ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສໍາພາດ ຫົວໜ້າທີ່ຍາວນານທີ່ສຸດ ໃນວັນສ້າງຕັ້ງ ວ​ີ​ໂອ​ເອ ພະແນກພາສາລາວ ຄົບຮອບ 62 ປີ


ຮູບຖ່າຍປີ 1985 ຂອງທີມງານ VOA ພະແນກພາສາລາວ. ຂວາສຸດ ແມ່ນ ທ່ານລິນທອງ ນ້ອຍນາລາ.
ຮູບຖ່າຍປີ 1985 ຂອງທີມງານ VOA ພະແນກພາສາລາວ. ຂວາສຸດ ແມ່ນ ທ່ານລິນທອງ ນ້ອຍນາລາ.

ເນື່ອງໃນໂອກາດວັນຄົບຮອບ 62 ປີ ຂອງການສ້າງຕັ້ງວີໂອເອ ພະແນກພາສາລາວ​ ​ໃນ​ວັນ​ທີ 22 ກຸມພາມື້ນີ້ ທິບ​ສຸ​ດາ ຈະນຳເອົາການໂອ້ລົມກັບທ່ານລິນທອງ ນ້ອຍນາລາ ຊຶ່ງ​ເປັນ​ທັງ​ພະ​ນັກ​ງານແລະອະດີດຫົວໜ້າພະແນກພາສາລາວ ຂອງ​ວີ​ໂອເອ ທີ່​ດົນ​ນານ​ທີ່​ສຸດ ມາສະເໜີທ່ານ.

ອົງການຂ່າວ VOA ມີຊື່ເຕັມມາຈາກ Voice of America, ເປັນອົງການຂ່າວທີ່ສ້າງຕັ້ງຂຶ້ນມາໃນປີ 1942 ເພື່ອນໍາສະເໜີຂ່າວກ່ຽວກັບຄວາມເປັນຈິງທີ່ເກີດຂຶ້ນຢູ່ໃນທົ່ວໂລກ, ເປັນອົງການອອກອາກາດ ທີ່ໄດ້ຮັບການສ້າງຕັ້ງຂຶ້ນມາໂດຍກອງທຶນສາກົນຂອງລັດຖະບານ. ດັ່ງນັ້ນ, ເພື່ອໃຫ້ສະດວກໃນການເຂົ້າເຖິງຂ່າວຂອງຜູ້ຄົນຢູ່ໃນຂົງເຂດຕ່າງໆທົ່ວໂລກ, ໃນປັດຈຸບັນ VOA ຈຶ່ງໄດ້ຈັດຕັ້ງຂຶ້ນມາເປັນທັງໝົດ 49 ພາສາ. ໃນນັ້ນ, ພາສາລາວແມ່ນນຶ່ງໃນບັນດາ 49 ພະແນກພາສາຕ່າງປະເທດຂອງ VOA.

ຮູບພາບທີ່ຖ່າຍໃນປີ 1983, ຜູ້ທີ 2 ຈາກຊ້າຍ ທ່ານຈອນ ທັກເກີ້, ຫົວໜ້າພະແນກພາສາລາວຄົນທີ 6 ແລະຜູ້ທີ 1 ຈາກຂວາ ແມ່ນ ທ່ານດັກ​ກລາສ ​ໄວກລີ, ຫົວໜ້າພະແນກພາສາລາວຄົນທີ 5.
ຮູບພາບທີ່ຖ່າຍໃນປີ 1983, ຜູ້ທີ 2 ຈາກຊ້າຍ ທ່ານຈອນ ທັກເກີ້, ຫົວໜ້າພະແນກພາສາລາວຄົນທີ 6 ແລະຜູ້ທີ 1 ຈາກຂວາ ແມ່ນ ທ່ານດັກ​ກລາສ ​ໄວກລີ, ຫົວໜ້າພະແນກພາສາລາວຄົນທີ 5.

ເຊິ່ງ VOA Lao ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ກຸມພາ ປີ 1962 ຫຼື ໃນມື້ນີ້ເມື່ອ 62 ປີທີ່ຜ່ານມາ, ໃນເວລານັ້ນ ຫົວໜ້າຄົນທໍາອິດຂອງພະແນກພາສາລາວແມ່ນຄົນອາເມຣິກັນ ທ່ານ ຈອນ ມີລເລີ (John Miller) ແລະໃນເວລານັ້ນ ມີພະນັກງານຄົນລາວພຽງຄົນດຽວ ຄື ທ່ານຖະຫວັນ ສະແຫວງສຸກ ທີ່ເຮັດໜ້າທີ່ເປັນທັງບັນນາທິການແລະຜູ້ປະກາດຂ່າວ. ຕໍ່ມາໃນທ້າຍປີ 1967, ທ່ານລິນທອງ ນ້ອຍນາລາ ໄດ້ເຂົ້າຮ່ວມເຮັດວຽກໃນພະແນກພາສາລາວຂອງ VOA ພ້ອມດ້ວຍພະນັກງານຄົນອື່ນໆອີກປະມານ 6 ຄົນ. ທ່ານລິນທອງ ກ່າວໃຫ້ຟັງວ່າ ໃນຊ່ວງທໍາອິດ ຢູ່ໃນລາຍການຂອງພະແນກພາສາລາວແມ່ນຍັງບໍ່ມີຫຼັກການ ຫຼືອອກກໍານົດຕາມຕາຕະລາງໂດຍກົງ ລາຍການຈະອອກອາກາດຕາມເນື້ອໃນຂອງຂ່າວ ຫຼືລາຍການທີ່ມີໃນມື້ນັ້ນ, ໂດຍ ທ່ານລິນທອງໄດ້ເລົ່າສູ່ຟັງ ເຖິງແຜນການເຮັດວຽກໃຫ້ຟັງວ່າ:

“ເຮົາຕ້ອງເຮັດວຽກດ້ວຍແນວຄິດໃໝ່ໆ ຄັນວ່າບໍ່ໄດ້ໂຕໃໝ່ ເຮົາເຮັດບໍ່ໄດ້, ເຮົາໄປສຶກສາກັບພວກບໍລິຫານນໍາເຂົາວ່າ ເຮົາຕ້ອງການແບບໃດ ແລ້ວເຮົາຈະພາພະແນກພາສາລາວນີ້ໄປແບບໃດ, ເວລາເຮັດວຽກນິ ມັນເຮັດວຽກຕ່າງກັນ, ເວລາລຸງເຮັດວຽກຢູ່ພຸ້ນ ທຸກຄົນຕ້ອງເດີນຕາມແນວຄິດຂອງລຸງໃດ, ຈິງຢູ່ມີຫົວໜ້າອັນນັ້ນ ແຕ່ການບໍລິຫານອອກຈາກຫົວໜ້າເຮົາໝົດ ເພາະສະນັ້ນມັນຈຶ່ງເປັນການບໍລິຫານທີ່ບໍ່ຄືເຂົາ, ບໍ່ຄືພະແນກອື່ນ, ພະແນກອື່ນບັນຫາແນວອື່ນເຂົາກະມີ, ແຕ່ວ່າພາສາລາວນີ້ ເຮົາສ້າງແບບໃໝ່ຂຶ້ນມາໂລດ.”

ຈາກຊ້າຍ: ທ່ານ ໄຊຈະເຣີນສຸກ, ທ່ານນາງ ອາດນາສັກ, ທ່ານນາງ ນາເດຍ (ຫົວໜ້າເອເຊຍປາຊີຟິກຂອງ VOA), ທ່ານ​ໄພ​ສານ ວໍ​ຣະ​ຈັກ, ທ່ານນາງ ທິບສຸດາ, ທ່ານ ພຸດທະສອນ, ວັນທີ 20 ກຸມພາ 2024, ຢູ່ທີ່ສໍານັກງານໃນ Cohen Building ໃນນະຄອນຫຼວງວໍຊິງຕັນ.
ຈາກຊ້າຍ: ທ່ານ ໄຊຈະເຣີນສຸກ, ທ່ານນາງ ອາດນາສັກ, ທ່ານນາງ ນາເດຍ (ຫົວໜ້າເອເຊຍປາຊີຟິກຂອງ VOA), ທ່ານ​ໄພ​ສານ ວໍ​ຣະ​ຈັກ, ທ່ານນາງ ທິບສຸດາ, ທ່ານ ພຸດທະສອນ, ວັນທີ 20 ກຸມພາ 2024, ຢູ່ທີ່ສໍານັກງານໃນ Cohen Building ໃນນະຄອນຫຼວງວໍຊິງຕັນ.

ລະຫວ່າງປີ 1975 ຫາປີ 1977, ລາຍການມີການປັບປ່ຽນຊົ່ວໂມງຫຼາຍໆຄັ້ງ ເຊິ່ງໃນຊ່ວງປີ 1975, VOA ພະແນກພາສາລາວ ມີການປ່ຽນເວລາມາເປັນອອກອາກາດ 1 ​ຊົ່ວໂມງ, ຕໍ່ມາ ກໍປ່ຽນມາເປັນສອງພາກ ຄືອອກອາກາດພາກເຊົ້າ ແລະພາກແລງ ພາກລະ ເຄິ່ງຊົ່ວໂມງ, ແຕ່ມາຮອດປີ 1977 ກໍກັບມາອອກອາກາດເປັນເວລາດຽວໃນ 1 ຊົ່ວໂມງ.

ມາຮອດປີ 1985, ໃນເວລານີ້ ທ່ານລິນທອງ ໄດ້ຂຶ້ນເປັນຫົວໜ້າຂອງ VOA ພະແນກພາສາລາວ ເຊິ່ງເປັນຫົວໜ້າຄົນທີ່ 7 ຂອງພະແນກ, ແຕ່ເປັນຄົນລາວຜູ້ທໍາອິດທີ່ໄດ້ຮັບໜ້າທີ່ອັນສໍາຄັນດັ່ງກ່າວນີ້, ແລະໃນຈຸດນີ້ເອງ ທີ່ພະແນກພາ ສາລາວ ເລີ້ມມີການປັບປ່ຽນຕາຕະລາງ ແລະກົດເກນອອກມາເຕັມຮູບແບບ ໂດຍທ່ານລິນທອງເລົ່າສູ່ຟັງວ່າ:

“ແນວຄິດນີ້ ລຸງອອກແນວຄິດເອງ, ແຕ່ເວລາປະຊຸມກັບພວກຫົວໜ້າທັງຫຼາຍ ທຸກວັນຕ້ອງມີຫົວໜ້າປະຊຸມກັນເດະ, ແຕ່ອັນນັ້ນສະເໜີໃຫ້ເຂົາ ແນວຄິດເຮົາຊິເປັນແບບນີ້ ມັນຊິເປັນແບບນີ້, ຜົນມັນອອກມາແບບນີ້ ເຈົ້າເຂົ້າໃຈບໍ? ໄປຍາມໃດເຮົາກະຕ້ອງໄດ້ຊີ້ແຈງໃຫ້ເຂົາ ໝາຍຄວາມວ່າພວກພະແນກອື່ນນີ້ນະ ທີ່ເຂົາບໍ່ເຂົ້າໃຈເຮົານະ, ຄັນເຮົາບໍ່ພັດທະນາເຮົາເອງ ບໍ່ພັດທະນາລູກນ້ອງເຮົາເອງ ພວກລູກນ້ອງກະບໍ່ເຂົ້າໃຈເລື້ອງ ເຮົາໄປປະຊຸມມາ ເຮົາກະສະເໜີເຂົາບໍ່ໄດ້ ຫຼືວ່າສະເໜີໄປເຂົາກະບໍ່ເຂົ້າໃຈພວກສະມາຊິກເຮົານະ.”

ທີມງານຂອງ VOA ພະແນກພາສາລາວ, ຢູ່ທີ່ງານລ້ຽງບໍານານ ສໍາລັບ ທ່ານໄພສານ ວໍຣະຈັກ ຫົວໜ້າພະແນກພາສາລາວ, ວັນທີ 20 ກຸມພາ 2024, ຢູ່ທີ່ສໍານັກງານໃຫຍ່ Cohen, ນະຄອນຫຼວງວໍຊິງຕັນ.
ທີມງານຂອງ VOA ພະແນກພາສາລາວ, ຢູ່ທີ່ງານລ້ຽງບໍານານ ສໍາລັບ ທ່ານໄພສານ ວໍຣະຈັກ ຫົວໜ້າພະແນກພາສາລາວ, ວັນທີ 20 ກຸມພາ 2024, ຢູ່ທີ່ສໍານັກງານໃຫຍ່ Cohen, ນະຄອນຫຼວງວໍຊິງຕັນ.

ໃນການປະຕິບັດໜ້າທີ່ຂອງທ່ານ, ທ່ານລິນທອງ ກ່າວວ່າ ຈຸດປ່ຽນຂອງການເຮັດວຽກຄືຮູບແບບຂອງໜ້າວຽກ, ເທັກໂນໂລຈີທີ່ເພີ້ມເຂົ້າມາຫຼາຍຂຶ້ນ ການຂະຫຍາຍຂໍ້ມູນຂ່າວສານເພື່ອໃຫ້ໄປເຖິງຜູ້ຟັງ ແລະການເຮັດໃຫ້ຜູ້ຟັງ ສາມາດເຂົ້າໃຈແກ່ນແທ້ຂອງເນື້ອຂ່າວ ເຊິ່ງທ່ານກ່າວວ່າ “ຈຸດໃຫຍ່ກໍແມ່ນວ່າ ເຮົາຕັ້ງເປົ້າໝາຍໄວ້ວ່າຊິໃຫ້ຄົນລາວໄດ້ຊາບຂ່າວ ຊາບເລື່ອງຕ່າງໆຂອງອາເມຣິກາ ແລະກະຂອງໂລກຢ່າງແທ້ຈິງ ໂດຍທີ່ວ່າເຮົາເຮັດກໍເພື່ອວ່າໃຫ້ຄົນລາວຜູ້ທີ່ຢູ່ເມືອງລາວໄດ້ຮູ້ຈັກ, ບາງເລື່ອງມັນກາອາດຈະຍາກ ແຕ່ບາງເລື່ອງມັນກາໃຫ້ເຂົາເຈົ້າເຂົ້າໃຈງ່າຍ,” ໂດຍເພິ່ນໄດ້ກ່າວໃຫ້ຟັງບາງສ່ວນດັ່ງນີ້:

“ປ່ຽນແປງໃນລັກສະນະທີ່ວ່າ ເຮົາຄິດຕ້ອງຄິດບໍ່ໃຫ້ຄືຜູ້ອື່ນນະ ເຮົາອາດຈະແບບສຶກສານໍາເຂົາ ໄປປະຊຸມນໍາເຂົາ ບາດເວລາເຮົາເຮັດແລ້ວ ເຮົາເຮັດແບບໃໝ່ ໃຫ້ມັນຖືກຕ້ອງກັບແນວຄິດຂອງຜູ້ຟັງຢູ່ເມືອງລາວ, ມັນເປັນແບບນີ້ ເວລາເຮົາຄິດ ເຮົາຕ້ອງຄິດແຫວກແນວເຂົາ, ພວກຢູ່ເມືອງລາວເບາະ ພວກຢູ່ປະເທດລາວ ປະເທດໄທ ຢູ່ໃສນິ ເຂົາຄິດແບບນຶ່ງ, ເຮົາຄິດແບບນຶ່ງ ຕ້ອງຄິດແບບນຶ່ງຄົນລະຢ່າງນະ, ສໍາຄັນຄົນລະຢ່າງ ເຮົາຕ້ອງໃຫ້ເຂົາຮູ້ຈັກວ່າ ເຫດການໃນສະໄໝກ່ອນ ພວກລັດຖະບານລາວເຂົາເຂົ້າມາ ເຂົາກະຄິດແບບນຶ່ງ ເຮົາກະຄິດແບບນຶ່ງ, ເພາະສະນັ້ນ ເອົາແນວຄິດຂອງເຂົາ ກັບຂອງເຮົາ ໄປປະສົມກັນ ອັນນີ້ນິມັນສໍາຄັນໃດ ສໍາຄັນວ່າເຮົາຕ້ອງຮູ້ຈັກທັງສອງ ວ່າຈະພາພະແນກລາວໄປແບບໃດ.”

ທ່ານລິນທອງ ພ້ອມດ້ວຍພັນລະຍາຂອງເພິ່ນ.
ທ່ານລິນທອງ ພ້ອມດ້ວຍພັນລະຍາຂອງເພິ່ນ.

ເນື່ອງຈາກບັນຫາສຸຂະພາບ ທ່ານລິນທອງ ນ້ອຍນາລາ ຈຶ່ງກິນບໍານານໃນປີ 2010, ລວມອາຍຸໃນການເຮັດວຽກຢູ່ VOA ພະແນກພາສາລາວທັງໝົດ 43 ປີ. ປັດຈຸບັນ, ທ່ານໃຊ້ຊີວິດບັ້ນປາຍຂອງເພິ່ນ ກັບພັນລະຍາ ຢູ່ທີ່ເຮືອນສວນແຄມແມ່ນໍ້າອັນສະຫງົບສຸກ, ແຕ່ທ່ານເອງກໍດີໃຈ ທີ່ທາງທິມງານຂອງພວກເຮົາຍັງຄົງຕິດຕໍ່ສໍາພາດເພິ່ນຢູ່.

ສໍາລັບຫົວໜ້າພະແນກພາສາລາວຄົນທີ 8 ແລະເປັນຄົນລາວຄົນທີ 2 ພ້ອມທັງເປັນແມ່ຍິງຄົນທໍາອິດ ແມ່ນທ່ານນາງດາຣາ ບັກຄໍາ, ໂດຍເພິ່ນກິນບໍານານໃນປີ 2016.

ສ່ວນຫົວໜ້າພະແນກພາສາລາວຄົນທີ 9 ແລະເປັນຄົນລາວຄົນທີ 3 ທ່ານໄພສານ ວໍຣະຈັກ, ໄດ້ເຂົ້າຮ່ວມງານໃນ VOA ພະແນກພາສາລາວເມື່ອປີ 1991 ຮອດ​ປີ 2000 ໃນ​ຊ່ວງ​ທຳ​ອິດ, ​ຊ່ວງ​ທີ​ສອງ ​ເລີ້ມ​ແຕ່​ປີ 2007 ແລະຮັບໜ້າທີ່ເປັນຫົວໜ້າພະແນກໃນປີ 2016, ເຊິ່ງເພິ່ນຈະກະສຽນອາຍຸການເຮັດວຽກໃນມື້ອື່ນນີ້.

ແນວໃດກໍຕາມ, ເນື່ອງຈາກວັນອັງຄານທີ່ຜ່ານມາ ເປັນມື້ງານລ້ຽງສົ່ງໃນການອອກບໍານານຂອງ ທ່ານໄພສານ, ທາງທີມງານມີໂອກາດໄດ້ໂອ້ລົມກັບ ທ່ານນາງນາເດຍ ຫົວໜ້າຝ່າຍເອເຊຍ ປາຊີຟິກຂອງ VOA, ເຊິ່ງທ່ານນາງກໍໄດ້ສະແດງຄວາມຄິດເຫັນສ່ວນນຶ່ງ ເນື່ອງໃນໂອກາດພະແນກພາສາລາວຄົບຮອບ 62 ປີດັ່ງນີ້:

“ຂ້າພະເຈົ້າຢາກເວົ້າວ່າ ສຸກສັນວັນຄົບຮອບ 62 ປີຂອງວີໂອເອລາວ, ມັນເປັນ 62 ປີແຫ່ງການແຈ້ງຂ່າວໃຫ້ຜູ້ຟັງຂອງພວກເຮົາທີ່ເວົ້າ ແລະຟັງພາສາລາວໃນວິທະຍຸ ຫຼື ທາງອິນເຕີເນັດ, ແລະຫວັງວ່າ ມັນຈະໃຫ້ຄວາມຮູ້ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ຟັງຂອງພວກເຮົາຢູ່ໃນທົ່ວທຸກແຫ່ງ, ທ່ານຜູ້ຟັງຢູ່ບ່ອນນັ້ນ ຈະເຂົ້າຕິດຕໍ່ຫາພວກເຮົາ ໂດຍບອກກັບພວກເຮົາໃນສິ່ງທີ່ພວກເຈົ້າຢາກຮູ້ກ່ຽວກັບອາເມຣິກາ ແລະຈາກທົ່ວໂລກ, ເຊິ່ງພວກເຮົາສາມາດນໍາເອົາເລື້ອງລາວຕ່າງໆເຫຼົ່ານັ້ນມາໃຫ້ທ່ານພ້ອມດ້ວຍຄວາມຈິງ ທີ່ຜ່ານການພິສູດ ແລະເຊື່ອຖືໄດ້, ຂ້າພະເຈົ້າຮູ້ສຶກພາກພູມໃຈຫຼາຍນໍາການອອກອາກາດ 62 ປີຂອງພວກເຮົາໃຫ້ປະຊາຊົນລາວ, ແລະຂ້າພະເຈົ້າຫວັງວ່າ ຈະສາມາດສືບຕໍ່ ແລະກໍມີສ່ວນຮ່ວມກັບຜູ້ຊົມຂອງພວກເຮົາ.”

ປັດຈຸບັນ, VOA ພະແນກພາສາລາວ ແມ່ນດໍາເນີນງານຢ່າງຂຸ້ນຂ້ຽວ ເພື່ອໃຫ້ແທດເໝາະກັບນະໂຍບາຍການນໍາສະເໜີຂ່າວເຖິງຄວາມຈິງ ແລະເປັນກາງຂອງ VOA.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG