ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້​ລົງ​ຄະ​ແນນ​ສຽງ ເລືອກ​ຕັ້ງ ສະ​ພາ ຢູ​ໂຣບ ໃນ​ຂະ​ນະ​ທີ່ ລັດ​ທິ​ຊາດ​ນິ​ຍົມ ມີຫຼາຍຂຶ້ນ


ຜູ້​ຊາຍ​ຄົນ​ນຶ່ງ​ປ່ອນ​ບັດ​ຄະ​ແນນ​ສຽງ ໃນ​ການ​ເລືອກ​ຕັ້ງ​ສະ​ພາ ຢູ​ໂຣບ. ເມືອງ ລີ​ມາ​ລ, ປະ​ເທດ ແບ​ລ​ຈຽມ. 26 ພຶດ​ສະ​ພາ, 2019.
ຜູ້​ຊາຍ​ຄົນ​ນຶ່ງ​ປ່ອນ​ບັດ​ຄະ​ແນນ​ສຽງ ໃນ​ການ​ເລືອກ​ຕັ້ງ​ສະ​ພາ ຢູ​ໂຣບ. ເມືອງ ລີ​ມາ​ລ, ປະ​ເທດ ແບ​ລ​ຈຽມ. 26 ພຶດ​ສະ​ພາ, 2019.

ການ​ເລືອກ​ຕັ້ງ​ທີ່​ເປັນ​ໝາກ​ຫົວ​ໃຈ​ສຳ​ຄັນ​ສຳ​ລັບ​ສະ​ພາ ສະ​ຫະ​ພາບ ຢູ​ໂຣບ ໄດ້​ກ້າວ
ເຂົ້າຈຸດສູງສຸດຂອງເຂົາເຈົ້າໃນວັນອາທິດມື້ນີ້ ໃນຂະນະທີ່ 21 ປະເທດສຸດທ້າຍໄດ້
ໄປປ່ອນບັດຄະແນນສຽງ ແລະ ຜົນຄະແນນໄດ້ຖືກປະກາດໃນການລົງຄະແນນສຽງ
ທີ່ໄດ້ກາຍເປັນການຕໍ່ສູ້ທົ່ວທະວີບ ລະຫວ່າງ ກຸ່ມປະຊານິຍົມ ທີ່ຕໍ່ຕ້ານອຳນາດທີ່ເພີ່ມ
ຂຶ້ນຂອງ ສະຫະພາບ ຢູໂຣບ ກັບຜູ້ສະໜັບສະໜູນຄວາມສາມັກຄີທີ່ໃກ້ຊິດຂອງ ສະ
ຫະພາບ ຢູໂຣບ.

ນັກ​ຊາດ​ນິ​ຍົມ​ປີກ​ຂວາ ຜູ້​ທີ່​ຢາກ​ຈະ​ຕັດ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ເຂົ້າ​ໃນ ຢູ​ໂຣບ ແລະ
ສົ່ງຄືນອຳນາດໃຫ້ລັດຖະບານປະເທດຕ່າງໆ ແມ່ນຄາດວ່າຈະໄດ້ຮັບການສະໜັບສະ
ໜູນ, ແຕ່ແນວໃດກໍຕາມ ບັນດາພັກການເມືອງທີ່ສຳຄັນແມ່ນຄາດວ່າຈະຍຶດຄອງອຳ
ນາດ ໃນສະຖານນິຕິບັນຍາດທີ່ມີບ່ອນນັ່ງ 751 ຕຳແໜ່ງ ທີ່ຕັ້ງຢູ່ໃນນະຄອນຫຼວງ
ບຣັສໂຊລສ໌ ປະເທດ ແບລຈຽມ ແລະ ເມືອງ ສຕຣາສບວກ ປະເທດ ຝຣັ່ງ.

ຜູ້​ນຳ​ໜ້າ​ການ​ຂັດ​ແຍ້ງ​ຕໍ່ນະ​ໂຍ​ບາຍນັ້ນ ​ແມ່ນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ​ຫົວອະ​ນຸ
ລັກນິຍົມຈັດຂອງ ອິຕາລີ ທ່ານ ແມັດຕີໂອ ຊາລວີນີ, ຫົວໜ້າຂອງພັກສັນນິບາດ, ຜູ້ທີ່
ກຳລັງກໍ່ຕັ້ງກຸ່ມນຶ່ງ ທີ່ມີຄວາມຄິດຄ້າຍຄືກັນຈາກທົ່ວ ຢູໂຣບ.

ທ່ານ ຊ​າ​ລ​ວີ​ນີ ໄດ້​ກ່າວ​ຕໍ່​ຜູ້​ຊຸມ​ນຸມ​ໃນ​ນະ​ຄອນ ມິ​ລານ ໃນ​ອາ​ທິດ​ແລ້ວນີ້ ທີ່​ມີ​ຜູ້​ນຳ​ຈາກ
ພັກການເມືອງຊາດນິຍົມ 11 ຄົນເຂົ້າຮ່ວມວ່າ “ພວກເຮົາຕ້ອງເຮັດທຸກຢ່າງທີ່ຖືກຕ້ອງ
ເພື່ອປົດປ່ອຍປະເທດນີ້, ທະວີບນີ້, ຈາກການຍຶດຄອງຢ່າງຜິດກົດໝາຍຈັດຂຶ້ນໂດຍ
ບຣັສໂຊລສ໌.

ການ​ຄາດ​ຄະ​ເນ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ສະ​ພາ ຢູ​ໂຣບ ໃນ​ເດືອນ​ທີ່​ຜ່ານ​ມາ​ໄດ້​ສະ​ແດງ​ໃຫ້
ເຫັນ ກຸ່ມພັກປະຊາຊົນຂອງ ຢູໂຣບ ທີ່ມີແນວທາງກາງອຽງຂວາ ສູນເສຍ 37 ບ່ອນນັ່ງ
ຈາກ 217 ບ່ອນນັ່ງຂອງເຂົາເຈົ້າ ແລະ ກຸ່ມກາງອຽງຊ້າຍ S&D ຫຼຸດລົງຈາກ 186 ບ່ອນ
ນັ່ງເປັນ 149 ບ່ອນ. ໃນຟາກຂວາຈັດ, ບັນດາປະເທດ ຢູໂຣບ ແລະ ກຸ່ມເສລີພາບ
ແມ່ນຄາດວ່າຈະໄດ້ຂະຫຍາຍກຸ່ມຂອງເຂົາເຈົ້າຈາກ 37 ບ່ອນນັ່ງເປັນ 62 ບ່ອນນັ່ງ.

ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ສະ​ຫະ​ພາບ ຢູ​ໂຣບ ທີ່​ມີ​ຄວາມ​ແຂງ​ແກ່ນ​ກວ່າ, ເຊິ່ງນຳ​ໜ້າ​
ໂດຍປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ, ໄດ້ໂຕ້ຖຽງວ່າ ບັນຫາຕ່າງໆ
ຄືສະພາບອາກາດປ່ຽນແປງ ແລະ ການຄວບຄຸມຄົນເຂົ້າເມືອງ ແມ່ນໃຫຍ່ບັນຫາທີ່
ໃຫຍ່ໂພດສຳລັບປະເທດນຶ່ງ ທີ່ຈະປາບປາມຄົນດຽວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG