ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ໂອ້ລົມ ກັບ ຍານາງ ຈັນພອນ ທະນາຍຄວາມ ຊ່ວຍເຫຼືອຜູ້ເຄາະຮ້າຍ ຈາກການຄ້າມະນຸດ


ຍານາງຈັນພອນ ສິນລະປະໄຊ (ນຸ່ງກະໂປ່ງສີຂຽວ ຢືນຢູ່ກາງ) ພ້ອມດ້ວຍ ເພື່ອນທະນາຍຄວາມ Marandas Sinlapasai, P.C.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳແລງວັນພະຫັດ
ມື້ນີ້ ເຮົາຈະ​ໃຫ້ທ່ານ​ໄດ້ຟັງການສຳພາດກັບ ຍານາງ​ຈັນ​ພອນ ສິນລະປະ​ໄຊ ອາ​ເມຣິ
ກັນເຊື້ອສາຍ​ລາວ ທະນາຍຄວາມ​ຊ່ວຍປ້ອງ​ກັນຄົນ​ເຂົ້າ​ເມືອງ ທີ່​ຖືກ​ຫລອກ​ລວງ. ປັດ
ຈຸບັນ​ນີ້ ຍານາງ​ຈັນ​ພອນ ເຮັດ​ວຽກ​ຢູ່ຫ້ອງການ​ທະນາຍຄວາມ ​ຢູ່​ເມືອງ​ພອດ​ແລນ ລັດ
ອໍຣິກັອນ ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ສະຫະລັດ. ຍານາງ​ຈັນ​ພອນ ​ແມ່ນ​
ອະດີດ​ອົບ​ພະ​ຍົບລາວ​ຄົນ​ນຶ່ງ ​ທີ່​ໄດ້ຕິດຕາມ​ຄອບຄົວ ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່ໃ​ນ ສະຫະ
ລັດ​ ​ເວ​ລາ​ຍັງ​ເປັນ​ເດັກນ້ອຍ​ຢູ່ ເມື່ອ 30 ກວ່າ​ປີ​ກ່ອນ. ຄວາມ​ເປັນ​ມາ​ຂອງ​ຍານາງ​ຈັນ
​ພອນ ທີ່​ນຳ​ພາຜູ້ກ່ຽວມາ​ມີ​ບົດບາດ​ໜ້າ​ທີ່​ຂອງ​ການເປັນທະນາຍຄວາມ​ຢູ່​ໃນ​ສະຫະລັດ
​ເປັນ​ຢ່າງ​ໃດ​ນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານເຈມສ໌ ໂຄມີ (James Comey) ອະດີດຫົວໜ້າ ອົງການສັນຕິບານກາງ ສະຫະລັດ (FBI) ກຳລັງມອບລາງວັນໃຫ້ແກ່ ຍານາງຈັນພອນ ສິນລະປະໄຊ.
ທ່ານເຈມສ໌ ໂຄມີ (James Comey) ອະດີດຫົວໜ້າ ອົງການສັນຕິບານກາງ ສະຫະລັດ (FBI) ກຳລັງມອບລາງວັນໃຫ້ແກ່ ຍານາງຈັນພອນ ສິນລະປະໄຊ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ​ເປັນ​ເວລາ​ດົນກວ່າສີ່​ທົດ​ສະ​ວັດຜ່ານ​ມາ ທີ່​ບັນດາອົບ
​ພະຍົບອິ​ນດູ​ຈີນ​ ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານຢູ່ໃນ​ສະຫະລັດ ​ແລະແຈກ​ຢາຍ​ກັນ​ໄປທົ່​ວ​ທຸກ
ມຸມ​ໂລກຢ່າງ​ບໍ່​ໄດ້​ຄາດ​ຝັນ​. ການ​ເດີນທາງ​ອັນ​ກວາ​ງ​ໄກ ຂອງ​ເຂົາ​ເຈົ້າ ເຕັມ​ໄປ​ດ້ວຍ
ການຜະຈົນ​ໄພ​ຕ່າງໆ​ນາໆ ຕ້ອງ​ໄດ້​ປັບ​ໂຕ​ ໃຫ້​ເຂົ້າ​ກັບ​ສິ່ງ​ແວດ​ລ້ອມ​ໃໝ່ ລຶ້ງ​ເຄີຍ​ກັບ
ດິນ​ຟ້າ​ອາກາດ ອາຫານ​ການ​ກິນ ທີ່ຢູ່​ອາ​ໃສ ຮີດຄອງປະ​ເພນີ ​ພາສາປາກເວົ້າ ມີໂອ
ກາດທີ່ຈະໄດ້ຮັບການສຶກສາສູງ ແລະໃນທີ່ສຸດກໍໄດ້ປະສົບກັບຜົນສຳເລັດ ຊຶ່ງເຮົາຈະ
ນຳ​ເອົາ​ໂຕ​ຢ່າງ​ຂອງ ​ຍານາງ​ຈັນ​ພອນ ສິນລະປະ​ໄຊ ມາສະ​ເໜີ​ ໃນ​ສັບປະດາ​ນີ້.

ຍານາງຈັນ​ພອນ ສິນລະປະ​ໄຊ​ ​ສະຕີອາເມຣິກາເຊື້ອສາຍລາວ ອາຊີບທະນາຍຄວາມ
ຝ່າຍປ້ອງ​ກັນຜູ້​ເຄາະ​ຮ້າຍ​ຈາກການຄ້າມະນຸດ ແລະຄົນເຂົ້າເມືອງ ຕັ້ງ​ຖິ່ນ​ຖານຢູ່ເມືອງ​
ພອດແລນ ລັດອໍຣິກັອນ ທາງພາກຕາເວັນຕົກສຽງເໜືອຂອງສະຫະລັດ. ຈັນພອນ ເປັນ
ສະຕີສະຫລຽວສະຫລາດ ເກີດຢູ່ປະເທດລາວ ເດີນທາງມາສະຫະລັດ ໃນປີ 1979 ເວ
ລານັ້ນ ນາງມີອາຍຸ​ໄດ້​ແຕ່ພຽງສີ່ປີ ນາງບໍ່ມີຄວາມຊົງຈຳ ​ແລະ​ບໍ່ເຄີ​ຍ​ໄດ້ກັບຄືນ​ໄປຢ້ຽມ
ຢາມປະເທດລາວຈັກເທື່ອ. ແມ່ຂອງຈຳພອນເປັນຊາວເມືອງຫ້ວຍຊາຍ ແລະພໍ່ເປັນຊາວ
ເຜົ່າລື້ ຈຳພອນຖືກລ້ຽງດູຢູ່ໃນຄອບຄົວອັນ​ເປັນຮີດຄອງ​ປະ​ເພ​ນີລາວ ທີ່​ມີ​ຄວາມໃກ້ສິດ
ຢູ່​ກິນຮ່ວມກັນ ມີແມ່ເຖົ້າ ພໍ່ແມ່ ແລະອ້າຍ ດ້ວຍເຫດນີ້ເອງຈຳພອນຈຶ່ງສາມາດປາກເວົ້າ
ພາສາລາວໄດ້ດີເປັນພິເສດ ພ້ອມດ້ວຍສຳນຽງໄທເໜືອ. ຈັນ​ພອນ​ໄດ້​ກ່າວ​ເຖິງ​ວຽກການ
​ແລະຄວາ​ມຮັບຜິດຊອບກ່ຽວ​ກັບ​ ການ​ເປັນ​ທະນາຍຄວາມຕໍ່ ວີ​ໂອ​ເອ ຟັງ​ດັ່່ງ​ນີ້:

ຍານາງຈັນພອນ ກຳລັງຖ່າຍຮູບແຊລຟຟີ.
ຍານາງຈັນພອນ ກຳລັງຖ່າຍຮູບແຊລຟຟີ.

ທະນາຍຄວາມຝ່າຍປ້ອງກັນຜູ້​ເຄາະ​ຮ້າຍ​ ຈາກການຄ້າມະນຸດ ມີໜ້າ​ທີ່ ຊ່ວຍ​ເຫລືອ
ຄົນຜູ້ທີ່ຖືກຫລອກລວງເຂົ້າມາສະຫະລັດ ຈາກ​ປະ​ເທດ​ຕ່າງໆ ໃນຫລາຍໆຮູບ​ແບບ
​ໂດຍ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ຕ່າງໆ​ນາໆເຊັ່ນວ່າ ໃຊ້​ເປັນຂ້າທາດ ອອກແຮງງານ ຖືກ​ທຸບ
​ຕີ ບໍລິການທາງເພດ ​ແລະ​ຖືກ​ຕົວະຕົ້ມເຫລົ່າ​ນີ້​ເປັນ​ຕົ້ນ. ນອກຈາກ​ນັ້ນແລ້ວ ​ຜູ້​ເປັນ
ນາຍ​ຈ້າງ ຫລື​ຜູ້​ປະກັນ​ໂຕ ​ຍັງໄດ້​ຍຶດ​ເອົາ​ໃບ​ເດີນທາງ ​ແລະ​ເອກ​ກະສາ​ນ​ອັນ​ສຳຄັນ
ໄວ້​ເພື່ອບໍ່​ໃຫ້​ຜູ້​ກ່ຽວລັກ​ໜີ. ບັນດາ​ຜູ້​ເຄາະ​ຮ້າຍ​ເຫລົ່າ​ນີ້​ມາ​ຈາກ​ຫລາຍໆ​ປະ​ເທດ ຮວມ
ທັງ​ປະ​ເທດ​ລາວ​ນໍາດ້ວຍ ຊຶ່ງຍານາງຈັນ​ພອນ​ໄດ້ເຫລົ່າ​ສູ່ ວີ​ໂອ​ເອ ຟັງຕໍ່​ໄປ​ອີກ​ວ່າ:

ກົດໝາຍ​ສະຫະລັດ ​ເປັນ​ກົດໜາຍ​ທີ່​ເຄັ່ງ​ຄັດ ສະລັບສັບຊ້ອນ ​ແລະ​ມີ​ການ​ປ່ຽນ​ແປງ
​ຢູ່​ເລື້ອຍໆ​ເພື່ອ​ໃຫ້​ເຂົ້າ​ກັບ​ສະພາບ​ການ​ໃໝ່. ​ເພາະສະ​ນັ້ນ ລັດຖະບານແຕ່ລະຊຸດ​ຂອງ​ປະທານາ​ທິບໍດີຄົນ​ໃໝ່ ຈຶ່ງມັກ​ຈະ​ມີ​ກົດໝາຍໃໝ່ອອກ​ມາ​ໃຊ້ປະຕິບັດຢູ່​ສະ​ເໜີ ດັ່ງ​ທີ່​
ເຫັນ​ມີການ​ປ່ຽນ​ແປງ ​ຢູ່​ໃນລັດຖະບານຂອງ ​ປະທານາ​ທິບໍດີ ດໍ​ໂນ​ລ ທຣໍາ ອັນ​ເປັນ​ຜົນ
​ກະທົບ​ຕໍ່ການ​ດຳລົງ​ຊີວິດໃນ​ທາງ​ບວກ ​ແລະ​ທາງ​ລົບຂອງ​ຄົນ​ທົ່ວໄປ. ​ໂດຍ​ສະ​ເພາະ​
ກົດໝາຍ​ຄົນ​ເຂົ້າ​ເມືອງ​ ທີ່​ມີ​ການ​ໂຕ້ຖຽງຕໍ່​ລອງ​ກັນ​ຢ່າງ​ຟົດ​ເດືອດ​ຢູ່​ໃນ​ສະພາ​ປັດ​ຈຸ​ບັນ
ດັ່ງ​ທີ່​ເຫັນພວກ​ຄົນ​ເຂົ້າ​ເມືອງຜິດ​ກົດໝາຍຫລາຍ​ພັນ​ຄົນກຳລັງຖືກ​ກວດ​ລ້າງ ຈັບ​ກຸມ​ເນ
ລະ​ເທດສົ່ງ​ກັບ​ບ້ານ​ຢ່າງ​ຫລວງຫລາຍ. ນີ້​ເປັນພາກສ່ວນ​ໜ້າ​ທີ່ການ​ຂອງ​ຍານາງ​ຈັນ​
ພອນ ຕ້ອງຊອກ​ຫາຊ່ອງ​ຫວ່າງ​ກົດໝາຍ ​ສືບສວນປະສານ​ງານກັບ​ບັນດາ​ເຈົ້າ​ໜ້າ​ທີ່​
ເພື່ອ​ຊ່ວຍ​ຜູ້​ເຄາະ​ຮ້າຍຊຶ່ງ ຍານາງ​ຈັນ​ພອນ​ໄດ້​ກ່າວ​ເຖິງ​ຕອນ​ນີ້​ວ່າ:

ຍານາງຈັນພອນ ສິນລະປະໄຊ.
ຍານາງຈັນພອນ ສິນລະປະໄຊ.

ຈັນພອນເປັນສະຕີທີ່ມີຄວາສົນໃຈນຳການສຶກສາມາແຕ່ນ້ອຍ ມັກ​ຊ່ວຍ​ເຫລືອ​ມະນຸດ​
ດ້ວຍກັນ ໂດຍທີ່ພໍ່ແມ່ບໍ່ໄດ້​ບອກສອນແນະນຳ​ຫລາຍ. ນອກ​ຈາກນັ້ນ ພໍ່ ​ແລະແມ່ຍັງ
ບໍ່ສາມາດເຂົ້າໃຈເຖິງລະບົບການສຶກສາຂອງສະຫະລັດ​ໄດ້ຢ່າງ​ເລິກ​ເຊິ່ງ. ພໍ່ແມ່ຂອງ
ຈັນພອນພຽງແຕ່ຮູ້ວ່າ ຢາກໃຫ້ລູກ​ສາວເປັນນາຍຄູເທົ່ານັ້ນ ຊຶ່ງເປັນວິຊາອາຊີບທີ່ພໍ່ແມ່
ຜູ້ປົກຄອງທົ່ວໆ​ໄປຂອງພວກລູກໆມັກເວົ້າກັນຢູ່​ເລື້ອຍໆ. ແຕ່ວ່າຈັນພອນ ໄດ້ພົບ​ເຫັນ
ຄວາມສຳຄັນຂອງ​ການສຶກສາກວ້າງໄກໄປ​ກວ່່າ​ນັ້ນ​ອີກ. ​ຈັນ​ພອນໄດ້ຍຶດຖືເອົາວິຊາອາ
ຊີບການເປັນທະນາຍຄວາມ ເພື່ອຊ່ວຍ​ສັງຄົມ​ມາ​ໄດ້ເກົ້າປີແລ້ວ ​ແລະໄດ້ກ່າວມ້ວນທ້າຍ
​ຕໍ່ ວີ​ໂອ​ເອ ດັ່ງ​ນີ້:

ຄອບຄົວສິິນລະປະໄຊ ປະກອບດ້ວຍ ຍານາງຈັນພອນ ສາມີ ລູກສາວສອງຄົນ ລູກຊາຍນຶ່ງຄົນ ແມ່ເຖົ້າ ພໍ່ ແມ່ ແລະອາວ.
ຄອບຄົວສິິນລະປະໄຊ ປະກອບດ້ວຍ ຍານາງຈັນພອນ ສາມີ ລູກສາວສອງຄົນ ລູກຊາຍນຶ່ງຄົນ ແມ່ເຖົ້າ ພໍ່ ແມ່ ແລະອາວ.

ນັ້ນ​ແມ່ນໂຕ​ຢ່າງ​ນຶ່ງ ຂອງຜົນສຳ​ເລັດ​ດ້ານ​ການ​ສຶກສາສູງ ທີ່ໄດ້​ພິສູດ​ໃຫ້​ເຫັນ​ເຖິງ​ສະ
ມັດ​ຕະພາບ​ມັນສະໝອງ​ຂອງ​ສະ​ຕີ​ອາ​ເມຣິກັນ​ເຊື້ອສາຍ​ລາວ ຜູ້​ທີ່ໄດ້​ຮັບສິດ​ເສລີພາບ
​ອິດ​ສະຫຼະພາບ ​ແລະ​ຄວາມສະ​ເໝີ​ພາ​ບພາຍ​ໃຕ້​ກົດໝາຍ​ອັນສັກສິດຂອງ​ສະຫະລັດ.

XS
SM
MD
LG