ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວີໂອເອ ສຳພາດ ຍານາງພະນິດາ ແສງສິຣິວັນ ນາງພະຍາບານ ລາວ-ອາເມຣິກັນ


ຍານາງພະນິດາ ແສງສິຮິວັນ ນາງພະຍາບານ ແລະຫົວໜ້າໜ່ວຍ ນາງພະຍາບານ ທີໂຮງໝໍ Prestige Care ນະຄອນ Portland ລັດ Oregon.
ຍານາງພະນິດາ ແສງສິຮິວັນ ນາງພະຍາບານ ແລະຫົວໜ້າໜ່ວຍ ນາງພະຍາບານ ທີໂຮງໝໍ Prestige Care ນະຄອນ Portland ລັດ Oregon.

ສະບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍການ​ຊີວິດ​ຊາວ​ລາວ​ມື້​ນີ້
ເຮົາຈະ​ນຳ ​ການ​ສຳພາດ​ ກັບ ຍານາງ​ພະນິດາ ແສງສິ​ຣິວັນ
ນາງພະຍາບານ ​ແລະ​ຜູ້​ບໍລິຫານໜ່ວຍງານໜຶ່ງ ທີ່​ໂຮງໝໍ
Prestige Care ​ໃນ​ນະຄອນ Portland ລັດ Oregon ຕັ້ງ​
ຢູ່​ພາກ​ຕາ​ເວັນຕົກສຽງ​ເໜືອ ຂອງສະຫະລັດ ມາສ​ະ​ເໜີ​ທ່ານ.
ນາງ​ພະຍາບານເປັນ​ວິຊາ​ອາຊີບໃຫ້​ຄວາມ​ດູ​ແລ​ແກ່​ຜູ້​ເຈັບ​ປ່ວຍ ​ທີ່ຊ່ວຍ​ຕົນເອງ​ບໍ່​ໄດ້ນອກ
ຈາກ​ນັ້ນ ນາງພະຍາບານຍັງເປັນ​ຜູ້ມີ​ຈິດ​ໃຈອັນ​ສູງ​ສົ່ງ​ແກ່​ເພື່ອນ​ມະນຸດດ້ວຍ​ກັນ ​ໃຫ້ການ
​ຮັກສາ​ສຸຂະພາບທຸກຢ່າງ ທາງ​ດ້ານ​ຮ່າງກາຍ ​ແລະ​ຈິດ​ໃຈ ​ໃນ​ຍາມ​ເຈັບປ່ວຍ. ວິຊາອາຊີບ
ດັ່ງກ່າວ​ນີ້ຕ້ອງ​ໄດ້​ຜ່ານ​ການ​ຮຽນຊັ້​ນສູງ ການ​ຝຶກ​ຫັດ​ກັບ​ສະພາບ​ໂຕ​ຈິງ ​ເປັນຜູ້ມີ​ຄວາມ
​ມານະ​ອົດທົນ ​ແລະເປັນນາງພະຍາບານທີ່​ມີ​ຄຸນ​ນະ​ວຸດ​ທິ ລະດັບ​ອາຊີບທີ່​ແທ້​ຈິງ ຊຶ່ງ
ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້ ຂ້າພະ​ເຈົ້າ ຈະ​ນຳພາ​ໄປ​ພົບກັບ ຍານາງ​ພະນິດາ ​ແສງ​ສິຣິວັນ.
ເວລາ​ທ່ານ​ໄດ້​ຍິນ ນາມສະກຸນ ​ແສງສິ​ຣິ​ວັນ ທ່ານພໍຈະກະ​ຕຸ້ນຫູ ນ້ອຍ​ນຶ່ງແດ່​ບໍ່ວ່າ ແມ່ນ
ນາມສະກຸນ ນັກ​ປະພັນ​ເພງ​ລາວ​ອາວຸ​ໂສ​ຄົນ​ໃດ? ຖ້າ​ຫາກ​ທ່ານ​ຕອບ​ວ່າແມ່ນ ທ່ານຈັນ
ສົມ ຫລື ສ. ​ແສງ​ສິຣິວັນ ​ແມ່ນ​ຖືກຕ້ອງ ​ແລະ ຍາ​ນາພະນິດາ ​ແສງສິ​ຣິ​ວັນ ແມ່ນ​ພັນ​ລະຍາ
ຂອງ​ທ່ານ​ຈັນ​ສົມ ນັ້ນ​ເອງ. ປັດຈຸ​ບັນ​ນີ້ ທ່ານ​ທັງ​ສອງ​ຕັ້ງຖິ່ນ​ຖານ​ຢູ່ນະຄອນ Portland
ລັດ Oregon ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ ສະຫະລັດ.

ເພາະ​ສະ​ນັ້ນ ມື້​ນີ້​ ລາຍ​ການ​ຊີ​ວິດ​ຊ​າວ​ລາວ ຈະ​ນຳ​ພາທ່ານ​ໄປຢ້ຽມຢາມ​ຖາມ​ຂ່າວຍາ​ນາງ​
ພະ​ນິ​ດາ ອາຊີບນາງພະຍາບາ​ນຫລື Registered Nurse (RN) ທີ່​ພົ​ວ​ພັນ​ກັບການ​ບໍ​ລິ
​ຫານ ການ​ປິ່ນ​ປົວ ແລະ​ໃຫ້ຄຳ​ແນະນຳ​ໃນການ​ໃຊ້​ລະ​ບົບ​ປະ​ກັນ​ໄພ​ສຸ​ຂະ​ພາບ ​ຊຶ່ງເປັນ
​ເລື້ອງ ທີ່​ສະ​ລັບ​ຊັບ​ຊ້ອນ ມີ​ກົດ​ໝາຍ​ແລະ​ມີການ ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ.

ບັດ​ນີ້​ເຮົ​າມາ​ຢ້ອນ​ຄືນ​ຫລັງ​ເບິ່ງໜ້ອຍ​ນຶ່ງ ເຖິງບັນ​ດາ​ພໍ່​ແມ່​ຜູ້​ປົກ​ຄອງ ແລະ​ພວກ ລູກເຕົ້າ
ທັງຫລາຍ ​ໃນເວ​ລາທີ່​ເຂົາ​ເຈົ້າ​ກຳ​ລັງ​ເຕີ​ບ​ໃຫຍ່ ກ່ອນ​ຈະ​ໄປ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ ເຂົາ
​ເຈົ້າພາ​ກັນສົນທະນາວາດ​ພາບແລະ​ມີ​ຄວາມ​ຝັນຕ່າງໆ​ນາໆຢາກ​ ເປັນແພດ​ໝໍ ເປັ​ນດອກ​
ເຕີ ເປັນນັກ​ວິ​ສະ​ວະ​ກອນ ​ເປັນນັກ​ກົດ​ໝາຍ ແລະວິ​ຊາ​ອາ​ຊີບ​ຕ່າງ​ໆນາໆ. ຫລາຍ​ຄົນ​ພາ
​ກັນສຳ​ເລັດ ​ຫ​ລາຍໆ​ຄົນກໍພາ​ກັນຜິດຫວັງ ​ແລະໄ​ດ້​ຫັນ​ປ່ຽນ​ໄປ​ຮຽນວິ​ຊາ​ອາ​ຊີບອຶ່ນ ໃນ
​ເມື່ອ​ປະ​ສົບ​ກັບ​ຄວາມຍາກລຳບາກ​ຂອງ​ການຮຽນ ເຫັນສະພາບຄວາມ​ເປັນ​ຈິງ​ ອັນ​ທີ່​ບໍ່​
ໄດ້​ຄາດ​ຝັນ​ເອົາ​ໄວ້​ກ່ອນ ​ຊຶ່ງ​ຖື​ວ່າເປັນ​ຂອງ​ທຳ​ມະ​ດາຂອງ​ການ​ປ່ຽນ​ໃຈ​ໄປ​ຊອກ​ຫາການ
ຮຽນ​ເພື່ອ​ປະ​ກອບ ​ວິ​ຊາ​ອາ​ຊີບອຶ່ນ.

​ຍາ​ນາງພະ​ນິ​ດາ ແສງ​ສິຣິ​ວັນ ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ ຢູ່​ໃນສະ​ຫະ​ລັດ ອາ​ເມ​ຣິ​ກາ​ ເມື່ອ
​ສາມ​ສິບກວ່າປີ​ກ່ອນ ​ແລະ​ໄດ້​ຕັ້ງ​ເປົ້າ​ໝາຍ​ຍຶດຖື​ເອົາການ​ປະກອບ​ອາ ຊິ​ບ​ເປັນ​ນາງ
ພະຍາບານ ຈົນ​ເປັນ​ທີ່​ສຳ​ເລັດ. ຫົນ​ທາງການ​ຕັ້ງ​ຊີ​ວິດ​ ​ແລະຮຽນ​ຮູ້ເອົາວິຊາ​ອາຊີບ ຈົນ
​ເປັນ​ຜົນ​ສຳ​ເລັດ ​ໃນດ້ານ​ພະ​ຍາບ​ານນັ້ນ​ບໍ່​ເປັນ​ທີ່​ງ່າຍ​ດາຍ​. ຄຳ​ວ່າ ນາງ​ພະ​ຍາ​ບານ ເປັນ
​ວິຊາອາ​ຊີບ ​ທີ່ຍາ​ນາງພະ​ນິ​ດາ ມັກຮັກ​ເປັນ​ຊີ​ວິດ​ຈິດ​ໃຈ ມັກ​ໃຫ້​ການດູ​ແລຄົນ​ປ່ວຍ​ມາ​ແຕ່
​ນ້ອຍ ​ແລະ​ເປັນ​ຄົນ ​ທີ່ບໍ່​ຕິ ບໍ່​ຮິ ​ເຖິງ​ສະພາບ​ການຂອງ​ຄົນ​ເຈັບ ຊຶ່ງ​ ​ຍານາງພະ​ນິ​ດາ ໄດ້​
ເລົ່າ​ໜ້າ​ທີ່ວຽກ​ການ ​ສູ່ວີ​ໂອ​ເອ ດັ່ງ​ນີ້ :

ຍານາງພະນິດາ ແສງສິຮິວັນ ໃນປີ 1990.
ຍານາງພະນິດາ ແສງສິຮິວັນ ໃນປີ 1990.

​ໂຮງໝໍ ທີ່ຍານ​າງພະນິດາ ​ກຳລັງເຮັດ​ວຽກ​ໃຫ້ ຢູ່​ປັດຈຸບັນ​ນີ້ ​ເປັນ​ໂຮງໝໍ​ເອກ​ກະ​ຊົນ ​ໃນ
ລະດັບ​ສູງ ຊ່ຽວຊານດ້ານການ​ປິ່ນປົວກະດູກ​ໃນ​ຮ່າງກາຍ​ ໂດຍ​ສະ​ເພາະ. ຍານາງ​
ພະນິດາ ​ໄດ້​ອະທິບາຍ​ເຖິງສະພາບ​ການ​ຂອງຄົນ​ເຈັບ​ທີ່​ມາ​ຮັບ ການປິ່ນປົວດັ່ງ​ນີ້ :

ບັນດານາງພະຍາບານ ລາວ-ອາເມຣິກັນ ເຕົ້າໂຮມກັນທີ່ ນະຄອນ Las Vegas ປີ 2013.
ບັນດານາງພະຍາບານ ລາວ-ອາເມຣິກັນ ເຕົ້າໂຮມກັນທີ່ ນະຄອນ Las Vegas ປີ 2013.

​ນາງພະຍາບານ ຕ້ອງ​ເປັນ​ຄົນ​ໃຈ​ກ້າ ວ່ອງ​ໄວ ບໍ່​ຢ້ານ ​ກ່ຽວກັບ​ທຸກໆສະພາບ​ການ​ຂອງ
ຄົນ​ເຈັບ ຍານາງ​ພະນິດາ ​ໄດ້​ເລົ່າ​ຂັ້ນ​ຕອນກ່ຽວ​ກັບ​ການ​ປິ່ນປົວ​ຄົນ​ເຈັບ ຄວາ​ມຮັບຜິດ
ຊອບ ​ຂອງນາງພະຍາບານ ​ແລະ​ໂຮງ​ໝໍ​ຕໍ່​ໄປ​ອີກ​ວ່າ :

ບັນດາຍາດຕິພີ່ນ້ອງ ເພື່ອນຝູງເຕົ້າໂຮມ ສະຫລອງ 55 ປີ ຂອງຜົນງານການແຕ່ງເພງ ຂອງ ອາຈານ ຈັນສົມ ຫລື ສ. ແສງສິຣິວັນ ໃນປີ 2011.
ບັນດາຍາດຕິພີ່ນ້ອງ ເພື່ອນຝູງເຕົ້າໂຮມ ສະຫລອງ 55 ປີ ຂອງຜົນງານການແຕ່ງເພງ ຂອງ ອາຈານ ຈັນສົມ ຫລື ສ. ແສງສິຣິວັນ ໃນປີ 2011.


ການ​ສຶກ​ສາ​ແມ່ນ​ພື້ນ​ຖານ​ອັນ​ສຳ​ຄັນ​ສຸດ ທີ່​ນຳ​ພາ​ໄປ​ສູ່​ແສງ​ສະ​ຫວ່າງ​ໃນ​ອານາ​ຄົດ ຂອງ
​ການ​ປະ​ກອບ​ວິ​ຊາ​ອາ​ຊີບ​. ​ຍາ​ນາງ​ພະ​ນິ​ດາ ໄດ້​ຕັ້ງ​ເປົ້າ​ໝາຍ​ບຸກ​ບືນ ສູ້​ທົນ​ກັບ​ອຸ​ບ​ປະ​ສັກ
​ຕ່າງໆນາໆ​ຢ່າງ​ບໍ່ທໍ້​ຖອຍ ນັບ​ຕັ້ງ​ແຕ່​ເວ​ລາ​ໄດ້​ເລີ້ມ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່ ຢູ່​ໃນສະຫະ
ລັດ. ຍານາງ​ໄດ້​ເລົ່າ​ເຖິງ​ຄວາ​ມອົດທົນ​ໃນ​ບັ້ນ​ນີ້​ວ່າ :

ຍານາງພະນິດາ ແລະທ່ານຈັນສົມ ແສງສິຣິວັນ
ຍານາງພະນິດາ ແລະທ່ານຈັນສົມ ແສງສິຣິວັນ

ນອກຈາກ ຍານາງ​ພະນິດາ ​ໄດ້​ເຮັດ​ວຽກ ມີ​ຄວາມ​ຮັບຜິ​ພຊອບ​ກັບໜ້າ​ທີ່​ການ​ແລ້ວ​ກໍ​ຕາມ
​ແຕ່ຫລັງຈາກ​ໂມງ​ການ ​ເປັນ​ບາງ​ຄັ້ງ​ບາງ​ຄາວ ຍານາງ​ຍັງ​ໄດ້​ອາສາ​ສະມັກ ​ໃຫ້​ຄຳ​ແນະນຳ
​ເບິ່ງ​ແຍງ​ນຳ​ຄູບາ​ອາຈານ ຢູ່​ວັດ​ ​ແລະ​ບັນດາ​ເພື່ອນ​ຝູງໃກ້ຊິດ ຜູ້ມີ​ຄວາມ​ຕ້ອງ​ການຄຳ
ແນະນຳທາງ​ດ້ານ​ການ​ແພດ. ​ໃນ​ເວ​ລາ​ຫວ່າງ ຍານາງ​ພະນິດາ​ພ້ອມ​ດ້ວຍສາມີ ທ່ານ​ຈັນ
​ສົມ ​ແສງ​ສິຣິວັນ ໄດ້​ໃຊ້​ເວລາ ​ຫວ່າງ ​ເດີນທາງ​ໄປຢ້ຽມຢາມຍາດຕິ​ພີ່ນ້ອງ ​ແລະຊຸມ​ແຊວ
​ກັບ​ບັນດາໝູ່​ເພື່ອນ. ກ່ອນ​ຈາກ​ກັນ​ໄປ​ມື້​ນີ້ ຍານາງ​ພະນິດາ ​ແລະ​ທ່ານ​ຈັນ​ສົມ ຂໍ​ຝາກ​ສຽງ​
ເພງ​ມາ​ເຖິງ ບັນດາ​ໝູ່່​ເພື່ອນ ​ແລະ​ບັນດາແຟນໆ​ເພງ​ ຂອງທ່ານ​ໜ້ອຍ​ນຶ່ງ ​ເພງ​ນີ້​ມີ​ຊື່ວ່າ
"ບໍ່​ເຄີຍ” ທີ່​ເປັນ​ເພງ​ເກົ່າ​ຍອດ​ນິຍົມ ປະພັນແລະ​ຂັບ​ຮ້ອງ​ໂດຍ ທ່ານ​ສໍ ​ແສງ​ສິຣິວັນ ​ໃນ​ປີ
1967 ທີ່​ນະຄອນຫລວງ​ວຽງ​ຈັນ ອະດີດ​ພະ​ລາຊາ​ອານາຈັກ​ລາວ. ຂໍ​ເຊີນ​ທ່ານ​ຕິດຕາມ
ອ່ານ ​ເບິ່ງ​ຮູບ​ພາບ ​ແລະ​ຟັງ​ເພງ​ທັງ​ໝົດ​ໄດ້ ທີ່​ໜ້າເວັບ​ໄຊ​ທ໌ lao.voanews.com​

ນະຄອນ Portland ລັດ Oregon ພາກຕາເວັນຕົກ ເໜືອສຸດຂອງ ສະຫະລັດ
ນະຄອນ Portland ລັດ Oregon ພາກຕາເວັນຕົກ ເໜືອສຸດຂອງ ສະຫະລັດ

XS
SM
MD
LG