ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ໂວລໂວ ຫັນປ່ຽນການຜະລິດ ລົດໄຟຟ້າ ໄປຍັງ ແບລຈ້ຽມ ເພື່ອຫລີກເວັ້ນ ພາສີອາກອນຕໍ່ສິນຄ້າ ຈີນ


ແຟ້ມພາບ - ເຄື່ອງໝາຍຂອງບໍລິສັດ ໂວລໂວ ແມ່ນເຫັນໄດ້ໃນພາບນີ້ ຢູ່ທີ່ຕຶກສຳນັກງານຂອງບໍລິສັດຜະລິດລົດ ໃນນະຄອນຫຼວງ ບຣັສເຊີລສ໌ ຂອງແບລຈ້ຽມ, ວັນທີ 4 ມີນາ 2024.
ແຟ້ມພາບ - ເຄື່ອງໝາຍຂອງບໍລິສັດ ໂວລໂວ ແມ່ນເຫັນໄດ້ໃນພາບນີ້ ຢູ່ທີ່ຕຶກສຳນັກງານຂອງບໍລິສັດຜະລິດລົດ ໃນນະຄອນຫຼວງ ບຣັສເຊີລສ໌ ຂອງແບລຈ້ຽມ, ວັນທີ 4 ມີນາ 2024.

ບໍລິສັດ ຜະລິດລົດຍົນຍີ່ຫໍ້ ໂວລໂວ (Volvo) ໄດ້ເລີ້ມຫັນປ່ຽນການຜະລິດລົດ ໄຟຟ້າທີ່ຜະລິດໂດຍຈີນ ໄປຍັງປະເທດແບລຈຽມ ໃນການຄາດຄະເນວ່າ ສະຫະພາບຢູໂຣບ ຫຼື EU ຈະເດີນໜ້າດ້ວຍການປາບປາມຕໍ່ການນຳເຂົ້າຂອງ ປັກກິ່ງ ທີ່ໄດ້ຮັບເງິນ​ອຸດ​ໜູນຈາກລັດຖະບານ ອີງຕາມລາຍງານຂອງໜັງສືຟິມ The Times.

ໂວລໂວ, ຊຶ່ງບໍລິສັດ Geely ຂອງຈີນເປັນເຈົ້າຂອງຫຸ້ນສ່ວນໃຫຍ່ ໄດ້ພິຈາລະນາໂຈະການຂາຍລົດໄຟຟ້າ (EV) ທີ່ສ້າງໂດຍຈີນ ເພື່ອສົ່ງໄປຂາຍໃນທະວີບ ຢູໂຣບ ຖ້າຫາກການເກັບພາສີ ໄດ້ຖືກນຳສະເໜີ, ດັ່ງທີ່ໜັງສືພິມກ່າວ ໂດຍອ້າງເຖິງພວກຢູ່ພາຍໃນບໍລິສັດດັ່ງກ່າວນັ້ນ.

ເຖິງຢ່າງໃດກໍຕາມ ບົດລາຍງານກ່າວຕື່ມວ່າ ການຫັນປ່ຽນໃນການຜະລິດລົດ ລຸ້ນ EX30 ແລະ EX90 ຂອງບໍລິສັດ ໂວລໂວ ຈາກຈີນ ໄປຢູ່ປະເທດ ແບລຈ້ຽມ ນັ້ນແມ່ນໄດ້ຖືກຄາດການໄວ້ແລ້ວ ເພື່ອລົບລ້າງໃນຄວາມຈຳເປັນ ສຳລັບບໍລິສັດທີ່ຈະຕ້ອງເຮັດເຊັ່ນນັ້ນ ແລະ ບໍລິສັດ ກໍຢືນຢັນວ່າ ການໂຈະ ຂາຍລົດໄຟຟ້າທີ່ຜະລິດໃນຈີນນັ້ນ ບໍ່ໄດ້ຖືກພິຈາລະນາອີກຕໍ່ໄປແລ້ວ.

ໜັງສືພິມ The Times ໄດ້ກ່າວວ່າ ການຜະລິດລົດຂອງໂວລໂວ ບາງລຸ້ນ ທີ່ຈະສົ່ງໄປຍັງ ສະຫະຣາຊະອານາຈັກອັງກິດ ຍັງອາດຈະຖືກຍ້າຍໄປຍັງ ແບລຈ້ຽມ ນຳດ້ວຍ.

ບໍລິສັດໂວລໂວ ບໍ່ໄດ້ໃຫ້ຄຳຕອບໃນທັນທີ ຕໍ່ການຂໍຮ້ອງໃຫ້ມີຄວາມເຫັນ ນອກເວລາເຮັດວຽກຕາມປົກກະຕິ.

ຄະນະກຳມາທິການຂອງຢູໂຣບ ຊຶ່ງກຳກັບນຳນະໂຍບາຍການຄ້າ ໃນ ສະຫະພາບຢູໂຣບ ທີ່ມີສະມາຊິກ 27 ປະເທດນັ້ນ ໄດ້ເລີ້ມການສືບ ສວນ ສອບສວນເມື່ອປີກາຍນີ້ ກ່ຽວກັບວ່າ ການຜະລິດລົດໄຟຟ້າຢ່າງຄົບຖ້ວນ ໃນຈີນ ໄດ້ຮັບການອຸດໜູນທີ່ບິດເບືອນຈາກລັດຖະບານ ຫຼືບໍ່ ແລະສົມຄວນເພີ້ມການເກັບພາສີຕື່ມອີກ.

Volvo cars has started to shift production of Chinese-made electric vehicles to Belgium in the expectation that the European Union will drive ahead with a crackdown on Beijing-subsidized imports, according to a report in The Times.

Volvo, which is majority-owned by China's Geely, was considering halting sales of Chinese-built EVs bound for Europe if tariffs were introduced, the newspaper said, citing company insiders.

However, the report added that shifting production of Volvo's EX30 and EX90 models from China to Belgium is expected to negate the need for the company to do so and that the company insisted suspending sales of EVs made in China was no longer being considered.

The manufacturing of certain Volvo models bound for the United Kingdom could also be moved to Belgium, The Times said.

Volvo did not immediately respond to a Reuters request for comment outside of regular business hours.

The European Commission, which oversees trade policy in the 27-nation European Union, launched an investigation last year into whether fully-electric cars manufactured in China were receiving distortive subsidies and warranted extra tariffs.

XS
SM
MD
LG