ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັກຂອງທ່ານ Sharif ຊະນະເລືອກຕັ້ງ ໃນປາກີສຖານ (ວີດິໂອ)


ທ່ານ Nawaz Sharif ອະດີດນາຍົກລັດຖະມົນຕີ ປາກີສຖານ ແລະຫົວໜ້າພັກ Muslim League-N party ຂະນະກ່າວຕໍ່ພວກສະໜັບສະໜຸນທ່ານ.
ທ່ານ Nawaz Sharif ອະດີດນາຍົກລັດຖະມົນຕີ ປາກີສຖານ ແລະຫົວໜ້າພັກ Muslim League-N party ຂະນະກ່າວຕໍ່ພວກສະໜັບສະໜຸນທ່ານ.
ເ​ບິ່ງ​ຊົງ​ວ່າ ພັກ​ຫົວ​ອະນຸລັກ​ນິຍົມ ຂອງ​ອະດີດ​ນາຍົກລັດຖະມົນ
ຕີປາກີສຖານ ທ່ານ Nawaz Sharif ​ໄດ້​ຊະນະການ​ເລືອກ​ຕັ້ງ​
ສະມາຊິກ​ສະພາແຫ່ງຊາດ ​ເຖິງ​ແມ່ນ​ຈະ​ບໍ່ເຖິງຂັ້ນ​ຊະນະ​ສຽງ
​ສ່ວນ​ຫຼາຍຢ່າງ​ຂາດ​ຮອຍກໍ​ຕາມ.

​ເຈົ້າໜ້າ​ທີ່​ປາ​ກີ​ສຖານ​ລາຍ​ງານວ່າ ​ມີ​ຜູ້​ໄປ​ປ່ອນບັດຫຼາຍສົມຄວນ​ເມື່ອ​ວັນ​ເສົາ​ວານ​ນີ້ ​ໃນ​ຂະນະ​ທີ່​ຊາວ​ປາ​ກີ​ສຖານ​ ພາກັນ​ເລືອກ​ເອົາຜູ້​ແທນ​ເຂົ້າ​ນັ່ງ​ 272 ບ່ອນນັ່ງ​ໃນ​ສະພາ​ແຫ່ງ​ຊາດ. ຄາດ​ວ່າ ພັກສັນນິບາດມຸສລິ​ມ ປາ​ກີ​ສຖານ​ຂອງ​ທ່ານ Sharif ​ໄດ້ຄະ​ແນນ​ນໍາ​ໜ້າ ​ໂດຍ​ມີ​ພັກ Tehrik-Insaf ຫຼື PTI ຂອງ​ອະດີດ​ນັກ​ກິລາ cricket ທ່ານ Imran Kahn ​ໄດ້ ຄະ​ແນນເປັນ​ທີ​ສອງ.

ສ່ວນ​ພັກ​ປະຊາຊົນ​ປາ​ກີ​ສຖານ ທີ່​ນໍາ​ໂດຍ​ຄອບຄົວ​ຂອງ​ ມື້​ລາງ​ອະດີດ​ນາຍົກ​ລັດຖະມົນຕີ Benazir Bhutto ມາ​ທີ​ສາມ.

​ຍ້ອນບໍ່ມີ​ພັກ​ໃດ​ໄດ້​ຮັບ​ສຽງ​ສ່ວນຫຼາຍພໍນັ້ນ ທ່ານ Sharif ກໍຈະ​ຕ້ອງ​ໄດ້ຈັດ​ຕັ້ງ​ລັດຖະບານ​ ປະສົມຂຶ້ນ.

ທ່ານ Sharif ປະກາດໄຊຊະນະ​ຂອງ​ພັກ​ຂອງ​ທ່ານໃນ​ຕອນ​ແລງ​ວັນ​ເສົາວານ​ນີ້ ທັງໆ​ທີ່​
ຍັງມີ​ການ​ນັບ​ບັດ​ກັນ​ຢູ່. ຖ້າ​ຫາກ​ຜົນ​ການ​ເລືອກ​ຕັ້ງຂອງ​ທາງ​ການ ຢືນຢັນ​ໄຊຊະນະ​ຂອງ​
ທ່ານໃນ​ຄັ້ງ​ນີ້ ​ທ່ານ Sharif ກໍ​ຈະ​ຫວນ​ຄືນ​ສູ່​ໜ້າ​ທີ່​ຂອງ​ທ່ານ​ທີ່​ໄດ້​ຄອງ​ມາ​ສອງ​ຄັ້ງ​ ​ໃນ​ຊຸມ​
ປີ 1990 ນັ້ນ.

ທ່ານ ຊາຣິຟ ​ໄດ້​ຂໍ​ຮ້ອງ​ໃຫ້​ພັກ​ປາ​ກີ​ສຖານ​ທັງ​ໝົດ ​ຈົ່ງເຂົ້າຮ່ວມ​ກັບ​ທ່ານເພື່ອ​ແກ້ໄຂບັນ ຫາຕ່າງໆ​ຂອງ​ປະ​ເທດ​ຊາດ ​ທີ່​ໂຮ​ມທັງ​ບັນຫາ​ເງິນ​ເຟີ້ ການວ່າງ​ງານ ການ​ຕັດໄຟຟ້າ ​ແລະການ​ກໍ່​ກະບົດ​ຂອງ​ກຸ່ມຫົວ​ຮຸນ​ແຮງ​ຕາ​ລິ​ບານ.

ທ່ານ Khan ຜູ້​ນໍາ​ພັກ PTI ຊະນະ​ທີ່​ນັ່ງ​ໃນ​ສະພາ ​ໃນ​ຂະນະ​ທີ່​ນາຍົກລັດຖະມົນຕີ​ Raja Pervez Ashraf ທີ່​ກໍາລັງ​ຈະ​ພົ້ນ​ຈາກ​ຕໍາ​ແໜ່​ງນັ້ນ ບໍ່​ຊະນະ​ການ​ເລືອກ​ຕັ້ງທີ່​ນັ່ງ​ໃນສະພາ.

​ເຈົ້າໜ້າ​ທີ່​ເລືອກ​ຕັ້ງ​ເວົ້າ​ວ່າ ມີ​ຄົນ​ໄປ​ປ່ອນ​ບັດຫຼາຍທີ່​ສຸດ. ສະຖານ​ປ່ອນ​ບັດບາງ​ແຫ່ງ​ຕ້ອງ​ໄດ້​ຕໍ່​ເວລາ​ເປີດ​ອອກ​ໄປນຶ່ງ​ຫາ​ສາມ​ຊົ່ວ​ໂມງ ​ເພື່ອ​ເປີດ​ໂອກາດ​ໃຫ້​ຜູ້​ຍັງລຽນ​ແຖວ​ລໍ​ຖ້າ​ປ່ອນ​ບັດ.

ໄດ້ເກີດເຫດການ​ກໍ່​ຄວາມ​ຮຸນ​ແຮງ​ທີ່​ພົວພັນ​ກັບການ​ເລືອກ​ຕັ້ງ ຢ່າງ​ກະຈັດ​ກະຈາຍ​ໃນແຫ່ງ​ຕ່າງໆ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ຢ່າງ​ໜ້ອຍ 17 ຄົນ. ຄື​ເຫດວາງ​ລະ​ເບີດ​ສອງ​ບັ້ນ ໃນ​ເມືອງ Karachi ​ໄດ້​ສັງຫານ​ຢ່າງ​ໜ້ອຍ 10 ຄົນ ຢູ່​ທີ່​ຫ້ອງການ​ໂຄສະນາ​ຫາ​ສຽງ ຂອງ​ພັກ Awami ​ແຫ່ງ​ຊາດ ຊຶ່ງ​ເປັນພັກ​ການ​ເມືອງ​ພັກ​ນຶ່ງ​ ທີ່ກຸ່ມ​ຕາ​ລິ​ບານ​ແນ​ເປົ້າໝາຍ​ໃສ່​.

(ເບິ່ງວີດີໂອ)

ການເລືອກຕັ້ງໃນປາກີສຖານ
please wait

No media source currently available

0:00 0:01:10 0:00
XS
SM
MD
LG