ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ອຳ​ນວຍ​ການວ່າ​ການ​​ຂອງ ວີ​ໂອ​ເອ ກ່າວ​ປະ​ນາມ ອີ​ຣ່ານ ສຳ​ລັບ​ການ​ຕັດ​ສິນ​ລົງ​ໂທດ​ນັກ​ຂ່າວ​ວີ​ໂອ​ເອ ​ພະ​ແນກ ເປີ​ເຊຍ


ພາບ​ທີ່​ຖືກ​ຖ່າຍ​ໃນ​ວັນ​ທີ 15 ມິ​ຖຸ​ນາ 2020 ນີ້, ສະ​ແດງ​ໃຫ້​ເຫັນ​ປ້າຍ​ຂອງວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ ຫຼື VOA ໃນ​ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ.
ພາບ​ທີ່​ຖືກ​ຖ່າຍ​ໃນ​ວັນ​ທີ 15 ມິ​ຖຸ​ນາ 2020 ນີ້, ສະ​ແດງ​ໃຫ້​ເຫັນ​ປ້າຍ​ຂອງວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ ຫຼື VOA ໃນ​ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ.

ຜູ້ອຳນວຍການຮັກສາການຂອງອົງການຂ່າວ ສຽງອາເມຣິກາ ຫຼື VOA ໄດ້ປະ ນາມອີຣ່ານ ທີ່ໄດ້ຕັດສິນລົງໂທດນັກຂ່າວພະແນກພາສາເປີເຊຍຂອງວີໂອເອ ຈຳນວນນຶ່ງທີ່ບໍ່ໄດ້ໄປປາກົດຕົວຢູ່ສານໃນຂໍ້ຫາກໍ່ອາຊະຍາກຳ ດ້ວຍການເຜີຍ ແຜ່ການໂຄສະນາຊວນເຊື່ອເພື່ອຕໍ່ຕ້ານລັດຖະບານອີຣ່ານ.

ການພິພາກສາດັ່ງກ່າວ ໄດ້ປາກົດອອກມາໃນອາທິດແລ້ວນີ້ ເມື່ອກຸ່ມແຮັກເກີ້ ຊື່ວ່າ Edaalat Ali ໄດ້ພິມເຜີຍແພ່ເອກະສານດ້ານຕຸລາການຂອງອີຣ່ານ ທີ່ສະແດງໃຫ້ເຫັນວ່າ ສານປະຕິວັດຂອງເຕຫະຣ່ານ ໄດ້ຕິດສິນລົງໂທດຕໍ່ ນັກຂ່າວພາສາເປີເຊຍສິບກວ່າຄົນຈາກວີໂອເອ ແລະນັກຂ່າວຂອງອົງການ ຂ່າວຕາເວັນຕົກອື່ນໆນຳດ້ວຍ ໃນການດຳເນີນຄະດີທີ່ປິດລັບເມື່ອປີ 2022.

ໃນຖະແຫລງການສະບັບວັນອັງຄານວານນີ້ ທ່ານຈອນ ລິປແມນ ຜູ້ອຳນວຍ ການຮັກສາການໄດ້ກ່າວວ່າ “ການກະທຳເຫຼົ່ານີ້ ໂດຍອີຣ່ານເປັນເລື້ອງທີ່ປົກ ກະຕິຂອງລະບອບການປົກຄອງທີ່ບໍ່ໃຫ້ຄວາມສຳຄັນກັບສິດທິມະນຸດ ຫຼື ຕົວບົດ ກົດໝາຍ. ພວກເຂົາພະຍາຍາມປົກປິດບາງຢ່າງເພື່ອຢຸດຢັ້ງການໄຫລວຽນຂອງ ຂໍ້ມູນຂ່າວສານທີ່ເສລີເຂົ້າໄປໃນອີຣ່ານ.

ນອກນັ້ນມັນຍັງເປັນຫຼັກຖານທີ່ຢືນຢັນເຖິງຄວາມສຳເລັດຂອງວີໂອເອພະແນກ ພາສາເປີເຊຍ ໃນການມີບົດບາດສຳຄັນຫຼາຍໃນການນຳເອົາເລື້ອງຂອງສິດ ທິແມ່ຍິງ, ການສະແດງອອກຢ່າງເປີດເຜີຍ ແລະຄວາມສຳຄັນຂອງກຸ່ມສັງຄົມ ພົນລະເຮືອນທີ່ເສລີ ອອກມາເປີດເຜີຍຢູ່ເລື້ອຍໆໃນອີຣ່ານ. ວີໂອເອຢືນຢູ່ຄຽງ ຂ້າງນັກຂ່າວຂອງພ​ວກເຮົາ ແລະການລາຍງານຂອງເຂົາເຈົ້າ.”

ຄະນະຜູ້ແທນປະຈຳອົງການສະຫະປະຊາຊາດຂອງອີຣ່ານໃນນິວຢອກ ບໍ່ໄດ້ ຕອບອີເມລຂອງວີໂອເອ ໃນທັນທີ ທີ່ໄດ້ສົ່ງໄປເມື່ອວັນອັງຄານວານນີ້ ເພື່ອຂໍ ຄວາມເຫັນກ່ຽວກັບຖະແຫລງການຂອງທ່ານລິບແມນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG