ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຮອງປະທານາທິບໍດີ ທີ່ຖືກເລືອກຕັ້ງໃໝ່ ທ່ານ ເພັນສ໌ ຢ້ຽມຢາມສະພາ


VP-Elect Visit Caps Eventful Hill Week
please wait

No media source currently available

0:00 0:02:42 0:00

ການໂອນ​ອຳນາດ ໃຫ້​ແກ່ປະທາ​ນາ​ທິບໍດີທີ່ຖືກ​ເລືອກ​ໃໝ່ ທ່ານ Donald Trump ໄດ້ເປັນ​ທີ່​ຄອບ​ງໍາ ​ໃນວັນ​ສຸດ​ຂອງສະພາ ​ທີ່​ເຕັມ​ໄປ​ດ້ວຍ​ວຽກ​ງານຕະຫຼອດ​ອາທິດ ຫລັງ​ຈາກທີ່​ໄດ້​ກັບ​ຄືນ​ມາລຸນ​ຫລັງ​ວັນ​ເລືອກ​ຕັ້ງ. ​ໃນ​ຂະນະ​ທີ່ບັນດາ​ ສະ​ມາ​ຊິກ​ພັກຣີພັບ​ບລິ​ກັນ ​ກັບ​ຄືນ​ມາ​ພ້ອມ​ກັບສຽງ​ນອງ​ນັນຂອງໄຊຊະນະ ໃນວັນ​ເລືອກ​ຕັ້ງ​ໄດ້​ກ່າວປ້ອງ​ກັນ​ການ​ໂອ​ນອຳນາດຂອງປະທານາທິບໍດີ​ທີ່​ຖືກ​ເລື​ອກ​ ໃໝ່ ​ໃນຂະນະ​ທີ່ສະມາຊິກພັກ​ເດ​ໂມ​ແຄຣັດໄດ້​ຊອກ​ຫາ​ຊ່ອງທາງໄປ​ໜ້າ ຫລັງ​ຈາກ​ໄດ້​ເສຍ​ໄຊ​ຄັ້ງ​ປະຫວັດສາດ​. Katherine Gypson ນັກ​ຂ່າວວີ​ໂອ​ເອ ມີລາຍ​ງານ​ຈາກ​ລັດຖະສະພາ ຊຶ່ງ ​ກິ່ງ​ສະຫວັນ​ ຈະ​ນຳເອົາ​ລາຍ​ລະອຽດ ມາສະ​ ເໜີ​ທ່ານ.

ຮອງ​ປະທານາທິບໍດີ​ທີ່​ຖືກ​ເລືອກໃໝ່ ທ່ານ Mike Pence ຍ່າງ​ເລາະ​ຢູ່​ດິນ​ແດນ​ເກົ່າ​ຂອງ​ທ່ານທີ່ຕຶກ​ລັດຖະສະພາ. ອະດີດ​ສະມາຊິກ​ສະພາ​ຕໍ່າ​ຄາດ​ວ່າ​ຈະ​ເປັນ​ກະ​ແຈເຊື່ອມ​ໂຍງທີ່​ສຳຄັນ ​ລະຫວ່າງປະທານາທິບໍດີ Trump ​ແລະບັນດາສະມາຊິກ​ພັກຣີພັບ​ບລິ​ກັນ ຢູ່​ໃນ​ລັດຖະສະພາ ​ທີ່ໄດ້​ກັບ​ຄືນ​ມາໃນອາທິດ​ແລ້ວ​ນີ້.

ທ່ານ Pence ກ່າວ​ວ່າ “​ໝັ້ນໃຈທີ່​ສຸດ ໝັ້ນ​ໃຈທີ່​ສຸດ​ວ່າ​ ໃນຂະນະທີ່​ພວກ​ເຮົາ​ເຄື່ອນໄຫວ​ໄປ​ສູ່​ວັນ​ສາບານໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງ ​ແລະ​ປະ​ກອບທີ​ມງາມອັນ​ຍິ່ງ​ໃຫຍ່ຂຶ້ນ. ການ​ເຮັດ​ວຽກທີ່​ປະສານ​ງານກັນ​ກັບ​ບັນດາ​ຜູ້ນຳ​ຢູ່​ໃນ​ສະພາ​ຕໍ່າ​ແລະ​ສະພາ​ສູງ ພວກ​ເຮົາຈະ​ພາກັນ​ເຄື່ອນໄຫວເພື່ອເສີມສ້າງກອງທັບ​ຂອງ​ພວກ​ເຮົາຄືນ​ໃໝ່ ​ແລະ​ຟື້ນ​ຟູ​ເສດຖະກິດ​ຂອງ​ພວກ​ເຮົາ ​ແລະ​ຢູ່ໃນຄຳ​ເວົ້າ ​ເພື່ອ​ເຮັດ​ໃຫ້​ອາ​ເມຣິກາ​ຍິ່ງ​ໃຫຍ່​ອີກ​.”

ປະ​ທານ​ສະພາ​ຕໍ່າ​ທີ່​ຖືກ​ເລືອກໃຫ້​ເຂົ້າຮັບ​ຕຳ​ແໜ່​ງ​ຄືນອີກ ທ່ານ Paul Ryan ກ່າວ​ວ່າ ລາຍການ​ທີ່​ກະຕືລື​ລົ້ນນັ້ນ ຍັງ​ຢູ່​ໃນ​ຂັ້ນ​ເລີ້ມ​ຕົ້ນ.

ທ່ານ Ryan ກ່າວ​ວ່າ “ພວກ​ເຮົາ​ຫາ​ກໍ່​ເລີ້ມ​ຕົ້ນ​ຂອງ​ລະຍະ​ການໂອນ​ອຳນາດ ​ເພາະສະ​ນັ້ນ​ເວລາ​ນີ້​ພວກ​ເຮົາ​ພຽງ​ແຕ່​ເຮັດ​ວຽກ​ກັບລັດຖະບານ​ທີ່​ກຳລັງເຂົ້າ​ມາ ​ເພື່ອ​ວາງ​ແຜນ ການໂອນອຳ​ນາດ.”

​ແຕ່ວ່າ​ອາທິດທຳ​ອິດ​ຂອງ​ການໂອນ​ອຳນາດ​ໄດ້ມີ​ການ​ຊັກ​ຊ້າຈາ​ກການ​ຜິດ​ຖຽງ​ກັນພາຍ​ໃນ ກາ​ນປ່ຽນ​ບຸກຄົນ ​ແລະການ​ຕ້ອງ​ຕິ ຕໍ່​ການ​ແຕ່ງ​ຕັ້ງ​ຂອງ​ທ່ານ Trump.

ທ່ານ​ນາງ Nancy Pelosi ຜູ້ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະພາ​ຕ່ຳ ກ່າວ​ວ່າ “ການ​ແຕ່ງຕັ້ງ​ໃຫ້​ທ່ານ Steve Bannon ​ເປັນ​ຫົວໜ້າ​ຍຸດ​ທະ​ສາດ​ຂອງ​ທ່ານ​ນັ້ນ ​ໄດ້​ເປັນ​ສັນຍານທີ່​ໜ້າ ຕື່ນ​ຕົກ​ໃຈ​ວ່າ ປະທານາທິບໍດີ​ Trump ທີ່ຖືກ​ເລືອກຕັ້ງ​ໃໝ່​ ​ຍັງມີ​ຄວາມ​ໝັ້ນ​ໝາຍ​ຕໍ່​ວິ​ໄສ​ທັດ​ແຫ່ງການກຽດ​ຊັງ ​ແລະການ​ແບ່ງ​ແຍ​ກກັນ ຊຶ່ງໄດ້​ກຳນົດການ​ໂຄສະ​ນາ​ຫາ​ສຽງ​ຂອງ​ທ່ານນັ້ນ.” ​ບັນ​ຫາ​ນຶ່ງ​ທີ່ທ່ານ​ນາງ Pelosi ມີລາຍ​ງານ ໄດ້ຊຸກຍູ້​ກັບ​ທ່ານ Pence ​ຢູ່ໃນ​ການ​ພົບ​ປະຂອງ​ທ່ານ​ຕໍ່​ມາ ​ແມ່ນ​ຮວມທັງ​ການ​ຫາລື​ເພື່ອຊອກ​ຫາພື້ນຖານ​ຮ່ວມ​ກັນ​ທີ່​ໄດ້​ຄອບ​ງໍາ​ເວລາ​ພວກ​ທ່ານ ​ຢູ່​ຕໍ່ໜ້າ​ກ້ອງຖ່າຍຮູບນັ້ນ.

