ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອລາວ ໂອ້ລົມກັບ ທ້າວຄອຍ ນະຈໍາປາສັກ, ນັກຮຽນຊັ້ນມັດທະຍົມປາຍປີສຸດທ້າຍ ທີ່ໂດດເດັ່ນໃນເລື້ອງການຮຽນ, ແລະ ການກິລາ


ທ້າວຄອຍ ແລະຮູບພາບປະຈໍາທີມຂອງຕົນ.
ທ້າວຄອຍ ແລະຮູບພາບປະຈໍາທີມຂອງຕົນ.

ຊີວິດໃນໄວຮຽນມີຫຼາຍໆສິ່ງທີ່ໜ້າຮຽນຮູ້ ແລະສຶກສາ ແຕ່ການແບ່ງເວ ລາກໍເປັນສິ່ງສໍາຄັນ ເພື່ອຈະເຮັດກິດຈະກໍາໃດນຶ່ງ ໂດຍບໍ່ໄດ້ປະລະການຮຽນ, ທິບສຸດາ ມີລາຍງານກ່ຽວກັບຊີວິດຂອງ ທ້າວບັອບບີ້ ນະຈໍາປາສັກ ນັກຮຽນຊາວອາເມຣິກັນເຊື້ອສາຍລາວ ທີ່ອາໄສຢູ່ໃນລັດຄາລິຟໍເນຍ ມາສະເໜີທ່ານ.

ທ້າວບັອບບີ້ ຫຼື ເຈົ້າຄອຍ ນະຈໍາປາສັກ, ອາຍຸ 17 ປີ, ເປັນຄົນອາເມຣິກັນເຊື້ອສາຍລາວລຸ້ນທີສອງ ເຊິ່ງລາວເກີດ ແລະໃຫຍ່ຢູ່ໃນ ລາສ ເວກັສ ກ່ອນທີ່ພໍ່ແມ່ຂອງລາວຈະພາມາອາໄສຢູ່ໃນລັດຄາລິຟໍເນຍ. ບັອບບີ້ ເປັນນັກຮຽນຊັ້ນມັດທະຍົມປາຍ ປີສຸດທ້າຍ ຢູ່ໂຮງຮຽນມັດທະຍົມປາຍ ເຮເມັດ (Hemet) ໃນເມືອງເຮເມັດ. ບັອບບີ້ ເປັນຄົນມັກເຮັດກິດຈະກໍາພາຍໃນໂຮງຮຽນ ເພື່ອສັງຄົມ ແລະເປັນຄົນມັກຫຼິ້ນກິລາ, ດັ່ງນັ້ນ ຈຶ່ງເຮັດໃຫ້ລາວຮູ້ຈັກແບ່ງເວລາເພື່ອຫຼາຍໆສິ່ງທີ່ຕົນເອງມັກ, ໂດຍລາວກ່າວໃຫ້ຟັງ ເຖິງການຈັດສັນກັບການຮຽນ ແລະ ການຫຼິ້ນກິລາ ຂອງລາວໃຫ້ຟັງວ່າ:

“ຂະນ້ອຍມີເວລາຫຼັງຈາກເລີກຮຽນ ຂະນ້ອຍຈຶ່ງໄດ້ໄປຝຶກຊ້ອມ ແຕ່ຂະນ້ອຍຈະເອົາໃຈໃສ່ເລື້ອງການຮຽນກ່ອນ ຂະນ້ອຍຈະເຮັດໃຫ້ໝັ້ນໃຈວ່າວຽກບ້ານ ແລະບົດຮຽນຂອງຂະນ້ອຍແລ້ວໝົດ ເວລາສ່ວນນຶ່ງຂະນ້ອຍຈຶ່ງໄປຫຼິ້ນກິລາ, ຂະນ້ອຍຫຼິ້ນກິລາຢູ່ໂຮງຮຽນປະມານ 3-4 ຊົ່ວໂມງຕໍ່ມື້ ຄືວ່າຫຼິ້ນແທ້ປະມານນຶ່ງຊົ່ວໂມງ ແລະຊ້ອມປະມານ 2-3 ຊົ່ວໂມງ ລວມກັນກະປະມານ 3-4 ຊົ່ວໂມງ ແລະຂະນ້ອຍຈະເມືອຮອດເຮືອນປະມານ 6 ໂມງແລງ, ຫຼັງຈາກຮອດເຮືອນ ອາບນໍ້າ ກິນເຂົ້າ ກະປະມານ 7:30-8 ໂມງແລງ, ຍາມນັ້ນຂະນ້ອຍກະສິເບິ່ງບົດຮຽນຕື່ມ ແຕ່ມັນກະຂຶ້ນຢູ່ກັບແຕ່ລະວິຊາໃນແຕ່ລະມື້, ແຕ່ຂະນ້ອຍກໍພະຍາຍາມວາງແຜນໄວ້ລ່ວງໜ້າ.”

ທ້າວ ຄອຍ, ແມ່ຂອງລາວ (ຊ້າຍ) ແລະ ນ້ອງສາວຂອງລາວ.
ທ້າວ ຄອຍ, ແມ່ຂອງລາວ (ຊ້າຍ) ແລະ ນ້ອງສາວຂອງລາວ.

ບັອບບີ້, ເປັນນັກກິລາອາເມຣິກັນຟຸດບອລ (American Football) ປະຈໍາໂຮງຮຽນ, ລາວຫຼິ້ນກິລາດັ່ງກ່າວນີ້ ມາຕັ້ງແຕ່ຍັງນ້ອຍ ແຕ່ມາຈິງຈັງໃນຕອນເຂົ້າມັດທະຍົມ, ເຊິ່ງລາວໄດ້ຖືກເລືອກເຂົ້າເປັນທີມຂອງໂຮງຮຽນມາໄດ້ 3 ປີແລ້ວຢູ່ຊັ້ນມັດທະຍົມປາຍ ໂດຍຫຼິ້ນເປັນທັງກອງໜ້າປະຈໍາທີມ ແລະ ກອງຫຼັງ, ແຕ່ໂດຍລວມ ລາວຈະຫຼິ້ນເປັນກອງໜ້າ.

ນອກຈາກນັ້ນ ບັອບບີ້ຍັງເຂົ້າຮ່ວມສະໂມສອນຂອງກິດຈະກໍາໂຮງຮຽນ ເຊິ່ງເພິ່ນຮ້ອງວ່າ ASB (Associate Student Body), ເຊິ່ງລາວເຂົ້າຮ່ວມມາໄດ້ 4 ປີແລ້ວ ແລະກໍເປັນຫົວໜ້າສະໂມສອນ.

ແນວໃດກໍຕາມ ນອກຈາກເວລາຮຽນ ແລະຫຼິ້ນກິລາ ແລ້ວ ບັອບບີ້ ຍັງໄດ້ແບ່ງເວລາສ່ວນນຶ່ງໃນການຫາລາຍໄດ້ພິເສດ ດ້ວຍການເຮັດວຽກນໍາອີກດ້ວຍ:

“ຂະນ້ອຍຊ່ວຍຮ້ານຂາຍເຄື່ອງ ຂາຍເຄື່ອງຜ່ານທາງ ebay ເຊິ່ງລາວກໍສາມາດຂາຍເຄື່ອງຢູ່ໃນທ້ອງຖິ່ນໄດ້ ແຕ່ຂະນ້ອຍຊ່ວຍລາວຂາຍທາງອອນລາຍນໍາ ເພື່ອເຮັດໃຫ້ຄົນອື່ນໆໄດ້ເຫັນເຄື່ອງຂາຍ.”

ທ້າວ ບັອບບີ້ ຄອຍ ນະຈໍາປາສັກ ປາກົດໂຕຢູ່ເດີ່ນກິລາໂຮງຮຽນ ເພື່ອຮັບລາງວັນປະຈໍາປີ.
ທ້າວ ບັອບບີ້ ຄອຍ ນະຈໍາປາສັກ ປາກົດໂຕຢູ່ເດີ່ນກິລາໂຮງຮຽນ ເພື່ອຮັບລາງວັນປະຈໍາປີ.

ບັອບບີ້ກ່າວວ່າ ສິ່ງນຶ່ງທີ່ເຮັດໃຫ້ລາວມາເຖິງຈຸດນີ້ໄດ້ ນັ້ນຄືຄອບຄົວຂອງລາວ ເພາະລາວຈະເບິ່ງພໍ່ ແລະແມ່ຂອງລາວເປັນໂຕແບບສະເໝີ, ລາວກ່າວວ່າ ພໍ່ແມ່ຂອງລາວເຮັດວຽກໜັກ ສູ້ຊົນເພື່ອຄອບຄົວ ເພື່ອລູກໆ, ດັ່ງນັ້ນ ລາວຈຶ່ງຕ້ອງສ້າງຄວາມພາກພູມໃຈ ໃຫ້ພໍ່ ແລະແມ່ຂອງລາວເຊັ່ນກັນ.

“ຂະນ້ອຍເຫັນແຮງຈູງໃຈ ແລະຄວາມສະຫງ່າງາມຂອງແມ່ທີ່ເພິ່ນມີ ຂະນ້ອຍເຫັນທຸກໆມື້ ເຫັນເພິ່ນໄປວຽກທຸກໆມື້ ດັ່ງນັ້ນຂະນ້ອຍຈຶ່ງໄດ້ເຕືອນຕົນເອງສະເໜີວ່າ ຂະນ້ອຍຕ້ອງໄດ້ເອົາໃຈໃສ່ຮໍ່າຮຽນຢ່າງຈິງຈັງ ນັ້ນແມ່ນສິ່ງທີ່ແມ່ ຕ້ອງ ການໃຫ້ຂະນ້ອຍເຮັດ ແລະແມ່ກະເຮັດຫຼາຍໆຢ່າງຫຼາຍໆອັນ ເຊິ່ງມັນໄດ້ເຮັດໃຫ້ຂະນ້ອຍຮູ້ບຸນຄຸນ.”

ທ້າວ ຄອຍ ພ້ອມດ້ວຍພໍ່ຂອງລາວ (ຊ້າຍ), ແມ່, ພໍ່ເຖົ້າ ແລະນ້ອງສາວຂອງລາວ ໃນວັນພິເສດຂອງຄອບຄົວ.
ທ້າວ ຄອຍ ພ້ອມດ້ວຍພໍ່ຂອງລາວ (ຊ້າຍ), ແມ່, ພໍ່ເຖົ້າ ແລະນ້ອງສາວຂອງລາວ ໃນວັນພິເສດຂອງຄອບຄົວ.

ທ່ານຕອງ, ເຊິ່ງເປັນພໍ່ຂອງບັອບບີ້ ເພິ່ນກ່າວວ່າ ຕັ້ງແຕ່ຍັງນ້ອຍ ບັອບບີ້ເປັນຄົນມີຄວາມຕັ້ງໃຈ, ລາວສົນໃຈໃນກິລາ ເທັນນິສ ແລະ ກິລາອາເມຣິກັນຟຸດ ບອລຄືພໍ່, ບັອບບີ້ມັກຈະເຮັດໃນສິ່ງທີ່ພໍ່ເຮັດ ດັ່ງນັ້ນ ເພິ່ນຈຶ່ງໃຫ້ບັອບບີ້ເລືອກໃນສິ່ງທີ່ລາວຢາກເປັນ ແຕ່ໃນຖານະທີ່ຕົນເອງເປັນພໍ່ ການຢູ່ຄຽງຂ້າງ ແລະໃຫ້ກໍາລັງໃຈ ຄືສິ່ງສໍາຄັນ.

“ລາວເຕີບໃຫຍ່ມາໃນສະພາບແວດລ້ອມທີ່ດີ ພວກເຮົາພາກັນໄປໂບດ ລາວຫຼິ້ນກັບເດັກນ້ອຍທີ່ດີ ແລະຂ້າພະເຈົ້າກໍເອົາໃຈໃສ່ທາງດ້ານວິໃນການການເຮັດວຽກບ້ານຂອງລາວ ເຈົ້າຮູ້ບໍ ທຸກໆຢ່າງຄືດັ່ງຄອບຄົວຄ້ອງໄດ້ເຮັດ, ຂ້າພະເຈົ້າລ້ຽງດູລາ ວຄືດັ່ງທີ່ຂ້າພະເຈົ້າຖືກລ້ຽງມາ ຈາກລຸ້ນສູ່ລຸ້ນ, ລາວມັກຟຸດບອລ ລາວເບິ່ງຟຸດບອລກັບຂ້າພະເຈົ້າເລື້ອຍໆເວລາຂ້າພະເຈົ້າເບິ່ງ ຂ້າພະເຈົ້າຄິດວ່າ ນັ້ນຄືສິ່ງທີ່ເຮັດໃຫ້ລາວຮັບເອົາ ແລ້ວກາຍມາເປັນນັກກິລາຟຸດບອລ.”

ທ້າວ ຄອຍ ພ້ອມດ້ວຍໝູ່ຂອງລາວ.
ທ້າວ ຄອຍ ພ້ອມດ້ວຍໝູ່ຂອງລາວ.

ສໍາລັບ ທ່ານເກຣກ (Graig) ເຊິ່ງເປັນອະດີດນັກສັງຄົມສົງເຄາະ ແລະເຮັດວຽກນໍາຄົນໜຸ່ມນ້ອຍມາເປັນເວລາຫຼາຍກວ່າ 3 ທົດສະວັດ, ທ່ານກ່າວວ່າ ບ້ອບບີ້ ເປັນບຸກຄົນນຶ່ງທີ່ມີຄວາມຕັ້ງໃສ່, ລາວໃສ່ໃຈທຸກໆລາຍລະອຽດຂອງທຸກໆຄົນອ້ອມຂ້າງລາວ ແລະລາວກໍເປັນຄົນທີ່ມີຄວາມມຸ່ງໝັ້ນ ເມື່ອລາວເຮັດອັນໃດອັນນຶ່ງ ລາວຈະເຮັດໃຫ້ສໍາເລັດ ແລະສົມບູນ:

“ຂ້າພະເຈົ້າຄິດວ່າ ລາວເປັນຄົນຈິດໃຈດີ ແລະເອົາໃຈໃສ່ຄົນອື່ນ ເຊິ່ງຂ້າພະ ເຈົ້າຍັງໄດ້ຈ້າງໃຫ້ລາວມາເຮັດວຽກ ແລະຊ່ວຍວຽກຂ້າພະເຈົ້າຢູ່ເຮືອນ ແລະຂ້າພະເຈົ້າກໍຄິດວ່າ ລາວເປັນຄົນຂະຫຍັນ ແລະເຮັດວຽກດີ ແລະເອົາໃຈໃສ່ສະເໝີວ່າສິ່ງທີ່ຂ້າພະເຈົ້າຕ້ອງການນັ້ນມັນຖືກຕ້ອງ ແລະລາວກໍເຮັດວຽກໄດ້ ຖືກ ລາວຕ້ອງເຮັດໃຫ້ມັນອອກມາຖືກ ແລະກໍອອກມາດີ, ອາດຈະແມ່ນວັດທະ ນະທໍາຂອງລາວ ຂ້າພະເຈົ້າສາມາດເວົ້າໃນອີກທາງນຶ່ງວ່າ ລາວເປັນຄົນທີ່ບໍ່ເຫັນແກ່ໂຕ ແຕ່ເປັນຫ່ວງຄົນອື່ນຫຼາຍກວ່າທີ່ຈະຍົກຍໍຕົນເອງ ລາວໃສ່ໃຈໃນສິ່ງທີ່ທ່ານບອກ, ແມ່ນຫຍັງເກີດຂຶ້ນກັບທ່ານ ຫຼາຍກວ່າຕົນເອງ.”

ທ້າວ ຄອຍ ແລະ ນ້ອງສາວ ຕອນເຂົາເຈົ້າຍັງນ້ອຍ.
ທ້າວ ຄອຍ ແລະ ນ້ອງສາວ ຕອນເຂົາເຈົ້າຍັງນ້ອຍ.

ແນວໃດກໍຕາມ ເມື່ອຖາມວ່າ ບ້ອບບີ້ຈະຮຽນຕໍ່ວິຊາຫຼັງຫລັງຈາກຮຽນຈົບຊັ້ນມັດທະຍົມປາຍ ແລະ ລາວຫຍັງຈະສືບຕໍ່ຫຼິ້ນກະລາ ອາເມຣິກັນຟຸດບອລຕໍ່ໄປບໍ? ລາວຕອບວ່າ ລາວມັກການເງິນ ເຊິ່ງແຕ່ໃດໆມາ ລາວສົນໃຈໃນເລື້ອງນີ້, ດັ່ງນັ້ນ ລາວ ຈະຮຽນຕໍ່ວິຊາການເງິນ ໂດຍລາວຈະຮຽນວິທະຍາໄລສອງປີ ແລະຍ້າຍໄປມະຫາວິທະຍາໄລ 4 ປີ ແລະ ຍັງຈະສືບຕໍ່ຫຼິ້ນກິລາອາເມຣິກັນຟຸດບອລຕໍ່ໄປ.

ການຮຽນ ການສຶກສາ ແລະການກິລາ ຄືສິ່ງສໍາຄັນ, ແຕ່ສະພາບແວດລ້ອມອ້ອມຂ້າງ ໂດຍສະເພາະຄອບຄົວຄືສິ່ງຈໍາເປັນທີ່ສຸດສໍາລັບການເຕີບໃຫຍ່ຂອງຄົນໜຸ່ມນ້ອຍ ເພາະມັນຈະເປັນການບົ່ມສອນຄົນຜູ້ນຶ່ງ ໃຫ້ເປັນຄົນດີຢູ່ໃນສັງຄົມ ຮູ້ຈັກຊ່ວຍເຫຼືອຕົນເອງ ເໝືອນດັ່ງ ບັອບບີ້ ເຈົ້າຄອຍ ນະຈໍາປາສັກ.

XS
SM
MD
LG