ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ລົງ​ຄະ​ແນນ​ສຽງສິ້ນ​ສຸດ​ລົງ ໃນ​ການ​ປ່ອນ​ບັດ "ຫຼອກ​ລວງ" ເພື່ອ​ເຂົ້າ​ຍຶດ​ຄອງ ໃນ​ສີ່ພາກ​ພື້ນ​ຂອງ ຢູ​ເຄ​ຣນ


ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ຊ່ວຍ​ເຫຼືອ​ແມ່​ຍິງ​ຄົນ​ນຶ່ງ​ລົງ​ຄະ​ແນນ​ສຽງ ໃນ​ລະ​ຫວ່າງ​ການ​ລົງ​ປະ​ຊາ​ມະ​ຕິ​ໃນ​ເມືອງ ມາ​ຣິໂອໂປ​ລ, ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ຊົນ ໂດ​ເນັດ​ສ໌ ທີ່​ຖືກ​ຄວບ​ຄຸມ​ໂດຍ​ພວກ​ແບ່ງ​ແຍກ​ດິນ​ແດນ, ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ, 26 ກັນ​ຍາ, 2022.
ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ຊ່ວຍ​ເຫຼືອ​ແມ່​ຍິງ​ຄົນ​ນຶ່ງ​ລົງ​ຄະ​ແນນ​ສຽງ ໃນ​ລະ​ຫວ່າງ​ການ​ລົງ​ປະ​ຊາ​ມະ​ຕິ​ໃນ​ເມືອງ ມາ​ຣິໂອໂປ​ລ, ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ຊົນ ໂດ​ເນັດ​ສ໌ ທີ່​ຖືກ​ຄວບ​ຄຸມ​ໂດຍ​ພວກ​ແບ່ງ​ແຍກ​ດິນ​ແດນ, ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ, 26 ກັນ​ຍາ, 2022.

ການ​ລົງ​ຄະ​ແນນ​ສຽງ​ມີ​ກຳ​ນົດ​ຈະ​ປິດວັນ​ອັງ​ຄານມື້ນີ້ ກ່ຽວ​ກັບ ກາ​ນຮວມ​ເອົາດິນ​ແດນ​ທີ່​ຢຶດ​ໄດ້​ເຂົ້າ​ເປັນ​ສ່ວນ​ນຶ່ງ​ຂອງ​ຕົນ ​ຈັດ​ໂດຍ​ພວກ​ເຈົ້າ​ໜ້າ​ທີ່​ຖືກ ຣັດ​ເຊຍ ແຕ່ງ​ຕັ້ງ​ໃນ​ສີ່​ພາກ​ຂອງ ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ ຢູ​ເຄ​ຣນ ແລະ ພັນ​ທະ​ມິດ​ຕາ​ເວັນ​ຕົກ​ຂອງ​ເຂົາ​ເຈົ້າ ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ລົງ​ປະ​ຊາ​ມະ​ຕິ​ດັ່ງ​ກ່າວວ່າ​ເປັນ​ການຫຼອກ​ລວງ.

ໂຄ​ສົກ​ທຳ​ນຽບ​ຂາວ​ທ່ານ​ນາງ ຄາ​ຣີນ ຊັອງ-ປີ​ແອ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ “ພວກ​ເຮົາ​ຢືນ​ຄຽງ​ຂ້າງ​ກັບ​ຄູ່​ຮ່ວມ​ຂອງ​ພວກ​ເຮົາ​ທົ່ວ​ໂລກ​ໃນ​ການ​ປະ​ຕິ​ເສດ​ແມ່ນ​ຫຍັງ​ກໍ່​ຕາມ​ທີ່​ຜົນຈາກ​ການ​ປັ້ນ​ແຕ່ງ​ຂຶ້ນ​ມາ​ທີ່ ຣັດ​ເຊຍ ຈະປະ​ກາດ​.”

ທ່ານ​ນາງ ຊັອງ-ປີ​ແອ ໄດ້​ກ່າວ​ວ່າ “ເທົ່າ​ທີ່​ພວກ​ເຮົາ​ກຳ​ລັງ​ເຮັດ​ໃນ​ປັດ​ຈຸ​ບັນ​ນີ້, ພວກ​ເຮົາ​ໄດ້​ກຽມ​ພ້ອມ​ທີ່​ຈະ​ວາງ​ການ​ລົງ​ໂທດ​ທາງ​ເສດ​ຖະ​ກິດ​ເພີ່ມ​ເຕີມ​ທີ່​ໄວ ແລະ ຮຸນ​ແຮງຕໍ່ ຣັດ​ເຊຍ, ພ້ອມ​ກັບ​ບັນ​ດາ​ພັນ​ທ​ະ​ມິດ​ຂອງ​ພວກ​ເຮົາ, ໃນ​ການ​ຕອບ​ໂຕ້ ​ຕໍ່​ການ​ກະ​ທຳ​ພວກ​ນີ້​ທີ່​ພວກ​ເຮົາ​ກຳ​ລັງ​ເຫັນ​ໃນ​ປັດ​ຈຸ​ບັນ​ນີ້ ຖ້າ​ເຂົາ​ເຈົ້າ​ດຳ​ເນີນ​ໄປ​ໜ້າ​ກັບ​ການ​ເຂົ້າ​ຍຶດ​ຄອງ.”

ການ​ລົງ​ຄະ​ແນນ​ສຽງ​ດັ່ງ​ກ່າວ​ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ໃນ​ພາກ​ພື້ນ ລູ​ຮານສ໌ ແລະ ເຄີ​ຊອນ ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ, ແລະ​ໃນ​ເຂດ​ທີ່​ຖືກ​ຄອບ​ຄອງ​ໃນ​ພາກ​ພື້ນ ໂດ​ເນັດ​ສ໌ ແລະ ຊາ​ໂປ​ຣິ​ສ​ເຊຍ. ໃນ​ບາງ​ກໍ​ລະ​ນີ, ພວກ​ທະ​ຫານ ຣັດ​ຊ​ເຍ ໄດ້​ໄປ​ເຄາະ​ປະ​ຕູ​ຂອງ​ແຕ່​ລະ​ເຮືອນ​ເພື່ອ​ສັ່ງ​ໃຫ້​ປະ​ຊາ​ຊົນ ຢູ​ເຄ​ຣນ ໄປລົງ​ຄະ​ແນນ​ສຽງ ​ໂດຍ​ຖືກ​ປືນ​ຈີ້​ໃສ່.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ລາຍ​ງານ​ການ​ຕໍ່​ສູ້​ຢ່າງ​ໜັກ​ໃນຫຼາຍ​ເຂດ​ຂອງ ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ທ່ານ​ກ່າວ​ຄຳ​ປາ​ໄສ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ​ໃນ​ວັນ​ຈັນ​ວານນີ້.

ທ່ານ​ໄດ້​ກ່າ​ວ​ວ່າ “ສະ​ຖາ​ນະ​ການ​ແມ່ນ​ເຄັ່ງ​ຕຶງ​ເປັນ​ພິ​ເສດ​ໃນ​ພາກ​ພື້ນ​ ໂດ​ເນັດ​ສ໌. ພວກ​ເຮົາ​ກຳ​ລັງ​ເຮັດ​ທຸກ​ຢ່າງ​ເພື່ອຫຼຸດ​ຜ່ອນ​ກິດ​ຈະ​ກຳ​ຂອງ​ພວກ​ສັດ​ຕູ. ນັ້ນ​ແມ່ນ​ເປົ້າ​ໝາຍ​ທີ​ນຶ່ງ​ຂອງ​ພວກ​ເຮົາ​ໃນ​ເວ​ລານີ້, ໃນ​ຂະ​ນະ​ທີ່​ພາກ​ພື້ນ ດອນ​ບາ​ສ ຍັງ​ເປັນ​ເປົ້າ​ໝາຍ​ທີ​ນຶ່ງ​ສຳ​ລັບ​ພວກ​ເຂົ້າ​ຍຶດ​ຄອງ.”

ທ່ານ ເຊ​ເລັນ​ສ​ກີ ໄດ້​ເອີ້ນ​ການ​ລະ​ດົມທະ​ຫານ​ກອງ​ໜູນ 300,000 ຄົນ​ວ່າ “ເປັນ​ການ​ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ໃຫ້​ພວກ​ຜູ້​ບັນ​ຊາ​ການ​ຢູ່​ພາກ​ພື້ນ​ດິນ​ຄິດ​ວ່າ​ມີ​ຈຳ​ນວນ​ທະ​ຫານ​ໃນ​ສົງ​ຄາມ​ຢ່າງ​ຄົງ​ທີ່.”

ການ​ປະ​ທ້ວງ​ຢ່າງກວ້າງ​ຂວາງ​ຕໍ່​ການ​ລະ​ດົມ​ພົນ​ຂອງ​ທ່ານ ປູ​ຕິນ ໄດ້​ເກີດ​ຂຶ້ນ​ໃນ ຣັດ​ເຊຍ, ດ້ວຍ​ຕຳຫຼວດ​ໄດ້​ຈັບ​ກຸມ​ພວກ​ຜູ້​ປະ​ທ້ວງ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ​ຢູ່​ຕາມ​ຖະ​ໜົນ​ໃນ​ນະ​ຄອນຫຼວງ ມົ​ສ​ກູ ແລະ ບ່ອນ​ອື່ນໆຫຼາຍ​ຮ້ອຍ​ຄົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG