ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ໃຫ້​ຄວາມ​ສົນ​ໃຈ​ໃນ​ບັນ​ຫາ​ເສດ​ຖະ​ກິດ ຫຼາຍກວ່າ​ໝູ່ ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ


ກາ​ສ​ຕິກ​ເກີ ການ​ປ່ອນ​ບັດ​ເລືອກ​ຕັ້ງ ຢູ່​ງານ​ການ​ເມືອງ​ແຫ່ງ​ນຶ່ງ, ເມືອງ ເຟ​ຣ​ເດ​ຣິກ​ສ​ເບີກ, ລັດ ເທັກ​ຊັ​ສ, ສະ​ຫະ​ລັດ ອາ​ເມ​ຣິ​ກາ.
ກາ​ສ​ຕິກ​ເກີ ການ​ປ່ອນ​ບັດ​ເລືອກ​ຕັ້ງ ຢູ່​ງານ​ການ​ເມືອງ​ແຫ່ງ​ນຶ່ງ, ເມືອງ ເຟ​ຣ​ເດ​ຣິກ​ສ​ເບີກ, ລັດ ເທັກ​ຊັ​ສ, ສະ​ຫະ​ລັດ ອາ​ເມ​ຣິ​ກາ.

ອີກບໍ່​ເຖິງ 2 ເດືອນ​ກໍ​ຈະ​ຮອດ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ​ຂອງ ສະ​ຫະ​ລັດ ແລ້ວ. ບັນ​ດາ​ນັກ​ການ​ເມືອງ​ແມ່ນ​ໄດ້​ພາ​ກັນ​ຕໍ່​ສູ້​ໂຄ​ສະ​ນາ​ຫາ​ສຽງ​ກັນ​ຢ່າງ​ດຸ​ເດືອດ ແລະ ປະ​ຊາ​ຊົນ​ກໍ​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ ມີຄວາມ​ເປັນ​ຫ່ວງ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ ສະ​ຖາ​ນະ​ການ​ຢູ່​ໃນ​ປະ​ເທດ.

ບັນ​ຫາ​ທີ່​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ​ມີ​ຄວາມ​ເປັນ​ຫ່ວງຫຼາຍກວ່າ​ໝູ່​ແມ່ນ​ບັນ​ຫາ​ດ້ານ​ເສດ​ຖະ​ກິດ, ການ​ເຮັດ​ແທ້ງ​ລູກ, ສະ​ພາບ​ອາ​ກາດ, ສົງ​ຄາມ ຢູ​ເຄ​ຣນ ແລະ ອື່ນໆ. ແມ່​ຍິງ​ລາວ​ຄົນ​ນຶ່ງ​ຈາກ​ລັດ​ເທັກ​ຊັ​ສ ໄດ້​ໃຫ້​ຄຳ​ເຫັນ​ຂອງ​ລາວ ກ່ຽວ​ກັບ ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ຄັ້ງ​ນີ້​ວ່າ “ເອື້ອ​ຍ​ກຳ​ລັງ​ເບິ່ງ​ນັກ​ການ​ເມືອງ​ຜູ້​ທີ່​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ເສດ​ຖະ​ກິດ ​ເພາະ​ວ່າ​ເລື່ອງ​ການ​ຫາ​ຢູ່​ຫາ​ກິນ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ສຳ​ລັບ​ຄອບ​ຄົວ​ພວກ​ເຮົາ​ເນາະ. ຄົນ​ຢູ່​ອາ​ເມ​ກາ​ຖ້າບໍ່​ມີ​ວຽກ​ເຮັດ, ຫາ​ເງິນ​ລ້ຽງ​ຄອບ​ຄົວ​ບໍ່​ໄດ້​ແມ່ນ​ຈະ​ລຳ​ບາກຫຼາຍ. ສຳ​ລັບ​ເລື່ອງ​ການ​ແທ້ງ​ລູກ​ມັນ​ກໍ​ສຳ​ຄັນ​ຄື​ກັນ ມັນ​ເປັນ​ການ​ໃຫ້​ສິດ​ແກ່​ແມ່​ຍິງ​ເຮົາ ແມ່​ຍິງ​ທຸກ​ຄົນ​ຕ້ອງ​ມີ​ສິດ​ເຮັດ​ສິ່ງ​ທີ່​ເຂົາ​ເຈົ້າ​ຢາກ​ເຮັດ ຖ້າ​ວ່າ​ມັນ​ຖືກ​ກົດ​ໝາຍ, ເລື່ອງນີ້​ຜູ້​ຊາຍ​ຈຳ​ນວນຫຼາຍ​ແມ່ນ​ຍັງ​ບໍ່​ເຂົ້າ​ໃຈວ່າ​ມັນ​ສຳ​ຄັນຫຼາຍ​ຊ່ຳ​ໃດ.”

ອັດ​ຕາ​ເງິນ​ເຟີ້​ ໄດ້​ເຮັດ​ໃຫ້​ລາ​ຄາ​ອາ​ຫານ, ເຄື່ອງ​ໃຊ້​ໃນ​ບ້ານ​ເພີ່ມ​ຂຶ້ນ​ຢ່າງຫຼວງ ຫຼາຍ. ແຕ່ຄ່າ​ທີ່​ພັກ​ອາ​ໄສເຊັ່ນ​ອາ​ພາດ​ເມັ້ນ​ແມ່ນ​ຍັງ​ສູງ​ຢູ່, ປະ​ຊາ​ຊົນ​ຈຳ​ນວນ​ນຶ່ງ​ແມ່ນ​ໄດ້​ອອກ​ຈາກ​ບ້ານ​ພັກ​ສ່ວນ​ຕົວ ແລະ ຍ້າຍ​ໄປ​ຢູ່​ກັບ​ເພື່ອ​ນ​ຮ່ວມ​ຫ້ອງ. ລາ​ຄາ​ອາ​ພາດ​ເມັ້ນ​ຫ້ອງ​ນຶ່ງ​ໃນ​ນະ​ຄອນ​ນິວຢອກ​ ຕອນນີ້​ແມ່ນ​ປະ​ມານ 5,000 ໂດ​ລາ​ຕໍ່​ເດືອນ.

XS
SM
MD
LG