ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ມີສິດປ່ອນບັດ ໃນຫຼາຍລັດ ຈະເລືອກເອົາ ຜູ້ສະໝັກ ເປັນປະທານາທິບໍດີ


ຜູ້ສະໝັກປະທານາທິບໍດີ ຂອງພັກຣີພັບບລີກັນ ທ່ານ Donald Trump (ຊ້າຍ) ທີ່ເມືອງ Palm Beach ໃນລັດຟລໍຣິດາ ແລະ ຜູ້ສະໝັກປະທານາທິບໍດີ ຂອງພັກເດໂມແຄຣັດ ທ່ານນາງ Hillary Clinton ທີ່ນະຄອນ Miami ໃນລະຫວ່າງການປ່ອນບັດ Super Tuesday ເມື່ອວັນທີ 1 ມີນາ 2016.
ຜູ້ສະໝັກປະທານາທິບໍດີ ຂອງພັກຣີພັບບລີກັນ ທ່ານ Donald Trump (ຊ້າຍ) ທີ່ເມືອງ Palm Beach ໃນລັດຟລໍຣິດາ ແລະ ຜູ້ສະໝັກປະທານາທິບໍດີ ຂອງພັກເດໂມແຄຣັດ ທ່ານນາງ Hillary Clinton ທີ່ນະຄອນ Miami ໃນລະຫວ່າງການປ່ອນບັດ Super Tuesday ເມື່ອວັນທີ 1 ມີນາ 2016.

ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ ຢູ່​ໃນ 5 ລັດ ແລະ​ດິນ​ແດນ ​ທີ່ຢູ່​ພາຍ​ໃຕ້
​ການ​ຄຸ້ມ​ຄອງຂອງ​ສະຫະລັດແຫ່ງ​ນຶ່ງຈະ​ພາກັນ​ໄປ​ປ່ອນ​ບັດ​ລົງ
ຄະແນນສຽງເລືອກ​ເອົາ​ຜູ້ສະໝັກ​ເປັນ​ປະທານາທິບໍດີ​ຂອງ​ພວກ
​ເຂົາ​ເຈົ້າ ​ໃນ​ວັນ​ເສົາ​ມື້ນີ້ແລະ​ວັນ​ອາທິດ​ມື້ອື່ນ ​ໃນ​ການ​ເລືອກ​ຕັ້ງ
ຂັ້ນຕົ້ນ​ແລະການ​ປະຊຸມ​ປ່ອນ​ບັດ​ໃນ​ຂະນະ​ທີ່​ເວລາ​ສຳລັບ​ການ
​ເລືອກ​ຕັ້ງປະທານາທິບໍດີ​ໃນ​ເດືອນພະຈິກພວມຄືບ​ຄານ​ເຂົ້າມາ
​ທຸກ​ຂະນະ.

​ໃນ​ວັນ​ເສົາ​ມື້ນີ້ ທັງ​ພັກ​ເດ​ໂມ​ແຄຣັດ​ແລະ​ພັກ​ຣີພັບ​ບລີ​ກັນ​ຈັດ​ໃຫ້
​ມີ​ການ​ເລືອກ​ຕັ້ງ ຢູ່​ທີ່​ລັດ Kansas ​ໃນ​ພາກ​ກາງ​ແລະ​ລັດ Loui-
siana ​ໃນ​ພາກ​ໃຕ້​ ຂອງ​ສະຫະລັດ.​ ນອກ​ນັ້ນ ພັກ​ເດ​ໂມ​ແຄຣັດ
ຍັງ​ຈັດ​ໃຫ້​ມີ​ການ​ປະຊຸມ​ປ່ອນ​ບັດຢູ່​ທີ່​ລັດNebraska ​ໃນ​ເຂດ​ທົ່ງພຽງ​ພາກ​ກາງ​ນຳ​ດ້ວຍ.

Republican Establishment Declares 'War' on Donald Trump
please wait

No media source currently available

0:00 0:01:58 0:00

ສຳລັບພັກ​ຣີພັບ​ບລີ​ກັນ ກໍ​ຈັດການ​ປະຊຸມ​ປ່ອນ​ບັດ ​ທີ່​ລັດ Kentucky ​ຢູ່ໃນ​ພາກໃຕ້ ​ແລະ​
ລັດ Maine ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ສະຫະລັດ ໃນ​ວັນ​ເສົາມື້ນີ້.

​ໃນ​ວັນ​ອາທິດມື້ອື່ນນີ້ ພັກ​ເດ​ໂມ​ແຄຣັດຈະຈັດການ​ປະຊຸມ​ປ່ອນ​ບັດ​ທີ່​ລັດ Maine ​ໃນ​ຂະ
ນະທີ່ພັກຣີພັບ​ບລີ​ກັນ​ ຈັດການ​ປ່ອນ​ບັດ ​ທີ່ Puerto Rico ຊຶ່ງ​ເປັນ​ດິນ​ແດນ​ທີ່ຢູ່ພາຍ​ໃຕ້​
ການຄວບ​ຄຸມ​ຂອງ​ສະຫະລັດ.

ຜູ້​ສະໝັກ​ເປັນ​ປະທານາທິບໍດີ​ຂອງ​ພັກຣີພັບ​ບລີ​ກັນ ທ່ານ Marco Rubio ​ໄດ້ສຸມ​ການ​ໂຄ
ສະນາ​ຫາ​ສຽງ​ຂອງ​ທ່ານ ໃສ່​ລັດ Kansas ​ໃນ​ວັນ​ສຸກ​ວານ​ນີ້ ຂະນະທີ່ ​ນັກທຸລະກິດອະສັງ ຫາລິມະຊັບ Donald Trump ​ໄດ້​ໄປ​ປາກົດ​ຕົວ ​ໃນ​ຕອນ​ແລງ​ວັນ​ສຸກ ຢູ່ທີ່​ນະຄອນ New
Orleans ລັດ Louisiana ​ແລະ​ຈະ​ຕິດຕາມ​ດ້ວຍ​ການ​ໄປ​ປາກົດຕົວ ​ທີ່​ລັດ Kansas ​ໃນ​
ວັນ​ເສົາ​ມື້ນີ້.

ສ່ວນ​ທ່ານ Ted Cruz ຜູ້​ສະໝັກ​ປະທານາທິບໍດີ​ອີກ​ຄົນ​ນຶ່ງ​ຂອງ​ພັກ​ຣີພັບ​ບລີີ​ກັນ ໄດ້​ຢຸດ​
ແວ່​ທີ່​ລັດ Maine ​ດັ່ງ​ດຽວ​ກັນ​ ກັບ​ຜູ້​ສະໝັກ​ປະທານາທິບໍດີ ​ຂອງພັກ​ເດ​ໂມ​ແຄຣັດ ​ທ່ານ
Bernie Sanders ທີ່​ມາ​ຈາກ​ລັດ Vermont ຊຶ່ງ​ຕັ້ງຢູ່​ໃກ້​ຄຽງ​ນັ້ນ.​ ທ່ານ Sanders ພວມ​
ລົງ​ແຂ່ງຂັນ ​ກັບ​ອະດີດ​ລັດຖະມົນຕີ​ ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ​
ເພື່ອ​ໃຫ້​ໄດ້​ຮັບ​ການ​ແຕ່ງຕັ້ງເປັນ​ຜູ້ຕາງໜ້າ​ຂອງ​ພັກ​ເດ​ໂມ​ແຄຣັດໃນ​ຂະນະ​ທີ່​ທ່ານ Cruz
ທ່ານ Rubio ທ່ານ Trump ​ແລະ​ຜູ້​ປົກຄອງ​ລັດ​ໂອ​ຮາ​ຍ​ໂອ​ ທ່ານ John Kasich ກຳລັງ​
ແຂ່ງຂັນ ​ເພື່ອ​ໃຫ້​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຜູ້ຕາງໜ້າ​ຂອງ​ພັກ​ຣີພັບ​ບລີກັນ.

US Primaries
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG