ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຍານາງອຸໄທທອງ ດາຣາສຸກ ຜູ້ເສີບເຄື່ອງດື່ມ ທີ່ກາຊີໂນ ນະຄອນລາສເວກັສ


ຍານາງອຸໄທທອງ ດາຣາສຸກ ຜູ້ເສີບເຄື່ອງດື່ມຢູ່ບ່ອນຫລິ້ນກາຊີໂນ ຢູ່ນະຄອນ Las Vegas ລັດ Nevada ສະຫະລັດ ອາເມຣິກາ.
ຍານາງອຸໄທທອງ ດາຣາສຸກ ຜູ້ເສີບເຄື່ອງດື່ມຢູ່ບ່ອນຫລິ້ນກາຊີໂນ ຢູ່ນະຄອນ Las Vegas ລັດ Nevada ສະຫະລັດ ອາເມຣິກາ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ​ ​ໃນ​ລາຍການ​ຊີວິດ​ຊາວ​ລາວຂອງ ວີ​ໂອ​ເອ ສຳລັບ​ແລງ​ວັນ​ພະຫັດ​
ມື​ນີ້ ເຮົາຈະ​ພາ​ທ່ານ​ໄປພົບ ກັບ ຍານາງ​ອຸ​ໄທ​ທ​ອງ ດາຣາສຸກ ຜູ້​ເສີບ​ເຄື່ອງ​ດື່ມ​ໃຫ້​ແກ່
​ພວກ​ແຂກຄົນ ທີ່​ໄປຫລິ້ນ​ກາ​ຊິ​ໂນ ທີ່​ນະຄອນ Las Vegas ໃນ​ລັດ Nevada. ວິຊາ​ອາ
ຊີບ​ດັ່ງກ່າວ​ ເປັນ​ວຽກ​ການ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ​ສ້າງ​ລາຍ​ໄດ້ດີ​ເປັນ​ພິ​ເສດ.
ອຸ​ໄທ​ທອງ ​ໃຊ້ເວລາເຮັດວຽກດັ່ງ​ກ່າວຈາກ 1 ​ໂມງ ຫຼັງທ່ຽງຄືນ ຫາ 9 ​ໂມງຕອນ​ເຊົ້າ​ມາ
​ເປັນ​ເວລາ​ສີ່​ປີ​ແລ້ວມີ​ຄວາມລຶ້​ງ​ເຄີຍ​ກັບ​ເວລາ​ ມັກ​ໜ້າ​ທີ່​ວຽກ​ການ​ແລະ​ເປັນ​ຜົນສຳ​ເລັດ
​ໃນ​ການປະກອບ​ວິຊາ​ອາຊີບນີ້. ຄວາມ​ເປັນ​ມາ​ຂອງ ອຸ​ໄທທອງ ​ເປັນ​ມາ​ຢ່າງ​ໃດ​ນັ້ນ
ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຍານາງອຸໄທທອງ ແລະສາມີ ທ່ານເກດສະດາ ດາຣາສຸກ.
ຍານາງອຸໄທທອງ ແລະສາມີ ທ່ານເກດສະດາ ດາຣາສຸກ.

ສະບາຍດີ​ທ່ານ​ຜູ້ຟັງ​ທີ່​ເຄົາລົບ ມື້​ນີ້​ຂ້າພະ​ເຈົ້າຈະ​ຂໍ​ແນະນຳ​ໃຫ້​ທ່ານ​ຮູ້​ຈັກ​ກັບ ຍາ​ນາງ
ອຸ​ໄທທອງ ດາຣາສຸກ ລູກບ້ານ​ຫລານ​ເມືອງ​ນະຄອນຫລວງ​ວຽງ​ຈັນ ອະດີດ​ນັກ​ສຶກສາ​
ຈາກ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ພະ​ແນ​ກພາສາ​ອັງກິດ ​ແລະ​ເຄີຍ​ໄດ້​ເປັນ​ຄູ​ສອນ​ພາ
ສາ​ອັງກິດ​ມາ​ກ່ອນ ນອກຈາກ​ນັ້ນ ​ອຸ​ໄທ​ທອງ​ ຍັງສາມາດ​ປາກ​ພາສາ​ຍິ່ປຸ່ນ​ໄດ້​ນຳອີກ. ​
ອຸ​ໄທ​ທອງ ​ໄດ້​ແຕ່ງງານ​ກັບ​ທ່ານ​ເກດ​ສະ​ດາ ດາຣາສຸກ ​ໃນ​ປີ 2005 ຜູ້ທີ່​ໄດ້​ມາ​ຕັ້ງ​ຖິ່ນ
ຖານຢູ​ໃນສະຫະລັດ​ກ່ອນ​. ​ໃນ​ປີ 2006 ອຸ​ໄທທອງ ​ໄດ້​ຕິດຕາມສາມີ​ໄປນະ​ຄອນ San Francisco ລັດ California ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ. ​ເພາະສະ​ນັ້ນການ
​ມີພື້ນຖານປາກ​ເວົ້າ​ພາສາ​ອັງກິດມາ​ກ່ອນ ຈຶ່ງໄດ້ຊ່ວຍ​ອຸ​ໄທ​ທອງ ໃນ​ການ​ປະກອບ​ວິຊາ​
ອາຊີບ​ຢູ່​ໃນ​ສະຫະລັດ​ສະດວກ​ສະບາຍ​ຂຶ້ນ ​ແລະດ້ວຍ​ເຫດໃດ ອຸ​ໄທ​ທອງ ຈຶ່ງ​ໄດ້ກາຍ
ມາ​ປະກອບ​ວິຊາ​ອາຊີບ​ເປັນ​ຄົນ​ບໍລິການ​ເຄື່ອງ​ດື່ມ ​ຢູ່​ບ່ອນ​ຫລິ້ນ​ກາ​ຊິ​ໂນ​ນັ້ນ ອຸ​ໄທ​ທອງ
​ໄດ້ກ່າວ​ຕໍ່ ​ວີ​ໂອ​ເອດັ່ງ​ນີ້:

ທຸລະ​ກິດ​ກາ​ຊີ​ໂນ​ເປີດ​ໃຫ້​ຄົນ​ມາ​ຫລິ້ນ​ 24 ຊົ່ວ​ໂມງ ​ພວກ​ຜູ້​ເຮັດ​ວຽກ​ບໍລິການ ຈຶ່ງໄດ້ຖືກ
ແບ່ງ​ອອກ​ເປັນສາມ​ຈຸ ຊຶ່ງ​ແຕ່​ລະ​ຈຸ​ເຮັດ​ວຽກ​ 8 ຊົ່ວ​ໂມ​ງ. ອຸ​ໄທ​ທອງ ​ເຮັດ​ວຽກ​ຈາກ 1 ​ໂມງ
​ຕອນ​ເຊົ້າ ຫາ 9 ​ໂມງ​ເຊົ້າ ຊຶ່ງ​ເປັນ​ເວລາ​ທີ່​ຫລາຍ​ໆຄົນ​ບໍ່​ມັກ​ເຮັດ​ ຊຶ່ງ​ພາສາ​ອັງກິດຮ້ອງ​
ຊ່ວງ​ເວລາ​ນີ້​ວ່າ “Grave Yard” ຫລື​ຊົ່ວ​ໂມງ​ຜີ​ປ່າຊ້າ ​ເພາະວ່າ​ເປັນ​ເວລາເດິກດື່ນຍາມ
​ຫລັບ​ນອນ. ​ແຕ່​ສໍາ​ລັບ​ທຸລະ​ກິດຂອງກາຊິ​ໂນ​ແລ້ວ ​ຈະ​ມີ​ຄົນ​ມາ​ຫລິ້ນ​ຢູ່ຕະຫລອດ ​ແລະ
ອຸ​ໄທທອງ​ ໄດ້​ສ້າງ​ຄວາມ​ລື້​ງ​ເຄີຍ​ກັບ​ບັນດາ​ແຂກ​ທີ່​ມັກມາ​ຫລິ້ນໃນເວລານີ້ຊຶ່ງ ຍາ​ນາງ​
ໄດ້ກ່າວ​ຕໍ່​ໄປ​ໃຫ້ຟັງວ່າ”

ໜ້າ​ທີ່​ຂອງ​ອຸ​ໄທ​ທອງ​ກໍ​ຄື ​ບໍລິການ​ເຄື່ອງ​ດື່ມ​ໃຫ້​ແກ່​ຜູ້​ທີ່ມາ​ຫລິ້ນ​ກາ​ຊິ​ໂນ ​ໂດຍ​ບໍ່​ຄິດ​ຄ່າ
ໝາຍ​ຄວາມ​ວ່າ​ດື່ມ​ຟຣີ. ນອກຈາກ​ອຸ​ໄທ​ທອງຈະ​ໄດ້​ຮັບເງິນ​ຊົ່ວ​ໂມງ​ແລ້ວ ​ລາວ​ຍັງ​ໄດ້້​ຮັບ
​ເງິນ​ທິບ ຫຼືເງິນສິນນໍ້າໃຈ​ຈາກ​ພວກ​ລູກ​ຄ້າ​ທີ່ມາ​ຫລິ້ນກາ​ຊິ​ໂນ​ອີກ ອັນ​ເປັນ​ລາຍ​ໄດ້​ທີ່ດີໆ.
ອຸໄທ​ທອງ ​ໄດ້​ກ່າວ​ກ່ຽວກັບ​ວຽກ​ການ​ຕອນ​ນີ້​ວ່າ:

ຢູ່ໃນ​ສະຫະລັດ ມີ​ບ່ອນ​ຫລິ້ນ​ກາ​ຊິ​ໂນທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ຢູ່ໃນຫລາຍໆລັດ​ ​ແລະ
ບ່ອນຫລິ້ນ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ນັ້ນ​ກໍ​ແມ່ນຢູ່ໃນນະຄອນ Las Vegas ລັດ Nevada ​ຕັ້ງ​ຢູ່​ດິນແດນທະ​ເລ​ຊາຍ ທາ​ງພາກ​ຕາ​ເວັນ​ຕົກ​ຕິດ​ກັບ​ລັດ California ສະຫະລັດ​ອາ​ເມຣິ
ກາ. ໃນນະຄອນ Las Vegas ​ມີ​ບ່ອນ​ຫລິ້ນ​ກາ​ຊິ​ໂນ ​ຢາຍ​ກັນ​ຢູ່​ທົ່ວ​ເມືອງ ມີ​ໂຮງ​ແຮມ​
ຫລູຫລາ ມີບາ ມີບ່ອນສະ​ແດງການຫລິ້ນ​ລື້​ນ​ເລີງ​ຕ່າງໆ ທີ່​ບໍ່​ມີບ່ອນ​ຫລິ້ນ​ກາ​ຊິ​ໂນແຫ່ງ
​ໃດ​ຢູ່ໃນສະຫະ​ລັດ ທຽບ​ເທົ້າ​ໄດ້. ຢູ່​ໃນ​ນະຄອນ Las Vegas ​ມີ​ຊາວ​ອາ​ເມຣິກັນ​ເຊື້ອ
​ສາຍ​ລາວຈຳນວນ​ນຶ່ງ ​ພາກັນ​ປະກອບ​ວິຊາ​ອາ ຊີບຕ່າງໆ​ນາ​ໆ​ເຊັນ​ວ່າ ເປັນ​ຄົນ​ສາກ​ໄພ້
ຫລື dealer ​ເຮັດ​ວຽກ​ຢູ່​ຕາມ​ໂຮງ​ແຮມ ຄົນ​ເສີ​ບ​ເຄື່ອງ​ດື່ມຢູ່​ບ່ອນ​ຫລິ້ນ​ກາ​ຊີໂນແລະວຽກ
ການອື່ນໆຊຶ່ງ ອຸ​ໄທ​ທອງ ​ໄດ້​ອະທິບາຍ​ສູ່​ຟັງ​ວ່າ:

ຢູ່​ໃນ​ສະຫະລັດ ການປະກອບ​ວິຊາ​ອາຊີບ​ບໍ່ເປັນ​ທີ່ແນ່ນອນ​ໄດ້ ​ເຊັ່ນ​ວ່າ ​ບໍລິສັດ ຮ້ານ​ຄ້າ
​ແມ່ນ​ແຕ່​ລັດຖະບານ ອາດ​ຖືກ​ຍຸບກໍເປັນໄດ້ ດ້ວຍ​ສາ​ເຫດ​ຕ່າງໆ. ເພາະສະ​ນັ້ນຜູ້​ເຮັດ
​ວຽກ​ຕ້ອງ​ໄດ້ປັບ​ໂຕຢູ່ສະເໝີ ​ໃນ​ການຊອກ​ຫາເຮັດ​ວຽກ​ໃໝ່ ດັ່ງໂຕຢ່າງ​ຂອງ​ຍານາງ​ອຸໄທ​
ທອງ ທີ່​ເຄີ​ຍ​ເຮັດ​ວຽກ​ຢູ່ຫ້ອງການ​ທະນາຍຄວາມ​ ​ແຕ່​ມາ​ບັດ​ນີີ້ ​ໄດ້​ກາຍ​ມາ​ເປັນ​ຜູ້​ເສີ​ບ​
ເຄື່ອງດື່ມ ທີ່​ທຳ​ລາຍ​ໄດ້​ດີ​ເປັນພິ​ເສດ. ອຸໄທ​ທອງ​ໄດ້​ກ່າວເຖິງຊີວິດ​ເບື້ອງ​ຕົ້ນ​ສູ່​ຟັງ​ດັ່ງ​ນີ້:

ອຸ​ໄທ​ທອງ ​ໄດ້ເຮັດ​ວຽກ​ເສີ​ບ​ເຄື່ອງ​ດື່ມ​ໃຫ້​ແກ່​ແຂກ ທີ່ມາ​ພັກຜ່ອນ​ຫລິ້ນ​ກາ​ຊິ​ໂນ ມາ​ເປັນ​
ເວລາ​ສີ່​ປີ​ແລ້ວ ​ແລະ​ກໍ​ລື້​ງ​ເຄີຍ​ກັບ​ເວລາ​ເຮັດ​ວຽກ ຊຶ່ງ​ໄດ້​ກາຍ​ມາ​ເປັນ​ເລື່ອງ​ທຳ​ມະ​ດາ.
ອຸ​ໄທ​ທອງ ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອວ່າ ຈະ​ເຮັດ​ວຽກ​ນີ້​ໄປຕະຫລອດ.

XS
SM
MD
LG