ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ເກຣັດຕາ ແວນ ຊັດເຕີເຣນ ຜູ້ປະສານງານ ກັບ ວີໂອເອ ໃຫ້ປາກຄຳ ຕໍ່ຄະນະກຳມະການ ສະພາຕ່ຳ ສຫລ


ທ່ານນາງ ເກຣັດຕາ ແວນ ຊັດເຕີເຣນ ຜູ້ປະສານງານກັບວີໂອເອ
ທ່ານນາງ ເກຣັດຕາ ແວນ ຊັດເຕີເຣນ ຜູ້ປະສານງານກັບວີໂອເອ

ທ່ານນາງ ເກຣັດຕາ ແວນ ຊັດເຕີເຣນ ຜູ້ປະສານງານກັບວີໂອເອ ໄດ້ໃຫ້ການຕໍ່ໜ້າ
ຄະນະກຳມະການຮັບຜິດຊອບດ້ານການຕ່າງປະເທດ ຂອງສະພາຕ່ຳ ສະຫະລັດ ໃນ
ວັນພຸດວານນີ້ ໃນເລື້ອງປະສົບການຂອງທ່ານນາງ ໃນການລາຍງານຂ່າວ ກ່ຽວກັບ
ວິກິດການຊາວໂຣຮິງຢາ ໃນມຽນມາ.

ທ່ານນາງ ແວນ ຊັດເຕີເຣນ ໄດ້ກ່າວກ່ຽວກັບ ພວກອົບພະຍົບ ຊາວໂຣຮິງຢາ ຜູ້ທີ່ໄດ້
ໄປຂໍລີ້ໄພ ຢູ່ໃນບັງກລາແດັສ ປະເທດເພື່ອນບ້ານ ເພື່ອຫລົບໜີຈາກຄວາມຮຸນແຮງ
ໃນມຽນມາ ວ່າ “ພວກຄົນເຫຼົານີ້ ແມ່ນໄດ້ຖືກຫລົງລືມໄປ ພວກເຂົາເຈົ້າບໍ່ມີປະເທດ ພວກເຂົາເຈົ້າບໍ່ມີເຮືອນຊານ ພວກເຂົາເຈົ້າບໍ່ມີຊື່.” ທ່ານນາງກ່າວອີກວ່າ “ຢູ່ໃນ
ມຽນມາ ລັດຖະບານ ບໍ່ໃຫ້ໃຊ້ຄຳວ່າ ‘ໂຣຮິງຢາ’. ໂຣຮິງຢາ ບໍ່ແມ່ນປະຊາຊົນ
ຂອງພວກເຂົາເຈົ້າ. ພວກເຂົາເຈົ້າ ໄດ້ຖືກດູໝິ່ນຈິດໃຈຄວາມເປັນມະນຸດ.”

ພວກຫົວຮຸນແຮງໂຣຮິງຢາ ໂຈມຕີ ເຈົ້າໜ້າທີ່ຕຳຫຼວດຂອງມຽນມາ ໃນເດືອນສິງຫາ
ເມື່ອປີກາຍນີ້ ຊຶ່ງໄດ້ກໍ່ໃຫ້ເກີດ ການຕອບໂຕ້ຄືນ ໂດຍກຳລັງຮັກສາຄວາມສະຫງົບ ຂອງ
ລັດຖະບານ ຈຶ່ງກໍ່ໃຫ້ເກີດມີການລັ່ງໄຫລຂະໜາດໃຫຍ່ຂອງອົບພະຍົບ ຊາວໂຣຮິງຢາ
ອອກຈາກລັດຣາໄຄນ໌ ທາງພາກເໜືອຂອງມຽນມາ ແລະຂ້າມເຂົ້າໄປໃນປະເທດ
ບັງກລາແດັສ ໂດຍສ່ວນໃຫຍ່ ຈະຢູ່ໃນເມືອງ ຄັອກສ໌ ບາຊາຣ (Cox's Bazar). ພວກ
ອົບພະຍົບທັງໝົດ ຫຼາຍກວ່າເຄິ່ງນຶ່ງ ຈະແມ່ນເດັກນ້ອຍ. ລັດຖະບານ ສ່ວນໃຫຍ່ແລ້ວ
ຄອບງຳໂດຍທະຫານ ປະຕິເສດ ຕໍ່ການກົດຂີ່ຂົ່ມເຫັງ ຊາວໂຣຮິງຢາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG