ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ເພີ້ມການໂຈມຕີຂອງທ່ານແຮງຂຶ້ນ ຕໍ່ທ່ານດໍໂນລ ທຣໍາ ໃນວັນພະຫັດວານນີ້ ໂດຍໄດ້ສົ່ງຄຳເວົ້າຢ່າງແຮງຈົນເທົ່າເຖິງປັດຈຸບັນ ທີ່ວ່າອະດີດປະທານາທິບໍດີ ແລະຜູ້ມີຄະແນນນຳໜ້າໃນການແຂ່ງຂັນພັກຣິພັບບລິກັນ ທີ່ທຳການຂົ່ມຂູ່ ຕໍ່ຫຼັກຄຸນຄ່າປະຊາທິປະໄຕ ຂອງປະ ເທດ ແລະບັນດາສະຖາບັນຕ່າງໆ.
ຢູ່ໃນຄຳປາໄສທີ່ລັດອາຣີໂຊນາ ທາງພາກຕາເວັນຕົກ ທ່ານໄບເດັນ ໄດ້ກ່າວຫາວ່າ ທ່ານທຣໍາ “ມີແນວຄິດອັນຕະລາຍ” ທີ່ວ່າ ທ່ານມີອຳນາດທີ່ບໍ່ມີໃຜຄວບຄຸມ ແລະຢູ່ເໜືອກົດໝາຍ.
“ທ່ານທຣໍາ ກ່າວວ່າ ລັດຖະທຳມະນູນໄດ້ມອບໝາຍໃຫ້ທ່ານ ອ້າງຕາມຄຳເວົ້າ ສິດທິຫຍັງກໍຕາມທີ່ທ່ານຕ້ອງການ ໃນນາມປະທານາທິບໍດີິ ສຸດຂອງການອ້າງຄຳເວົ້າ. ຂ້າພະເຈົ້າບໍ່ເຄີຍໄດ້ຍິນ ປະທານາທິບໍດີ ກ່າວແມ່ນແຕ່ສິ່ງທີ່ໄດ້ເຮັດ” ທີທ່ານໄບເດັນໄດ້ກ່າວ. “ບໍ່ໄດ້ນຳພາໂດຍລັດຖະທຳມະນູນ ຫລືໂດຍການບໍລິ ການທຳມະດາ ແລະການປະພຶດທີ່ເໝາະສົມ ຕໍ່ປະຊາຊົນອາເມຣິກັນຂອງພວກເຮົາ ແຕ່ໂດຍການແກ້ແຄ້ນ ແລະພະຍາບາດ”
ທ່ານທຣໍາ ໃນປີ 2019 ໄດ້ກ່າວວ່າ ທ່ານໄດ້ມີສິດດັ່ງກ່າວ ພາຍໄຕ້ມາດຕາສອງ ຂອງລັດຖະທຳມະນູນ ຊຶ່ງໄດ້ກ່າວເຖິງອຳນາດຂອງປະທານາທິບໍດີ. ໃນເດືອນມີນາ ທ່ານໄດ້ກ່າວຕໍ່ບັນດາຜູ້ສະນັບສະໜູນວ່າ “ຂ້າພະເຈົ້າແມ່ນຄວາມຍຸຕິທຳຂອງພວກທ່ານ. ແລະສຳລັບບັນດາຜູ້ທີ່ໄດ້ທຳຜິດ ແລະຫັກຫລັງ ຂ້າພະ ເຈົ້າແມ່ນຜູ້ລົງໂທດພວກທ່ານ.”
“ມີບາງສິ່ງບາງຢ່າງທີ່ເປັນອັນຕະລາຍ ເກີດຂຶ້ນຢູ່ໃນອາເມຣິກາ ໃນປັດຈຸບັນນີ້” ທ່ານໄບເດັນໄດ້ປະກາດຢູ່ລັດອາຣີໂຊນາ ເພີ້ມວ່າ ປະຊາທິິປະໄຕຊາວອາເມຣິກັນ “ຍັງຢູ່ໃນຄວາມສ່ຽງ.”