ນັບເປັນເທື່ອທຳອິດ ທີ່ຍານອະວະກາດສ້າງໂດຍມະນຸດ ໄດ້ເດີນ
ທາງອອກຈາກລະບົບສຸຣິຍະຈັກກະວານ ແລະແລ່ນເລິກເຂົ້າໄປ
ສູ່ຫ້ວງອະວະກາດ ທີ່ເຕັມໄປດ້ວຍ ດວງດາວຕ່າງໆ ແລະ ມີແຕ່
ຄວາມໜາວເຢັນນັ້ນ.
ອົງການອະວະກາດຂອງສະຫະລັດ ຫລື NASA ໃຫ້ການຢືນຢັນ
ໃນວັນພະຫັດວານນີ້ວ່າຍານ Voyager 1 ທີ່ສົ່ງຂຶ້ນສູ່ອະວະກາດ
ໃນປີ 1977 ນັ້ນ ແມ່ນ 19 ພັນລ້ານກິໂລແມັດ ຫ່າງຈາກ ດວງຕາ
ເວັນແລະພວມມຸ່ງໜ້າ ຂ້າມເຂົ້າໄປສູ່ເຂດອະວະກາດ ທີ່ຍັງບໍ່ທັນ
ມີການສຳຫຼວດ ແລະເປັນທີ່ຮູ້ຈັກ ສຳລັບມະນຸດເຮົາ.
ອົງການ NASA ກ່າວວ່າ ຍານ Voyager ໄດ້ຂ້າມເຂົ້າໄປສູ່ຫ້ວງເລິກຂອງອະວະກາດໃນ
ປີກາຍ ແຕ່ໄດ້ໃຊ້ເວລາດົນຈົນຮອດເວລານີ້ ທີ່ຫຼັກຖານຈຶ່ງໄດ້ມາເຖິງໂລກມະນຸດເຮົາ.
ພວກນັກວິທະຍາສາດຂອງອົງການ NASA ເອີ້ນເຫດການນີ້ວ່າ ແມ່ນນຶ່ງໃນການບັນລຸຜົນ ສຳເລັດທາງດ້ານເທັກໂນໂລຈີ ທີ່ສຳຄັນສຸດ ໃນປະຫວັດສາດ ທາງດ້ານວິທະຍາສາດ.
ເວລານີ້ຍານ Voyager ພວມທຳການສຶກສາຄົ້ນຄວ້າເບິ່ງບາງເຂດຂອງລະບົບຈັກກະວານ
ທີ່ບໍ່ເຄີຍມີການສຳຫຼວດມາກ່ອນ. ຖ້າທຸກຢ່າງຫາກດຳເນີນໄປຕາມແຜນ ທີ່ໄດ້ວາງໄວ້ຍານ ດັ່ງກ່າວກໍຈະສົ່ງວິທະຍຸກັບຄືນມາຍັງໂລກກ່ຽວກັບລາຍລະອຽດຕ່າງໆທີ່ຍານລຳນີ້ໄດ້ຄົ້ນພົບ ໄປຈົນຮອດປີ 2025 ຊຶ່ງເປັນເວລາທີ່ຄາດກັນວ່າເຊື້ອໄຟນິວເຄລຍຂອງຍານຈະໝົດລົງນັ້ນ.
ຍານ Voyager 1 ແລະ Voyager 2 ໄດ້ຖືກສົ່ງຂຶ້ນຈາກໂລກໃນປີ 1977 ເພື່ອໄປສຳຫຼວດ ເບິ່ງດາວພະຫັດ ແລະດາວພະເສົາ. ຍານ Voyager 2 ໄດ້ ເດີນທາງໄປຍັງດາວພະເກດຫຼື Neptune ແລະດາວມະລຶດຕະຍູຫຼື Urenus ແລະເວລານີ້ ຍັງໂຄຈອນຢູ່ໃນລະບົບສຸຣິຍະ ຈັກກະວານ ຂະນະທີ່ຍານ Voyager 1 ໄດ້ບິນຜ່ານດາວພລູໂຕອອກໄປ ສູ່ເຂດຫ້ວງເລິກ ຂອງອະວະກາດ ໃນເວລານີ້.