ທ່ານ​ນາ​ງ Pelosi ກ່າວ​ວ່າ “ພວກ​ເຮົາ​ໄດ້ສົນທະນາ​ກັນ​ແບບ​ກົງໄປ​ໂລດ​ກ່ຽວກັບ​ວ່າ ເຮົາ​ສາມາດ​ເຮັດ​ວຽກ​ຮ່ວມ​ກັນໄດ້ຢ່າງ​ໃດ ກ່ຽວ​ກັບເລື້ອງພື້ນຖານ​ໂຄງລ່າງ ບັນຫາ​ທີ່ ພົວພັນ​ ກັບການ​ເບິ່ງ​ແຍງພວກ​ເດັກນ້ອຍ ​ແລະ​ອື່ນໆ ພ້ອມ​ທັງ ຕິດ​ຕາມ​ເບິ່ງ​ການ​ຫ້າ​ລື ທີ່​ຂ້າພະ​ເຈົ້າໄດ້ມີ​ກັບປະທານາທິບໍດີ​ທີ່​ຖືກ​ເລືອກໃໝ່​ໃນ​ອາທິດ​ແລ້ວ​ນີ້.”

ແຕ່​ວ່າ​ຜູ້ນຳ​ສຽງ​ສ່ວນ​ນ້ອຍ​ໃນສະພາ​ຕໍ່​າ ກໍປະ​ເຊີນ​ໜ້າ​ກັບ​ບັນຫາທ້າ​ທາຍ ​ທີ່ຕຳ ແໜ່​ງຜູ້ ນຳຂອງ​ທ່ານ​ນາງຕົກ​ຢູ່​ໃນ​ອັນ​ຕະລາຍໃນ​ຂະນະ​ທີ່​ພັກ​ເດ​ໂມ​ແຄຣັດຊອກ ​ຫາ​ຊ່ອງ​ທາງ​ໃໝ່​ເພື່ອເຂົ້າ​ໄປ​ເຖິງ​ບັນດາ​ຜູ້ມີ​ສິດ​ປ່ອນ​ບັດ.

ໃນ​ຂະນະ​ທີ່​ຮອງ​ປະທານາທິບໍດີ​ທີ່​ຖືກ​ເລືອກໃໝ່ ​ໄດ້​ພົບ​ປະ​ກັບ​ບັນດາ​ຜູ້ນຳ​ພັກ​ເດ​ໂມ​ແຄ ຣັດຄົນ​ປັດຈຸບັນຢູ່​ໃນ​ລັດຖະສະພາ ຜູ້​ຊາຍ​ທີ່​ຫລາຍ​ໆຄົນມອງເຫັນ​ວ່າ​ເປັນ​ອະນາ​ຄົດ​ຂອງ ພັກ ​ໄດ້ເຕົ້າ​ໂຮມບັນດາ​ຜູ້​ສະໜັບສະໜູນ​ຢູ່​ທາງ​ນອກ ​ເພື່ອ​ສົນທະນາ​ກ່ຽວ​ກັບຊ່ອງ​ທາງ​ໄປ​ໜ້າ.

ທ່ານ Bernie Sanders ສະມາຊິກ​ສະພາ​ສູງຈາກລັດ Vermont ກ່າວ​ວ່າ “ທ່ານ Donald Trump ​ໄດ້​ຊະນະ​ຍ້ອນ​ເຫດຜົນຫລາຍ​ຢ່າງ ​ແຕ່​ວ່າ​ນຶ່ງ​ເຫດ ຜົນ​ທີ່​ທ່ານ​ໄດ້​ຊະນະ ​ຢູ່ໃນ​ສາຍ​ຕາ​ຂອງ​ຂ້າພະ​ເຈົ້າ​ນັ້ນ ​ແມ່ນ​ເພາະວ່າ​ຄວາມລົ້ມ​ແຫລວ​ຂອງ​ພັກ​ເດ​ໂມ​ແຄຣັດ ທີ່​ຈະ​ຕ້ອງໄດ້ປົວ​ແປງ.”

ບັນດາ​ຜູ້​ສະໜັບສະໜູນ​ຢູ່່​ທີ່​ນີ້​ຫວັງ​ວ່າ ທ່ານ Sanders ສາມາດ​ຍື່ນ​ມືໄປ​ຫາ​ຊົນ​ຊັ້ນ​ອອກ​ແຮງ​ງານ ທີ່​ຢູ່​ໃນ​ໜ້າ​ທີ່​ກາ​ນນຳພາສະພາ​ສູງ​ໃໝ່​ຂອງ​ທ່ານ.

ທ່ານ John Kim ຜູ້ສະໜັບສະໜູນ ທ່ານ Sanders ກ່າວ​ວ່າ “ຂ້າພ​ະ​ເຈົ້າ​ຄິດ​ວ່່າ ​ເຮົາ​ສາມ​າດ​ເຕົ້າ​ໂຮມ​ປະຊາຊົນ​ໄດ້ ພວກ​ຊົນ​ຊັ້ນ​ອອກ​ແຮງ​ງານ​ທີ່ປ່ອນ​ບັດເອົາ​ທ່ານ Donald Trump ຈະປ່ອນ​ບັດ​ເອົາຜູ້​ສະໝັກຂອງ​ພັກ​ທີ່​ດີກ​ວ່າ​ໃນ​ປີ 2020​."

​ແລະ​ຮັບ​ໜ້າ​ທີ່ເປັນຜູ້​ກວດ​ກາ ໃນໄລຍະ​ສີ່​ປີ​ຂ້າງໜ້າ ​ຂອງ​ລັດຖະບານ​ທ່ານ Trump.

ທ່ານ Bernie ກ່າວ​ວ່າ “ທ່ານ Donald Trump ຈະ​ບໍ່​ຢືນ​ຂຶ້ນຕໍ່ສູ້​ກັບ​ພວກ​ທີ່ມີ​ການຈັດ ຕັ້ງ​ ຄື​ດັ່ງ​ກັບພວກ​ເຮົາ.”

“ສະພາ​ບັດ​ນີ້​ໄດ້​ພາກັນ​ໄປ​ພັກຜ່ອນເປັນ​ເວລາ​ດົນສີ່​ອາທິດ ພ້ອມ​ດ້ວຍ​ຄຳ​ຖາມ​ຕ່າງ​ໆເພີ້​ມຂຶ້ນ​ຫລາຍ​ກວ່າ​ຄຳ​ຕອບ ທີ່​ສະມາຊິກ​ພັກ​ເດ​ໂມ​ແຄຣັດກຳລັງ​ຊອກ​ຫາ​ຜູ້ນຳ ​ໃນ​ຂະນະ​ທີ່​ສະມາ​ຊິກ​ພັກຣີພັບ​ບລິ​ກັນ ລໍຖ້າ​ການໂອນ​ອຳນາດ​ຂອງ​ທ່ານ Trumpຢູ່​ນັ້ນ.”

XS
SM
MD
LG