ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໕ ມີນາ ໒໐໒໕

ນັກ​ສຶກ​ສາລາວ ທີ່​ຮຽນ​ການ​​ແພດ​ໃນປະ​ເທດ ​ຄິວ​ບາ ແບ່ງ​ປັນ​ປະ​ສົບ​ການ​ຕ່າງໆກັບ ​ວີ​ໂອ​ເອ​ລາວ


ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້ ດ້ວຍ​ການ​ບັນ​ຍາຍ​ເປັນ​ພາ​ສາ ລາວ.

ເປັນເວລາເກືອບ 7 ປີທີ່ນັກຮຽນມົ້ງລາວ ນາງປ່າຈີຄາ ຈູຊື່ ໄດ້ສຶກສາວິຊາ ສາຂາ ການແພດຢູ່ທີ່ນະ​ຄອນຫຼວງ ຮາວານາ ປະເທດ ຄິວບາ ເຊິ່ງໃນໄລ ຍະເວລາເກືອບ 7 ປີນັ້ນ ນາງ ປ່າ ຍັງບໍ່ທັນໄດ້ກັບມາຢາມບ້ານຢູ່ທີ່ປະເທດ ລາວ ຈັກເທື່ອ ເນື່ອງຈາກການຮໍ່າຮຽນໃນສາຂາແພດທີ່ໜັກ ແລະ ໄລຍະທາງທີ່ໄກຂອງສອງປະເທດ.

ຊີວິດນັກສຶກ​ສາຂອງນາງ ປ່າ ແມ່ນໄດ້ເລີ່ມຕົ້ນຈາກການເປັນນັກສຶກສາ ມໍປາຍ ທີ່ບ້ານຫຼັກ 52 ເມືອງ ໂພນໂຮງ ແຂວງວຽງຈັນ ກ່ອນທີ່ຈະຕັດສິນ ໃຈໄປສຶກສາຕໍ່ປະລິນຍາຕີ ຢູ່ປະເທດ ຄິວບາ ສາຂາແພດທົ່ວໄປ ເຊິ່ງນາງ ໄດ້ເວົ້າວ່າ: “ຕັ້ງແຕ່ມາກໍຫຼັງຈາກຈົບມໍ 7 ເລີຍກໍ 2018 ມາຮອດຕອນນີ້ ນີ້ ແຫລະ ຍັງບໍ່ໄດ້ກັບບ້ານເທື່ອແມ່ນຊິ 7 ປີແລ້ວ. ທຳອິດກໍມີພີ່ນ້ອງທີ່ເຂົາ ເຈົ້າຮຽນຢູ່ນີ້ແລ້ວປີໜຶ່ງ ກໍຮູ້ສຶກວ່າມັນມີທຶນຢູ່ນີ້ແລ້ວ ຢູ່ປະເທດຄິວບາ ນຳແນ່ ກໍເລີຍຕິດຕໍ່ຖາມອ້າຍຜູ້ນັ້ນວ່າ ເຂົາເຈົ້າເຮັດເອກະສານຈັ່ງໃດ ເພິ່ນກໍມີແຕ່ເວົ້າວ່າ ໄປແລ່ນເອກະສານຢູ່ກະຊວງສຶກສາ ແລ້ວກໍໄປແລ່ນ ມີແຕ່ເບິ່ງຄະແນນ ສອບເສັງ ມໍ 7 ນີ້ແຫລະວ່າ ຜ່ານບໍ່ ຜ່ານກໍເລີຍໄດ້ເຂົ້າ.”

ຫຼັງຈາກທີ່ຮັບຮູ້ວ່າ ໂຕເອງໄດ້ຮັບທຶນນັກສຶກສາ ນາງ ປ່າ ກໍໄດ້ສຶກສາ ກ່ຽວກັບ ປະເທດ ຄິວບາ ຫຼາຍຂຶ້ນ ໂດຍສະເພາະແມ່ນການກຽມຮຽນຮູ້ ກ່ຽວກັບປະເທດ ຄິວ​ບາ ແລະ ເລີ່ມຮຽນພາສາ ສເປນ ເຊິ່ງນາງເອງ ກໍໄດ້ເວົ້າຕື່ມອີກວ່າ: “ສຳລັບຕອນທຳອິດຮູ້ວ່າ ຈະໄດ້ມາປະເທດຄິວບາແລ້ວ ກໍຢາກຮຽນຢູ່ພີ້ ຮູ້ສຶກວ່າ ເຮົາຕ້ອງຮູ້ໜ້ອຍໜຶ່ງກໍໄປສຶກສາວ່າ ເຂົາເຈົ້າເວົ້າ ພາສາຫຍັງກ່ອນ, ໄປສຶກສາປະຫວັດສາດຄວາມເປັນມາທາງ ແລ້ວ ກໍສະຖານະການທາງຄິວບານີ້ ເຂົາເຈົ້າເປັນຈັງໃດ ຢ່າງພວກເຮືອນ ເເລະກໍສະຖານທີ່ຕ່າງໆ ໂດຍສະເພາະແມ່ນພູມອາກາດວ່າ ເຮົາຈະຢູ່ໄດ້ບໍ່ ປະມານນີ້ ເຊິ່ງພູມອາກາດຈະຄ້າຍບ້ານເຮົາຕອນຮ້ອນກໍຮ້ອນຢູ່ ຕອນໜາວ ກໍໜາວຢູ່ ເຊິ່ງຕອນນີ້ ກໍຄ້າຍໆກັນກັບປະເທດລາວ. ກ່ອນທີ່ຈະມາພີ້ກໍຝຶກພາສາ ສະເປນ ເອົາເອງ ມີແຕ່ຄົ້ນຫາໃນຢູທູບ ແລ້ວກໍຮຽນເອົາເອງ ຮຽນເອງປະມານທິດສອງທິດ ແປເອົາເປັນພາສາລາວ, ພາສາໄທ, ພາສາອັງກິດນີ້ເເຫລະ.”

ນັກສຶກສາລາວທີ່ໄດ້ຮັບທຶນການສຶກສາຈາກລັດຖະບານ ຄິວ​ບາ ແລະ ລັດຖະບານລາວ ໃນປັດຈຸບັນກໍມີຫຼາຍຂຶ້ນ ອີງຕາມ ນາງ ປ່າ ແມ່ນໄດ້ໃຫ້ຂໍ້ ມູນວ່າ: “ນັກສຶກສາລາວຢູ່ຄິວບາຕອນນີ້ ກໍມີຢູ່ປະມານ 30 ປາຍຄົນ ເຊິ່ງກໍມີນັກສຶກສາ ທີ່ເປັນຊົນເຜົ່າຫຼາຍຄົນຕັ້ງແຕ່ເໜືອຮອດໃຕ້. ນັກສຶກສາລາວທີ່ສຶກສາຢູ່ໃນ ຄິວບ​າ ແມ່ນຈະສຶກສາການແພດ ເປັນ ສ່ວນຫຼາຍ, ເຊິ່ງ 2-3 ປີ ທີ່ ຜ່ານມານີ້ ເຂົາເຈົ້າກໍເລີ່ມເພີ່ມຂະແໜງການອື່ນໆ ມາໂດຍສະເພາະແມ່ນວິສະວະກຳໄຟຟ້າບໍ, ວິສະວະກຳ ຄອມພິວເຕີບໍ ຫຼື ບັນຊີ ແຕ່ວ່າ ກ່ອນໜ້ານັ້ນ ກໍຈະມີແພດເປັນຫຼັກໆ ເລີຍ. ສ່ວນເລື່ອງກັບບ້ານ ແມ່ນແລ້ວແຕ່ເງື່ອນໄຂ ຂອງແຕ່ລະຄົນເນາະ. ແມ່ນຕັ້ງເເຕ່ປີຂ້ອຍມານີ້ ແມ່ນຊື້ປີ້ຍົນມາເອງເນາະ ຫຼັງຈາກປີ 2019 ເນາະລັດຖະບານເຂົາເຈົ້າມີກຳນົດໃໝ່ຂຶ້ນ ຄືຈ່າຍປີ້ຄ່າຍົນໄປກັບໃຫ້ ຕອນມາຮຽນແລ້ວຕອນກັບຫຼັງຈາກຈົບແລ້ວ.”

ຊຸມຊົນຄົນລາວໃນ ຄິວ​ບາ ແມ່ນເປັນຊຸມຊົນຂອງນັກສຶກສາລາວ, ສ່ວນຫຼາຍ ຈະບໍ່ຄ່ອຍໄດ້ມີຄົນລາວ ທີ່ປັກຫຼັກອາໄສຢູ່ ປະເທດ ຄິວ​ບາ ເລີຍເຊິ່ງ ນາງເອງ ກໍເວົ້າວ່າ: “ສ່ວນຫຼາຍເເມ່ນເຂົາເຈົ້າກັບປະເທດໝົດ ສ່ວນໜ້ອຍທີ່ຈະຢູ່ຕໍ່ ເພື່ອຮຽນຕໍ່ປະລິນຍາໂທ ແລ້ວແຕ່ ແຕ່ລະຄົນ ທີ່ຈະຂໍທຶນໄດ້ບໍ່ ເຊິ່ງນັກສຶກສາ ລາວໃຫ້ຄວາມຊ່ວຍເຫຼືອກັນ ໂດຍການເຕົ້າໂຮມກັນດົນໆເທື່ອໜຶ່ງ ເຮັດອາຫານລາວກິນ ເພາະແຕ່ລະຄົນ ກະຢູ່ໂຮງຮຽນຕ່າງກັນຫັ້ນນະ.”

ປະເທດ ຄິວ​ບາ ຖືໄດ້ວ່າ ເປັນປະເທດໜຶ່ງທີ່ມີຊຸມຊົນຄົນເອເຊຍໜ້ອຍຫຼາຍ ຖ້າທຽບໃສປະເທດອື່ນໆ ໃນເຂດຄາຣິບບຽນ (Caribbean countries) ເຊິ່ງ ເປັນປະເທດທີ່ບໍ່ຄ່ອຍມີອາຫານເອເຊຍຫຼາກຫຼາຍປານໃດ. ທາງນາງ ປ່າ ເອງ ກໍໄດ້ອະທິບາຍການເອົາຕົວລອດ ເເລະ ວີຖີຊີວິດການກິນຂອງ ຊຸມຊົນນັກສຶກສາລາວຢູ່ ຄິວ​ບາ ວ່າ: “ບໍ່ຄ່ອຍມີ ໂດຍສະເພາະ ທາງອາຫານພາກເຮົານີ້ ກໍບໍ່ຄ່ອຍມີປານໃດເວລາ ຄິດຮອດອາຫານບ້ານ ກໍເຮັດຕຳໝາກຫຸ່ງຫັ້ນແຫລະ ຕຳໝາກຫຸ່ງແບບບໍ່ມີກະປິ, ບໍ່ມີປາແດກ, ບໍ່ມີນ້ຳປາ ມີແຕ່ໃສ່ເກືອ ແລ້ວກໍນ້ຳຕານ, ແປ້ງນົວໃສ່ ເຮັດແບບຮັກສາ ສຸຂະພາບ ແຕ່ກະໃສ່ໝາກເຜັດນຳແດ່. ເເຕ່ໝາກເຜັດນີ້ ກໍໃສ່ເປັນຊ່ວງໆ ເພາະປະ ເທດນີ້ ບໍ່ມັກກິນເຜັດຫຼາຍປານໃດ ກໍຊອກຍາກແນ່. ອາຫານລາວ ທີ່ຄ້າຍໆອາຫານຄິວບາ ແມ່ນ pollo frito ທີ່ໝາຍເຖິງປີ້ງໄກ່ ຖ້າທຽບໃສ່ ປານເຮົາກໍຄືປີ້ງໄກ່ຕຳໝາກຫຸ່ງ ຄົນຢູ່ພີ້ຈະກິນເຂົ້າຈີ່ກັບ ກາເຟນີ້ ຕະຫຼອດເລີຍ.”

ນອກຈາກຕຳໝາກຫຸ່ງແລ້ວ ທາງນັກສຶກສາລາວ ກໍໄດ້ເຕົ້າໂຮມກັນເຮັດ ອາຫານລາວ ໂດຍສະເພາະແມ່ນລາບລາວ ແລະ ກໍໄດ້ແຈກຢາຍໃຫ້ຄົນ ຄິວ​ບາ ໄດ້ຊິມນຳເຊິ່ງຄົນ ຄິວ​ບາ ແມ່ນມັກກິນລາບຫຼາຍ. ເເຕ່ການ ເຮັດລາບລາວໃນປະເທດ ຄິວ​ບາ ກໍຂ້ອນຂ້າງຍາກເນື່ອງຈາກບໍ່ມີສ່ວນ ປະກອບ ຫຼື ເຄື່ອງປຸງທີ່ພຽງພໍ ເຊິ່ງການສັ່ງເຄື່ອງປຸງຈາກປະເທດເພື່ອນ ບ້ານຂອງ ຄິວ​ບາ ກໍແພງຫຼາຍເຊັ່ນດຽວກັນ.

ສຳລັບໂຕນາງ, ການຮຽນສາຂາແພດທົ່ວໄປຢູ່ປະເທດດັ່ງກ່າວ ແມ່ນແຕກ ຕ່າງກັບ ປະເທດລາວຫຼາຍ ທາງດ້ານໂດຍສະເພາະແມ່ນເລື່ອງບຸກຄະລິກ ຂອງຄົນເຈັບເຊິ່ງນາງໄດ້ຮັກສາ ແລະ ວິນິໄສພະຍາດໃຫ້ກັບຄົນເຈັບ ໂດຍບໍ່ມີລັກສະນະເຂີນອາຍ ແລະ ເປັນທຳມະຊາດເປີດເຜີຍກັບແພດໝໍ. ສ່ວນການຮັກສາຄົນເຈັບຄົນລາວ ຈະຍາກໜ້ອຍໜຶ່ງ ເພາະມີຄວາມເຂີນ ອາຍເຂົ້າມາເປັນອຸປະສັກ. ນອກຈາກນີ້, ການສຶກສາຮໍ່າຮຽນວິ​ຊາແພດຂອງ ນາງ ປ່າ ແມ່ນໄດ້ເລີ່ມຕົ້ນເຂົ້າໄປປະຈຳການຢູ່ໂຮງໝໍຕັ້ງແຕ່ຢູ່ປີ 2 ເຊິ່ງໄດ້ ເຮັດວຽກລົງໂຕຈິງ ແລະ ໃກ້ຊິດຕິດແທດກັບຄົນເຈັບຕັ້ງແຕ່ເລີ່ມຮຽນ ເຮັດໃຫ້ນາງໄດ້ລົງເລິກກ່ຽວກັບວິຊາທີ່ໄດ້ຮຽນຢ່າງແທ້ຈິງ.

ຄວາມຫວັງຂອງນາງ ຫຼັງຈາກທີ່ຮຽນຈົບແມ່ນຢາກຈະກັບມາຊ່ວຍເຫຼືອວຽກ ງານທາງດ້ານສາທາລະນະສຸກໃນປະເທດລາວ ໂດຍສະເພາະການເຮັດ ວຽກນຳລັດ ເຊິ່ງນາງເອງກໍເວົ້າໃຫ້ຟັງວ່າ: “ຄິດວ່າຫຼັງຈາກທີ່ຮຽນຈົບກໍຢາກເຮັດວຽກນຳລັດຫັ້ນແຫລະ ກ່ອນອື່ນກ່ອນຈະ ຕ້ອງຫາເງິນແນ່ ລະກະຢາກໄດ້ປະສົບການແນ່ ໃຈແທ້ ກໍຢາກເຮັດວຽກນຳ ລັດ ແຕ່ວ່າ ກໍຕ້ອງເບິ່ງກ່ອນເພາະການຊອກເຂົ້າລັດຖະກອນນີ້ ກໍບໍ່ຮູ້ຈະເປັນແນວໃດ ແຕ່ກໍຈະລອງເບິ່ງກ່ອນ.”

ນອກຈາກອຸປະສັກຕ່າງໆຈາກການຮຽນແລ້ວນັກສຶກສາຫຼາຍຄົນລວມເຖິງ ນາງປ່າເອງນຳ ກໍຕ້ອງໄດ້ຈາກບ້ານຢູ່ປະເທດລາວໄປເປັນເວລາຫຼາຍປີ ແລະ ໃຊ້ຊີວິດໃນປະເທດ ຄິວ​ບາ ແຕ່ຢ່າງໃດກໍຕາມ ນາງ ປ່າ ເອງກໍຄິດວ່າ ຕົນເອງ ຈະສາມາດເອົາຄວາມຮູ້ທີ່ໄດ້ຮຽນມາຈາກ ຕ່າງປະເທດ ມາພັດທະນາລະ ບົບການແພດຢູ່ໃນປະເທດລາວ ຕາມຄວາມສາມາດ ແລະ ຄວາມຮູ້ທີ່ຕົນເອງຮໍ່າຮຽນມາ ແຕ່ສິ່ງເຫຼົ້ານີ້ ຈະເປັນໄປໄດ້ກໍຂຶ້ນກັບໂອກາດທີ່ຢູ່ໃນບ້ານເກີດຕົນເອງ ກໍຄືປະເທດລາວ.

ໃນຕອນຈົບຂອງບົດສຳພາດ ນາງ ປ່າເອງກໍໄດ້ແນະນຳໃຫ້ນັກສຶກສາລາວ ທີ່ຄິດຈະໄປຮຽນຕໍ່ປະເທດຄິວບາໃຫ້ຕັ້ງໃຈ ແລະກຽມໂຕໃຫ້ພຽງພໍ ເພາະ ການຮຽນໃນປະເທດນີ້ ແມ່ນໃຊ້ເວລາດົນ ແລະບໍ່ຄ່ອຍມີໂອກາດກັບໄປ ບ້ານຫຼາຍປານໃດ. ສະນັ້ນ, ນັກສຶກສາຄິດຈະສະໝັັກທຶນນີ້ ຕ້ອງມີຄວາມ ຕັ້ງໃຈ ແລະ ອົດທົນ. ພ້ອມກັບກຽມ ພ້ອມສິ່ງຂອງທີ່ຈະເອົາມາຈາກປະເທດລາວນຳ ເຊິ່ງນາງ ກໍໃຫ້ຄຳປຶກສານັກສຶກສາລາວ ທີ່ປະເຊີນບັນຫາ ຫຼື ບໍ່ຮູ້ແນວທາງ ໃຫ້ຕິດຕໍ່ນາງມາໄດ້ທາງ Facebook: Pa Chee Kha Chouxue (ປ່າຈີຄາ ຈູຊື່) ເຊິ່ງນາງເອງ ໄດ້ອັດຄລິບວີດີໂອລົງໃນຢູທູບ ເຜີຍແຜ່ ກ່ຽວກັບ ການໃຊ້ຊີວິດຂອງຄົນລາວ ໃນປະເທດຄິວບາເຊັ່ນດຽວກັນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG