ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳພາດ ຍານາງ ລີຊາ ຫຼວງສົມຄຳ ອາຈານ ສອນວິຊາ ສັງຄົມ ວິທະຍາ ທີ່ລັດອີລລີນອຍ


ຍານາງລີຊາ ຫລວງສົມຄຳ ອາຈານສອນວິຊາ ສັງຄົມວິທະຍາ ທີ່ໂຮງຮຽນມັດທະຍົມປາຍແຫ່ງນຶ່ງ ຢູ່ໃນລັດອີລລີນອຍ, ສະຫະລັດອາເມຣິກາ.
ຍານາງລີຊາ ຫລວງສົມຄຳ ອາຈານສອນວິຊາ ສັງຄົມວິທະຍາ ທີ່ໂຮງຮຽນມັດທະຍົມປາຍແຫ່ງນຶ່ງ ຢູ່ໃນລັດອີລລີນອຍ, ສະຫະລັດອາເມຣິກາ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍງການຊີວິດຊາວລາວປະຈຳວັນພະຫັດມື້ນີ້ ເຮົາຈະນຳ
ເອົາການສຳພາດກັບ ຍານາງ Lisa ຫລວງສົມຄໍາ ນາຍຄູສອນວິຊາ ສັງຄົມວິທະຍາ
ຫລື Social Studies ທີ່ໂຮງຮຽນມັດທະຍົມຢູ່ໃນລັດ Illinois. ຫລັກສູດການສຶກສາ
ກ່ຽວກັບວິຊາດັ່ງກ່າວນີ້ ໄດ້ຖືກພັດທະນາ ແລະນຳມາໃຊ້ໂດຍປະເທດອຸດສາຫະກຳ ເພື່ອຮຽນຮູ້ກັບປະຫວັດສາດ ແລະສິ່ງແວດລ້ອມທີ່ພົວພັນກັບສັງຄົມຊີວິດມະນຸດຊາດ.
ລີຊາ ແມ່ນອາເມຣິກັນເຊື້ອສາຍລາວລຸ້ນໃໝ່ແລະເປັນຫຍັງຈຶ່ງມີຄວາມສົນໃຈຢາກ
ຮຽນ ກ່ຽວກັບເລື່ອງນີ້ ກິ່ງສະຫວັນ ຈະນຳມາສະເໜີີທ່ານໃນອັນດັບຕໍ່ໄປ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວປະຈຳວັນພະຫັດມື້ນີິ້ ເຮົາຈະນຳພາ
ທ່ານໄປຟັງ ການສຳພາດກັບ ຍານາງລີຊາ ຫລວງສົມຄຳ ນາຍຄູສອນວິຊາ ສັງຄົມ
ວິທະຍາ ຫລື Social Studies ຊຶ່ງປະກອບດ້ວຍຫລາຍວິຊາ ທີ່ຮວມທັງການຮຽນກ່ຽວ
ກັບ ວັດຖຸໂບຮານ, ມະນຸດສາດ, ປະຫວັດສາດ, ພູມີສາດ, ສັງຄົມສາດ ​ແລະວິຊາລັດ
ຖະສາດ ທັງໝົດນີ້ ແມ່ນການສຶກສາຂອງບັນດາວິຊານັກວິຊາການ ທີ່ເບິ່ງຄວາມ
ແຕກຕ່າງຂອງສັງຄົມເລີ່ມຈາກເຫດການທີ່ຜ່ານມາ ຄວາມສຳພັນຂອງບັນດາກຸ່ມສັງ
ຄົມແລະການປະພຶດຂອງມະນຸດຊາດ ຊຶ່ງ ​ລີ​ຊາ ​ໄດ້​ອະທິບ​າຍສູ່​ຟັງ​ດັ່ງ​ນີ້:

ຍານາງ​ລີ​ຊາ ບໍ່​ເຄີຍ​ເຂົ້າ​ໂຮງຮຽນ​ຢູ່​ປະ​ເທດ​ລາວ ​ເພາະວ່າ​ຄອບຄົວ​ພາໜີ​ອອກມາເວ
ລານາງ​ມີ​ອາຍຸ​ພຽງ​ຫ້າ​ປີ. ລີ​ຊາ​ໄດ້ມາ​ເລີ້​ມຕົ້ນ​ຮຽນ​ຢູ່​ໃນ​ລະບົບ​ການ​ສຶກສາ​ທັງ​ໝົດ​ໃນ​
ສະຫະລັດ ຊຶ່ງ​ເປັນ​ລະບົບ​ການ​ສຶກສາ​ທີ່​ພໍ່ແມ່ ​ແລະ​ຜູ້​ປົກຄອງ​ຫລາຍໆ​ຄົນ​ບໍ່​ສາມາດ​
ເຂົ້າ​ໃຈ​. ​ເພາະສະ​ນັ້ນ ບັນດາ​ພໍ່​ແມ່​ຜູ້​ປົກຄອງ​ທີ່​ມາ​ຈາກ ປະ​ເທດ​ລາວ​ຈຶ່ງມັກຈະ​ເວົ້າ​ກັນ
​ວ່າ ​ຢາກ​ໃຫ້​ພວກລູກ​ເຕົ້າ​ພາກັນ​ຮຽນ​ເປັນ​ດອກ​ເຕີ​ໝໍ ​ແລະ​ເຮັດວຽກ​ການ​ທີ່​ຈະ​ສ້າງ​
ລາຍ​ໄດ້ດີໃຫ້ແກ່​ຄອບຄົວ. ​ແຕ່​ວ່າ​ລີ​ຊາ​ ບໍ່​ໄດ້​ຄິດ​ເຖິງ​ເລື່ອງ​ດັ່ງກ່າວ ​ແລະ​ໄດ້​ເຈາະ​ຈົງ​
ໃສ່​ແນວ​ຄິດ​ທີ່​ຕົນ​ມັກທີ່​ສຸດ. ​ນັ້ນ​ກໍຄື ວິຊາປະຫວັດສາດ ​ແລະ​ສັງຄົມ​ສາດ ຊຶ່ງ​ລີ​ຊາ​ໄດ້
​ອະທິບາຍ​ເຖິງ​ຄວາມ​ຮູ້ສຶກ ກ່ຽວ​ກັບ​ເລື່ອງນີ້​ວ່າ:

ການ​ດຳລົງ​ຊີ​ວິ​ດປະຈຳ​ວັນ​ຢູ່​ໃນ​ສະຫະລັດ​ອາ​ເມຣິກາ ຕ້ອງ​ໄດ້​ເໜັງ​ຕີງ​ເຄື່ອນ​ຍ້າຍ​ຢ່າງ
​ວ່ອງ​ໄວ​ໃຫ້​ໄປ​ຕາມນັດ​ໝາຍ​ຂອງ​ເວລາ. ນອກຈາກ​ການ​ເຮັດ​ວຽກ​ທຳ​ມາ​ຫາ​ກິນເປັນ
ນາຍຄູ​ແລ້ວ ລີ​ຊາ ​ແລະ​ບັນດາ​ພໍ່​ແມ່ຜູ້​ປົກຄອງ​ຫລາຍໆ​ຄົນ ຍັງ​ພາກັນ​ອາ​ສະໝັກ​ສິດ
ສອນ​ລູກ​ເຕົ້າໃນ​ເວລາ​ພັກໂຮງ​ຮຽນ ​ໂດຍສະ​ເພາະ​ສູນ​ອົບຮົມ​ລະດູ​ຮ້ອນ ຫລື
Summer Camp ​ໂດຍ​ການນຳພາພວກ​ເດັກນ້ອຍ​ທຳ​ກິດ​ຈະ​ການ​ຕ່າງໆ ດັ່ງ​ລີ​ຊາ
ໄດ້ເຫລົ່າເຖິງພວກ​ລູກໆສູ່​ຟັງ​ວ່າ:

ເຖິງແມ່ນວ່າ ລີຊາ ຈະໄດ້ມາເຕີບໃຫຍ່ຢູ່ໃນບັນຍາກາດສັງຄົມຊີວິດ ທີ່ໃຊ້ພາສາອັງ
ກິດທັງໝົດ ແລະບໍ່ເຄີຍໄດ້ໄປຢ້ຽມຢາມເມືອງລາວຈັກເທື່ອກໍຕາມ ແຕ່ວ່າລີຊາ ກໍຍັງ
ສາມາດປາກເວົ້າພາສາລາວໄດ້ດີ ພ້ອມທັງຮູ້ຈັກຄະນົບທຳນຽມລາວ ອັນ​ເປັນ​ສິ່ງ​ທີ່​
ຫາ​ໄດ້​ຍາກ​ຈາກ ຊາວ​ອາ​ເມຣິກາ​ເຊື້ອສາຍ​ລາວ ທີ່ໄດ້​ມາ​ເຕີບ​ໂຕ​ຢູ່​ໃນ​ສະຫະລັດຊຶ່ງ
ລີຊາໄດ້ກ່າວກ່ຽວ​ກັບ​ເລື່ອງ​ນີ້ວ່າ:

ລີຊາ ເປັນສັດຕີອາເມຣິກັນເຊື້ອສາຍລາວ ຜູ້ມັກ​ສະ​ແຫວ​ງຫາການສຶກສາຊັ້ນສູງ
ຂະຫຍັນ​ຂັນ​ແຂງ ມີຄວາມຮັບຜິດຊອບ ຕໍ່ຄອບຄົວ ແລະຮັບໃຊ້ປະຊາຄົມເປັນຢ່າງ
ໜ້າສັນລະເສີນ. ລີ​ຊາ ​ໄດ້​ກ່າວມ້ວນທ້າຍ​ກ່ຽວ​ກັບ​ຄວາມ​ຕັ້ງ​ໃຈ​ໃສ່​ວິ​ຊາ​ອາຊີບຂອງ
ການ​ເປັນ​ນາຍຄູວ່າ​ດັ່ງ​ນີ້:

ປັດຈຸບັນ​ນີ້ ຍານາງລີ​ຊາ ຫລວງ​ສົມ​ຄຳ ຍັງ​ດຳ​ເນີນ​ການໃຊ້​ຊີວິດສິດສອນ​ບັນດາ​ເຍົາ​
ວະ​ຊົນ​ໃຫ້​ເຂົ້າ​ໃຈ​ເຖິງ​ ຄວາມ​ເປັນ​ມາ​ຂອງປະຫວັດສາດສັງຄົມ​ມະນຸດ ບໍ່​ວ່າ​ດີ ຫລື​ຮ້າຍ
ແລະ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ສັງຄົມ​ສິ່ງ​ແວດ​ລ້ອມດັ່ງກ່າວ.

XS
SM
MD
LG