ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ຜູ້ຈັດລາຍການໂທລະພາບວີໂອເອ ພາສາເປີເຊຍເວົ້າວ່າ ແຜນລັກພາຕົວ ຂອງອີຣ່ານ ແນໃສ່ຍຸຕິການເຄື່ອນໄຫວ ໃນສື່ສັງຄົມຂອງນາງ


ພາບຖ່າຍຈາກວີດິໂອທີ່ເອົາລົງເຜີຍແຜ່ໂດຍນາງ Masih Alinejad, ຜູ້ຈັດລາຍການໂທລະພາບວີໂອເອ ພາສາເປີເຊຍ ໃນັວນທີ 13 ກໍລະກົດ, 2021

ຜູ້ຈັດລາຍການໂທລະພາບຂອງວີໂອເອພະແນກພາສາເປີເຊຍ ແລະຜູ້ທີ່ອອກ ປາກອອກສຽງຕໍານິລັດຖະບານອີຣ່ານທີ່ເວົ້າວ່າ ນາງແມ່ນຕົກເປັນເປົ້າໝາຍຂອງແຜນລັກພາຕົວໃນສະຫະລັດໂດຍອີຣ່ານທີ່ເປີດເຜີຍອອກມານັ້ນ ໄດ້ເວົ້າເຖິງລາຍລະອຽດໃໝ່ ຂອງແຜນການດັ່ງກ່າວລວມທັງຈຸດປະສົງທີ່ຖືກກ່າວຫາວ່າຈະກຳຈັດນາງ ແລະບັນຊີສື່ສັງຄົມອອນລາຍຂອງນາງໃຫ້ຟັງອີກ.

ໃນຂໍ້ຄວາມຢູ່ວິດີໂອທີ່ຖືກບັນທຶກໃນວັນອັງຄານຜ່ານມາ, ນັກຂ່າວອາເມຣິກັນເຊື້ອສາຍອີຣ່ານ, ນາງມາຊີ ອາລີເນຈາດ (Masih Alinejad) ກ່າວວ່າ ເຈົ້າ ໜ້າທີ່ອົງການສືບສວນລັດຖະບານກາງ ຫລື FBI ໄດ້ບອກນາງວ່າຜູ້ປົກຄອງ ອິສລາມຂອງອີຣ່ານ "ບໍ່ພຽງແຕ່ຢາກໃຫ້ແນ່ໃຈວ່າ ຂ້ອຍບໍ່ມີຕົວຕົນເອງອີກຕໍ່ ໄປແລ້ວ, ພວກເຂົາຍັງຢາກທຳລາຍບັນຊີອິນສຕາແກຣມ (Instagram) ຂອງຂ້ອຍນໍາອີກ.

pic.twitter.com/bts6WR7D5Q

ໃນຕອນເຊົ້າຂອງວັນອັງຄານນັ້ນ, ກະຊວງຍຸຕິທຳສະຫະລັດກ່າວວ່າ ສານລັດ ຖະບານກາງໃນນະຄອນນິວຢອກໄດ້ເປີດເຜີຍການຟ້ອງຮ້ອງ an indictment ໂດຍກ່າວຫາຊາວອີຣ່ານ 5 ຄົນທີ່ມີສ່ວນຮ່ວມໃນການວາງແຜນທີ່ເປັນການກ່າວຫາທີ່ຈະລັກພາຕົວ “ນັກຂ່າວໃນເຂດບຣຸກຄລິນ (Brooklyn), ນັກຂຽນ ແລະນັກເຄື່ອນໄຫວເພື່ອສິດທິມະນຸດໃນການປຸກລະດົມຄວາມຄິດຂອງປະຊາຊົນໃນອີຣ່ານ ແລະໃນທົ່ວໂລກເພື່ອໃຫ້ເກີດການປ່ຽນແປງກົດໝາຍ ແລະການປະຕິບັດຂອງລະບອບການປົກຄອງຂອງອີ່ຣານ. ບົດຖະແຫຼງຂ່າວຂອງກະຍຸຕິທຳບໍ່ໄດ້ລະບຸຊື່ຂອງຜູ້ຕົກເປັນເປົ້າໝາຍຂອງແຜນການດັ່ງກ່າວ.

ນາງອາລີເນຈາດ (Alinejad), ຜູ້ທີ່ອາໄສຢູ່ໃນເຂດບຣຸກຄລິນ (Brooklyn) ຂອງນະຄອນນິວຢອກ, ຕໍ່ມາໄດ້ຢືນຢັນໃນບັນຊີສື່ສັງຄົມຂອງນາງວ່າ ນາງແມ່ນບຸກຄົນທີ່ຖືກແນເປົ້າໝາຍໃສ່ນັ້ນ.

ໃນຂໍ້ຄວາມວິດີໂອຂອງນາງທີ່ເຜີຍແຜ່ອອກມາໃນວັນອັງຄານຜ່ານມານັ້ນ, ຜູ້ຈັດລາຍການສະແດງຜ່ານແທັບເລັດ (Tablet) ຂອງວີໂອເອພະແນກພາສາເປີເຊຍກ່າວວ່າ ອົງການ FBI ໄດ້ຫ້າມບໍ່ໃຫ້ນາງອອກຈາກສະຫະລັດເພື່ອຄວາມປອດໄພຂອງຕົວນາງເອງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG