ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ພົບເຫັນ 30 ສົບ ຫຼັງຈາກພູໄຟ ລະເບີດຂຶ້ນ ຢູ່ຍີ່ປຸ່ນ


ຄວັນໄຟກຳລັງພຸ່ງຂຶ້ນສູ່ທ້ອງຟ້າ ຈາກພູໄຟ Mount Ontake ຫຼັງຈາກທີ່ໄດ້ລະເບີດຂຶ້ນ ພູໄຟດັ່ງກ່າວຕັ້ງຢູ່ລະຫວ່າງ ແຂວງ Nagano ກັບແຂວງ Gifu ຢູ່ພາກກາງ ຂອງຍີ່ປຸ່ນ, ວັນທີ 27 ກັນຍາ 2014.
ຄວັນໄຟກຳລັງພຸ່ງຂຶ້ນສູ່ທ້ອງຟ້າ ຈາກພູໄຟ Mount Ontake ຫຼັງຈາກທີ່ໄດ້ລະເບີດຂຶ້ນ ພູໄຟດັ່ງກ່າວຕັ້ງຢູ່ລະຫວ່າງ ແຂວງ Nagano ກັບແຂວງ Gifu ຢູ່ພາກກາງ ຂອງຍີ່ປຸ່ນ, ວັນທີ 27 ກັນຍາ 2014.

ເຈົ້າໜ້າ​ທີ່​ຕຳຫລວດ ຢູ່​ພາກ​ກາງຂອງ​ຍີ່ປຸ່ນ ກ່າວ​ວ່າ ​ເຂົາ​ເຈົ້າ
​ໄດ້​ພົບ​ເຫັນສົບ​ ຫຼາຍກວ່າ 30 ສົບ ​ໃກ້ໆ​ກັບ​ຈອມພູໄຟ Ontake
ທີ່ໄດ້​ລະ​ເບີດ​ຂຶ້ນ​ ໃນ​ວັນ​ເສົາ​ວານ​ນີ້.

ລາຍ​ງານ​ຂອງ​ຕຳຫລວດ ທີ່​ນຳ​ອອກ​ເຜີຍ​ແຜ່ໃນ​ວັນ​ອາທິດ​ມື້​ນີ້
ເວົ້າ​ວ່າ ນັກປີນ​ພູຫຼາຍກວ່າ 30 ຄົນ ຖືກພົບ​ເຫັນໃນ​ສະພາບ
“ຫົວ​ໃຈ​ວາຍ” ຊຶ່ງ​ເປັນ​ຄຳ​ເວົ້າ​ທີ່ ທາງ​ການ​ຍີ່ປຸ່ນ ໃຊ້ຕາ​ມປົກ
ກະຕິເພື່ອ​ບັນ​ລະ​ຍາຍ​ສົບຄົນ​ຕາຍ ທີ່​ນາຍໝໍຍັງ​ບໍ່​ໄດ້​ທຳ​ການ​
ສັນ​ນະ​ສູດ​ເທື່ອ.

ຕຳຫລວດ​ແລະທະຫານຍີ່ປຸ່ນ ຫຼາຍຮ້ອຍ​ຄົນ​ ໄດ້​ຂຶ້ນ​ໄປຍັງພູ​
ໄຟ Ontake ຕອນ​ເຊົ້າ​ວັນອາທິດ​ມື້​ນີ້ ​ເພື່ອ​ຊອກ​ຫາ​ຜູ້​ທີ່ອາດ​ລອດ​ຊີວິດ ​ແລະຜູ້​ທີ່​ໄດ້​ຮັບ
ເຄາະຈາກການ​ລະ​ເບີດ​ນີ້.


​ເຈົ້າໜ້າ​ທີ່​ກ່າວ​ວ່າ ນັກ​ປີນພູ ​ອີກ​ຈຳນວນ​ນຶ່ງ ​ໄດ້​ຮັບ​ບາດ​ເຈັບ ​ສາຫັດ.

ຫຼາຍຮ້ອຍ​ຄົນໄດ້ຕົກ​ຄ້າງ​ ຢູ່​ເທິງ​ຈອມ​ພູ​ ຫຼັງຈາກ​ມັນລະ​ເບີດ​ຂຶ້ນ​ໃນຕອນ​ບ່າຍວັນ​ເສົາ​ວານ​ນີ້ ຕາມເວລາ​ທ້ອງ​ຖິ່ນ ໂດຍ​ບໍ່​ມີສັນຍາ​ນ​ເຕືອນ​ໃດໆ​ເລີຍ. ສ່ວນ​ໃຫຍ່ ​ໄດ້ພະຍາຍາມກັບລົງ​ມາ ໃນ​ຕອນ​ແລງ​ວັນ​ເສົາ.

​ເຈົ້າໜ້າ​ທີ່​ກ່າວວ່າ ມີ​ຄົນ​ນຶ່ງ​ໄດ້​ຮັບ​ການ​ຊ່ວຍ​ຊີວິດ ອອກມາຈາກໃຕ້​ຂີ້​ເຖົ່າ​ຈາກພູ​ໄຟ ທີ່ທັບ
ຖົມ​ລາວຢູ່​ນັ້ນ.

JAPAN VOLCANO CNPK
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG