ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳພາດ ບັນດາເຈົ້າອະທິການ ວັດລາວ ໃນສະຫະລັດ ເນື່ອງໃນໂອກາດ ວັນສະຫລອງ ປີໃໝ່ລາວ


ພິທີແຫ່ວໍ ສົງນໍ້າພຣະ ທີ່ນະຄອນຫລວງພຣະບາງ
ພິທີແຫ່ວໍ ສົງນໍ້າພຣະ ທີ່ນະຄອນຫລວງພຣະບາງ

ເນຶ່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ລາວ ພ.ສ 2559 ລາຍການ​ຊີວິດ​ຊາວ​ລາວ ຂອງ ວີ​ໂອ​ເອ ຈະ​ນຳ​ສະ​ເໜີ​ການ​ສຳພາດ ບັນດາພຣະ​ອາ​ຈານ ແລະ​ອອກ​ຕົນ​ຍາດ​ໂຍມ ທີ່​ພາກັນ​ສະຫລອງ​ບຸນປີ​ໃໝ່​ລາວ​ຢູ່​ຕາມ​ທ້ອງ​ຖິ່ນ​ໃນ​ລັດ​ຕ່າງໆ ຂອງສະຫະລັດ ຊຶ່ງ​ຍັງ​ດຳ​ເນີນ​ກັນ​ ຢູ່​ໃນ​ຂະນະ​ນີ້​ໄປ​ຈົນ​ເຖິ​ງທ້າຍ​ເດືອນ​ເມສາ. ການ​ສະຫລອງ​ບຸນປີ​ໃໝ່​ລາວ​ ຢູ່​ໃນ​ສະຫະ ລັດ ມີ​ຄວາມ​ແຕກ​ຕ່າງ​ກັບ​ຢູ່​ເມືອງ​ລາວ​ຢ່າງໃດ​ນັ້ນ ກິ່ງ​ສະຫວັນ ຈະ​ນຳ​ເລື້ອງ​ນີ້​ມາສະ ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີ​ປີ​ໃໝ່ ພ.ສ 2559. ປີ​ນີ້ແມ່ນ​ປີວ​ອກ ຫລື​ປີ​ລີງ. ​ໃນ​ລາຍການ​ຊີ​ວິດ​ຊາວ​ລາວ ​ປະ​ຈຳ​ວັນ​ພະຫັດ​ມື້​ນີ້ ຂ້າພະ​ເຈົ້າ​ຈະ​ນຳ​ເອົາ​ການ​ສຳພາດກັບ ພຣະອາຈານ​ບຸບຜາ ທັນ​ຍາ​ວົງ ​ເຈົ້າ​ອະທິການ​ວັດ​ລາວ​ບຸ​ບຜາຣາມ ທີ່​ເມືອງ San Diego ລັດ California ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກສຽງໃຕ້​ຂອງ​ສະຫະລັດ ​ແລະ​ພຣະອາຈານ​ອຸ​ຕະມະ ປັນ​ໂຍ ຄຳ​ຜາງ​ ສຸວັນນະ​ສານ ​ເຈົ້າ​ອະທິ​ການ​ວັດ​ລາວ ສັນຕິ​ທຳມະ​ຣາມ ທີ່​ເມືອງ Fort Worth ລັດ Texas ຕັ້ງຢູ່​ພາກ​ໃຕ້​ຂອງ​ສະຫະລັດ ມາສະ​ເໜີ​ທ່ານ ກ່ຽວ​ກັບ​ຊີວິດ​ການ​ເປັນ​ຢູ່ ​ແລະ ຮີ​ດຄອງ​ປ​ະເພນີ​ການ​ສະຫລອງ​ບຸນປີ​ໃໝ່​ລາວ ຢູ່​ໃນ​ສະຫະລັດ ອາ​ເມຣິກາ.

​ເຖິງ​ແ​ມ່ນວ່າການ​ສະຫລອງບຸນປີ​ໃໝ່​ລາວ ​ໄດ້​ສິ້ນ​ສຸດ​ຜ່ານ​ພົ້ນ​ໄປ​ຢ່າງ​ມ່ວນ​ຊື່ນ​ຢູ່​ປະ​ເທດ ລາວ ອັນ​ເປັນບ້າ​ນ​ເກີ​ດ​ເມືອ​ງນອນ​ທີ່​ມາ​ ຂອງຊາວ​ອາ​ເມຣິກັນ​ເຊື້ອສາຍ​ລາວ​ກໍ​ຕາມ ​ແຕ່​ວ່າ​ຊາວ​ລາວອາ​ເມຣິກັນ ຍັງ​ດຳ​ເນີນສະຫລອງ​ບຸນປີ​ໃໝ່​ລາວ​ທົ່ວ​ປ​ະ​ເທດ ​ຢູ່​ໃນ​ຂະນະ​ນີ້ ອັນ​ເປັນ​ຮີ​ດຄອງ​ປະ​ເພນີ​ເກົ່າ​ແກ່​ໂບຮານ​ຂອງ​ລາວ. ຢູ່​ນອກ​ປະ​ເທດ​ບັນດາຄົນ​ເຊື້ອສາຍ​ລາວ​ຕ້ອງ​ໄດ້​ເລືອກເອົາ​ວັນ​ເສົາ ​ວັນອາທິດ ​ແລະ​ວັນພັກ​ລາດຊະ​ການ ​ເພາະວ່າເຂົາ​ເຈົ້າ​ຕ້ອງ​ໄດ້​ເຮັດ​ວຽກ​ທຳ​ມາ​ຫາ​ກິນ ​ແລະ​ມີ​ຄວາມ​ຮັບຜິ​ດຊອບຕ່າງໆ​ນາໆ ​ເໝືອນ​ດັ່ງ​ປະຊາ ກອນ​ທົ່ວ​ໆໄປ. ​ເພາະສະ​ນັ້ນ​ວັນພັກ​ການ​ທ້າ​ຍສັບປະດາ ຈຶ່ງເປັນ​ວັນປະ​ເສີດ​ສຸດ ທີ່​ທຸກ​ຄົນຈະໄດ້​ມີ​ໂອກາດມາ​ເຕົ້າ​ໂຮມ​ພົບ​ພໍ້​ກັນ.

ກາ​ນສະຫລອງ​ບຸນປີ​ໃໝ່​ຢູ່​ໃນ​ສະຫະລັດ ຈະ​ສັງ​ເກດ​ເຫັນໄດ້ວ່າ ​ເດີ່ນວັດວາອາ​ຣາມ​ໄດ້​ກາຍ​ມາ​ເປັນບ່ອນ​ຄ້າຂາຍ ບ່ອນ​ວາງ​ສິນຄ້າ​ຕ່າງໆ ອັນ​ມີ​ເຄື່ອງ​ປູກ​ຂອງ​ຝັງ ອາຫານ​ພື້ນ​ເມືອງ​ລາວ ບ່ອນ​ສະ​ແດງ​ສິນລະປະ​ພື້ນ​ເມືອງ​ລາວ ​ແລະ​ການສະ​ແດງ​ລື້​ນ​ເລີງ​ຕ່າງໆ ທີ່​ມີ​ປະຊາກອນ​ເດີນທາງ​ມາ​ຈາກ​ທາງ​ໃກ້ ​ແລະ​ທາງ​ໄກ ພາກັນ​ມາ​ມ່ວນ​ຊື່ນ ​ແລະ​ພົບ​ພໍ້ກັນ​ປະຈຳ​ປີ.

ພຣະອາ​ຈານ​ບຸບຜາ ທັນ​ຍາ​ວົງ ​ເຈົ້າ​ອະທິການ​ວັດ​ລາວ​ ບຸບຜາຣາມ ຊຶ່ງແມ່ນ​ວັດ​ນຶ່ງໃນ​ຈຳ​ນວນ​ສາມ​ວັດ ​ຢູ່​ໃນເມືອງ San Diego ລັດ California ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ກ່ຽວ​ກັບ​ການ​ສະຫລອງ​ບຸນປີ​ໃໝ່​ລາວ​ທີ່​ຜ່ານ​ມາ​ນີ້​ວ່າ :

ພຣະອາຈານບຸບຜາ ທັນຍາວົງ ເຈົາອາທິການວັດລາວບຸບຜາຣາມ ທີ່ນະຄອນ San Diego
ພຣະອາຈານບຸບຜາ ທັນຍາວົງ ເຈົາອາທິການວັດລາວບຸບຜາຣາມ ທີ່ນະຄອນ San Diego

ບັດ​ນີ້ ຂ້າພະ​ເຈົ້າ​ຈະ​ນຳພາ​ທ່ານ​ໄປ​ຢ້ຽ​ມຢາມຖາມຂ່າວ ພະພິຂຸ​ອຸ​ຕະ​ມະ​ປັນ​ໂຍ ຄໍາ​ຜາງ ສຸວັນນະ​ສານ ​ເຈົ້າ​ອະທິການ​ວັດ​ລາວ​ສັນຕິ​ທຳ​ມະຣາມ ທີ່​ເມືອງ Fort Worth ລັດ Texas ຕັ້ງ​ຢູ່​ພາກໃຕ້​ຂອງ​ສະຫະລັດ. ພະຄູ​ຄຳ​ຜາຍ ​ໄດ້​ເລົ່າ​ຊີ​ວີ​ດການ​ເປັນ​ຢູ່ ​ແລະ​ການ​ສະຫຼອງ​ບຸນປີ​ໃໝ່​ລາວ​ທີ່​ຜ່ານ​ມາວ່າ​ດັ່ງນີ້ :

ນັ້ນແມ່ນ​ການ​ສຳພາດ​ບັນດາ​ພຣະພິຂຸ​ສົງ ​ກ່ຽວ​ກັບ​ການ​ສະຫລອງ​ບຸນປີ​ໃໝ່​ລາວ ພ.ສ. 2559 ຢູ່​ໃນ​ສະຫະລັດ​ອາ​ເມຣິກາ. ​ໃນ​ວັນ​ພະຫັດ​ໜ້າ ​ເຮົາ​ຈະ​ນຳ​ເອົາ​ລາຍ​ງານ​ການ​ສະຫລອງ​ບຸນປີ​ໃໝ່ ທີ່​ວັດ​ລາວ​ພຸດ​ທະ​ວົງ ປະຈຳ​ເຂດ​ນະຄອນຫລວງ ວໍ​ຊິງ​ຕັນ ດີ​ຊີ ທີ​່
ຈະ​ຈັດ​ຂຶ້ນ​ໃນ​ວັນ​ເສົາ​ທີ່ 23 ເມສານີ້ ມາ​ເລົ່າ​ສູ່​ທ່ານ​ຟັງ.

XS
SM
MD
LG