ໜ່ວຍປ່ອນບັດຕ່າງໆໃນການເລືອກຕັ້ງປະທານາທິບໍດີຢູ່ອີຈິບ
ໄດ້ເປີດເພີ່ມ ອີກນຶ່ງມື້ ໃນວັນພຸດມື້ນີ້ ໃນຂະນະທີ່ລັດຖະບານ
ພະຍາຍາມສົ່ງເສີມໃຫ້ພວກມີສິດປ່ອນບັດອອກໄປລົງຄະແນນ
ສຽງ ໃນການເລືອກຕັ້ງ ທີ່ຄາດຫວັງວ່າອະດີດຜູ້ບັນຊາການທະ
ຫານບົກທ່ານ Abdel-Fattah el-Sissi ຈະໄດ້ຂຶ້ນກຳອຳນາດ.
ການມີຜູ້ຄົນໄປລົງຄະແນນສຽງໜ້ອຍເກີນຄາດ ໃນໄລຍະ
ສອງມື້ທຳອິດຂອງການເລືອກຕັ້ງນັ້ນ ເຮັດໃຫ້ຄະນະກຳມາ
ທິການເລືອກຕັ້ງ ຕໍ່ເວລາໃນການປ່ອນບັດອອກໄປອີກນຶ່ງມື້
ແຕ່ວ່າການໄປ ປ່ອນບັດນັ້ນ ແມ່ນຍັງເບົາບາງຢູ່.
ການອອກໄປລົງຄະແນນສຽງຂອງຜູ້ຄົນເປັນຈຳນວນຫຼວງຫຼາຍນັ້ນຈະເປັນກະແຈສຳຄັນ
ທີ່ຈະຖືວ່າ ການເອົາທ່ານSissi ນັ້ນ ຖືກຕ້ອງຕາມກົດໝາຍໃນຂັ້ນຕອນທີ່ເລີ້ມຂຶ້ນເວລາ
ທ່ານໄດ້ນຳພາກອງທັບໂຄ່ນລົ້ມ ອະດີດປະທານາທິບໍດີ ທ່ານ Mohamed Morsi ໃນເດືອນກໍລະກົດຜ່ານມານີ້.
ກຸ່ມພະລາດອນພາບມຸສລິມຂອງທ່ານ Morsi ແມ່ນໄດ້ຮຽກຮ້ອງໃຫ້ຊາວອີຈິບທັງຫຼາຍ
ບອຍຄ໊ອດ ບໍ່ໄປລົງຄະແນນ ແລະໄດ້ລະບຸໃນຖະແຫຼງການສະບັບນຶ່ງ ໃນວັນອັງຄານ
ວານນີ້ວ່າ ທ່ານ Sissi ແລະພັກພວກຂອງທ່ານນັ້ນຈະບໍ່ສາມາດເຮັດໃຫ້ການກະທຳຂອງ
ພວກເຂົ້າເຈົ້າ ຖືກຕ້ອງຊອບທຳໄດ້ ດ້ວຍການທີ່ມີ“ການສໍ້ໂກງຄະແນນແລະອຸບາຍ
ຕ່າງໆນາໆ.”
ນັກການເມືອງຝ່າຍຊ້າຍ ທ່ານ Hamdeen Sabahi ແມ່ນເປັນພຽງແຕ່ຜູ້ເຂົ້າແຂ່ງຂັນ
ຄົນດຽວເທົ່ານັ້ນ ໃນການເລືອກຕັ້ງຄັ້ງນີ້. ຜົນຂອງການນັບຄະແນນສຽງຢ່າງເປັນທາງ
ການ ແມ່ນຄາດ ຈະເປັນຮູ້ກັນໃນອາທິດໜ້າ.