ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໘ ມີນາ ໒໐໒໕

VOA ພະແນກພາສາລາວ ຈະໄດ້ຫົວໜ້າຄົນໃໝ່


ທ່ານ ລິນທອງ ນ້ອຍນາລາ, ອະດີດ ຫົວໜ້າຜະແນກພາສາລາວ ຂອງວີໂອເອ ໄດ້ອອກກິນເບ້ຍບໍານານ ໃນເດືອນພຶດສະພາ 2010 ທີ່ຜ່ານມານີ້.
ທ່ານ ລິນທອງ ນ້ອຍນາລາ, ອະດີດ ຫົວໜ້າຜະແນກພາສາລາວ ຂອງວີໂອເອ ໄດ້ອອກກິນເບ້ຍບໍານານ ໃນເດືອນພຶດສະພາ 2010 ທີ່ຜ່ານມານີ້.

ພະແນກພາສາລາວຂອງວິທະຍຸ VOA ຈະໄດ້ຫົວໜ້າຄົນໃໝ່ແທນຄົນເກົ່າ ທີ່ອອກກິນເບ້ຍ ບຳນານ ເມື່ອໄວໆມານີ້.

ທ່ານນາງດາຣາ ບັກຄໍາ ໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າພະແນກພາສາລາວຄົນໃໝ່ຂອງ VOA ມີຜົນບັງຄັບເລີ້ມແຕ່ ວັນທີ 25 ຕຸລາຈະມານີ້ເປັນຕົ້ນໄປ.

ທ່ານນາງດາຣາ ໄດ້ເຂົ້າເຮັດວຽກກັບ VOA ເລີ້ມແຕ່ປີ 1978 ເປັນຕົ້ນມາ ແລະເປັນຜູ້ລິ ເລີ້ມຫຼາຍໆລາຍການຂອງ VOA ຮວມທັງລາຍການດົນຕີຈາກຕ່າງແດນ ແລະ ຊາວລາວ ພົ້ນທະເລ ໃນຊຸມປີ 1980.

ສ່ວນທ່ານລິນທອງ ນ້ອຍນາລາ ທີ່ໄດ້ເຮັດວຽກແລະເປັນຫົວໜ້າຜະແນກພາສາລາວ ຮວມ ທັງໝົດເປັນເວລາ 42 ປີນັ້ນ ໄດ້ອອກບຳນານ ໃນເດືອນພຶດສະພາຜ່ານມານີ້.

XS
SM
MD
LG