ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳພາດ ຍານາງນານາ ຊະນະວົງໄຊ ນັກຄົວກິນພື້ນເມືອງລາວ ທາງຢູທູບ ໃນສະຫະລັດ


ຍານາງນານາ ຊະນະວົງໄຊ ແມ່ຄົວອາຫານພື້ນເມືອງລາວ ຜ່ານທາງ Youtube ທີ່ມີຊື່ງສຽງໃນສະຫະລັດ.
ຍານາງນານາ ຊະນະວົງໄຊ ແມ່ຄົວອາຫານພື້ນເມືອງລາວ ຜ່ານທາງ Youtube ທີ່ມີຊື່ງສຽງໃນສະຫະລັດ.

ໃນລາຍການຊີວິດຊາວລາວມື້ນີ້ ເຮົາຈະໃຫ້ທ່ານ ຟັງການສຳພາດກັບ ຍານາງນານາ ຊະນະວົງໄຊ ນັກຄົວກິນອາຫານພື້ນເມືອງລາວ ທີ່ເມືອງ Merced ລັດ California. ແຕ່ ຫົວທີ ນານາ ບໍ່ມັກຄົວກິນແລະບໍ່ໃຫ້ຄວາມສົນໃຈກ່ຽວກັບການຄົວກິນ ໂດຍສະເພາະ ອາຫານພື້ນເມືອງລາວທີ່​ແມ່​ເຮັດ​ໃຫ້​ກິນ. ແຕ່ວ່າມາ​ບັດ​ນີ້ ນານາ​ໄດ້ເກີດ​ມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ອາຫານ​ພື້ນ​ເມືອງ​ລາວ. ເປັນຫຍັງ ນານາ ​ຈຶ່ງໄດ້​ປ່ຽນ​ໃຈ ກິ່ງສະຫວັນ ຈະນຳ ເອົາຄຳຕອບ ສຳລັບຄຳຖາມຂໍ້ນີ້ມາສະເໜີທ່ານ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ຂ້າພະເຈົ້າ ຈະຂໍແນະນຳ ໃຫ້ທ່ານຮູ້ຈັກກັບ ຍານາງນານາ ຊະນະວົງໄຊ ນັກຄົວກິນ ອາຫານພື້ນເມືອງລາວ ປັດຈຸ ບັນນີ້ຕັ້ງຖິ່ນຖານຢູ່ເມືອງ Merced ລັດ California. ນານາແມ່ນເຊື້ອສາຍລາວອາເມຣິ
ກັນ ເກີດທີ່ບ້ານສີໄຄ ນະຄອນຫລວງວຽງຈັນ ນາງໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ ກັບຄອບຄົວເມື່ອ 40 ປີກ່ອນ ​ເວລາ​ນັ້ນ​ມີ​ອາຍຸ​ໄດ້ 5 ປີ. ນານາເປັນລູກສາວຫລ້າໃນຈຳ ນວນອ້າຍເອື້ອຍນ້ອງຮ່ວມກັນທັງໝົດແປດຄົນ ແລະສາມາດປາກພາສາລາວສຳນຽງ​ວຽງ​ຈັນໄດ້ຢ່າງຄ່ອງແຄ້ວ. ອີງຕາມປະເພນີລາວແລ້ວແມ່ນວ່າ ບັນດາລູກແມ່ຍິງຕ້ອງຮູ້ຈັກ ຄົວກິນ ແຕ່ວ່າ​ເວລາທີ່ນານາຍັງ​ເປັນ​ເດັກນ້ອຍຢູ່​ຈົນ​ຮອດ​ໃຫຍ່​ເປັນ​ສາວ ນານາບໍ່ເຄີຍໄດ້ ໃຫ້ຄວາມສົນໃຈກ່ຽວກັບເລື້ອງນີ້ ອີກປະການນຶ່ງກໍເພາະວ່າ ນານາໄດ້ມາເຕີບໃຫຍ່ຢູ່ ໃນ
ບັນຍາກາດ ຂອງ​ສັງຄົມ​ໂລກ​ໃໝ່​ທີ່ ສະຫະລັດອາ​ເມຣິກາ.

ບັດນີ້ເຮົາມາເວົ້າເຖິງການປຸງແຕ່ງອາຫານພື້ນເມືອງລາວ ຊຶ່ງໃຜໆກໍຈະມັກ ກ່າວວ່າ “ແມ່ຂ້ອຍຄົວກິນແຊບອີ່ຫລີ” ຄຳ​ເວົ້າ​ດັ່ງກ່າວ​ນີ້​ກໍ​ເພາະວ່າ​ພວກ​ລູກໆ ​ໄດ້​ລື້​ງ​ເຄີຍ​ກັບ​ສີມື​ການປຸງ​ແຕ່ງອາຫານຂອງ​ແມ່​ມາ​ແຕ່​ເກີດ ​ແລະ​ນີ້​ແມ່ນ​ໂຕ​ຢ່າງ​ອັນ​ນຶ່ງ​ທີ່​ນຳພານານາ ຊະນະ​ວົງ​ໄຊ ມາ​ມີ​ບົດບາດ​ການ​ປຸງ​ແຕ່ງອາຫານ​ພື້ນ​ເມືອງ​ລາວ ຊຶ່ງ​ນານາ​ໄດ້​ເລົ່າ​ຊີວິດ ເບື້ອງຕົ້ນ​ໃຫ້ ວີ​ໂອ​ເອ ດັ່ງ​ນີ້ :

ໃນ​ເວລາ​ທີ່​ເຮົາ​ຍັງ​ເປັນເດັກນ້ອຍຢູ່ ມັນກໍເປັນຂອງ​ທຳ​ມ​ະດາ​ທີ່ບໍ່​ມັກ​ໃຫ້​ຄວາມ​ສົນ​ໃຈກ່ຽວ​ກັບ​ສັງຄົມສິ່ງ​ແວດ​ລ້ອ​ມ ​ເວົ້າ​ໂດຍ​ສະ​ເພາະ​ກໍ​ຄື​ຮີດຄອງ​ປະ​ເພ​ນີລາວ ການ​ປຸງ​ແຕ່ງອາ ຫານ ​ແລະ​ພິທີການ​ຕ່າງໆ​ຂອງ​ລາວທີ່​ພໍ່​ແມ່ ​ແລະ​ຜູ້​ອາວຸ​ໂສມີ​ຄວາມ​ເປັນ​ຫ່ວງ​ນຳພາລູກ​ຫລາ​ນ​ປະຕິບັດ​ມາ. ບັດ​ນີ້​ຊີວິດ​ຂອງພວກ​ເຮົາ​ໄດ້​ກ້າວ​ເຂົ້າມາ​ທົດແທນບັນດາພໍ່​ແມ່​ເຖົ້າ​ແກ່​ທີ່​ໄດ້​ຈາກ​ໂລກ​ນີ້​ໄປ​ແລ້ວ ​ໂດຍ​ທີ່​ບໍ່​ມີ​ຜູ້​ມາ​ໃຫ້​ຄຳ​ປຶກສາ​ຫາລື ​ແລະ​ບໍ່​ມີ​ບັນທຶກ​ຄົ້ນ​ຄວ້າ​ໃດໆ​ບອກ​ໄວ້​ໃຫ້. ນານາໄດ້​ກ່າວ​ເຖິງ​ຊີວິດ​ໃນ​ຕອນ​ນີ້​ວ່າ :

ບັດ​ນີ້​ນານາ​ໄດ້​ໃຫຍ່​ກ້າ​ໜ້າບານ ສ້າງ​ຄອບຄົວ ມີ​ລູກ​ສາມ​ຄົນ ​ແລະ​ມີ​ຄວາມ​ຮັບ ຜິດຊອບ​ກັບ​ກິດຈະການຄອບຄົວຫລາຍໆ​ຢ່າງ​ໃນ​ແຕ່​ລະ​ວັນ. ນານາ​ຕ້ອງ​ໄດ້​ຄົວ​ກິນ​ໃຫ້​ແກ່​ຄອບ ຄົວ ​ແລະ​ນີ້​ໄດ້​ນຳພາ​ນານາ​ກ້າວ​ເຂົ້າ​ມາ​ໃຫ້​ຄວາມ​ສົນ​ໃຈ​ດ້ານ​ການ​ຄົວກິນ​ຫລາຍ​ຂຶ້ນ ແລະ​ໄດ້​ເລີ້ມ​ເຜີຍ​ແຜ່​ອອກ​ທາງ YouTube ​ເພື່ອ​ໃຫ້​ເພື່ອນຝຸງໄດ້​ຮຽນ​ຮູ້​ຈາກ​ຄວາມ​ຈົດ​ຈຳທີ່​ໄດ້ສັງ​ເກດ ​ແລະ​ຮຽນ​ມາ​ຈາກ​ແມ່ ຊຶ່ງ​ນີນາ ກ່າວ​ຕໍ່​ໄປ​ອີກ​ວ່າ :

ອາ​ຫານ​ທີ່​ນານາໄດ້ປຸງແຕ່ງ​ອອກ​ມາ ​ເປັນ​ອາຫານ​ທີ່ມີ​ຄວາມ​ນິຍົມຊົມ​ຊອບ​ໃນ​ວົງ​ສັງຄົມເຊື້ອສາຍຊາວ​ລາວ ເປັນ​ອາຫານ​ທີ່​ຕ້ອງໃຊ້​ເວລາຫ້າງ​ຫາ​ ມີ​ເຄື່ອງປຸງ​ແຕ່ງ​ທີ່​ບໍ່​ມີ​ຢູ່​ໃນ ​ຕະຫລາດ​ທົ່ວໆ​ໄປ​ໃນ​ສະຫະລັດ ແລະ​ກໍ​ເປັນ​ອາຫານ​ພື້ນ​ເມືອງ​ລາວທີ່​ຫາ​ກິນ​ໄດ້​ຍາກ ຊຶ່ງ​ນານາ​ໄດ້​ກ່າວ​ດັ່ງ​ນີ້ :

ສະຫະລັດ​ອາ​ເມຣິກາ ​ເປັນ​ປະ​ເທດ​ທີ່​ກວ້າງ​ໃຫຍ່ໄພສານ ພາກ​ໃຕ້ ​ແລະ​ພາ​ກຕາ​ເວັນຕົກ​ສຽງໃຕ້ມີ​ອາກາດ​ອົບ​ອຸ່ນ​ຢູ່​ຕະຫລອດ​ປີ ​ເພາະສະ​ນັ້ນ​ບັນດາ​ພີ່ນ້ອງ​ເຊື້ອສາຍ​ລາວ​ຜູ້ທີ່​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ເຂດ​ນີ້ ​ຈຶ່ງມັກພາກັນ​ເຮັດ​ຮົ້ວ​ເຮັດ​ສວນປູກ​ຝັງ​ ​ແລະ​ມ່ວນ​ຊື່ນ​ກັບຜົນ​ລະປູກ ອັນ​ເປັນພືດ​ຜັກ​ທີ່​ຫາ​ກິນ​ໄດ້​ຍາກ ຊຶ່ງ​ນານາ​ໄດ້​ກ່າວ​ກ່ຽວ​ກັບ​ເລື້ອງ​ນີ້​ວ່າ :

ປັດ​ຈຸ​ບັນ​ນີ້​ເຮົາ​ຢູ່​ໂລກ​ອັນ​ທັນ​ສະ​ໄໝ​ຂອງ​ສັດຕະວັດ​ທີ່ 21 ການ​ໂທລະ​ຄົ​ມມະ​ນາ​ຄົມ​ຫາ​ກັນ​ພຽງ​ແຕ່​ຢູ່​ປາຍ​ນີ້ວມື​ເທົ່າ​ນັ້ນ ​ເພາະສະ​ນັ້ນ​ນານາ​ຈຶ່ງໄດ້​ຖື​ໂອກາດ​ນີ້ໃຊ້​ເທັກ​ໂນ​ໂລ​ຈີ​ອັນ​ຫລ້າ​ສຸດ​ ​ນຳເອົາ​ການສະ​ແດງ​ຄົວກິນມາສະ​ເໜີ​ທ່ານຜ່ານ​ທາງ YouTube ຊຶ່ງມີ​ຜູ້​ເຂົ້າຊົມ​ກວ່າ​ແສນ​ຄົນ ​ແລະ​ນານາ​ໄດ້​ກ່າວ​ມ້ວ​ນທ້າຍ​ດັ່ງ​ນີ້ :

ນານາ​ສຳ​ເລັດ​ການ​ສຶກສາ​ອະນຸ​ປີ​ຍາຝ່າຍທຸລະ​ກິດ ​ແລະ​ສາມີ​ທ່ານ​ອະລິ​ສັກ​ເປັນ​ນັກຊ່ຽວ ຊານ​ດ້ານ​ຄອມພິມເຕີ ​ແລະ​ອາສາ​ສະໝັກ​ແກ່​ອົງການ​ທີ່​ບໍ່​ຫວັງຜົນ​ກຳ​ໄລ. ອະລິ​ສັກ​ເປັນ​ຄົນ​ນຶ່ງ​ທີ່​ໄດ້​ຊ່ວຍ​ປະດິດ​ຄິດ​ສ້າງການ​ຕີ​ພິ​ມພາສາ​ລາວ​ຢູ່ໃນ iPhone ​ແລະ iPad. ທ່ານ​ສາມາດ​ເຂົ້າ​ຊົມ ວີ​ດີ​ໂອ ການ​ປຸງ​ແຕ່ງອາຫານ​ລາວ​ຂອງນານາໄດ້ທີ່​ໜ້າ YouTube ພາຍໃຕ້​ຊື່ Nana Sanavongsay.

ຍໍ່າຕີນໄກ່ ມີລົດຊາດສົ້ມ ເຄັມ ເຜັດ ຫຍໍ້າປັອດໆ ແຊບອີ່ຫລີ.

XS
SM
MD
LG