ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 41 ປີ ທີ່ສະຖານທູດ ສປປ ລາວ


Lao Embassy 2016
please wait
Embed

No media source currently available

0:00 0:01:14 0:00

ທ່ານຜູ້ຟັງທັັັງຫຼາຍ ໃນລາຍການຊີວິດຊາວລາວປະຈຳວັນພະຫັດມື້ນີ້ ເຮົາຈະນຳເອົາລາຍ
ງານກ່ຽວກັບການສະຫລອງຄົບຮອບວັນຊາດ 41 ປີຢູ່ສະຖານທູດ ສປປ ລາວ ທີ່ນະຄອນ
ຫລວງ ວໍຊິງຕັນ ດີ.ຊີ ມາສະເໜີທ່ານ ຊຶ່ງ​ປະກອບດ້ວຍຄຳປາໄສຂອງ ພະນະທ່ານ ​ເອກ​ອັກຄະ​ລັດຖະທູດໄມ ​ໄຊ​ຍະ​ວົງ ພ້ອມ​ດ້ວຍ​ການ​ສຳພາດ​ກັບແຂກ​ທີ່​ເຂົ້າ​ຮ່ວມນຳ​. ສ່ວນວ່າ
ບັນ​ຍາກ​າດ​ໃນ​ງານ​ກິນ​ລ້ຽງ​ເປັນ​ຢ່າງ​ໃດ​ນັ້ນເຮົາຂໍໃຫ້ທ່ານພົບກັບ ກິ່ງ​ສະຫວັນ ໄດ້ໃນ​ອັນ​ດັບ​ຕໍ່ໄປ.

ບັນດາທຸງກຸ່ມປະເທດອາຊຽນ
ບັນດາທຸງກຸ່ມປະເທດອາຊຽນ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ວັນທີ 2 ທັນວາ ປີ 2016 ແມ່ນວັນຄົບຮອບວັນຊາດ 41
ປີ ຂອງ ສປປ ລາວ ທີ່ໄດ້ເລີ້ມສະຫລອງກັນມາ ແຕ່ປີ 1975 ຫລັງຈາກຄະນະແນວລາວ
ຮັກຊາດ ໄດ້ກຳອຳນາດ ແລະປ່ຽນລະບອບການປົກຄອ ງຈາກປະຊາທິປະໄຕ ພາຍໃຕ້ ກະສັດ ມາເປັນລະບອບສັງຄົມນິຍົມ. ໃນວັນສຳຄັນດັ່ງກ່າວນີ້ ສປປ ລາວ ໄດ້ທຳພິທີສະ ຫລອງວັນຊາດໂດຍການນຳພາຂອງປະທານປະເທດ ພະນະທ່ານບຸນຍັງ ວໍຣະຈິດພ້ອມ ດ້ວຍຄະນະລັດຖະບານ ໂດຍການຕ້ອນຮັບການເຂົ້າຢ້ຽມຄຳນັບອວຍພອນຈາກບັນດາ ທູຕານຸທູດແລະອົງການຈັດຕັ້ງສາກົນຕ່າງໆປະຈຳລາວ. ພ້ອມດຽວກັນນີ້ຢູ່ຕາມສະຖານ ທູດ ສປປລາວ ຢູ່ທົ່ວໂລກກໍໄດ້ມີການສະຫລອງເຊັ່ນດຽວກັນ.

ບັນດາເຈົ້າໜ້າທີ່ ສະຖານທູດ ສປປ ລາວ ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ.
ບັນດາເຈົ້າໜ້າທີ່ ສະຖານທູດ ສປປ ລາວ ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ.

ໃນວາລະໂອກາດດຽວກັນນີ້ ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກໍໄດ້ສົ່ງສານອວຍພອນ ສະແດງຄວາມປາດຖະໜາອັນອົບອຸ່ນຕາງໜ້າ ໃຫ້ປະທານາ ທິບໍດີສະຫະລັດ ທ່ານ Barack Obama ແລະຕາງໜ້າປະຊາຊົນອາເມຣິກັນໄປຍັງພະ ນະທ່ານບຸນຍັງ ວໍຣະຈິດ ປະທານປະເທດ ສປປ ລາວ ແລະປະຊາຊົນລາວ. ຈຸດສຳຄັນ ທີ່ທ່ານ Kerry ໄດ້ຍ້ອງຍໍສັນລະເສີນ ສປປ ລາວ ກໍຄືຜົນສຳເລັດການເປັນປະທານກອງ ປະຊຸມສຸດຍອດອາຊຽນ ທີ່ຜ່ານມານີ້ ແລະການຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດ ຂອງປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ.

ບັນດາສະຕີ ສະຖານທູດ ສປປ ລາວ.
ບັນດາສະຕີ ສະຖານທູດ ສປປ ລາວ.

ໃນຕອນແລງວັນເສົາທີ 3 ເດືອນທັນວາ ຢູ່ສະຖານທູດ ສປປ ລາວ ທີ່ນະຄອນຫລວງ
ວໍຊິງຕັນ ກໍໄດ້ມີການເຕົ້າໂຮມສະຫລອງວັນຊາດ ໂດຍມີສະມາຊິກສັງຄົມອາເມຣິກັນ
ເຊື້ອສາຍລາວຈຳນວນນຶ່ງເຂົ້າຮ່ວມນຳ. ບັນຍາກາດຄັ້ງນີ້ເຕັມໄປດ້ວຍໃບໜ້າອັນຍີ້ມ
ແຍ້ມແຈ່ມໃສ ແລະໄມຕີຈິດອັນດີງາມ. ພາບທ່ີ່ເຫັນເປັນສັນຍາລັກຂອງລາວນັ້ນ ກໍຄື ບັນດາສຸພາບສະຕີແມ່ນພາກັນແຕ່ງໂຕນຸ່ງສີ້ນໄໝແພວາຢ່າງງົດງາມພ້ອມດ້ວຍອາຫານ
ພື້ນເມືອງລາວທີ່ໜ້າຮັບປະທານ ແລະ​ເຄຶ່ອງດື່ມຕ່າງໆໄວ້ຕ້ອນຮັບບັນດາແຂກຄົນ ອັນ ເປັນຈຸດເຕົ້າໂຮມສົນທະນາຂອງບັນດາສຸພາບບູຣຸດ. ນອກນັ້ນກໍມີບຸກຄົນສຳຄັນ ທີ່ໄດ້ ເດີນທາງມາຮ່ວມຄືທ່ານໄມທອງ ທຳມະວົງສາ ຮອງຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳສະຫະປະຊາຊາດ ທີ່ນະຄອນນິວຢອກ.

ພິທີໄດ້ເປີດຂຶ້ນເວລາ 7:00 ໂມງແລງ ໂດຍການກ່າວຕ້ອນຮັບບັນດາແຂກຜູ້ມີກຽດໂດຍ
ພະນະທ່ານເອກອັກຄະລັດທູດໄມ ໄຊຊະວົງ ທີ່ໄດ້ລາຍງານ ເຖິງຄວາມກ້າວໜ້າ ຂອງ ສປປ ລາວ ເປັນຂັ້ນຕອນຢ່າງ​ຍືດຍາວ ຊຶ່ງ​ເຮົາ​ໄດ້​ນຳ​ເອົາ​ຂັ້ນຕອນ​ສຳຄັນມາສະ​ເໜີ​ທ່ານ ດັ່ງນີ້:

ພະນະທ່ານເອກອັກຄະລັດຖະທູດໄມ (ທີສອງຈາກຊ້າຍ) ແລະ ພັນລະຍາ ຍານາງສຸມາລີ ໄຊຍະວົງ.
ພະນະທ່ານເອກອັກຄະລັດຖະທູດໄມ (ທີສອງຈາກຊ້າຍ) ແລະ ພັນລະຍາ ຍານາງສຸມາລີ ໄຊຍະວົງ.

ຮວມຢູ່ໃນບັນດາແຂກຜູ້ມີກຽດກໍແມ່ນ ທ່ານຄຳຝັ້ນ ສິມປະເສີດ ແລະພັນລະຍາ ຍານາງ
ບຸນແທ່ນ ສະມາຊິກສັງຄົມອາເມຣິກັນເຊື້ອສາຍລາວ ທີ່ໄດ້ເດີນທາງມາຈາກພາກໃຕ້ຂອງ
ລັດເວີຈີເນຍ ທ່ານຄຳຝັ້ນ ໄດ້​ໃຫ້​ຂໍ້​ຄິດ​ເຫັນ​ກ່ຽວ​ກັບ ການ​ມາສະ​ລອງ​ວັນ​ຊາດ​ມື້​ນີ້​ກັບ ວີໂອເອວ່າ:

ທ່ານຄຳຝັ້ນ ສິມປະເສີດ ແລະພັນລະຍາ ຍານາງບຸນແທ່ນ.
ທ່ານຄຳຝັ້ນ ສິມປະເສີດ ແລະພັນລະຍາ ຍານາງບຸນແທ່ນ.

ບັນຍາກາດ​ການ​ສະຫລອງ​ວັນຊາດ​ຄົບຮອບ 41 ປີ​ຂອງ ສປປ ລາວ ທີ່​ໄດ້​ຈັດ​ຂຶ້ນ​ຢູ່ ສະຖານທູດ​ລາວ ​ໃນ​ນະຄອນຫລວງ ວໍ​ຊິງຕັນ ​ໃນ​ວັນ​ເສົາ ທີ ​3 ທັນວາແລ້ວ​ ໄດ້​ຜ່ານ​ພົ້ນ​ໄປ​ດ້ວຍ​ຄວາມ​ຈົບງາ​ມ ​ມີໄມ​ຕີ​ຈິດ​ມິດຕະພາບ​ອັນ​ອົບ​ອຸ່ນ ​ແລະ​ບັນດາ​ແຂກ​ທີ່​ເຂົ້າ​ຮ່ວມ​ຕ່າງ​ກໍ​ໄດ້ຮັບ​ຄວາມສະ​ໜຸກສະໜາ​ນ. ​ຖ້າ​ທ່ານ​ຕ້ອງການ​ຟັງ​ຄຳ​ປາ​ໄສ​ທັງ​ໝົດ​ຂອງ​ພະນະ​ທ່ານ​ເອກ​ອັກຄະ​ລັດຖະທູດ​ໄມ ​ໄຊ​ຍະ​ວົງ ກະລຸນາ​ຕິດຕາມ​ຟັງ​ໄດ້​ທີ່ ໜ້າ​ແວັບ​ໄຊ​ ຂອງ​ວີ​ໂອ​ເອ​ ທີ່ www.lao.voanews.com ຫລືຢູ່ຂ້າງເທິງນີ້.

ທ່ານບຸນທະລາ ປັນຍາວິຈິດ ເລຂານຸການເອກ ຫົວໜ້າພະແນກການເມືອງ ເສດຖະກິດ ແລະວັດທະນະທຳ ພ້ອມດ້ວຍພັນລະຍາ ຍານາງສິນສະມຸດ.
ທ່ານບຸນທະລາ ປັນຍາວິຈິດ ເລຂານຸການເອກ ຫົວໜ້າພະແນກການເມືອງ ເສດຖະກິດ ແລະວັດທະນະທຳ ພ້ອມດ້ວຍພັນລະຍາ ຍານາງສິນສະມຸດ.

XS
SM
MD
LG