ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຈົ້າ​ໜ້າ​ທີ່ລາວເພີ້ມ​ຄວາມເຂັ້ມງວດໃນ​ການ ຈໍາກັດການເຄື່ອນໄຫວ​ຂອງ​ຜູ້​ທີ່​ ເຊື່ອ​ຖືສາສະໜາ​ທີ່​ມີ ​ຄຳ​ສອນ ​ຂັດ​ກັບ​ແນວທາງ​ຂອງ​ພັກ


ໂບດ​ຂອງ​ພວກ​ທີ່​ຖື​ສາ​ສະ​ໜາຄ​ຣິ​ສ​ຕຽນນິ​ກາຍ​ໂປ​ຣ​ແຕັ​ສ​ແຕນ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ທີ່​ເປັນ​ສາ​ສະ​ໜາ​ສ່ວນ​ນ້ອຍ​ໃນ​ລາວ
ໂບດ​ຂອງ​ພວກ​ທີ່​ຖື​ສາ​ສະ​ໜາຄ​ຣິ​ສ​ຕຽນນິ​ກາຍ​ໂປ​ຣ​ແຕັ​ສ​ແຕນ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ທີ່​ເປັນ​ສາ​ສະ​ໜາ​ສ່ວນ​ນ້ອຍ​ໃນ​ລາວ

ກໍາລັງປ້ອງ​ກັນຄວາມ​ສະ​ຫງົບໃນລາວດຳ​ເນີນມາດຕະການເຂັ້ມງວດໃນ​ການຄວບຄຸມ ແລະຈໍາກັດການເຄື່ອນໄຫວ​ຂອງ​ຜູ້ນຳ ​ແລະປະຊາຊົນ​ທີ່​ເຊື່ອ​ຖື ​ໃນສາສະໜາ​ທີ່​ມີ​ຄຳ​ສອນ​ບໍ່​ສອດຄ່ອງ​ກັບ​ແນວທາງ​ຂອງ​ພັກ, ຊົງ​ຣິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຜູ້ປະສານງານດ້ານສິດທິມະນຸດຂອງອົງການບໍ່ຂຶ້ນກັບລັດຖະບານໃນອາຊຽນ ເປີດເຜີຍວ່າ ທາງກະຊວງປ້ອງ​ກັນຄວາມ​ສະ​ຫງົບ​ໃນລາວ ໄດ້ອອກຄໍາສັ່ງເຖິງ​ກຳ​ລັງ​ປ້ອງ​ກັນຄວາມສະຫງົບໃນທົ່ວປະເທດເພື່ອໃຫ້​ເພີ່ມຄວາມ​ເຂັ້ມ​ງວດ ​ເຂົ້າ​ໃນການ​ດຳ​ເນີນມາດ​ຕະການ​ຄວບ​ຄຸມ​-ກວດ​ກາ​ເພື່ອ​ຈຳ​ກັດການ​ເຄື່ອນ​ໄຫວ​ຂອງບັນ​ດາ​ຜູ້ນຳ ​ແລະປະຊາຊົນລາວ​ບັນດາ​ເຜົ່າ​ ​ທີ່​ເຊື່ອ​ຖືໃນ​ສາສະໜາ​ທີ່ມີ​ຫລັກ​ຄຳ​ສອນ​ທີ່​ບໍ່​ສອດຄ່ອງ​ກັບ​ແນວທາງ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ແລະ​ຖ້າ​ຫາກກວດ​ພົບ​ວ່າໄດ້ມີການ​ເຄື່ອນ​ໄຫວໃນ​ລັກ​ສະ​ນະ​ດັ່ງກ່າວ ກໍ​ໃຫ້ ສາມາດຈັບກຸມໄດ້​ທັນ​ທີ ແລະຄວບ​ຄຸມຕົວຜູ້ກ່ຽວເຂົ້າ​ສູ່​ຂະ​ບວນ​ການ​ສຶກ​ສາ-ອົບຮົມ ແລະ ສັນຍາວ່າ ຈະບໍ່ເຄື່ອນໄຫວໃນລັກສະນະດັ່ງກ່າວອີກ ຈຶ່ງ​ຈະ​ອະ​ນຸ​ຍາດໃຫ້ປ່ອຍຕົວຜູ້ກ່ຽວເປັນອິດສະຫຼະ ແລະ ກັບຄືນໄປ​ສູ່ພູມ​ລຳ​ເນົາຂອງ​ຜູ້​ກ່ຽວ ຊຶ່ງ​ສອດ​ຄ່ອງ​ກັບ​ການ​ເປີດ​ເຜີຍ​ຂອງ​ພະ​ນັກ​ງານ ໃນ​ກະຊວງປ້ອງ​ກັນ​ຄວາມສະ​ຫງົບ​ພາຍ​ໃນ​ລາວ ທີ່​ຢືນຢັນ​ວ່າ:

“ຜ່ານ​ມາ​ກໍ​ໄດ້​ມີ​ການ​ເຄື່ອນ​ໄຫວວຽກ​ງານ​ສາ​ສະ​ໜາ​ຢູ່ບັນ​ດາ​ແຂວງ​ຕ່າງໆ ​ແລະຢູ່​ຂັ້ນ​ສູນ​ກາງ ​ແລະກະ​ເກັບ​ກຳ ໄດ້ຫາງ​ສຽງ​ຂອງ​ສັງຄົມກ່ຽວ​ກັບ​ສາສະໜາ​ຕ່າງໆ ຍັງເຫັນ​ໄດ້​ວ່າສະ​ພາບ​ມີ​ຜູ້​ເຊື່ອ​ຖື​ສາ​ສະ​ໜາບາງກຸ່ມຄົນມີ​ການ​ເຄື່ອນ​ໄຫວບໍ່​ໄປ​ຕາມ​ຫຼັກ​ສິນ​ທຳສາ​ສະ​ໜາ​ຂອງ​ຕົນ ເປັນ​ຕົ້ນ​ບັນ​ຫາການສ້າງບ່ອນ​ນະ​ມັດ​ສະ​ການ, ການ​ເຄື່ອນ​ໄຫວ​ສາ​ສະ​ຫນາ​ ໂດຍບໍ່ແຈ້ງຕໍ່ອົງການ-ອຳນາດການປົກຄອງທ້ອງຖິ່ນ, ມີການໂຄສະນາຊວນເຊື່ອ ເກີນຄວາມຈິງ, ການສິດສອນຂອງ​ຄະ​ນະ​ແປກໆ ​ທີ່​ບໍ່​ຖືກ​ຕ້ອງ​ຕາມ​ຫຼັກທຳ-ຄໍາ​ສອນ.”

ສ່ວນພົນ​ໂທ ທອງລອຍ ສີລິ​ວົງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ແລະຫົວໜ້າ​ກົມໃຫຍ່​ການ​ເມືອງ ກອງທັບປະຊາຊົນລາວຖະ​ແຫລງວ່າ ການຈັດ​ຕັ້ງ​ປະ​ຕິ​ບັດຍຸດທະສາດ 2 ໜ້າທີ່ຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍກອງທັບປະຊາຊົນລາວນັບ​ຈາກປີ 2000 ເປັນຕົ້ນມາ ໄດ້ເຮັດ​ໃຫ້ສາ​ມາດ​ຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະຄວາມໝັ້ນຄົງແຫ່ງຊາດ ໄດ້​ຢ່າງ​ຄັກ​ແນ່ ທັງ​ຍັງ ສາມາດຄວບຄຸມ ແລະ ຈຳກັດການເຄື່ອນໄຫວຂອງກຸ່ມກຳ​ລັງປະກອບອາວຸດທີ່ຕ້ອງ​ການຈະ​ກໍ່​ເຫດຮຸນແຮງ ແລະຕໍ່​ຕ້ານອຳນາດຂອງລັດຖະບານລາວໄດ້ຢ່າງສິ້ນ​ເຊີງ​ແລ້ວ ໂດຍສະເພາະໃນ​ພື້ນ​ທີ່ເປົ້າໝາຍຄື ແຂວງວຽງຈັນ, ໄຊສົມບູນ, ຊຽງຂວາງ, ບໍລິຄຳໄຊ ແລະ ຫຼວງພະບາງນັ້ນ ດັ່ງທີ່ທ່ານ ພົນໂທທອງ​ລອຍ ໄດ້​ໃຫ້​ການຢືນຢັນວ່າ:

“​ແຕ່​ປີ 2000 ພວກ​ເຮົາສືບ​ຕໍ່​ສຸມ​ກຳ​ລັງ​ກໍ່ສ້າງຮາກຖານ​ການ​ເມືອງໝົດທົ່ວ​ປະ​ເທດ. ອັນນີ້ແມ່ນ ວຽກນຶ່ງ. ວຽກທີ 2 ແມ່ນ​ວ່າໃຊ້ກຳລັງສືບຕໍ່ກວດ​ລ້າງພວກ​ທີ່​ເສດ​ເຫລືອ​ໂດຍ​ສະ​ເພາະ​ແມ່​ນເຂດ​ໃຈ​ກາງ​ຂອງ​ປະ​ເທດ ມີ​ແຂວງ​ໄຊ​ສົມ​ບູນ, ຊຽງຂວາງ, ແຂວງວຽງຈັນ, ແຂວງບໍລິຄຳໄຊ ແລະ ແຂວງຫຼວງພະ ບາງ. 5 ແຂວງນີ້ ກໍ​ມີ​ເຫດ​ກໍ່ຄວາມບໍ່​ສະ​ຫງົບ ສະ​ນັ້ນພວກ​ເຮົາ​ຈຶ່ງ​ວາງ​ມາດ​ຕະການ ເພື່ອ​ແກ້​ໄຂ​ຄວາມ​ບໍ່​ສະຫງົບ​ຢູ່ 5 ​ແຂວງ​ໃຫ້​ສຳ​ເລັດ, ຕີ-ກວາດ​ລ້າງພວກ​ທີ່​ເສດເຫຼືອຈົນ​ມີ​ຄວາມ​ສະ​ຫງົບໂດຍພື້ນຖານ.”

ກ່ອນໜ້ານີ້ ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ໃນທ້າຍປີ 2021 ຊຶ່ງແນ​ໃສ່ເພີ້ມປະສິດທິພາບການປາບປາມ ອາດຊະຍາກຳທຸກຮູບແບບ ຢູ່ຊາຍແດນລາວກັບປະເທດ ເພື່ອນບ້ານ ລວມ​ເຖິງ​ການ​ພັດທະນາ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ທີ່​ປາດສະ​ຈາກ​ບັນ​ຫາ​ອາດ​ຊະ​ຍາ​ກຳ​ໃຫ້​ໄດ້ຢ່າງ​ແທ້​ຈິງໂດຍກະຊວງປ້ອງກັນປະເທດ ກໍ​ຄື​ພາກ​ສ່ວນ​ທີ່​ຮັບຜິດຊອບ​ໃນ​ການ​ຮັບປະກັນ​ດ້ານ ຄວາມ​ໝັ້ນຄົງ ​ແລະສະຖຽນ​ລະ​ພາບທາງ​ການ​ເມືອງໃຫ້​ໄດ້​ຢ່າງ​ເຕັມ​ສ່ວນ ​ທັງ​ຍັງ​ຈະ​ຕ້ອງ​ສາ​ມາດ​ປົກ​ປັກ​ຮັກ​ສາ​ ​ແລະ​ເສີມ​ສ້າງ​ການ​ເມືອງ-ການ​ປົກຄອງ​ໃນ​ລາວໃຫ້​ແຂງ​ແຮງ ແລະເປັນທີ່ຍອມຮັບໃນ ສາກົນເພີ່ມຂຶ້ນນັບ​ມື້ ໂດຍສະເພາະແມ່ນກອງທັບປະຊາຊົນລາວນັ້ນ ​ຍັງ​ຈະຕ້ອງ​ປະ​ສານ​ງານ​ກັບກອງ​ທັບ​ຂອງ​ປະ​ເທດ​ເພື່ອນບ້ານ​ ເພື່ອ​ປ້ອງກັນ ແລະປາບ​ປາມອາດຊະຍາກຳ ທຸກຮູບແບບອີກ​ດ້ວຍ.

ທັງ​ນີ້ ແກັ່ງອາດຊະ​ຍາ​ກຳຈີນ ຖື​ເປັນ​ແກ້ງ​ອາດ​ຊະ​ຍາ​ກອນ​ທີ່​ຖືກຈັບກຸມໃນ​ລາວຫຼາຍທີ່ສຸດ ນັບຕັ້ງແຕ່ປີ 2018 ເປັນຕົ້ນມາ ຊຶ່ງ​ພະແນກປ້ອງ​ກັນ​ຄວາມ​ສະ​ຫງົບແຂວງບໍ່ແກ້ວ ແລະແຂວງຫຼວງນໍ້າທາ ໄດ້ສົ່ງ​ຕົວຊາວຈີນ ໃຫ້ກັບຕໍາຫຼວດຈີນ ຫລາຍກວ່າ 1,000 ຄົນ ທີ່ພົວພັນກັບການຄ້າຢາເສບຕິດ, ການຄ້າ ມະນຸດ, ການພະນັນໃນ​ລະ​ບົບອອນໄລນ໌, ການຟອກເງິນ, ການສໍ້ໂກງ ແລະ ການຫຼອກລວງຜ່ານລະບົບ Call Center ທີ່​ມີ​ລັກ​ສະ​ນະ​ເປັນອາດຊະຍາກຳຂ້າມຊາດ ແລະ ມີທ່າອ່ຽງຮຸນແຮງຂຶ້ນນັບ​ມື້ ອັນ​ເຮັດ​ໃຫ້ທາງ​ການແຂວງບໍ່ແກ້ວ ໄດ້ເພີ່ມມາດຕະການເຂັ້ມງວດເຂົ້າໃນການປາບ​ປາມ ອາດຊະຍາກຳຢູ່ເຂດ 39 ບ້ານຕົ້ນເຜິ້ງ ເຊິ່ງເປັນທີ່ຕັ້ງຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ທັງ​ຍັງ​ໄດ້​ລົງ​ໂທດ​ເຈົ້າ​ໜ້າ​ທີ່​ລັດ ທີ່​ມີ ສ່ວນ​ພົວພັນ​ກັບ​ການ​ກໍ່​ອາດຊະຍາ​ກຳ​ໃນເຂດ​ດັ່ງ​ກ່າວ 100 ກວ່າ​ຄົນ​ໃນ​ປີ 2022 ທີ່​ຜ່ານ​ມາ.

XS
SM
MD
LG