ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກນັກຂ່າວ ວີໂອເອ ຖືກປ່ອຍໂຕ ຫຼັງຈາກ ທາງການຈີນ ໄດ້ກັກໂຕ ຫຼາຍຊົ່ວໂມງ


ນັກຂ່າວພະແນກພາສາຈີນກາງ ຂອງວີໂອເອ ທ່ານ ເຟັງ ຢີບິງ ທີ່ມີຫ້ອງການ ຕັ້ງຢູ່ໃນນະຄອນຫຼວງ ປັກກິ່ງ.
ນັກຂ່າວພະແນກພາສາຈີນກາງ ຂອງວີໂອເອ ທ່ານ ເຟັງ ຢີບິງ ທີ່ມີຫ້ອງການ ຕັ້ງຢູ່ໃນນະຄອນຫຼວງ ປັກກິ່ງ.

ເຈົ້າ​ໜ້າ​ທີ່​ຈີນ​ໄດ້ກັກ​ຂັງ​ນັກ​ຂ່າວ​ຄົນ​ນຶ່ງ ​ທີ່ເຮັດວຽກ​ໃຫ້​ວີ​ໂອ​ເອພະແນກພາສາ​ຈີນ​ກາງ
​ ​ແລະນັກ​ຂ່າວສື່ສັງຄົມຂອງ​ວີ​ໂອ​ເອ ​ເປັນ​ເວລາ​ຢ່າງ​ນ້ອຍ 6 ຊົ່ວ​ໂມງ ​ໃນ​ແລງ​ວັນ​ຈັນ​
ວານ​ນີ້. ນັກ​ຂ່າວທັງ 2 ຄົນ ​ໄດ້​ຖືກ​ຈັບ​ກຸມ ໃນຂະນະທີ່​ພວກ​ເຂົາ​ເຈົ້າ ພະຍາຍາມ​ສຳ
ພາດ ສາສະດາຈານ ​ທີ່ອອກບຳນານ ຜູ້​ທີ່​ໄດ້​ຖືກ​ຕຳຫຼວດ​ຄຸມ​ຕົວ​ໄປ ໃນ​ຂະນະ​ທີ່ໃຫ້
ສຳພາດ​ສົດ ທາງ​ໂທລະພາບ​ ກັບ​ວິທະຍຸ ​ສຽງ​ອາ​ເມຣິກາ ປະມານ​ເກືອບ​ສອງ​
ສັບປະດາ​ແລ້ວນັ້ນ.

ນັກ​ຂ່າວ ​ຢີບິງ ​ເຟັງ ​ແລະແອ​ລ​ເລັນ ​ໄອ ພະນັກງານສັນຍາ​ຈ້າງ​ຂອງວີ​ໂອ​ເອ ​ໄດ້​ຖືກ​ຈັບ
ຢູ່ເມືອງ​ຈີ​ນານ ​ແຂວງຊານ​ດົງ ຫຼັງ​ຈາກ​ທີ່​ໄດ້​ໂອ້​ລົ​ມກັບ​ ທ່ານ ຊັນ ​ເວິນ​ກວງ ໄວ 84 ປີ
​ທີ່ຕຶກບ້ານພັກຂອງທ່ານ ແບບ​ປິດ​ປະຕູ​ນັ້ນ. ທ່ານ ຊັນ ​ໄດ້​ບອກ​ກັບທ່ານ​ເຟັງ​ ກ່ຽວ​ກັບ​
ລາຍ​ລະອຽດ​ຂອງ​ການ​ຖືກ​ກັກ​ຂັງ ​ແລະ​ທ່ານ​ໄດ້​ກ່າວ​ຂອບ​ໃຈ​ ວີ​ໂອ​ເອ ທີ່​ໃຫ້​ໂອກາດ​
ທ່ານ​ ໄດ້​ສະ​ແດງ​ອອກເຖິງ​ສິດ​ເສ​ລິ​ພາບ ​ໃນ​ການ​ປາກ​ເວົ້າ ທາງ​ອາກາດ.

ຕຳຫຼວດ ​ທີ່ຢູ່​ໃນຕຶກ​ບ້ານພັກ ​ໄດ້​ພະຍາຍາມ​ທີ່​ຈະ​ລົບ​ກວນ​ການ​ໃຫ້​ສຳພາດ ​ແລະ ​ຫຼັງ
​ຈາກ​ນັ້ນ ກໍ​ໄດ້ຈັບ​ນັກ​ຂ່າວທັງສອງ ແລະນຳໄປຂັງແບບແຍກ​ກັນ. ພວກ​ນັກ​ຂ່າວ ​ວີ​ໂອ​ເອ
​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ຈັບໃສ່ລົດ ​ຄົນລະ​ຄັນ ​ໄປ​ຍັງ​ສະຖານ​ທີ່ ​ທີ່​ບໍ່​ມີ​ໃຜ​ຮູ້ ​ໃນ
ບໍລິເວນ ​ມະຫາວິທະຍາ​ໄລ ​ໂດຍພວກ​ທີ່​ສະ​ເໜີ​ຕົນ​ວ່າ ​ແມ່ນຍາມຮັກສາ​ຄວາມ​ປອດ​ໄພ.
ພວກ​ເຂົາ​ເຈົ້າ ​ໄດ້​ຖືກ​ປ່ອຍ ​ດ້ວຍຄວາມປອດໄພ ​ໃນ​ເຊົ້າ​ວັນ​ອັງ​ຄານ​ມື້​ນີ້.

“ຂ້າພະ​ເຈົ້າ ຫາ​ກໍ​ໄດ້​ຖືກ​ປ່ອຍ ຈາກ​ມື​ຂອງ​ພວກ​ຕຳຫຼວດລັບ ​ໃນ​ເມືອງ​ຈີ​ນານ ​ໂທ
ລະສັບມື​ຖື ຂອງ​ຂ້າພະ​ເຈົ້າ​ແມ່​ນຖືກ​ພວກ​ເຂົາ​ເຈົ້າ​ທຳລາຍ,”
ທ່ານ​ເຟັງ​ໄດ້ຂຽນ​ອີ​ແມ​ລ
​ໄປ​ໃຫ້​ ບັນນາ​ທິການ​ຂອງ​ທ່ານ. ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຂົາ​ເຈົ້າ​ ໄດ້​ແຍກ​ ທ່ານ​
ແອ​ລ​ເລັນ​ ອອກ​ຈາກ​ຂ້າພະ​ເຈົ້າ ​ໃນ​ຊ່ວງ​ເວລາ​ຫຼາຍ​ຊົ່ວ​ໂ​ມ​ງ.”

​ຕໍ່​ມາ ທ່ານ​ເຟັງ ​ໄດ້ກ່າວ​ຊີ້​ແຈງ​ວ່າ ໂຄງສ້າງ​ໂທລະ​ສັບ​ ​ຍັງຢູ່ໃນສະພາບຄືເກົ່າ, ​ແຕ່ແນວ
ໃດກໍ​ຕາມ​ ມັນ​ໃຊ້​ການ​ບໍ່ໄດ້.

ຫຼັງ​ຈາກທີ່​ໄດ້​ໃຊ້​ເວລາ​ຫຼາຍ​ຊົ່ວ​ໂມງ ​ໃນ​ລົດ​ກັບ​ຊາຍ​ສອງ​ຄົນ, ທ່ານ ​ໄອ ໄດ້​ຖືກ​ນຳຕົວ
ໄປຍັງເຂດຊານເມືອງ ​ຂອງ​ເມືອງ​ຈີ​ນານ ​ແລະ​ໄດ້​ຖືກ​ປ່ອຍ​ ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້. ທ່ານ​
ໄດ້​ກ່າວ​ວ່າ ພວກ​ຜູ້​ຊາຍ​ ໄດ້​ພາກັນ​ສ​ແກນ ​ແລະ​ດາວ​ໂລດ ​ເອົາ​ຂໍ້​ມູນ​ຈາກ​ເຄື່ອງ​ເອ​ເລັກ-
​ໂທຣນິກ ທັງ​ໝົດ​ຂອງ​ລາວ ກ່​ອນ​ທີ່ຈະ​ຖືກ​ປ່ອຍ​ຕົວ​ໄປ.

“ມັນ​ແມ່ນ​ເກີນ​ໄປ​ໂພດ​ ທີ່​ພວກ​ນັກ​ຂ່າວ​ທັງ​ສອງ​ຄົນ ​ໄດ້​ຖືກ​ກັກ​ຂັງ ໂດຍບໍ່​ມີ​ຫຍັງ​ເລີຍ
ນອກຈາກໜ້າທີ່​ວຽກການ​ ຂອງ​ພວກ​ເຂົາ​ເຈົ້າ,
” ນັ້ນຄືຄຳເວົ້າຂອງ​ຜູ້ອຳນວຍການ
ວີ​ໂອ​ເອ ທ່ານ​ນາງ​ອາ​ແມນ​ດາ ​ເບັນ​ແນັຕ ​ໄດ້​ກ່າວ​ໄວ້ ​ແລະ​ທ່ານ​ນາງ​ຍັງ​ໄດ້​ກ່າວ​ຕໍ່​ໄປ​ວ່າ
“ມັນ​ແມ່ນ​ໜ້າ​ທີ່​ຂອງ​ພວກ​ນັກ​ຂ່າວ ທີ່​ຈະ​ຊອກ​ຄົ້ນ​ຫາ​ວ່າ ​ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນ, ​ໄດ້​
ໂອ້​ລົມ​ກັບ​ຜູ້​ຄົນ ​ໃນ​ຂ່າວ, ​ແລະ​ນັ້ນ ​ແມ່ນ​ສິ່ງ​ທີ່​ພວກ​ເຂົາ​ເຈົ້າ​ໄດ້ກະທຳ​ລົງ​ໄປ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG