ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວີໂອເອ ສຳພາດ ຍານາງຈັນທິ ສຸນຍະເດດ ໝໍພອນອາເມຣິກັນ ເຊື້ອສາຍລາວ


ຍານາງຈັນທິ ສຸນຍະເດດ ໝໍພອນອາເມຣິກັນ ເຊື້ອສາຍລາວ.
ຍານາງຈັນທິ ສຸນຍະເດດ ໝໍພອນອາເມຣິກັນ ເຊື້ອສາຍລາວ.

ທ່ານຜູ້ຟັງທັງ​ຫຼາຍ ໃນ​ລາຍການ​ຊີວິດ​ຊາວ​ລາວ​ມື້​ນີ້ ​ເຮົາ​ຈະ​ໃຫ້ທ່ານ​ໄດ້​ຟັງ​ການ​ສຳພາດ ກັບຍາ​ນາງ​ຈັນ​ທີ ສຸນ​ຍະ​ເດດ ຜູ້ນຳ​ພາ​ທາງສາສະໜາທັງເປັນໝໍພອນ​ແມ່ຍິງອາ​ເມຣິກັນ​ເຊື້ອສາຍລາວ ຢູ່ທີ່ເມືອງ Ft. Worth ລັດ Texas. ໂດຍທົ່ວໄປແລ້ວ ຢູ່ໃນສັງຄົມຊີວິດ
ລາວ ເຮົາຈະສັງເກດເຫັນວ່າ ມີແຕ່ໝໍພອນຜູ້ຊາຍເປັນຜູ້ນຳພາ ຢູ່ໃນພິທີບາສີສູ່ຂວັນ ຕ່າງໆ ແຕ່ມາບັດນີ້ເຮົາຈະສັງເກດເຫັນໄດ້ວ່າໝໍພອນແມ່ຍິງ ກໍກ້າວເຂົ້າມາມີບົດບາດໃນ ການນຳພາດ້ານນີ້ ນັບມື້ນັບຫຼາຍຂຶ້ນ ຊຶ່ງຕົວຢ່າງຜູ້ນຶ່ງກໍຄື ຍານາງຈັນທິ ສຸນຍະເດດ ຊຶ່ງ ກິ່ງສະຫວັນ ຈະພາທ່ານໄປພົບໃນອັນດັບຕໍ່ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ນັ້ນ​ແມ່ນ​ສຽງໃຫ້​ພອນ​ຂອງຍານາງ​ຈັນ​ທິ ສຸນ​ຍະ​ເດດ ອາ ຍຸ 59 ປີ ​ອາ​ເມຣິກັນ​ເຊື້ອສາຍລາວ ປັດຈຸ​ບັນ​ນີ້ ຕັ້ງ​ຖິ່ນ​ຖານ​ ຢູ່​ເມືອງ Ft. Worth ລັດ Texas ທາງ​ພາກ​ໃຕ້​ຂອງ​ສະຫະລັດ. ຍານາງຈັນ​ທິ ແມ່ນໝໍພອນ ​ແລະ​ຜູ້ນຳ​ພາ​ພິທີ​ທາງ​ສາສະໜາ ອັນ​ເປັນຮີດຄອງ​ປະ​ເພນີໂບຮານອັນເກົ່າ​ແກ່ຂອງຊົນ​ຊາດ​ລາວ ທີ່​ໄດ້ປະຕິບັດ
ຄຽງຄູ່ກັນມາກັບພຸດທະ​ສາສະໜາ ມາເປັນ​ເວລາ​ກວ່າ 600 ປີ​ແລ້ວ.

ຕາມ​ປົກກະຕິ​ແລ້ວ​ເຮົາ​ຈະ​ເຫັນ​ແຕ່ຜູ້​ຊາຍ​ເປັນ​ໝໍພອນ ນຳພາ​ການ​ສູດມົນ​ສັກ​ເຄ​ເທວະ​ດາ​ ຢູ່​ໃນ​ພິທີ​ອັນ​ສັກສິດທີ່ສຳຄັນ ເຊັ່ນ​ວ່າພິທີບາສີສູ່​ຂວັນ ​ແຕ່ງງານ ອອກກຳ ບວດ​ນາກ ຕ້ອນ ຮັບ​ແຂກ​ບ້ານ​ແຂກ​ເມືອງ ເລື່ອນ​ຍົດ​ຊັ້ນໜ້າ​ທີ່​ການ ​ແລະຂຶ້ນ​ເຮືອນ​ໃໝ່​ເຫລົ່າ​ນີ້​ເປັນ​ຕົ້ນ.

ນັບຕັ້ງ​ແຕ່​ຊົນ​ຊາ​ດລາວໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຊີວິດ​ໃໝ່ຢູ່​ນອກ​ປະ​ເທດ​ ເປັນ​ເວລາ​ດົນ ກວ່າ​ສີ່​ທົດ​ສະຫວັດທີ່​ຜ່ານ​ມາ ການ​ປະຕິບັດຮີດຄອງ​ປະ​ເພີ​ນີຫລາຍໆ​ຢ່າງ​ໄດ້​ຖືກ​ດັດແປງ ​ແລະ​ປັບປຸງ​ໃຫ້​ເຂົ້າ​ກັບ​ສະພາບ​ການ ​ໂດຍ​ສະ​ເພາະ​ເຮົາ​ຈະ​ສັງ​ເກດ​ເຫັນ​ການ​ປ່ຽນ​ແປງບົດບາດໜ້າທີ່ລະຫວ່າງ ແມ່ຍິງ ກັບຜູ້ຊາຍ. ບັນດາອາເມຣິກັນເຊື້ອສາຍລາວ ທີ່ພາ
ກັນດຳລົງຊີວິດຢູ່ນອກປະເທດ ກຳລັງປະເຊີນໜ້າກັບຄວາມຮຽກຮ້ອງຕ້ອງການ ດ້ານ
ນຳພາພິທີທາງສາສະໜາ ພິທີພຣາມ ແລະຮິດຄອງປະເພນີລາວຕ່າງໆ ເນື່ອງຈາກວ່າ
ບັນດາເຖົ້າແກ່ພໍ່ແມ່ ໂດຍສະເພາະພວກຜູ້ຊາຍ ຜູ້ເຖົ້າຜູ້ແກ່ທີ່ມີຄວາມຮູ້ຄວາມຊໍານານ
ກັບຮິດຄອງປະເພນີໂບຮານ ໄດ້ລົ້ມຫາຍຕາຍໄປ ໂດຍທີ່ພວກລູກຫລານຜູ້ເກີດໃໝ່ໃຫຍ່
ລຸນບໍ່ໄດ້ຮັບການຖ່າຍທອດ ແລະຍັງບໍ່ມີຄວາມສົນໃຈກ່ຽວກັບເລື້ອງດັ່ງກ່າວພໍປານໃດ ຊຶ່ງຍານາງຈັນທິ ໄດ້ເລົ່າເບື້ອງຕົ້ນຂອງການຕັ້ງວິດໃໝ່ສູ່ ວີໂອເອ ຟັງວ່າ :

ຍານາງຈັນທິ ສຸນຍະເດດ (ກາງ) ນຳພາລູກຫລານທຳພິທີທາງສາສະໜາ.
ຍານາງຈັນທິ ສຸນຍະເດດ (ກາງ) ນຳພາລູກຫລານທຳພິທີທາງສາສະໜາ.

ຫລັງ​ຈາກ​ຍາ​ນາງ​ຈັນ​ທິ​ໄດ້​ອອກ​ກິນເບ້ຍ​ບໍານານ​ແລ້ວ ຍາ​ນາງ​ມີ​ເວລາ​ຫວ່າງ​ຫລາຍ​ຂຶ້ນ ​ແລະ​ໄດ້​ພົວພັນ​ກັບ​ກິດຈະການສັງຄົມຫລາຍໆ​ຢ່າງ​ອັນ​ໄດ້​ເປັນ​ບ່ອນ​ເລີ້ມ​ຕົ້ນ​ນຳພາໃຫ້ ຍານາງ​ຈັນ​ທິ ​ເລີ້ມ​ເຂົ້າ​ມາ​ມີ​ບົດບາດ​ຂອງ​ການ​ເປັນ​ໝໍພອນ ຊຶ່ງ​ຍານາງ​ໄດ້​ເລົ່າ​ສູ່​ຟັງ​ດັ່ງ​ນີ້ :

ຜູກແຂນໃຫ້ແກ່ຄູ່ບ່າວສາວ
ຜູກແຂນໃຫ້ແກ່ຄູ່ບ່າວສາວ

ຍານາງ​ຈັນ​ທິ ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ອະນາ​ຄົດ​ຂອງວັດທະນາ​ທຳ​ລາວ​ຢູ່ຕ່າງ​ປະ​ເທດ ​ເມື່ອຖາມ​ເຖິງ​ຄວາມ​ສົນ​ໃຈ​ຂອງ​ພວກຊາວໜຸ່​ມ​ອາ​ເມຣິກັນ​ເຊື້ອສາຍ​ລາວ ທີ່​ເກີດ​ໃຫຍ່​ຢູ່​ໃນ​ສະຫະລັດ ຍານາງຈັນ​ທິກໍກ່າວ​ວ່າ:

ຍານາງຈັນທິ ສຸນຍະເດດ ນຳພາລູກຫລານມອບຜ້າໄກ.
ຍານາງຈັນທິ ສຸນຍະເດດ ນຳພາລູກຫລານມອບຜ້າໄກ.

ໝໍພອນ ຫລືຜູ້​ຊ່ຽວຊານການໃຫ້​ພອນ ​ເປັນ​ຜູ້ມີ​ພອນ​ສະຫວັນ​ອັນ​ປະ​ເສີດ ​ແລະ​ມີໜ້າທີ່​ອັນ​ມີ​ກຽດ​ຢູ່​ໃນ​ພິທີ​ອັນ​ສຳຄັນ ​ໂດຍ​ສະ​ເພາະຍານາງ​ຈັນ​ທິ ທີ່​ເປັນແມ່ຍິງ ແລະແມ່ນເປັນການ​ຫາຍາກ ທີ່​ຍານາງກຳລັງ​ຮັບ​ໃຊ້​ສັງຄົມ​ລາວ​ອາ​ເມຣິກັນ ​ປະຕິບັດ​ໜ້າ​ທີ່ ​ອັນ​ເປັນປະ​ເພນີ​ພື້ນ​ເມືອງ​ລາວທີ່​ສຳ​ຄັນຕ່າງໆ. ບັດ​ນີ້​ເຮົາ​ມາ​ຟັງ​ຄຳໃຫ້ພອນ​ຂອງ​ຍານາງ​ຈັນ​ທິຈັກບາດ
ເໜາະທ່ານ ວ່າຈະ​ເປັນ​ຢ່າງ​ໃດ:

ພາບາສີຫລວງ
ພາບາສີຫລວງ

ກ່ອນ​ອຳ​ລາ​ທ່ານ​ຜູ້​ຟັງ​ໄປ​ມື້​ນີ້ ຍານາງ​ຈັນ​ທິ ​ໄດ້​ຝາກ​ພອນ​ອັນ​ປະ​ເສີດ​ໃຫ້​ແກ່ ວິທະຍຸ​ສຽງ​ອາ​ເມຣິກາ ຊຶ່ງ​ຍານາງ​ຈັນທິ ໄດ້​ກ່າວ​ມ້ວນທ້າຍ​ວ່າ :

ວິທະຍຸສຽງອາເມຣິກາ (voa)
ວິທະຍຸສຽງອາເມຣິກາ (voa)

ສາທຸ ຂ້າພະ​ເຈົ້າ​ ກິ່ງ​ສະຫວັນ ພ້ອມ​ດ້ວຍ​ຄະນະ​ຈັດ​ທຳລາຍ​ການ ວິທະຍຸ​ວີ​ໂອ​ເອ ພາກ​ພາສາ​ລາວ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ ຕໍ່ຄຳ​ອວຍພອນ​ອັນ​ປະ​ເສີດ​ຂອງ​ ຍານາງ​ຈັນ​ທິ ສຸນຍະ​ເດດ ​ ແລ​ະຂໍຂອບ​ໃຈ​ທີ່​ທ່ານ​ໄດ້​ນຳພາ​ລູກ​ຫລານຮັກສາ​ຮີດຄອງ​ປະ​ເພນີ​ລາວ​ໄວ້​ ໂດຍຮີດບໍ່ໃຫ້ໝອງ ຄອງບໍ່ໃຫ້ເສົ້າ ແລະເຖິງແມ່ນຈະຢູ່​ໃນ​ຕ່າງ​ແດນກໍຕາມ ພ້ອມ​ດຽວ​ກັນ​ນີ້ກໍ ​ຂໍ​ໃຫ້​ທ່ານ​ຈົ່ງ​ມີແຕ່​ສຸຂະ​ພາບ​ແຂງແຮງ ​ປາດສະຈາກ​ໂລຄາພະຍາດ​ຕະຫລອດ​ໄປ​ດ້ວຍ​ເຖີດ.

XS
SM
MD
LG