ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວີໂອເອ ຈະເພີ້ມ ການກະຈາຍສຽງ ໄປຍັງເຂດເອເຊຍ ແລະອາຟຣິກາ


ວິທະຍຸ ວີໂອເອ ຈະຕັດ ຫລາຍພາສາ ອອກຈາກລາຍການ ປະຈຳວັນ ທີ່ອອກອາກາດ ໄປຍັງເຂດ Balkan.
ວິທະຍຸ ວີໂອເອ ຈະຕັດ ຫລາຍພາສາ ອອກຈາກລາຍການ ປະຈຳວັນ ທີ່ອອກອາກາດ ໄປຍັງເຂດ Balkan.
ສະພາ​ຜູ້​ວ່າກ​ານ ພ​ະ​ແນ​ກກະຈາຍສຽງ ຫລື BBG ຂອງ
ສະຫະລັດ ຊຶ່ງ​ເປັນ​ອົງ​ກອນ ລັດຖະບານ ທີ່ກຳກັບ​ເບິ່ງ​ນຳ
ສະຖານີ​ວິທະຍຸ VOA ນັ້ນ ​ໄດ້​ເຜີ​ຍ​ແຜ່​ລາຍ​ລະ​ອຽດຂອງ​
ຄຳ​ຮ້ອງ​ຂໍ ງົບປະມານສຳ​ຫລັບປີ 2015 ທີ່​ຈະຕັດຫລາຍໆ
ພະ​ແນ​ກລົງ ທີ່​ກະຈາຍສຽງ​ໄປ​ຍັງເຂດ​ Balkan ​ແຕ່ຈະ
ເພີ້​ມການ​ໃຊ້ຈ່າຍ​ທີ່ແນ່​ໃສ່​ເຂດ ​ເອ​ເຊຍ ​ແລະ​ອາ​ຟຣິກາ.

ສະພາ BBG ​ໄດ້​ຮ້ອງ​ຂໍ ​ໄປ​ຍັງລັດຖະສະພາ ງົບປະມານ​
ໃນ​ຈຳນວນ 721 ລ້ານ​ໂດ​ລ່າ ຄືຕັດ​ລົງ​ 10 ລ້ານ ຈາກ
731 ລ້ານ​ໂດ​ລ່າ ຂອງ​ສົກ​ປີ​ປັດຈຸບັນ. ບັນດາ​ເຈົ້າ​ໜ້າ​ທີ່
BBG ກ່າວວ່າ ​ເປົ້າໝ​າຍຂອງ​ເຂົາ​ເຈົ້າ​ກໍ​ແມ່ນ​ເຂົ້າ​ໄປ​ໃຫ້​
ເຖິງ ຜູ້​ຟັງ​ລຸ້ນ​ໃໝ່ ​ໂດຍ​ຜ່ານ​ທາງ​ສື່ຕ່າງໆ ທີ່​ຜູ້​ຟັງ​ແລະ​ຜູ້​ຊົມ​ຢູ່ໃນທົ່ວ​ໂລກ ພາກັນໃຊ້
ຫລາຍ​ຂຶ້ນ​ນັບ​ມື້​.

ງົບປະມານ​ທີ່​ຮ້ອງຂໍ​ໄປ​ນີ້ ​ແມ່ນຮວມ​ທັງ ​ໂຄງການ​ລິ​ເລີ້ມ​ໃໝ່ໆທາງວີ​ດີ​ໂອ​ແລະ​ ດີ​ຈີ​
ຕອລ ທີ່​ແນ​ໃສ່​ພວກ​ຊາວໜຸ່ມ ຢູ່​ໃນ ກຳປູ​ເຈຍ ຫວຽດນາມ ​ແລະ​ມຽນມາ.

​ໃນ​ປະ​ເທດ​ຈີນນັ້ນ ສະພາ BBG ມີແຜນ​ທີ່​ຈະ​ເພີ້​ມການນຳ​ໃຊ້ ສື່ສັງຄົມ ​ແລະ​ໂຄງການ
ອື່ນໆ ​ເພື່ອ​ຕໍ່ສູ້ກັບ​ການ​ກວດກາທາງ​ອິນ​ເຕິ​ແນັດ.

ນອກ​ນັ້ນ BBG ຍັງ​ມີ​ແຜນ​ຈະຈັດ​ຕັ້ງ ​ໂທລະພາບ​ຜ່ານດາວ​ທຽ​ມ ຊ່ອງ​ໃໝ່​ແລະ​ຂະ
ຫຍາຍການ​ກະຈາຍສຽງ​ທາງວິທະ​ຍຸ​ຄື້ນ FM ​ໄປ​ຍັງ​ຂົງ​ເຂດ Sahel ຢູ່ພາກ ກາງຕອນ
ເໜືອ-ຂອງອາ​ຟຣິການັ້ນ ​ແລະ​ຈະ​ຈັດ​ຕັ້ງ​ພະ​ແນ​ກພາສາ​ໃໝ່ ຄື Lingala ຂຶ້ນເພື່ອ​ກະ
ຈາຍສຽງ​ໄປ​ຍັງ ສາທາລະນະ​ລັດ ປະຊາທິປະ​ໄຕ ຄອງ​ໂກ.

ຈະ​ມີ​ການ​ເສີມ​ຂະຫຍາຍລາຍການ​ຮຽນ ພາສາ​ອັງກິດ ຂອງວີ​ໂອ​ເອ ​ອອກ​ເຊັ່ນ​ກັນ.
ແຕ່ວ່າ ງົບປະມານ​ປີ 2015 ນັ້ນ ຈະ​ໄດ້​ລົບ​ລ້າງ​ພະ​ແນ​ກພາສາ​ Albania, Bosnia-Herzegovina, Macedonia ​ແລະ Serbia. ພະ​ແນ​ກ ພາສາ Azerbaijan. Georgia, Persia ​ແລະ Uzbek ກໍຈະ​ຖືກ​ຕັດ​ລົງ ​ແລະການ​ກະຈາຍສຽງ​ໄປຍັງ ຄິວ​ບາ ກໍ​ຖືກ​ຕັດ​ລົງ​ຫລາຍ​ສົມຄວນ​ເຊັ່ນ​ກັນ.

ຂໍ້ສະ​ເໜີ​ສຳຫລັບງົບປະມານ​ປີໜ້າ​ນີ້ ຍັງ​ຈະ​ອັດ ຫ້ອງການຂອງ VOA ທີ່​ກຸງ Jerusalem ​ແລະ ​ເມືອງ Houston ລົງ​ເຊັ່ນ​ກັນ.
XS
SM
MD
LG