ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ງານຊຸມນຸມ ອະດີດຄູອາຈານ ຈາກ ສະຖາບັນ ອົບຮົມຄູ ດົງໂດກ ຄັ້ງທີສີ່ ທີ່ ລາສເວກັສ


ອະດີດຄູອາຈານ ຈາກສະຖານບັນອົບຮົມຄູດົງໂດກ ຊຸມນຸມກັນ ທີ່ນະຄອນ Las Vegas ລັດ Nevada ເມື່ອວັນທີ 1 ຫາ 2 ເດືອນກັນຍາ 2017.
ອະດີດຄູອາຈານ ຈາກສະຖານບັນອົບຮົມຄູດົງໂດກ ຊຸມນຸມກັນ ທີ່ນະຄອນ Las Vegas ລັດ Nevada ເມື່ອວັນທີ 1 ຫາ 2 ເດືອນກັນຍາ 2017.

ທ່ານ​ຜູ້ຟັງ​ທີ່​ເຄົາລົບ ໃນ​ລາຍການ​ຊີວິດ​ຊາວ​ລາວຂອງ​ວີ​ໂອ​ເອ ມື້​ນີ້​ເຮົາ​ຈະ​ນຳ​ເອົາ​ການ​
ສຳພາດ​ກັບ ຍານາງ​ກິດ​ຕິ​ມາ ສຸວັນນະ​ວົງ ປະທານ​ຮ່ວມ ແລະ​ຄະນະ​ກຳມະການ​ຈັດ​ງານ
ເຕົ້າ​ໂຮ​ມອະດີດ​ຄູ​ອາຈານ​ ຈາກສະ​ຖາ​ບັນ​ອົບຮົມ​ຄູ ດົງ​ໂດກ. ພີ​ທີ​ໄດ້​ຈັດ​ຂື້ນ ​ທີ່​ນະຄອນ
Las Vegas ​ລັດ Nevada ​ເມື່ອ​ວັນ​ທີ 1 ຫາ 2 ກັນຍາ​ທີ່​ຜ່ານ​ມາ​ນີ້ ​ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ
​ທັງ​ໝົດ 500 ຄົນຢ່າງ​ຄຶກຄື້ນ​ເປັນ​ພິ​ເສດ​ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ເອົາ​ລາຍ​ລະອຽດ​ມາ
ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຍານາງກິດຕິມາ ສຸວັນນະວົງ ແລະທ່ານແສນ ຈັນທະວິໄລ ປະທານຈັດງານຮ່ວມ.
ຍານາງກິດຕິມາ ສຸວັນນະວົງ ແລະທ່ານແສນ ຈັນທະວິໄລ ປະທານຈັດງານຮ່ວມ.

ສະບາຍດີ​ທ່່ານຜູ້​ຟັງ​ໃນວັນ​ສຸກທີ 1 ​ແລະ​ວັນ​ເສົາ 2 ເດືອນກັນຍາ​ທີ່​ຜ່ານ​ມາ​ນີ້ ​ບັນດາ​ອະ​
ດີດ​ຄູ​ອາຈານ​ ​ນັກຮຽນ​ນັກ​ສຶກສາ ຈາກ ສະ​ຖາ​ບັນ​ອົບຮົມ​ຄູ​ດົງ​ໂດກ ແລະ​ສະ​ຖາ​ບັນ​ການ​
ສຶກສາ​ຕ່າງ​ໆແຫ່ງພະ​ລາຊະ​ອານາຈັກ​ລາ​ວພ້ອມ​ດ້ວຍ​ຍາດ​ມິດທັງ​ໝົດ 500 ຄົນໄດ້​ເດີນ
ທາງ​ມາຈາກ​ທົ່ວ​ສະຫະລັດ ອອສ​ເຕຣເລຍ ຝຣັ່ງ ສວິດ​ເຊີ​ແລນ ກາ​ນາ​ດາ ​ແລະ​ລາວ ໄດ້
ເຕົ້າ​ໂຮມ​ກັນ​ເປັນ​ເວລາ​ສອງ​ວັນ ທີ່​ນະ ຄອນ Las Vegas ລັດ Nevada ຊຶ່ງຕັ້ງ​ຢູ່​ທາງ​
ພາກ​ຕາ​ເວັນ​ຕົກ​ຂອງ​ສະຫະ​ລັດ. ການ​ພົບ​ປະ​ສັງ​ສັນ​ກັນ​ຄັ້ງ​ນີ້ ​ເປັນເທື່ອ​ທີ​ສີ່ ​ໃນ​ໄລຍະ
​ແປດ​ປີ ​ທີ່​ຜ່ານ​ມາ ຊຶ່ງຄັ້ງ​ນີ້ແມ່ນ​ພາຍ​ໃຕ້ການເປັນ​ປະທານ​ຮ່ວມຂອງຍານາງກິດ​ຕິ​ມາ
ສຸວັນນະ​ວົງ ​ແລະ​ທ່ານ​ແສນ ຈັນທະ​ວິ​ໄລ.

ຍານາ​ງກິດ​ຕິ​ມາ ປັດ​ຈຸ​ບັນ​ນີ້​ຕັ້ງ​ຖິ່ນ​ຖານ​ຢູ່​ລັດ California ອະດີດ​ນາຍຄູ​ປະຖົ​ມໂຮງ
ຮຽນເຈົ້າ​ອານຸ ທີ່​ນະຄອນຫລວງ​ວຽງ​ຈັນ ​ໄດ້​ກ່າວ​ເຖິງ​ການ​ພົບ​ປະ​ສັງ​ສັນ ​ຕໍ່ ວີ​ໂອ​ເອ
ດັ່ງ​ນີ້:

ຍານາງກິດຕິມາ ສຸວັນນະວົງ
ຍານາງກິດຕິມາ ສຸວັນນະວົງ

ການວາງ​ແຜນ ​ແລະ​ຕິດ​ຕໍ່​ຫາ​ກັນ​ຂອງ​ໂລກ​ປັດ​ຈຸ​ບັນ ບໍ່ວ່າຈະ​ຢູ່​ໃກ້ ​ແລະ​ໄກ ​ແລະ​ແຫ່​ງ
ຫົນ​ໃດ​ກໍ​ຕາມ ບັດ​ນີ້ບໍ່​ໄດ້​ໃຊ້ການ​ຂຽນ​ຈົດໝາຍ​ໃສ່ຊອງສົ່ງຫາ​ກັນ​ອີກ​ ​ແລະເປັນວິທີ
ການ​ທີ່​ລ້າ​ສະ​ໄໝ​ໄປ​ແລ້ວ. ​ເທັກ​ໂນ​ໂລ​ຈີ​ຂອງ​ສັດຕະວັດ​ທີ 21 ກໍຄື​ການ​ໃຊ້​ Facebook
​ແລະ email ​ໂອ້​ລົມ​ກັນ ​ແລະ​ເຫັນ​ໜ້າ​ກັນ ໂດຍ​ທັນ​ທີ​. ຜູ້​ປະສາ​ນງານ​ດ້ານສື່ສານ​ທີ່ເຂັ້ມ
​ແ​ຂງ ​ແລະ​ໄດ້ຮິບ​ໂຮມ​ເອົາ​ບັນດາເພື່ອນ​ຝູງ​ເຂົ້າ​ມາ​ເຕົ້າ​ໂຮມ​ກັນ​ຢ່າງ​ເປັນ​ຜົນສຳ​ເລັດ​ໃນ
ຄັ້ງ​ນີ້ ​ໄດ້​ແກ່ ທ່ານ​ບຸນ​ຫົງ ຄົມ​ມະ​ຣາດ ອະ​ດີດ​ລັດຖະກອນ​ສັງຄົມ​ສົງ​ເຄາະ ຕັ້ງ​ຖິ່ນ​ຖານ​ຢູ່​ນະຄອນ San Diego ລັດ California. ທ່ານໄດ້ກ່າວ​ຕໍ່ ວີ​ໂອ​ເອ ກ່ຽວ​ກັບການ​ໃຊ້​ເທັກ
ໂນ​ໂລ​ຈີ​ແລະ​ການປະສານ​ງານ​ຄັ້ງ​ນີ້​ວ່າ:

ທ່ານບຸນຫົງ ຄົມມະຣາດ.
ທ່ານບຸນຫົງ ຄົມມະຣາດ.

ຍາ​ນາງເກ​ສອນ ບົວ​ຫອມ ອະດີດ​ນັກຮຽນ​ສະ​ຖາ​ບັນ​ອົບຮົມ​ຄູ​ດົງ​ໂດກ ​ແລະ​ອະດີດນາຍ
ຄູ​ສອນ​ຢູ່​ໂຮງຮຽນ​ການ​ຊ່າງ​ປາກ​ປາ​ສັກ ທີ່​ໄດ້​ອອກ​ບຳນານ​ແລ້ວ ໄດ້ຖື​ໂອກາດ​ນີ້​ເດີນ
ທາງ​ມາຮ່ວມ​ຈາກ ສປປ ລາວ. ຍານາງໄດ້​ກ່າວ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້.

ຍານາງເກສອນ ບົວຫອມ ຈາກ ສປປ ລາວ.
ຍານາງເກສອນ ບົວຫອມ ຈາກ ສປປ ລາວ.

ແຂກ​ກິດ​ຕິ​ມາ​ສັກ​ຜູ້​ສຳຄັນທີ່​ໄດ້​ເດີນທາງ​ມາ​ຈາກ​ປະ​ເທດ​ອອສ​ເຕຣ​ເລ​ຍ ​ໄດ້ແກ່ ດຣ.
ຊົມ​ພູ ອຸດົມ​ວິ​ໄລ ອະດີດ​ຜູ້ອຳນວຍການ​ສະ​ຖາ​ບັນ​ອົບ​ຮົມ​ຄູ​ດົງ​ໂດກ ​ແຕ່ ປີ 1964 ຫາ
1968 ອະດີດ​ອະທິບໍດີ​ກົມ​ຝຶກ​ຫັດ​ຄູແລະ​ຄົ້ນ​ຄົ້ວ​ການ​ສຶກສາ ​ແຕ່ປີ 1968 ຫາ 1972
ອະດີດ​ຜູ້​ກວດກາ​ການ​ສຶກສາ​ທົ່ວ​ໄປຂອງ​ກະຊວງ​ສຶກສາ ​ແຕ່​ປີ 1968 ຫາ 1972 ອະ
ດີດ​ຜູ້​ແທນ​ຣາດ​ສະ​ດອນ​ແຂວງ​ວຽງ​ຈັນ ​ແລະ​ອະ ດີດ​ລັດຖະມົນຕີ​ຊ່ວຍວ່າການເສດ
ຖະກິດ​ແລະ​ວາງ​ແຜນ​ແຕ່​ປິ 1972 ຫາ 1975 ​ໄດ້​ກ່າວ​ຕໍ່ວີ​ໂອ​ເອ ​ໃນການໄປ​ຊຸມ​ນຸມ
ຄັ້ງ​ນີ້​ວ່າ:

ດຣ. ຊົມພູ ອຸດົມວິໄລ ແລະພັນລະຍາ ຍານາງ ສຸລິສານ ຈາກປະເທດ ອອສເຕຣເລຍ.
ດຣ. ຊົມພູ ອຸດົມວິໄລ ແລະພັນລະຍາ ຍານາງ ສຸລິສານ ຈາກປະເທດ ອອສເຕຣເລຍ.

ອີງ​ຕາມ​ພະລາດຊະ​ອົງການ​ແລ້ວ ສະ​ຖາ​ບັນ​ການ​ສຶກສາວິຊາ​ຄູດົງ​ໂດກ ມີ​ຊື່ວ່າ“ດົງ​ສະ
ພັງ​ເມິ​ກ” ສ້າງ​ຂຶ້ນ​ລະ​ຫວ່າງ​ປີ 1957 ຫາ 1958 ສຳ​ເລັດ​ໃນ​ປີ 1960 ຊຶ່ງ​ຕັ້ງແຕ່​ກ່ອນ
ເປັນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​. ຜູ້ອຳນວຍການ​ຄົນ​ທຳ​ອິດ​ແມ່ນ​ທ່ານ Souphanh Blanchard de la Brosse ​ແລະ​ຕໍ່​ມາ​ແມ່ນ ດຣ. ຊົ​ມພູ ອຸ​ດົມວິ​ໄລ​ແລະ​ຕິດຕາມ​ດ້ວຍ
​ອີກ​ຫຼາຍໆ​ຄົນ. ​ປັດຈຸ​ບັນ​ນີ້ອະດີດສະ​ຖາ​ບັນ​ອົມ​ຮົມ ​ຄູດົງ​ໂດກ​ ​ແມ່ນ​ສ່ວນ​ນຶ່ງ​ຂອງ “ມະຫາວິທະຍາ​ໄລ​ແຫ່ງ​ຊາດ​” ​ໃນ​ປັດຈຸບັນນີ້.

ຍານາງອຸ່ນເຮືອນ ຕາໂນວັນ ແລະຍານາງປານີ ສີສະອາດ ຄະນະກຳມະການ.
ຍານາງອຸ່ນເຮືອນ ຕາໂນວັນ ແລະຍານາງປານີ ສີສະອາດ ຄະນະກຳມະການ.

ການ​ໂຮມ​ຊຸມນຸມໃນ​ຄັ້ງນີ້ໄດ້​ຜ່ານ​ພົ້ນ​ໄປຢ່າງຄຶກຄື້ນ ​ດ້ວຍ​ຄວາ​ມມ່ວນ​ຊື່ນ​ ແລະ ຢ່າງ​
ເປັນ​ຜົນສຳ​ເລັດ​.

ບັນດາຄະນະກຳມະການຈັດງານ ຊຸມນຸມອະດີດຄູອາຈານ ສະຖານບັນອົບຮົມຄູດົງໂດກ.
ບັນດາຄະນະກຳມະການຈັດງານ ຊຸມນຸມອະດີດຄູອາຈານ ສະຖານບັນອົບຮົມຄູດົງໂດກ.

XS
SM
MD
LG