ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ John Glenn ຖືກຍົກຍ້ອງເປັນ ຕົວແບບຂອງຄົນ ອາເມຣິກັນ


ຮອງປະທານາທິບໍດີ ທ່ານ Joe Biden ກ່າວໃນງານສົ່ງສະ
ການທ່ານ John Glenn ຢູ່ມະຫາວິທະຍາໄລລັດ Ohio
ໃນນະຄອນ Columbus, 17 ທັນວາ, 2016.
ຮອງປະທານາທິບໍດີ ທ່ານ Joe Biden ກ່າວໃນງານສົ່ງສະ ການທ່ານ John Glenn ຢູ່ມະຫາວິທະຍາໄລລັດ Ohio ໃນນະຄອນ Columbus, 17 ທັນວາ, 2016.

ອະດີດນັກອາວະກາດ ແລະ ສະມາຊິກສະພາສູງ ສະຫະລັດ ທ່ານ John Glen ໄດ້ໃຫ້ນິ ຍາມວ່າ “ການເປັນຄົນ ອາເມຣິກັນ ມັນມີຄວາມໝາຍແນວໃດ.” ຮອງປະທານາທິບໍດີ ທ່ານ Joe Biden ໄດ້ກ່າວໃນວັນເສົາວານນີ້ ໃນລະຫວ່າງ ພິທີໄວ້ອາໄລສຳລັບທ່ານ Glen ໃນນະຄອນ Columbus, ລັດ Ohio.

ພິທີໄວ້ອາໄລໄດ້ຈັດຂຶ້ນໃນລັດທີ່ເປັນບ້ານຂອງທ່ານ Glen, ຢູ່ມະຫາ ວິທະຍາໄລລັດ Ohio. ທ່ານ Biden ແມ່ນໜຶ່ງໃນບັນດາຜູ້ກ່າວຄົນສຳຄັນໃນພິທີສົ່ງສະການນັ້ນ, ລວມທັງ ຜູ້ບໍລິຫານອົງການ NASA ທ່ານ Charles Bolden ແລະ ນາຍພົນນາວິກະໂຍທິນບຳ ນານ ທ່ານ Jack Dailey.

ທ່ານ Biden ກ່າວວ່າ ທ່ານ Glen ໄດ້ໃຫ້ນິຍາມ “ກ່ຽວກັບ ການເປັນຄົນ ອາເມຣິກັນ ວ່າ ມີຄວາມໝາຍແນວໃດ, ຄວາມໝາຍຂອງພວກເຮົາແມ່ນຫຍັງ, ໂດຍການທີ່ທ່ານໄດ້ກະ ທຳພຽງເທົ່ານັ້ນ. ມັນ ກ່ຽວກັບ ການໃຫ້ຄຳສັນຍາໂດຍຕະຫຼອດມາ, ມັນແມ່ນໂອກາດ ຂອງປະເທດ, ເຊື່ອໝັ້ນໃນມື້ຕໍ່ມາຢູ່ສະເໝີ.”

ໃນລະຫວ່າງພິທີນັ້ນ, ລູກຂອງທ່ານ Glen, ນາງ Lyn Glenn ແລະ ອ້າຍຂອງລາວ ທ້າວ David Glen ໄດ້ກ່າວວ່າ ພໍ່ຂອງພວກເຂົາເຈົ້າໄດ້ຖາມພວກເຂົາເຈົ້າຢ່າງຊ້ຳແລ້ວຊ້ຳອີກ ວ່າ “ມື້ນີ້ພວກເຈົ້າໄດ້ເຮັດຫຍັງເພື່ອປະເທດແດ່?”

ທ່ານຮອງປະທານາທິບໍດີໄດ້ສືບຕໍ່ເວົ້າວ່າ “ທ່ານ John ໄດ້ອອກມາຈາກໝາກຫົວໃຈ ຂອງປະເທດ, ເໝືອນກັບເດັກນ້ອຍຄືພວກເຈົ້າຫັ້ນແຫຼະ, ແລະ ທ່ານໄດ້ຕົກເປັນຫຼຸມ ຮັກຂອງ ອາເມຣິກາ. ທ່ານຮູ້ໂດຍການອົບຮົມສັ່ງສອນວ່າ ປະຊາຊົນ ອາເມຣິກັນ ຄົນ ທຳມະດາ ສາມັນ ກໍສາມາດເຮັດສິ່ງທີ່ພິເສດໄດ້.”

ທ່ານ Dailey ໄດ້ກ່າວວ່າ ປະເທດຂອງພວກເຮົາມີທ່ານ Glen ເປັນເວລາ 95 ປີ ແລະ “ມັນກໍຍັງບໍ່ພຽງພໍເທື່ອ.”

ຜູ້ໄປສົ່ງສະການໄດ້ອົດທົນສູ້ອາກາດທີ່ເປັນນ້ຳກ້ອນ ແລະ ໜາວ ເພື່ອລຽນແຖວຕາມຖະ ໜົນ ໃນຂະນະທີ່ຂະບວນແຫ່ຂອງທະຫານນາວິກະໂຍທິນ ສະຫະລັດ ນຳໜ້າລົດບັນທຸກ ໂລງສົບຂອງທ່ານ Glen ຜ່ານຖະໜົນຂອງນະຄອນ ໂຄລຳບັສໄປ.

ໃນວັນສຸກທີ່ຜ່ານມາ, ປະຊາຊົນຫຼາຍພັນຄົນໄດ້ໄປສະແດງຄວາມເຄົາລົບຕໍ່ໂລງສົບຂອງ ທ່ານທີ່ປົກຫຸ້ມດ້ວຍທຸງຊາດ ໃນຫໍກົມຂອງຕຶກລັດຖະສະພາ ລັດ Ohio.

ທ່ານ Glen ເຂົ້າຮ່ວມພາລະກິດການບິນຕໍ່ສູ້ 149 ຄັ້ງໃນຖານະເປັນຄົນຂັບເຮືອບິນຮົບ ໃນສົງຄາມໂລກຄັ້ງທີສອງ ແລະ ສົງຄາມເກົາຫຼີ, ທ່ານໄດ້ຮັບຫຼຽນກຽດຕິຍົດຫຼາຍຄັ້ງ, ແລ້ວຕໍ່ມາກໍໄດ້ກາຍເປັນສະມາຊິກຄົນໜຶ່ງຂອງກຸ່ມນັກບິນອາວະກາດ ອາເມຣິກັນ ກຸ່ມ ທຳອິດທີ່ມີຊື່ວ່າ “Mercury 7” ເຊິ່ງຖືກເລືອກເອົາໃນປີ 1959. ທ່ານແມ່ນຜູ້ລອດຊີວິດ ມາເປັນຄົນສຸດທ້າຍຂອງກຸ່ມດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG