ຊາວອີຈິບ ກຳລັງພາກັນໄປໃຊ້ສິດອອກສຽງ ໃນວັນເສົາມື້ນີ້ ກ່ຽວກັບບົດແກ້ໄຂ ລັດຖະ-
ທຳມະນູນ ຊຶ່ງຈະອະນຸຍາດໃຫ້ປະທານາທິບໍດີຂອງອີຈິບ ທ່ານ ອັບແດລ ຟາຕາ ແອລ-
ຊີຊີ ຢູ່ໃນຕຳແໜ່ງຕໍ່ໄປໄດ້ ຈົນຮອດປີ 2030. ການລົງຄະແນນສຽງນີ້ ມີຂຶ້ນບໍ່ຮອດນຶ່ງ
ອາທິດ ຫຼັງຈາກທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາການ ປ່ຽນແປງດັ່ງກ່າວນີ້.
ຊາວອີຈິບທີ່ອາໄສຢູ່ຕ່າງປະເທດ ໄດ້ເລີ້ມລົງຄະແນນສຽງ ໃນວັນສຸກວານນີ້.
ຖ້າຖືກຮັບຜ່ານ ບົດແກ້ໄຂລັດຖະທຳມະນູນດັ່ງກ່າວ ຍັງໃຫ້ອຳນາດປະທານາທິບໍດີ
ຫຼາຍຂຶ້ນ ແລະການໄປມີໜ້າຂອງທະຫານຢູ່ໃນຊຸມຊົນຕ່າງໆ. ສະໄໝການດຳລົງຕຳ
ແໜ່ງ ຂອງປະທານາທິບໍດີ ຈະເພີ້ມຂຶ້ນ ຈາກ 4 ປີ ເປັນ 6 ປີ ແລະ ທ່ານຊີຊີ ຈະໄດ້ຮັບ
ອະນຸຍາດໃຫ້ລົງແຂ່ງຂັນ ສຳລັບສະໄໝທີສາມໃນປີ 2024.
ພວກທີ່ສະໜັບສະໜຸນ ການລົງປະຊາມະຕິ ໄດ້ຊົມເຊີຍການໃຊ້ສິດອອກສຽງນີ້ ວ່າ
ເປັນບົດບາດໜ້າທີ່ຂອງພົນລະເມືອງ ແຕ່ພວກທີ່ຕິຕຽນ ກ່າວອ້າງວ່າ ການໃຊ້ສິດ
ອອກສຽງ ເປັນພຽງການຍຶດອຳນາດໃນປະເທດ ບ່ອນທີ່ຄວາມຫຼາກຫຼາຍ ຂອງພັກ
ການເມືອງ ໄດ້ຖືກຍຸບໄປເກືອບຈົນໝົດ.
ການປະທ້ວງຈາກກຸ່ມຝ່າຍຄ້ານ ແມ່ນເກືອບວ່າ ບໍ່ມີເລີຍ ໂດຍທີ່ຜູ້ນຳຫຼາຍຄົນ ທີ່ມີຊື່
ສຽງໂດ່ງດັງ ຜູ້ທີ່ເປັນຄົນຂອງສາທາລະນະ ພ້ອມດ້ວຍພວກນັກທຸລະກິດ ແລະອົງການ
ສື່ມວນຊົນທັງຫຼາຍ ຢຶດໝັ້ນເປັນພັນທະມິດ ກັບລັດຖະບານ ທີ່ປົກຄອງໃນປັດຈຸບັນ.
ບັນດາເຈົ້າໜ້າທີ່ ໃຫ້ຄຳໝັ້ນສັນຍາ ຈະປະກາດຜົນການລົງຄະແນນ ພາຍໃນ ວັນທີ
27 ເມສາ ແລະກ່າວວ່າ ຖ້າມາດຕະການຖືກຮັບຜ່ານພວກເຂົາເຈົ້າຈະ ຈັດຕັ້ງປະຕິບັດ
ການປະຕິຮູບລັດຖະທຳມະນູນ ຢ່າງວ່ອງໄວ.
ບົກແກ້ໄຂລັດຖະທຳມະນູນສ່ວນຫຼາຍ ແມ່ນກ່ຽວຂ້ອງກັບໂຄງຮ່າງຂອງລັດຖະບານ
ການສ້າງຕັ້ງຕຳແໜ່ງໃໝ່ໆຂຶ້ນມາ ແລະເພີ້ມຈຳນວນຜູ້ຖືກແຕ່ງຕັ້ງ ໂດຍປະທານາ-
ທິບໍດີ. ກອງທັບຂອງອີຈິບ ຊຶ່ງມີອຳນາດ ຢ່າງຫຼວງຫຼາຍໃນດ້ານເສດຖະກິດ ແລະດ້ານ
ການເມືອງໃນອີຈິບ ຍັງຈະເພີ້ມບົດບາດຂອງຕົນໃນຂະບວນ ການຍຸຕິທຳຂອງປະເທດ
ຖ້າຫາກການລົງປະຊາມະຕິນີ້ ຖືກຮັບຜ່ານ.