ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ຜູ້​ມີ​ສິດ ​ປ່ອນ​ບັດ ໃນ ແອລຊາລວາດໍ ເລືອກ​ເອົາ ຜູ້​ນຳ​ຄົນ​ໃໝ່ (ວີດີໂອ)


ທ່ານ Salvador Sanchez Ceren, ອະດີດຜູ້ບັນຊາການ ກອງ ໂຈນ ສະມັກເປັນ ປະທານາທິບໍດີ ພັກ Farabundo Marti National Liberation Front.
ທ່ານ Salvador Sanchez Ceren, ອະດີດຜູ້ບັນຊາການ ກອງ ໂຈນ ສະມັກເປັນ ປະທານາທິບໍດີ ພັກ Farabundo Marti National Liberation Front.
ຜູ້​ສະມັກເລື​ອກຕັ້ງ​ເປັນ ປະທານາທິບໍດີ El Salvador ​ທັງ
ສອງ​ຄົນ ຕ່າງ​ກໍ​ໄດ້​ປະກາດ​ອ້າ​ງ​ເອົາໄຊຊະນະ​. ​ເຖິງ​ຢ່າງ​
ໃດ​ກໍ​ດີ ບັນດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ກ່າວ​ວ່າ ການ​ແຂ່ງຂັນ
​ແມ່ນ “ໃກ້​ຄຽງກັນທີ່​ສຸດ” ​ແລະຍັງ​ບໍ່ສາມາດ​ປະກາດ​ໃຫ້​ຜູ້​
ສະມັກ​ຄົນໃດ ​ເປັນ​ຜູ້​ຊະນະ​ໄດ້​ເທຶ່ອ.

ຜົນ​ກາ​ນ​ເລືອກ​ຕັ້ງ ​ແມ່ນ​ຈະ​ເປັນ​ການປ່ຽນແປງ ທີ່​ບໍ່​ຄາດ​
ຄະ​ເນ ​ຂອງການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດວານ​ນີ້. ຜົນ​ການ​
ຢັ່ງ​ສຽງ​ມາ​ຮອດ​ມື້​ເລືອກ​ຕັ້ງ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ
Salvador Sanchez Ceren ຈາກພັກ FMLN ​ຂອງ​
ລັດຖະ ບານ ມີ​ຄະ​ແນນ​ ​ໃນ​ລະຫວ່າງ 10 ຫາ 18 ​ເປີ​ເຊັນ
ນໍາ​ ໜ້າ ​ເຈົ້າ​ຄອງ​ກໍາ ແພງ​ນະຄ​ອນ​ຫລວງ San Salvador ທ່ານ Norman Quijano
ຈາກພັກ​ ARENA ທີ່​ນິຍົມ​ຂວາ.

ການ​ໄດ້ຮັບໄຊ​ຊະນະ ​ຂອງ ທ່ານ Ceren ຈະ​ເຮັດ​ໃຫ້​ທ່ານ ​ເປັນອ​ະດີດ ຜູ້​ບັນຊາ​ການກອງ​
ໂຈ​ນ ຄົນ​ທໍາ​ ອິດ ທີ່​ໄດ້​ຮັບແໜ່​ງ ປະທານາທິບໍດີ ນັບ​ແຕ່ການ​ຢຸດ​ຍິງ ​ໄດ້​ສີ້​ນສຸດ ສົງຄາມ​ກາງ​ເມືອງ ທີ່​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ​ເປັນ​ເວລາ 13 ປີ ​ໃນ​ປີ 1992 ນັ້ນ.

​ສ່ວນຢູ່​ທີ່ປະ​ເທດໂຄ​ລຳເບຍ ໃນ​ວັນ​ອາທິດ​ວານ​ນີ້ ບັນດາ​ຜູ້​ປ່ອນ​ບັດ​ໄດ້​ສະ​ແດງ ​ການ​ສະໜັບສະໜຸນ​ ຕໍ່​ການ​ເຈລະ​ຈາ​ສັນຕິພາບກັບ​ພວກ​ກອງ​ໂຈນ ​ໂດຍໄດ້ ມອບສຽງ​ສ່ວນ​ຫລາຍ​ໃນ​ສະພາ​ ໃຫ້​ແກ່ປະ​ທາ​ນາ​ທິບໍດີ Juan Manuel Santos ​ແຕ່​ວ່າໃນ​ຂະນະ​ດຽວ
​ກັນ ບັນດາ​ຜູ້ປ່ອນ​ບັດ ຍັງ​ໄດ້​ເລືອກ​ເອົາຄູ່ແຂ່ງນິຍົມ​ແນວທາງ​ເດີມ​ຂອງ​ທ່ານ ຄືອະດີດ ປະທານາທິບໍດີ Alvaro Uribe ​ເປັນ​ຜູ້​ແທນ​ສະພາ​ສູງ.

LATAM Elections
please wait
Embed

No media source currently available

0:00 0:01:24 0:00
XS
SM
MD
LG