ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຳພາດ ຍານາງວຽງສຸກ ມາກເທພາຣັກ ໝໍນວດ ເພື່ອສຸຂະພາບ ທີ່ນະຄອນ Las Vegas


ຍານາງວຽງສຸກ ມາກເທພາຣັກ ໝໍນວດເພື່ອສຸຂະພາບ ຫລື massage therapist ທີ່ນະຄອນ Las Vegas ລັດ Nevada.
ຍານາງວຽງສຸກ ມາກເທພາຣັກ ໝໍນວດເພື່ອສຸຂະພາບ ຫລື massage therapist ທີ່ນະຄອນ Las Vegas ລັດ Nevada.

ໃນລາຍການຊີວິດຊາວລາວຂອງ ວີໂອເອ ມື້ນີ້ເຮົາຈະນຳເອົາ ​ການສຳ ພາດກັບ​
ຍານາງວຽງ​ສຸກ ມາກ​ເທພາຣັກ ສະຕີ​ລາວ​ອາ​ເມຣິກັນ ທີ່​ເປັນໝໍ​ນວດ​ເພື່ອ​ສຸຂະ
ພາບຫຼື massage therapy ມາເປັນ​ເວລາ 30 ປີ​ແລ້ວຢູ່​ທີ່ໂຮງ​ແຮມ Bellagio
​ໃນ​ນະຄອນ Las Vegas ລັດ Nevada​. ວິຊາ​ອາຊີບ​ດັ່ງກ່າວ​ນີ້ ​ເປັນ​ວຽກ​ທີ່​ມີ​ກຽດ​
ເພື່ອຊ່ວຍໃຫ້​ແຂກແມ່ຍິງ ແລະຜູ້ຊາຍພັກຜ່ອນ ​ແລະປິ່ນ​ປົວແຂກ ທີ່ມາ​ພັກ​ຢູ່​ໂຮງ​
ແຮມ.ວິຊາ​ອາຊີບເພື່ອ​ສຸຂະພາບ ຕ້ອງ​ໄດ້​ຜ່ານ​ການອົບ​ຮົມ ​ແລະ​ມີ​ໃບ​ປະກາດ​ສະ​
ນິຍະ​ບັດກ່ອນ​ທີ່​ຈະ​ສາມາດ​ປະກອບວິຊາ​ອາ​ຊີບ​ນີ້ໄດ້ຊຶ່ງ ກິ່ງສະຫວັນຈະ​ນຳ​ມາສະ​
ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ຍານາງວຽງສຸກ ມາກເທພາຣັກ ໜໍນວດເພື່ອສຸຂະພາບ ຫລື masage therapist ທີ່ ນະຄອນ Las Vegas ລັດ Nevada.
ຍານາງວຽງສຸກ ມາກເທພາຣັກ ໜໍນວດເພື່ອສຸຂະພາບ ຫລື masage therapist ທີ່ ນະຄອນ Las Vegas ລັດ Nevada.

ສະບາຍ​ດີ ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ວິຊາ​ອາຊີບ​ທີ່​ຮ້ອງ​ວ່າ massage therapy ຫລື​ໝໍນວດ​ເພື່ອສຸຂະພາບ ​ເປັນ​ວຽກ​ງານ​ທີ່​ສຳຄັນ​ແລະ​ໜ້າ​ນັບຖື ຢູ່​ໃນ​ປະຊາຄົມ​ຂອງປະ​ເທດ​ອຸດ
ສາຫະກຳ. ບັນດາ​ໝໍນວດ​ເພື່ອ​ສຸຂະພາບ ​ຕ້ອງ​ໄດ້​ຜ່ານ​ການ​ຮຽນ​ດ້ານ​ຮ່າງກາຍ​ຂອງ​ຄົນ
”ທີ່​ພົວພັນກັບ​ກ້າ​ມເນື້ອ ​ເສັ້ນ​ເອັນ ​ແລະ​ກະ​ດູກ. ຫລັກສູດ​ການ​ຮຽນ​ດັ່ງກ່າວ ຕ້ອງ​ໄດ້ໃຊ້​
ເງິນ​ຢ່າງ​ໜ້ອຍໝື່ນ​ໂດ​ລາ ​ແລະຕ້ອງ​ຮຽນ​ໃຫ້​ສຳ​ເລັດກ່ອນ​ຈະໄດ້ ໃບ​ປະກາດ​ສະ​ນິຍະ​
ບັດໄປ​ປະກອບ​ວິຊາ​ອາຊີບ​.

ຍານາງ​ວຽງສຸກ ອະດີດ​ພະນັກງານ​ບໍລິການ​ເທິງ​ເຮືອບິນ ຂອງ​ສາຍ​ການບິນ ລາວ​ເດີນ​
ອາກາດ ​ແຫ່ງ​ພະ​ລາຊະ​ອານາຈັກ​ລາວ ຫລັງຈາກ​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານຢູ່​ໃນ​ສະຫະລັດ ຍານາງ​ໄດ້ຕັດສິນ​ໃຈ ​ເຂົ້າຮັບ​ການ​ຝຶກ​ອົບຮົມ​ວິຊາ​ໝໍ​ນວດ​ເພື່ອ​ສຸຂະພາບ ​ປະກອບ​ເປັນ
ວິຊາ​ອາຊີບ ​ແລະ​ໄດ້​ປະຕິ​ບັດ​ມາ ​ແຕ່​ປີ 1987. ປັດ​ຈຸ​ບັນ​ນີ້ ຍານາງ​ວຽງ​ສຸກ ​ໄດ້​ເຮັດ​ວຽກ​
ຢູ່​ໂຮງ​ແຮມ Bellagio ຊຶ່ງ​ເປັນ​ໂຮງ​ແຮມ​ລະດັບສູງ ຢູ່​ໃນ​ນະຄອນ Las Vegas ລັດ
Nevada​.

ຍານາງ​ວຽສຸກ ​ໄດ້​ເລົ່າ​ເຖິງການ​ລິ​ເລີ້ິມຕັ້ງ​ຊີວິດ​ໃໝ່ເມື່ອສາມ​ສິບກວ່າ​ປີ​ກ່ອນ​ສູ່​ວີ​ໂອເອ
ຟັງດັ່ງ​ນີ້:

ນະຄອນ Las Vegas ລັດ Nevada ຕັ້ງ​ຢູ່​ທະ​ເລ​ຊາຍ ​ເປັນ​ເມືອງການ​ພະນັນ​ ທີ່​ມີ​ຊື່​
ສຽງຂອງ​ສະຫະລັດ ​ເປັນເມືອງ​ທ່ອງ​ທ່ຽວ ມີ​ໂຮງ​ແຮມ​ຫລູຫລາ ​ໂດຍ​ສະ​ເພາະ​ເປັນບ່ອນ​
ຫລີ້ນກາ​ຊີ​ໂນ ຢູ່​ທຸກຈອກ​ທຸກ​ແຈຢ່າງ​ຖືກຕ້ອງ​ຕາມ​ກົດ ໝາຍ. ​ເນື່ອງ​ຈາກ​ວ່ານະຄອນ
Las Vegas ບໍ່​ແມ່ນ​ເມືອງ​ອຸດສາຫະກຳດ້ານ​ໂຮງ​ຈັກ​ໂຮງງານ ​ເພາະສະ​ນັ້ນ ຊາວອາ
​ເມຣິກັນ​ເຊື້ອສາຍ​ລາວ ​ທີ່​ພັກ​ພາ​ອາ​ໄສ​ຢູ່​ເມືອງ​ນີ້ ຕ້ອງໄດ້ອາ​ໄສ​ວຽກງານຢູ່ຕາມ​ໂຮງ​
ແຮມ ​ເຊັ່ນ​ວ່າ​ເປັນ​ຄົນ​ສາກ​ໄພ້ຢູ່​ຕາມກາຊີ​ໂນ ​ຮ້ານ​ຄ້າ​ ​ແລະ​ສະຖານ​ທີ່​ບັນ​ເທີງ. ນອກ
ຈາກ​ນັ້ນແລ້ວ ນະຄອນ Las Vegas ຍັງມີ​ກົດໝາຍແປກໆທີ່​ມີ​ຊື່​ສຽງ​ ​ເພື່ອດຶງດູດ​ໃຫ້​
ຄົນໄປ​ແຕ່ງງານ​ກັນ​ໄດ້​ແບບ​ໄວໆ ​ແລະ​ຢ່າ​ຮ້າງ​ກັນໃນ​ທັນທີ​ໄດ້​ໂລດ. ຍານາງ​ວຽງ​ສຸກ​
ໄດ້ກ່າວ​ຕໍ່ວີ​ໂອ​ເອ ກ່ຽວ​ກັບຊີວິດການ​ປະກອບ​ອາຊີບ​ຂອງ​ຊາວອາ​ເມຣິກັນ​ເຊື້ອສາຍ
​ລາວ ຢູ່​ນະຄອນ Las Vegas ນີ້​ວ່າ:

ປະຊາ​ຄົມ​ລາວ​ອາ​ເມຣິກັນ ບໍ່​ວ່າ​ຈະ​ພາກັນ​ຕັ້ງ​ຖິ່ນ​ຖານ​ຢູ່ໃນລັດ​ໃດ​ກໍ​ຕາມ ສິ່ງ​ທີ່​ເຂົາ​
ເຈົ້າ​ປະລະ​ບໍ່​ໄດ້ນັ້ນ​ກໍ​ຄື ການສ້າງສາ​ວັດວາອາ​ຮາມ​ໃຫ້​ເປັນ​ສູນ​ກາງ​ສັງຄົມ​. ປັດ​ຈຸບັນ
​ນີ້ ຢູ່ນະຄອນ Las Vegas ມີ​ວັດ​ຂອງ​ປະຊາ​ຄົມ​ອາ​ເມຣິກັນ​ເຊື້ອສາຍ​ລາວ ​ຢູ່​ສອງ​ວັດ
ຄື​ວັດລາວ ຂັນ​ຕິ​ທຳ​ມະ​ລາມ ​ແລະ​ວັດ​ລາວ​ພຸດທະ​ມີ​ໄຊ. ທັງ​ສອງ​ວັດ​ນີ້ ​ຍັງ​ເປັນ​ເຮືອນ
ພັກ​ທຳ​ມະ​ດາ ​ແລະຍັງ​ບໍ່​ສາມາດ​ສ້າງ​ໃຫ້​ເປັນ​ຮູບຊົງ​ຂອງ​ວັດ​ໄດ້​ເທື່ອ ຊຶ່ງ​ຍານາງ​ວຽງ
​ສຸກ ​ໄດ້​ກ່າວ​ເຖິງ​ເລື່ອງ​ນີ້​ວ່າ:

ການ​ຕັ້ງຖິ່ນ​ຖານ​ຊີວິດ​ໃໝ່ຂອງ​ຊາວອົບ​ພະຍົບ​ລາວ ຢູ່​ໃນ​ສະຫະລັດອາ​ເມຣິກາ​ເມື່ອ​ສີ່​
ທົດ​ສະ​ວັດ​ທີ່​ຜ່ານ​ມາ ​ໄດ້​ເປັນ​ທີ່​ໜ້າ​ສັນລະ​ເສີນ. ​ເຂົາ​ເຈົ້າ​ໄດ້ຜ່ານ​ຜ່າ​ບຸກ ບືນ​ກັບ​ຄວາມ
​ຍາກ​ລໍາບາກ​ຫລາຍໆ​ຢ່າງ ​ເຊັ່ນ​ດ້ານ​ພາສາ ວັດທະນາ​ທຳ ​ວຽກ​ງານ ​ແລະ​ດິນ​ຟ້າ​ອາ
ກາດອັນ​ບໍ່​ເປັນ​ທີ່​ລຶ້​ງ​ເຄີຍ. ບັດ​ນີ້ິສິ່ງ​ທັງ​ໝົດເຫລົ່າ​ນີ້ໄດ້​ກາຍເປັນປະສົບ​ການ​ທີ່ໄດ້ນຳ​ມາ​ແຫ່ງຄວາມ​ສຳ​ເລັດ​ຂອງ​ການ​ຕັ້ງ​ຊີວິດ​ໃໝ່. ຍານາງ​ວຽງ​ສຸກ ​ໄດ້​ກ່າວ​ສະຫລຸບ​ວ່າ​ເປັນ
​ດ້ວຍ​ເຫດ​ໃດ ຍານາງ​ຈຶ່ງ​ໄດ້​ຕັດສິນ​ໃຈ​ເລືອກ​ເອົາ​ການ​ຍົກຍ້າຍ​ມາ​ຢູ່ນະຄອນ Las
Vegas ລັດ Nevada ດັ່ງ​ນີ້:

ຍານາງ​ວຽງ​ສຸກ ມາກ​ເທພາຣັກ ປັດ​ຈຸ​ບັນ​ອາຍ​ຍຸ 69 ປີ ​ຍັງ​ເຂັ້ມ​ແຂງ​ມີ​ເຮື່ອ​ແຮງດີ ເຮັດ
​ວຽກ​ການຢ່າງ​ມີ​ຄວາມ​ມ່ວນ​ຊື່ນ ຢູ່ກັບສາມີ ​ມີ​ລູກ​ຫລານ​ສິບ​ເອັດ​ຄົນ ​ແລະເກີນ​ກຳນົດ​
ຂອງ​ການ​ອອກ​ກິນ​ເບ້ຍ​ບໍານານແຕ່່​ດົນແລ້ວ​.

XS
SM
MD
LG