ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂດ ໂຊມາລີແລນ ເລີ່ມລົງຄະແນນສຽງ ໃນການເລືອກຕັ້ງ ປະທານາທິບໍດີ ຄັ້ງທີ 3


 ຜູ້ລົງຄະແນນສຽງພາກັນລຽນແຖວຍາວຢຽດ ໃນການ
ເລືອກຕັ້ງເຂດ ໂຊມາລີແລນ. 28 ພະຈິກ, 2012.
ຜູ້ລົງຄະແນນສຽງພາກັນລຽນແຖວຍາວຢຽດ ໃນການ ເລືອກຕັ້ງເຂດ ໂຊມາລີແລນ. 28 ພະຈິກ, 2012.

ໜ່ວຍເລືອກຕັ້ງທັງຫຼາຍ ໄດ້ເປີດແລ້ວ ຢູ່ໃນເຂດປະກາດດ້ວຍຕົນເອງ ວ່າເປັນສາທາ
ລະນະລັດ ໂຊມາລີແລນ ສຳລັບການເລືອກຕັ້ງປະທານາທິບໍດີ ຄັ້ງທີ 3 ນັບຕັງແຕ່ ປີ
2003 ເປັນຕົ້ນມາ.

ນັກຂ່າວ ວີໂອເອ ພະແນກ ພາສາໂຊມມາເລຍ ທ້າວ ບາຄາດ ຄາຣີຄາຍ ຢູ່ໃນເມືອງ
ຮາເກຊາ ຂອງໂຊມາເລຍກ່າວວ່າ ລາວໄດ້ເຫັນແຖວຂອງຜູ້ຄົນຍາວຢຽດ ໂດຍມີ
ພວກຄົນບາງສ່ວນ ຄອຍຖ້າປ່ອນບັດ ຕັ້ງແຕ່ 3 ໂມງເຊົ້າມາ.

ທ້າວ ຄາຣີຄາຍ ກ່າວວ່າ “ພວກເຂົາຢາກເປັນຄົນທຳອິດທີ່ປ່ອນບັດເລືອກຕັ້ງ ພວກ
ຄົນເຫຼົ່ານັ້ນ ຢາກຈະຮັບປະກັນວ່າ ພວກເຂົາໄດ້ປ່ອນບັດກ່ອນໜ່ວຍເລື່ອກຕັ້ງຈະປິດ
ລົງ.”

ຄະນະກຳມະການເລືອກຕັ້ງ ໄດ້ຮຽກຮ້ອງໃຫ້ປະຊາຊົນ ໃຫ້ສິດທິແກ່ພວກຜູ້ເຖົ້າ ແລະ
ພວກທີ່ອ່ອນແອ ມີສິດກ່ອນໝູ່. ມີໜ່ວຍເລືອກຕັ້ງ 1642 ແຫ່ງ ບ່ອນທີ່ພວກມີສິດປ່ອນ
ບັດຈະລົງຄະແນນສຽງຂອງພວກເຂົາເຈົ້າ.

ການຮັກສາຄວາມປອດໄພ ແມ່ນຮັດກຸມ ໃນຂະນະທີ່ ຫົວໜ້າຮັກສາຄວາມປອດໄພ
ຂອງເຂດ ໂຊມາລີແລນ ໄດ້ຊຸກຍູ້ໃຫ້ມວນຊົນ ເຮັດໜ້າທີ່ຂອງພວກເຂົາເຈົ້າຕາມປົກ
ກະຕິ ແລະ ໃຫ້ໄປອອກສຽງ.

ແຜນທີ່ເຂດ ໂຊມາລີແລນ.
ແຜນທີ່ເຂດ ໂຊມາລີແລນ.

ນາຍພົນ ນົວ ອິສມາຍລ໌ ຕານີ ຫົວໜ້າເສນາທິການກອງທັບໂຊມາລີແລນ ກ່າວວ່າ
“ພວກເຮົາຢາກແຈ້ງໃຫ້ມະຫາຊົນຊາບວ່າ ຄວາມໝັ້ນຄົງພາຍໃນ ແລະ ພາຍນອກ
ໄດ້ມີການຄ້ຳປະກັນເປັນຢ່າງດີ. ພັວເຂົາເຈົ້າ ຄວນນອນຫລັບຕາດ້ວຍຄວາມສະຫງົບ
ເຮັດທຸລະກິດດ້ວຍຄວາມສະຫງົບ ແລະ ໃຊ້ຊີວິດຢ່າງເປັນສຸກ. ພວກເຮົາຈະປະຕິບັດ
ໜ້າທີ່ຂອງພວກເຮົາ.”

ທ່ານຕານີ ໄດ້ປະຕິຍານວ່າ ຜູ້ບັນຊາການກອງທັບບົກ ຈະຮັບໃຊ້ ຜູ້ໃດກໍຕາມທີ່ໄດ້ຖືກ
ເລືອກໃຫ້ເປັນປະທານາທິບໍດີ ຂອງໂຊມາລີແລນ. ທ່ານໄດ້ກ່າວຖະແຫລງ ຕໍ່ໜ້າບັນ
ດາຜູ້ສະໝັກວ່າ “ພວກເຮົາມີພັນທະທີ່ຈະຕ້ອງປະຕິບັດຕາມຜູ້ໃດກໍຕາມທີ່ໄດ້ຖືກ
ເລືອກ ປັດຈຸບັນນີ້ພວກເຮົາບໍ່ແນ່ໃຈວ່າ ຜູ້ໃດຈະໄດ້ຮັບໄຊຊະນະ ສະນັ້ນພວກເຮົາ
ຈະນັບຖື ທັງສາມທ່ານທັງໝົດ ແຕ່ພວກເຮົາຂໍຮ້ອງໃຫ້ທ່ານຮັກສາຜົນປະໂຫຍດຂອງ
ມະຫາຊົນ ແລະ ຈົ່ງຮັກສາໄວ້ສັນຕິພາບ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ


XS
SM
MD
LG