ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ອາສາສະໝັກ ແລະ ອະດີດ ທະຫານ ຜ່ານເສິກ ລະນຶກເຖິງ ວັນຄົບຮອບ 11 ກັນຍາ


Ahead of 9/11 Anniversary, Washington Community Beautifies Veteran Housing
please wait

No media source currently available

0:00 0:02:02 0:00

ກ່ອນເຖິງວັນຄົບຮອບ 11 ກັນຍາ, ຊຸມຊົນໃນນະຄອນຫຼວງ ວໍຊິງຕັນ ຕົກແຕ່ງທີ່ຢູ່ຂອງທະຫານຜ່ານເສິກ.

ສຳລັບທ່ານ Ely Ross ແລ້ວ, ການຕອບແທນ ທະຫານຜ່ານເສິກໃນນະຄອນຫຼວງຂອງປະເທດນັ້ນ ແມ່ນເລື່ອງສ່ວນຕົວ ຂອງລາວ.

ທ່ານ Ross ຜູ້ທີ່ໄດ້ສະໝັກເປັນທະຫານນາວິກະໂຍທິນໃນປີ 1998ນັ້ນ, ໄດ້ສຳເລັດ
ການເດີນທາງໃນປະເທດ ອີຣັກ ແລະ ເອເຊຍຕາເວັນອອກສຽງໃຕ້ ກ່ອນອອກຈາກການ
ເປັນທະຫານໃນປີ 2008 ແລະ ເຂົ້າຮຽນໃນໂຮງຮຽນກົດໝາຍ.

ຕອນນີ້ ທ່ານ Ross ທີ່ເປັນຜູ້ອຳນວຍການ ຫ້ອງການທະຫານຜ່ານເສິກໃນນະຄອນ
ຫຼວງວໍຊິງຕັນ ແລະ ອາສາສະໝັກຄົນອື່ນໆແມ່ນກຳລັງຮ່ວມມືກັນ ຈັດພິທີ ວັນທີ 11
ກັນຍາ ແຫ່ງຊາດ ແລະ ການລະນຶກເຖິງ ດ້ວຍການຊ່ວຍເຫຼືອຕົກແຕ່ງຄືນໃໝ່ ສູນບໍລິ
ການທະຫານຜ່ານເສິກເອເຊຍຕາເວັນອອກສຽງໃຕ້, ສະຖານພາຍາບານໃນທ້ອງຖິ່ນ
ແລະ ສະຖານທີ່ອາຄານສົງເຄາະຕ່າງໆ.

ລາວກ່າວວ່າ “ວັນທີ 11 ກັນຍາ ແມ່ນວັນທີ່ພວກເຮົາທຸກຄົນຈື່ໄດ້ວ່າພວກເຮົາຢູ່ບ່ອນ
ໃດ, ແລະ ສຳລັບພວກເຮົາຫຼາຍຄົນ, ມັນແມ່ນເຫດຜົນທີ່ຈະກ້າວໄປຂ້າງໜ້າ ແລະ
ຢາກຈະປົກປ້ອງປະເທດຂອງພວກເຮົາ ແລະ ໃຫ້ການບໍລິການຕໍ່ຊຸມຊົນຂອງພວກເຮົາ.
ມັນແມ່ນໂອກາດ ສຳລັບພວກເຮົາທຸກຄົນທີ່ຈະຢຸດພັກຊົ່ວຄາວ, ແມ່ນກະທັ້ງທີ່ເຈົ້າ ຍັງ
ບໍ່ໄດ້ໃສ່ຊຸດເຄື່ອງແບບເທື່ອກໍຕາມ, ແລະ ກ່າວວ່າ ຂ້າພະເຈົ້າຢາກຊ່ວຍເຫຼືອຊຸມຊົນ
ຂອງຂ້າພະເຈົ້າ.”

ໃນວັນເສົາວານນີ້ ເຊິ່ງມີແສງແດດແຈ້ງໃນນະຄອນຫຼວງ ວໍຊິງຕັນ ນັ້ນ, ອາສາສະໝັກ
ຫຼາຍສິບຄົນ ໄດ້ພາກັນດຶງເອົາຫຍ້າອອກ ແລະ ເອົາຝຸ່ນກາບໄມ້ໄປໂຮຍໃສ່ພື້ນດິນ
ອ້ອມທາງເຂົ້າດ້ານໜ້າຂອງຕຶກ.

ຄົນອື່ນໆຄື ນາງ Ariel Greenaway ອາຍຸ 23 ປີ ກໍໄດ້ທາສີຢູ່ປະຕູ ແລະ ຫ້ອງພາຍ
ໃນອາຄານຢ່າງພິຖີພິຖັນ.

ນາງ Greenaway ອະດີດອາສາສະໝັກທີ່ໂຄງການ AmeriCorp ກ່າວວ່າ “ສຳລັບ
ຂ້າພະເຈົ້າແລ້ວ, ມັນແມ່ນສິ່ງທີ່ຂ້າພະເຈົ້າມັກຈະເຂົ້າໄປມີສ່ວນຮ່ວມ ໃນການຮັບໃຊ້.”

“ເລື່ອງກໍແມ່ນວ່າ ພວກເຮົາໄດ້ເຮັດສິ່ງ ນັ້ນສຳລັບທະຫານຜ່ານເສິກ ຜູ້ທີ່ໄດ້ເສຍສະ
ຫຼະຢ່າງຫຼວງຫຼາຍແລ້ວ, ເສຍສະຫຼະຊີວິດຂອງພວກເພິ່ນ, ເວລາ ແລະ ຄວາມສາມາດ
ຕ່າງໆ, ພຽງແຕ່ເຮັດໃຫ້ພວກເຮົາມີຄວາມປອດໄພເທົ່ານັ້ນ. ຂ້າພະເຈົ້າຢາກສືບຕໍ່ ມີ
ສ່ວນຮ່ວມໃນການຮັບໃຊ້ໄປເລື້ອຍໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG