ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Volkswagen ບັນລຸ ຂໍ້ຕົກລົງ 1 ຕື້ໂດລາ ໃນການສໍ້ໂກງ ການກວດ ຄວັນອາຍເສຍ


ລົດລຸ້ນ Passat ປີ 2013 ຂອງ Volkswagen ທີ່ໃຊ້ຈັກນ້ຳມັນກາຊວນ ແມ່ນກຳລັງ ໄດ້ຮັບການປະເມີນຜົນ ຢູ່ທີ່ຫ້ອງທົດລອງ ກວດສອບ ຄວັນອາຍເສຍ ຂອງ ຄະນະຊັບພະຍາກອນ ອາກາດ ລັດ California ໃນເມືອງ El Monte.
ລົດລຸ້ນ Passat ປີ 2013 ຂອງ Volkswagen ທີ່ໃຊ້ຈັກນ້ຳມັນກາຊວນ ແມ່ນກຳລັງ ໄດ້ຮັບການປະເມີນຜົນ ຢູ່ທີ່ຫ້ອງທົດລອງ ກວດສອບ ຄວັນອາຍເສຍ ຂອງ ຄະນະຊັບພະຍາກອນ ອາກາດ ລັດ California ໃນເມືອງ El Monte.

ບໍລິສັດ Volkswagen ໄດ້ບັນລຸຂໍ້ຕົກລົງກັບສະຫະລັດ ແລະ ລັດ California ໃນວັນ ອັງຄານວານນີ້ ກ່ຽວກັບຂໍ້ກ່າວຫາທີ່ວ່າ ຕົນໄດ້ສໍ້ໂກງການກວດສອບ ຄວັນອາຍເສຍ ຂອງລົດບາງສ່ວນ ທີ່ໃຊ້ນ້ຳມັນກາຊວນ ອັນເປັນຂໍ້ຕົກລົງ ທີ່ຄາດກັນວ່າ ບໍລິສັດ ຜະລິດລົດດັ່ງກ່າວ ຈະ​ຕ້ອງ​ໃຊ້​ຈ່າຍ​ເງິ​ນ ຫຼາຍກວ່າ 1 ຕື້ໂດລາ.

ພາຍໃຕ້ ສ່ວນໜຶ່ງຂອງຂໍ້ຕົກລົງ ກັບກະຊວງຍຸຕິທຳ ອົງການປົກປ້ອງສິ່ງແວດລ້ອມ
ຫຼື EPA ແລະ ລັດ California ນັ້ນ ບໍລິສັດ Volkswagen ຕ້ອງຊື້ຄືນ ຫຼື ສ້ອມແປງ ລົດທັງໝົດ 83,000 ຄັນ ລຸ້ນປີ 2009 ຫາ 2016 ລວມທັງລົດຍີ່ຫໍ້ Porsche ແລະ Audis ທີ່ໄດ້ຜະລິດໃນໂຮງງານ ຂອງ ບໍລິສັດ Volkswagen.

ບໍລິສັດ Volkswagen ຍັງຈະຕ້ອງປະເຊີນກັບຂໍ້ກ່າວຫາທາງອາຍາ ແລະ ການຟ້ອງ ຮ້ອງຕ່າງໆ ຈາກເຈົ້າຂອງລົດເປັນສ່ວນບຸກຄົນ.

ເຈົ້າໜ້າທີ່ ຂອງອົງການ EPA ທ່ານນາງ Cynthia Giles ໄດ້ກ່າວໃນວັນອັງຄານ ວານນີ້ວ່າ “ອົງການ EPA ຈະບັງຄັບໃຫ້ບໍລິສັດ Volkswagen ຮັບຜິດຊອບ ໃນດ້ານສຸຂະພາບ ຂອງປະຊາຊົນ ແລະ ປົວແປງມົນລະພິດ ທີ່ປ່ອຍອອກສູ່
ອາກາດ ຈາກລົດຂອງເຂົາເຈົ້າ ທີ່ຜິດກົດໝາຍ.”

ໃນການຖະແຫລງຕາງໜ້າໃຫ້ແກ່ລັດ California ຫົວໜ້າອົງການຄຸ້ມ​ຄອງອາ ກາດ​ໃຫ້ສະອາດຂອງລັດ ທ່ານ Richard Corey ໄດ້ກ່າວວ່າ ຂໍ້ຕົກລົງນີ້​ແມ່ນ “ເນັ້ນໃຫ້
ເຫັນຄວາມເປັນຈິງ ທີ່ວ່າ ການສໍ້ໂກງເພື່ອທີ່ຈະໃຫ້ລົດໄດ້ຮັບອະນຸຍາດ ນັ້ນ ໄດ້ສົ່ງ ຜົນກະທົບຕ່າງໆ ຕໍ່ຄຸນນະພາບຂອງອາກາດ ແລະ ສຸຂະພາບ ຂອງປະຊາຊົນ
ແລະວ່າ ການສໍ້ໂກງທັງຫຼາຍ ແມ່ນຈະຖືກຈັບໄດ້ ແລະ ຈະຕ້ອງນຳມາ​
ເປັນ​ຜູ້ຮັບຜິດຊອບ.

ລັດ California ໄດ້ຟ້ອງ ບໍລິສັດ Volkswagen ໂດຍກ່າວຫາວ່າ ບໍລິສັດດັ່ງກ່າວ ໄດ້ລະເມີດກົດໝາຍວ່າດ້ວຍ ອາກາດທີ່ສະອາດ ຫຼື Clean Air Actຂອງຕົນ.

ບໍລິສັດ Volkswagen ໄດ້ຕິດຕັ້ງອຸປະກອນຕ່າງໆ ທີ່ເປັນໂປແກຣມ software ໃສ່ລົດທີ່ມີຈັກຂະໜາດ 3.0 ລິດ ທີ່ໃຊ້ນ້ຳມັນກາຊວນ ຂອງຕົນ. ໃນເວລາ ໂປແກຣມ ດັ່ງກ່າວ ໄດ້ກວດພົບ ລົດກຳລັງຖືກກວດສອບຄວັນອາຍເສຍ ຢູ່ນັ້ນ ແລະ ອຸປະກ່ອນ ຕ່າງໆ ທີ່ຄວບຄຸບລະບົບກ່ຽວກັບມົນລະພິດ ກໍຈະຖືກເປີດຂຶ້ນ. ອຸປະກ່ອນເຫຼົ່ານັ້ນ ຖືກປິດໄວ້ ໃນເວລາ ລົດກຳລັງແລ່ນຢູ່ຕາມທ້ອງຖະໜົນ.

ສານລັດຖະບານກາງ ໃນເດືອນຕຸລາຜ່ານມາ ໄດ້ສັ່ງໃຫ້ບໍລິສັດ Volkswagen ຈ່າຍ ເງິນຊົດເຊີຍ ໃຫ້ແກ່ ເຈົ້າຂອງລົດທີ່ມີຈັກຂະໜາດ 2.0 ລິດ ຊຶ່ງລົດເຫຼົ່ານີ້ ກໍມີໂປແກຣມ ທີ່ຜິດກົດໝາຍນຳດ້ວຍ.

ບໍລິສັດ Volkswagen ໄດ້ຍອມຮັບວ່າ​ມີການສໍ້ໂກງ ກ່ຽວກັບ ການກວດສອບຄວັນ ອາຍເສຍ ໃນການພະຍາຍາມເພື່ອເຮັດໃຫ້ພວກລູກຄ້າ ໄດ້ຮັບລົດ​ທີ່​ມີ​ຈັກ ສາມາດ
​ເຮັດ​ວຽກ​ໄດ້ດີຂຶ້ນ ແລະ ມີປະສິດທິພາບຫລາຍ​ຂຶ້ນ ​ໃນ​ການ​ໃຊ້​ເຊື້​ອ​ໄຟ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Volkswagen Settlement
please wait
Embed

No media source currently available

0:00 0:01:08 0:00

XS
SM
MD
LG