ການເຂົ້າຫາເວັບໄຊ ວີໂອເອພາສາເທີກີ ໄດ້ຖືກປິດກັ້ນ ຢູ່ປະເທດເທີກີໃນວັນອັງຄານວານນີ້ ຫຼັງຈາກສານໄດ້ສັ່ງຫ້າມບໍ່ໃຫ້ເຂົ້າເບິ່ງ ຍ້ອນອົງການຂ່າວລະຫວ່າງປະເທດດັ່ງກ່າວ ບໍ່ໄດ້ຍື່ນຄຳຮ້ອງ ຂໍໃບອະນຸຍາດອອກອາກາດຈາກອົງການຄຸ້ມຄອງກົດລະບຽບຂອງເທີກີ.
ໃນຄຳເຕືອນທີ່ນຳອອກເຜີຍແຜ່ໂດຍເວັບໄຊຂອງຕົນ ເມື່ອວັນທີ 21 ສິງຫາທີ່ຜ່ານມານີ້ ວິທະຍຸແລະໂທລະພາບຂອງສະພາສູງສຸດ (RTUK) ໄດ້ໃຫ້ເວລາແກ່ວີໂອເອ ພາສາເທີກີ 72 ຊົ່ວໂມງເພື່ອຂໍໃບອະນຸຍາດອອກອາກາດ ຫຼືບໍ່ດັ່ງນັ້ນແລ້ວ ກໍສ່ຽງຕໍ່ການສັ່ງຂອງສານ ບໍ່ໃຫ້ຜູ້ຄົນເຂົ້າໄປອ່ານຂ່າວສານຂອງວີໂອເອພະແນກພາສາເທີກີ.
ອົງການຄຸ້ມຄອງສື່ມວນຊົນ ໄດ້ອ້າງກົດໝາຍປີ 2019 ທີ່ອະນຸຍາດໃຫ້ອົງການ RTUK ບັງຄັບໃຫ້ “ບໍລິສັດບໍລິການສື່ມວນຊົນ” ມີໃບອະນຸຍາດ ສຳລັບວິທະຍຸ ໂທລະພາບແລະການບໍລິການຕາມສັ່ງເພື່ອຈະສືບຕໍ່ການມີໜ້າທາງອອນລາຍນ໌ ຂອງຕົນ. ບັນດາຫົວໜ້າບໍລິຫານ ບໍລິສັດອອກອາກາດ ທີ່ອອກລາຍການໂດຍ ບໍ່ມີໃບອະນຸຍາດອາດປະເຊີນກັບຂໍ້ຫາ ທີ່ໄດ້ຮັບໂທດຈຳຄຸກດົນເຖິງ 2 ປີ.
ພະແນກປະຊາສຳພັນຂອງວີໂອເອ ທີ່ນະຄອນຫຼວງວໍຊິງຕັນ ກ່າວວ່າ ວີໂອເອ ບໍ່ມີແຜນການ ທີ່ຈະໄປຂໍໃບອະນຸຍາດ ຈາກອົງການຄຸ້ມຄອງກົດລະບຽບ ຂອງເທີກີ.
“ເມື່ອເວົ້າເຖິງຖານະຂອງວີໂອເອ ໃນນາມເປັນອົງການບໍລິການສັງຄົມອອກອາກາດລະຫວ່າງປະເທດ ໂດຍທາງກົດໝາຍແລ້ວ ແມ່ນຖືກບັງຄັບ ໃຫ້ສະໜອງ
ການອອກຂ່າວ ‘ທີ່ຖືກຕ້ອງ ບໍ່ເຂົ້າຂ້າງອອກຂາ ແລະກວມລວມຮອບດ້ານ’ ຕໍ່ບັນດາຜູ້ຟັງຢູ່ໃນທົ່ວໂລກ ວີໂອເອຈຶ່ງບໍ່ສາມາດປະຕິບັດຕາມຄຳສັ່ງໃດໆກໍຕາມທີ່ຊຸກຍູ້ໃຫ້ມີການກວດກາຂ່າວ” ໂຄສົກ ຂອງວີໂອເອ ທ່ານນາງບຣິດເຈັດ ເຊີ-ແຈັກ (Bridget Serchak) ກ່າວຢູ່ໃນອີແມລ.
ວີໂອເອບໍ່ໄດ້ຮັບຄຳຕອບໃດໆ ຕໍ່ອີແມລທີ່ຂໍຄວາມເຫັນ ຈາກອົງການ RTUK ຫຼັງຈາກໄດ້ມີຄຳສັ່ງໃນອາທິດແລ້ວແລະຂໍ້ຄວາມທີ່ສົ່ງໄປໃນຕອນແລງຂອງວັນອັງຄານວານນີ້.