ຂອງ​ທ່ານ​ນາງ.

ໃນຂະນະທີ່ທ່ານນາງກະກຽມພົບປະກັບປະທານາທິບໍດີແທນ​ຊາ​ເນຍ, ທ່ານ​ນາງ ຊາ​ເມຍ ຮາ​ຊ​ຊານ ທີ່​ຈະມີ​ຂຶ້ນໃນວັນພະຫັດມື້ນີ້ ທ່ານນາງໄດ້ໂອ້ລົມກັບນັກ​ທຸ​ລະ​ກິດຍິງ ແລະຜູ້ນໍາທີ່​ເປັນ​ແມ່​ຍິງ ໃນນະຄອນຫຼວງຂອງປະເທດການາ, ແລະ ປະກາດເງິນຊ່ວຍ​ເຫລືອຫຼາຍກວ່າ 1 ຕື້ໂດລາ ທີ່​ນຳ​ໜ້າໂດຍພາກເອກະຊົນ ໃນວັນພຸດວານນີ້ ເພື່ອຊຸກຍູ້ການມີສ່ວນຮ່ວມທາງດ້ານເສດຖະກິດຂອງແມ່ຍິງ ໃນອາຟຣິກາ.

ຕໍ່​ມາ ໃນຂະ​ນະ​ທີ່ຕອບຄໍາຖາມຂອງວີ​ໂອ​ເອຢູ່ນັ້ນ ທ່ານ​ນາງແຮ​ຣີ​ສກ່າວວ່າ ການນໍາພາຂອງແມ່ຍິງ ແມ່ນເປັນພື້ນຖານໃຫ້​ແກ່ປະຊາທິປະໄຕທີ່ມີຄວາມ​ສົມ​ບູນພູນ​ສຸກ ແລະວ່າ ມັນເປັນຫົວຂໍ້ທີ່ທ່ານນາງມັກຈະຍົກຂຶ້ນມາ ໃນກອງປະຊຸມ ລະດັບສູງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG