ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຳພາດ ຍານາງດາຣາ ສຸວັນນະພູມາ Stieglitz ຜູ້ໃຫ້ຄຳແນະນຳ ກ່ຽວກັບ ການດຳລົງຊີວິດ


ຍານາງດາຣາ ສຸວັນນະພູມາ Stieglitz
ຍານາງດາຣາ ສຸວັນນະພູມາ Stieglitz

ໃນລາຍການ​ຊີວິດ​ຊາວ​ລາວ ມື້​ນີ້​ເຮົາ​ຈະ​ສະ​ເໜີ​ການ​ສຳພາດກັບຍາ​ນາງ​ດາຣາ ສຸວັນນະພູ​ມາ Stieglitz ​ອາ​ເມຣິກັນ​ເຊື້ອສາຍ​ລາວ ອະດີດ​ນາງພະຍາບານ ປັດ​ຈຸ​ບັນ​ນີ້ໄດ້​ຫັນປ່ຽນວິຊາ​ອາຊີບ​ມາເປັນ Life Coach ຫລື​ທີ່ປຶກສາເລື້ອງ​ຄວາມ​ຕ້ອງໃນ​ການ​ດຳລົງ​ຊີ​ວີ​ດ ຮັບ​ຟັງ​ຜູ້ສະ​ແຫວ​ງຊອກ​ຫາວິຊາ​ອາຊີບ​ໃໝ່ ທີ​ຢູ່​ອາ​ໄສ ​ແລະ​ສິ່ງ​ທີ່​ພົວພັນ ​ກັບ​ການ​ຕັດສິນ​ໃຈຕ່າງໆ​ກັບ​ການ​ເປັນ​ຢູ່​ຂອງ​ຊີວິດ ຊຶ່ງ​ເປັນວິຊາ​ການທີ່​ຊາວ​ອາເມຣິກັນ ພາກັນ​ໃຊ້​ເພື່ອ​ຊ່ວຍ​ໃນ​ການ​ຕັດສິນ​ໃຈ​ຂອງ​ເຂົາ​ເຈົ້າ. ສ່ວນວ່າຄວາ​ມ​ເປັນມາ​ຂອງ​ຍານາງ​ດາຣາ ສຸ​ວັນ ນະ​ພູ​ມາ Stiglitz ​ເປັນ​ມາ​ຢ່າງ​ໃດ​ນັ້ນ ເຮົາຂໍເຊີນທ່ານພົບກັບ ກິ່ງ​ສະຫວັນ ໄດ້ເລີຍ.

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນລາຍ​ການ​ຊີວິດ​ຊາວ​ລາວ​ມື້​ນີ້ ​ຂ້າພະ​ເຈົ້າຈະ​ຂໍແນະນຳ​ ໃຫ້​ທ່ານ​ຮູ້ຈັກ​ກັບ ສະຕີ​ອາ​ເມຣິກັນ​ເຊື້ອ​ສາຍລາວ​ຄົນ​ນຶ່ງ ຍານາງດາຣາ ສຸວັນ​ນະພູ​ມາ Stieglitz ຜູ້ໃຫ້​ຄຳປຶກສາ​ກ່ຽວ​ກັບ​ຊີວິດ​ສ່ວນ​ຕົວ​ຂອງ​ຄົນທີ່​ຮ້ອງ​ເປັນ​ພາສາ​ອັງກິດ​ວ່າ
“Life Coach” ຊຶ່ງ​ເປັນ​ວິຊາ​ການ​ຊຶ່ງກ່າວໂດຍ​ສະ​ເພາະ​ເຈາະ​ຈົງ​ກໍແມ່ນເລື້​ອງ​ສ່ວນ​ຕົວຕ່າງໆ ​ເຊັນ​ວ່າ​ທຸລະ​ກິດ​ການ​ຄ້າ ສະພາບ​ການ​ທົ່ວໄປ ​ແລະ​ການ​ຂ້າມ​ຜ່ານ​ຊີ​ວິດ​ຂອງ ​ຄົນ ຜູ້ຊອກ​ຫາ​ການ​ຊ່ວຍ​ເຫລືອ ດ້ານ​ສຳພັນ​ທະໄມຕີ ຫລື​ພິຈາລະນາ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນໃນ​ປັດຈຸ​ບັນ ທີ່ຄົ້ນ​ພົບ​ໃນ​ສິ່ງ​ທີ່ຂັດ​ຂວາງກັບ​ຊີວິດ ຫລືອາດ​ເປັນການ​ທ້າ​ທາຍ ​ແລະການ ເລືອກ​ທາງ​ເດີນຂອງ​ຊີວິດ​ໃໝ່​ທີ່​ຄົນ​ຕ້ອງການ.

ຢູ່ໃນ​ສະຫະລັດ​ອາ​ເມຣິກາ ​ແລະ​ໃນ​ບັນດາປະ​ເທດ​ອຸດສາຫະກຳທັງຫລາຍ ​ເຂົາ​ເຈົ້າມີ​ວິ ຊາ​ອາຊີ​ບລະດັບ​ນັກວິຊາ​ການ​ຫລາຍໆ​ຢ່າງຈົນນັບ​ບໍ່​ຖ້ວນ ທັງອາ​ດເປັນ​ສິ່ງ​ແປກໆ ແລະ​ ບໍ່​ເຄີຍ​ໄດ້​ຍິນ​ມາ​ກ່ອນຢູ່ໃນ​ປະ​ເທດ​ທີ່​ກຳລັງພັດ​ທະນາ. ວິຊາ​ອາຊີ​ບ Life Coach ​ມີ​ຄວາມແຕກ​ຕ່າງໄປຈາກ ການໃຫ້​ຄຳ​ປຶກສາ ​ແລະ ​ແນະນຳ​ແບບ​ທຳ​ມະ​ດາ. Life coachi ມີໜ້າ​ທີ່​ຟັງ​ກ່ຽວກັບຄວາມຕ້ອງການ ແລະ​ຖາ​ມຜູ້​ມາ​ຊອກ​ຫາ​ການ​ຊ່ວຍ​ເຫລືອ ເພື່ອ​ໃຫ້​ເຂົາ​ເຈົ້າບັນ ລຸຜົນສຳ​ເລັດ​ຂອງ​ຊີວິດ.

ຢູ່​ໃນຊີວິດ​ນຶ່ງ​ຂອງ​ຊາວອາ​ເມຣິກັນ ຫລາຍໆ​ຄົນ​ຈະ​ພາກັນປ່ຽນ​ໜ້າ​ທີ່ວຽກ​ການຫລາຍໆ​ ຢ່າງ​ ກ່ອນ​ທີ່​ເຂົາ​ເຈົ້າ​ຈະ​ອອກ​ກິນ​ເບ້​ຍບຳນານ ຊຶ່ງ​ຖື​ວ່າ​ເປັນ​ຂອງ​ທຳ​ມະ​ດາ. ການ​ປະກອບ ວິຊາ​ອາ​ຊີບ​ດຽວ​ເປັນ​ເວລາ​ດົນ​ນານ​ນັ້ນ ອາດ​ຈະ​ສ້າງ​ຄວາມ​ອິດ​ເມື່ອຍ ​ແລະສ້າງ​ຄວາມ​ ເບື່ອ​ນ່າຍ​ໃຫ້​ແກ່​ຜູ້​ເຮັດ​ວຽກ ຫລື​ຜູ້​ທີ່ເຮັດ​ວຽກ​ໄດ້​ຄົ້ນ​ພົບ​ວ່າ​ຕົນ​ບໍ່​ມັກ​ກັບວຽກ​ທີ່​ກຳລັງ​ເຮັດ​ ຢູ່ໃນ​ປັດຈຸບັນ. ​ເພາະສະ​ນັ້ນ​ເຂົາ​ເຈົ້າ​ຈຶ່ງຕ້ອງໄດ້​ສະ​ແຫວ​ງຫາ​ວຽກງານ​ໃໝ່ ​ແລະ​ການ​ຕັດ ສິນ​ໃຈ​ຕ່າງ​ໆໃນ​ຊີວິດ. ນັ້ນ​ເປັນ​ພຽງ​ຕົວຢ່າງ​ນຶ່ງ​ຂອງ​ການ​ຮັບ​ຟັງ​ຈາກ​ບັນດາ​ຜູ້​ມາສະ​ແຫວ​ງ ຫາ​ການ​ຊ່ວຍ​ເຫລືອ.

ບັດ​ນີ້​ເຮົາມາ​ຖາມ​ຂ່າ​ວຍານາງ​ດາຣາຈັກບາດເໜາະທ່ານວ່າ ​ຜູ້ກ່ຽວແມ່ນ​ໃຜ ມາ​ຈາກ​ໃສ ​ແລະ​ເປັນ​ຫຍັງ​ຈຶ່ງ​ໄດ້​ມາ​ຍຶດໝັ້ນ​ເອົາ​ວິຊາ​ການ​ດັ່ງກ່າວ​. ຍານາງ​ດາຣາ ​ໄດ້​ເລົ່າ​ຊີ​ວິດບັ້ນ ​ຕົ້ນ​ສູ່​ ວີ​ໂອ​ເອ ຟັງ​ດັ່ງ​ນີ້ :

ວິຊາ​ການ​ດ້ານ Life Coach ຕ້ອງ​ໄດ້​ຜ່ານ​ການ​ສຶກສາ​ອົບ​ຮົມ​ຈາກ​ມະຫາວິທະຍາ​ໄລ ​ແລະ​ໄດ້​ຮັບ​ປະລິນຍາໃນ​ດ້ານ​ດັ່ງກ່າວ​ກ່ອນ​ທີ່​ຈະ​ນຳ​ໃຊ້​ໄດ້. ຍານາງ​ດາຣາ ​ໄດ້​ໃຊ້​ເຮືອນ​ຕົນ​ເອງ​ເປັນ​ບ່ອນ​ເຮັດ​ວຽກ​ດັ່ງ​ກ່າວ ​ແລະ​ໄດ້​ເລົ່າ​ເຖິງ​ໜ້າ​ທີ່​ວຽການ​ຕໍ່​ໄປ​ດັ່ງ​ນີ້ :

ຍານາງ​ດາ​ຣາ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ທີ່​ສຳຄັນ​ຕອນ​ນຶ່ງ​ວ່າ ຄົນ​ເຮົາ​ຫລາຍໆ​ຄົນ​ບໍ່​ສາມາດຟັງ​ຕົນ​ເອງ ​ແລະ​ບໍ່​ຮູ້​ວ່າ​ຕົນ​ເອງ​ເວົ້າ​ຫຍັງ ​ແລະ​ຢາກ​ເຮັດ​ຫຍັງ​ແທ້ ​ເພາະສະ​ນັ້ນ​ ຍານາງ​ດາຣາ ຈຶ່ງ​ເປັນຜູ້​ຟັງ ​ແລະ​ນຳພາ​ໃຫ້​ຜູ້​ມາ​ຊອກ​ຫາ​ການ ຮັບຟັງໃນ​ຄວາມ​ຂ້ອງ​ໃຈ​ນັ້ນ ຊຶ່ງ​ຍານາງ ດາຣາ​ໄດ້​ກ່າວ​ມ້ວນ​ທ້າຍດັ່ງ​ນີ້ :

ປັດ​ຈຸ​ບັນ​ນີ້ ຍານາງດາຣາ ​ແລະ​ສາມີ​ທີ່​ເປັນ ດອກ​ເຕີ​ຝ່າຍ​ປົວ​ເດັກ​ນ້ອຍ ​ແລະ​ລູກ​ສາວ​ທີ່ ​ໜ້າ​ຮັກ​ນຶ່ງ​ຄົນ​ພາກັນດຳລົງ​ຊີວິດ​ຢູ່​ໃນ​ລັດ New Jersey ຢ່າງ​ມີ ຄວາ​ມສຸກ.

XS
SM
MD
LG