ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳພາດ ຍານາງສົມຈັນ ໄຊບໍຣິວົງສ໌ ນັກສະສົມ ວັດຖຸໂບຮານລາວ


ຍານາງສົມຈັນ ໄຊບໍຣິວົງສ໌ ແລະໝູ່ເພື່ອນ ຢູ່ໃນຫ້ອງນຶ່ງຂອງບ້ານພັກ.
ຍານາງສົມຈັນ ໄຊບໍຣິວົງສ໌ ແລະໝູ່ເພື່ອນ ຢູ່ໃນຫ້ອງນຶ່ງຂອງບ້ານພັກ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ​ ​ໃນ​ລາຍການ​ຊີວິດ​ຊາວ​ລາວຂອງ ວີ​ໂອ​ເອ ປະຈຳ​ແລງ​ວັນ​ພະຫັດ
​ມື​ນີ້ ເຮົາຈະ​ນຳພາ​ທ່ານ ໄປ​ຟັງ​ການ​ສຳພາດກັບ ຍານາງ​ສົມ​ຈັນ ​ໄຊ​ບໍຣິວົງສ໌ ທີ່​ເມືອງ
Walnut Greek ລັດ California. ຍານາງ​ເປັນ​ສະຕີ​ອາ​ເມຣິກັນ​ເຊື້ອສາຍ​ລາວ ທີ່​ໜ້າ​
ສັນ​ລະເສີນ ​ເຖິງ​ແມ່ນ​ວ່າ​ໄດ້​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະຫະລັດ​ມາເປັນ​ເວລາດົນ​ກວ່າ​ສາມ​
ທົດ​ສະ​ວັດ​ແລ້ວ​ກໍ​ຕາມ ​ແຕ່​ຍານ​າງກໍຍັງໄດ້​ສະ​ສົມ ຮັກສາ​ວັດ​ຖຸໂບຮານ​ລາວ ອັນມີ​ຄຸນ
​ຄ່າທີ່ຫາ​ຍາກ ​ແລະຮີດຄອງ​ປະ​ເພນີ​ລາວ​ໄວ້​ເປັນ​ຢ່າງ​ດີຢູ່​ໃນ​ບ້ານ​ເຮືອນ. ​ເປັນດ້ວຍ​
ເຫດໃດ ຍານາງ​ສົມ​ຈັນ ຈຶ່ງ​ມັກ​ສະ​ສົມ ຮັກສາ​ວັດ​ຖຸໂບຮານ​ລາວ​ໄວ້​ຢ່າງ​ຫລວງ​ຫລາຍ
ນັ້ນ ກີ່​ງສະຫວັນ ​ຈະ​ນຳ​ມາສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ຍານາງສົມຈັນ ໄຊບໍຣິວົງສ໌
ຍານາງສົມຈັນ ໄຊບໍຣິວົງສ໌

ສະບາຍດີ​ທ່ານ​ຜູ້ຟັງ​ທີ່​ເຄົາລົບ ​ໃນ​ລາຍການ​ຊີວິດ​ຊາວມື້​ນີ້ ​ຂ້າພະ​ເຈົ້າຈະ​ນຳພາ​ທ່ານ
ໄປຟັງ​ການ​ສຳພາດ​ກັບ​ ຍານາງ​ສົມຈັນ ​ໄຊ​ບໍຣິວົງສ໌ ນັກ​ສະ​ສົມ​ວັດ​ຖຸ​ໂບຮານລາວ ​ແລະ​
ຜູ້​ຮັກສາ​ຮີດຄອງ​ປະ​ເພນີ​ລາວໄວ້. ການ​ຮັກສາ​ຮີດຄອງ​ປະ​ເພ​ນີລາວ​ຢູ່​ໃນ​ຕ່າງປະ​ເທດ
ມີ​ຢູ່ຫລາຍ​ຮູບ​ແບບ​ເຊັ່ນວ່າ ການ​ສ້າງສາ​ວັດວາອາ​ຮາມ ການສະ​ຫລອງ​ບຸນ​ພື້ນ​ເມືອງ
ຕ່າງໆ​ຕາມ​ຮີດຄອງປະ​ເພ​ນີ ການ​ຮຽນ​ປາກ​ເວົ້າ​ພາສາ​ລາວ ອ່ານ​ພາສາ​ລາວ ການນຸ່ງ​ຖື
ແລະການຄົວ​ກີ​ນ​ອາຫານພື້ນ​ເມືອງ​ລາວ​ເຫລົ່າ​ນີ້​ເປັນ​ຕົ້ນ.

ຍາ​ນາງສົມ​ຈັນ ​ແມ່ນນັກ​ສະ​ສົມ​ວັດ​ຖຸໂບຮານ​ລາວ ການ​ສະ​ສົມສິນລະປະ​ຫັດຖະກຳດັ່ງ
ກ່າວ​ນີ້ ​ແມ່ນ​ບຸກຄົນ​ທີ່ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງທາງ​ດ້ານ​ສິນລະປະວັນນະຄະດີພື້ນ​ເມືອງ
ໂບຮານ​ລາວ. ນອກຈາກ​ນັ້ນ​ ຍານາງຍັງເປັນຜູ້ມີ​ຈິດ​ໃຈ ມັກຮັກ ​ແລະ​ເສຍສະຫຼະປັດ​
ໃຈ​ພໍ​ສົມຄວນ​ໃນ​ການຊອກຄົ້ນ​ເກັບ​ກໍາ​ເອົາ​ມາ​ຮັກສາ​ໄວ້​ໃນ​ເຮືອນ​ຊານ. ດ້ວຍ​ເຫ​ດນີ້
​ເອງ ບ້ານ​ເຮືອນຂອງ​ຍາ​ນາງ​ສົມ​ຈັນ ຈຶ່ງບໍ່​ຄື​ບ້ານ​ພັກ​ທຳ​ມະ​ດາ ​ໄດ້ຖືກ​ຕົກ​ແຕ່ງໃຫ້​ເປັນ
​ລະບຽບ​ຮຽບຮ້ອຍ ຝາ​ເຮືອນ​ ​ຫ້ອງ​ເຮືອນ​ເຕັມ​ໄປ​ດ້ວຍ​ວັດ​ຖຸ​ໂບຮານອັນ​ເກົ່າ​ແກ່ຂອງ​
ລາວທີ່​ຫາ​ຍາກ ​ແລະ​ມີ​ລາຄາແພງ. ຖ້າ​ຈະ​ເວົ້າ​ແລ້ວ ​ເຮື​ອນຂອງ ຍານາງ​ສົມ​ຈັນ ແມ່ນ
ປຽບ​ດັ່ງ​ຫໍ​ພິພິດ​ຕະພັນ​ແຫ່ງ​ຊາດ​ຢູ່ໃນ​ສະຫະລັດ​ອາ​ເມຣິກາ ຊຶ່ງ​ຍານາງ​ໄດ້​ກ່າວ​ ສູ່
ວີ​ໂອ​ເອ ຟັງ​ວ່າ​ເປັນ​ດ້ວຍ​ເຫດ​ໃດ ຍານາງ​ຈຶ່ງ​ມັກ​ສະສົມ​ວັດ​ຖຸ​ໂບຮານ​ລາວ:

ຫ້ອງເຮືອນນຶ່ງຂອງ ຍານາງສົມຈັນ ໄຊບໍຣິວົງສ໌
ຫ້ອງເຮືອນນຶ່ງຂອງ ຍານາງສົມຈັນ ໄຊບໍຣິວົງສ໌

ສ່ວນ​ຫລາຍ ​ເຮົາ​ຈະ​ສັງ​ເກ​ດ​ເຫັນບັນດາ​ນັກ​ສະ​ສົມ​ສິນລະປະ​ພື້ນເມືອງໂບຮານ ຂອງ
ໂລກ ທີ່​ເປັນຊາວ​ຕາ​ເວັນ​ຕົກ​ ​ມາ​ຈາກປະ​ເທດ​ອຸດສາຫະກຳ ​ແລະ​ຮັ່ງມີ. ​ເຂົາ​ເຈົ້າ​ໄດ້
​ຮຽນຮູ້ ​ໄດ້​ເດີີນທາງ​ໄປ​ເຫັນ​ຄວາມ​ສີວິ​ໄລ​ຂອງ​ມະນຸດຊາດ​ໃນສະ​ໄໝໂບຮານ​ ອັນ​ນຳ​ມາສູ່ວິວັດທະນາການສະ​ໄໝ​ໃໝ່. ​ແຕ່​ວ່າ ຍານາງ​ສົມ​ຈັນ ​ແມ່ນ​ລູກບ້ານ​ຫລານ​ເມືອງ​
ມໍລະດົກ​ໂລກ ນະຄອນຫລວງ​ພະ​ບາງ ຍານາງ​ເກີດ​ມາເຫັນສິ່ງ​ແວດ​ລ້ອມ ທີ່​ຫຸ້ມລ້ອມ
​ໄປ​ດ້ວຍຄວາມ​ຈະເລີ​ນຮຸ່ງ​ເຮືອງ ວັດ​ຖຸ​ໂບຮານ ແລະ​ຮີດຄອງ​ປະ​ເພນີ​ອັນ​ງົດ​ງາມ​ຂອງ
ຊາວ​ນະຄອນຫລວງ​ພະ​ບາງ​. ສິ່ງເຫລົ່ານີ້​ໄດ້ແອ​ບແຝງ​ໄວ້ ​ຢູ່່ໃນ​ຈິດ​ໃຈຂອງນາງມາ
​ແຕ່​ນ້ອຍ ​ແລະ​ໄດ້ຕິດຕ້ອຍ​ຫ້ອຍຕາມ ​ນຳເອົາ​ມາ​ປົກ​ປັກ​ຮັກສາໄວ້​ຢູ່ໃນບ້ານ​ເຮືອນ
ຂອງ​ປະ​ເທດໃໝ່ ທີ່​ໄດ້​ໃຫ້​ຄວາມອຸປະກາລະ ຊຶ່ງ​ຍານາງ​ໄດ້​ກ່າວ​ຕໍ່​ໄປ​ວ່າ:

ຍານາງສົມຈັນ ແລະບັນດາໝູ່ເພື່ອນສະຕີລາວອາເມຣິກັນ.
ຍານາງສົມຈັນ ແລະບັນດາໝູ່ເພື່ອນສະຕີລາວອາເມຣິກັນ.

ຍານາງ​ສົມ​ຈັນ ​ໄດ້​ເລົ່າ​ເຖີງຊີວິດ​ເບື້ອງ​ຕົ້ນ​ແຕ່​ສະ​ໄໝ​ຢູ່​ ນະຄອນຫລວງ​ພະ​ບາງ ທີ່​ໄດ້
ຫລໍ່​ຫລອມ​ນຳພາ​ມາສູ່​ການ​ຕັ້ງ​ຊີວິດ​ໃໝ່ ​ຢູ່​ໃນ​ສະຫະລັດ ຢ່າງ​ເປັນ​ຜົນສຳ​ເລັດ​ດັ່ງ​ນີ້:

ພິທີ່ສົມຣົດ ທີ່ບ້ານພັກ ຍານາງສົມຈັນ ໄຊບໍຣິວົງສ໌ ທີ່ເມືອງ Walnut ລັດ California.
ພິທີ່ສົມຣົດ ທີ່ບ້ານພັກ ຍານາງສົມຈັນ ໄຊບໍຣິວົງສ໌ ທີ່ເມືອງ Walnut ລັດ California.

ຄອບຄົວ​ຂອງ​ຍານາງ​ສົມ​ຈັນ ເປັນ​ຄອບຄົວ​ລາວ​ອາ​ເມຣິກັນ ​ໂຕຢ່າງທີ່​ໜ້າ​ສັນລະ
​ເສີນ ທາງ​ດ້ານ​ການ​ຮັກສາ​ຮີດຄອງ​ປະ​ເພ​ນີ ​ແລະ​ເຖິງ​ແມ່ນ​ວ່າ​ ພວກ​ລູກໆຂອງ
ນາງ ​ໄດ້​ເຕີບ​ໃຫຍ່​ແລ້ວ​ກໍ​ຕາມ ​ແຕ່ກໍ​ຍັງ​ດຳ​ເນີນການດຳລົງ​ຊີວິດ​ຢູ່​ກິນ​ຮ່ວມກັນ
ຢ່າງ​ໃກ້ຊິດ ດັ່ງ​ຍານາງ​ສົມ​ຈັນ​ໄດ້​ກ່າວ​ມ້ວນທ້າຍ​ສູ່​ຟັງ​ດັ່ງ​ນີ້

ຍານາງສົມຈັນ ໄຊບໍຣິວົງສ໌.
ຍານາງສົມຈັນ ໄຊບໍຣິວົງສ໌.

ວີ​ໂອ​ເອ ພາກ​ພາສາ​ລາວ​ຂໍ​ສະ​ແດງ​ຄວາມ​ຂອບໃຈ​ມາ​ຍັງ ຍານາງ​ສົມ​ຈັນ ​
ໄຊ​ບໍຣິວົງສ໌ ເປັນຢ່າງ​ສູ​ງທີ່​ໄດ້​ແບ່ງປັນ​ປະສົບ​ການ ​ຄວາມ​ເປັນ​ມາ​ຂອງ​ຊີວິດ ​ແລະ
​ຮັກສາ​ຮິດຄອງປະ​ເພນີ​ລາວ​ໄວ້​ຢູ່ໃນ​ຕ່າງ​ແດນ. ​

XS
SM
MD
LG