ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອ ສຳພາດ ຍານາງອະນຸສອນ ບຸນທະວະລັງ ອະດີດຮ້ອຍເອກ ກອງທັບບົກສະຫະລັດ


ຍານາງ ອະນຸສອນ ບຸນທະວະລັງ ອະດີດຮ້ອຍເອກ ຝ່າຍສື່ສານ ທະຫານກອງທັບບົກ ສະຫະລັດ.
ຍານາງ ອະນຸສອນ ບຸນທະວະລັງ ອະດີດຮ້ອຍເອກ ຝ່າຍສື່ສານ ທະຫານກອງທັບບົກ ສະຫະລັດ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳວັນພະຫັດມື້ນີ້
ເຮົາຈະພາທ່ານໄປຟັງການສຳພາດກັບ ຍານາງອະນຸສອນ ບຸນ​ທະ​ວະລັງ ຫລື Annie
Lansing ອະດີດ​ຮ້ອຍ​ເອກ ​ນາຍ​ທະຫານຝ່າຍສື່ສານ ກອງທັບ​ບົກ​ສະຫະລັດ. ອະນຸ
ສອນ ​ເຄີ​ຍ​ໄດ້​ໄປ​ປະຕິບັດ​ງານ​ຢູ່ພາກຕາ​ເວັນ​ອອກ​ກາງ ​ແລະ​ປະສານ​ງານ​ການ​ສື່ສານ​
ກັບ​ ຫລາຍໆວົງ​ການ​ຂອງລັດຖະບານ​ສະຫະລັດ​.​ ປັດຈຸບັນ​ນີ້ ອະນຸສອນ ​ເປັນ​ພົນລະ​
ເຮືອນ ​ເປັນ​ແມ່ ​ແລະ​ອາສາ​ສະມັກ​ເປັນ​ຄູ​ສອນພາສາ​ລາວ ​ແລະ​ວັດທະນະທຳ​ລາວຢູ່
​ທີ່​ເມືອງ Fresno ລັດ California. ສຳລັບຄວາມ​ເປັນ​ມາ​ຂອງອະນຸສອນ ​ວ່າເປັນຢ່າງ​
ໃດ​ ກິ່ງ​ສະຫວັນ ຈະ​ນຳ​ມາສະເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ອະນຸສອນ ບຸນທະວະລັງ ອະດີດຮ້ອຍເອກ ກອງທັບບົກສະຫະລັດ
ອະນຸສອນ ບຸນທະວະລັງ ອະດີດຮ້ອຍເອກ ກອງທັບບົກສະຫະລັດ

ສະບາຍດີທ່່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວປະຈຳວັນພະຫັດມື້ນີ້ ຂ້າພະເຈົ້າຈະຂໍແນະນຳໃຫ້ທ່ານຮູ້ຈັກກັບ ຍານາງອະນຸສອນ ບຸນທະວະລັງ ຫລື
Annie Lansing ເກີດຢູ່ປະເທດລາວ ແລະໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ
ກັບຄອບຄົວໃນປີ 1988 ທີ່ເມືອງ Fresno ລັດ California ເວລາອາຍຸໄດ້ 12 ປີ. ອະນຸສອນແມ່ນອະດີດຮ້ອຍເອກ ນາຍທະຫານ ກອງທັບບົກສະຫະລັດ ຝ່າຍສື່ສານ
ຫລື ​communication officer. ຫລັງຈາກໄດ້ຮັບໃຊ້ກອງທັບມາເປັນເວລາຫ້າປີ
ແລ້ວ ອະນຸສອນກໍໄດ້ລາອອກຈາກໜ້າທີ່ ເພື່ອປະກອບທຸລະກິດສ່ວນໂຕ.

ປັດຈຸບັນນີ້ ອະນຸສອນເປັນແມ່ຂອງລູກສາວນ້ອຍທີ່ໜ້າຮັກນຶ່ງຄົນ ແລະອາສາສະ
ໝັກຮັບໃຊ້ປະຊາຄົມລາວອາເມຣິກັນ ສິດສອນພາສາລາວ ແລະວັດທະນາທຳລາວ ໃຫ້ແກ່ເຍົາວະຊົນອາເມຣິກັນເຊື້ອສາຍລາວ ທີ່ເມືອງ Fresno ລັດ California.ເປັນທີ່ຮູ້ກັນດີວ່າ ເມືອງ Fresno ເປັນເຂດອຸດສາຫະກໍາປູກຝັງຢູ່​ໃນ​ລັດ California.
ໃນຊຸມປີ 1980 ລະຫວ່າງການຕັ້ງຖິ່ນຖານໃໝ່ນັ້ນ ເມືອງ Fresno ໄດ້ດຶງດູດເອົາອົບ
ພະຍົບຈາກປະເທດລາວ ເຂົ້າມາພັກ​ພາ​ອາ​ໄສຢູ່ທີ່ນີ້ຢ່າງ​ຫລວງຫລາຍ. ສ່ວນໃຫຍ່
ແມ່ນຊາວມົ້ງ ມ້ຽນ ແລະ ລາວລຸ່ມ. ຢູ່​ໃນ​ບັນຍາກາດ​ສິ່ງແວດລ້ອມແຫ່ງນີ້ ອະນຸສອນ
ໄດ້ເຕີບໃຫຍ່ ອ້ອມລ້ອມໄປດ້ວຍຄວາມທຸກຍາກລຳບາກ ແລະຢູ່ຫ່າງໄກຈາກໂຕ
ເມືອງໃຫຍ່. ແຕ່ສິ່ງເຫລົ່ານີ້ ບໍ່ໄດ້ເປັນອຸບສັກກີດຂວາງອະນຸສອນ ໃຫ້ທໍ້ຖອຍຕໍ່ການ
ສຶກສາຮໍ່າຮຽນ ແລະໄດ້ຮັບການສະໜັບສະໜຸນອຸ້ມ​ຊູຈາກພໍ່ແມ່ ຊຶ່ງ​ອະນຸສອນ ໄດ້
ເລົ່າ​ຊີວິດ​ເບື້ອງ​ຕົ້ນ​ສູ່​ຟັງ​ດັ່ງ​ນີ້:

ອະນຸສອນ ແລະລູກສາວທີ່ໜ້າຮັກ ນາງຫົງຟ້າ
ອະນຸສອນ ແລະລູກສາວທີ່ໜ້າຮັກ ນາງຫົງຟ້າ

ຫລັງຈາກຮຽນຈົບມັດຖະຍົມ ອະນຸສອນ ໄດ້ສຶກສາຕໍ່ທີ່ມະຫາວິທະຍາໄລ Fresno
State University ສໍາເລັດວິຊາການຄ້າສາກົນ ຫລື International Business ​
ແລະ​ໄດ້​ເລີ້ມ​ເຮັດ​ວຽກ​ຢູ່​ທະນາຄານໃນ​ລະຍະ​ສັ້ນໆ. ​ທ່ານພໍ​ຊິຈື່​ໄດ້​ບໍ່​ວ່າມີ​ເຫ​ດການ
ອັນໃດ​ເກີດ​ຂຶ້ນຢູ່​ໃນ​ສະຫະລັດ ໃນວັນທີ 11 ກັນຍາ ຫລື September 11 ປີ 2001. ​
​ໃນ​ວັນ​ດັ່ງກ່າວ​ນີ້​ ພວກກໍ່ການ​ຮ້າຍໄດ້ຈີ້ເຮືອ ບິນໂດຍສານສອງລຳບິນ​ເຂົ້າຕຳຕຶກ
World Trade Tower ທີ່ນະຄອນ New York ຕິດຕາມມາອີກນຶ່ງລຳ ບິນໄປຕຳທຳ
ນຽບຫ້າແຈ ແລະອີກນຶ່ງລຳຄາດວ່າຈະບິນຕຳທຳນຽບຂາວ ທີ່ນະຄອນຫລວງວໍຊິງຕັນ ແຕ່ໄດ້ຖືກພວກ​ໂດຍສານສະກັດກັ້ນໄວ້ ແລະເຮືອບິນລຳດັ່ງກ່າວ ຈຶ່ງໄດ້ໄປຕົກຢູ່ທົ່ງ
ນາ​ເມືອງ Shank field ລັດ Pennsylvania. ການໂຈມຕີອັນໂຫດຮ້າຍຄັ້ງນີ້ ໄດ້ເຮັດ
ໃຫ້ມີຜູ້ເສຍຊີວິດທັງໝົດ 2,996 ຄົນ ແລະອີກຫຼາຍກວ່າ 6,000 ຄົນໄດ້ຮັບບາດເຈັບ.
ການ​ກໍ່​ການ​ຮ້າຍ​ຢູ່​ໃນ​ສະຫະລັດອັນ​ໂຫດຮ້າຍທີ່​ບໍ່ເຄີຍ​ມີ​ມາ​ກ່ອນ ຈາກເຫດການ​ດັ່ງ
ກ່າວ​ນີ້​ ໄດ້ຫັນປ່ຽນ​ຊີວິດ​ການ​ເປັນ​ຢູ່​ ​ໃນ​ທຸກພາກສ່ວນຂອງ​ຊາວ​ອາ​ເມຣິກັນມາ​ຈົນ​ເຖິງ
​ເທົ້າ​ທຸກ​ວັນ​ນີ້. ອະນຸສອນ ​ໃນ​ນາມ​ສັນຊາດ​ອາ​ເມຣິກັນ​ຄົນ​ນຶ່ງ ກໍ​ເຊັ່ນກັນ ໄດ້ເກີດມີ
ຄວາມເສຍ​ໃຈຄຽດແຄ້ນ ຈຶ່ງຕັດສີນໃຈເຂົ້າຮັບໃຊ້ກອງທັບບົກສະຫະລັດ ຊຶ່ງອະນຸສອນ
ໄດ້​ເລົ່າ​ຊີວິດ​ການ​ເປັນທະຫານສູ່ຟັງ​ດັ່ງ​ນີ້ :

ເຍົາວະຊົນລາວອາເມຣິກັນ ທີ່ເມືອງ Fresno ລັດ California
ເຍົາວະຊົນລາວອາເມຣິກັນ ທີ່ເມືອງ Fresno ລັດ California

ອະນຸສອນ ​ແມ່ນ​ລູກ​ສາວ​ອະດີດ​ນາຍ​ທະຫານ​ກອງ​ທັບອາກາດ​ ແຫ່ງ​ພະລາດ​ຊະ​ອາ
ນາຈັກ​ລາວ. ນາງ​ໄດ້​ຖືກ​ລ້ຽງ​ດູ ​ຢູ່​ໃນ​ຄອບຄົວທີ່​ມີ​ລະບຽບ​ວິ​ໃນ ​ແລະເຄັ່ງ​ຄັດ​ທາງ​ດ້ານ
ວັດທະນະທຳ​ລາວ. ​ຫລັງ​ຈາກອະນຸສອນໄດ້​ລາອອກຈາກ​ໜ້າ​ທີ່ ​ມາ​ເປັນ​ພົນລະ​ເຮືອນ​
ແລ້ວ ​ນາງ​ກໍຍັງເຮັດ​ວຽກ​ໃນ​ນາມ​ສັນຍາ​ຈ້​າງ​ ໃຫ້​ແກ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະ
ລັດຢູ່. ​ປັດ​ຈຸ​ບັນ​ນີ້ອະນຸສອນ ອາສາ​ສະໝັກ​ຮັບ​ໃຊ້​ປະຊາ​ຄົມ​ລາວ​ອາ​ເມຣິກັນ​ທີ່​ເມືອງ
Feshno ບ່ອນ​ທີ່​ນາງ​ໄດ້​ສ້າ​ງຄອບຄົວ ແລະເຫັນ​ຄວາມ​ຕ້ອງການ​ຂອງ​ສັງຄົມຢູ່​ທີ່​ນັ້ນ
ຊຶ່ງ​ ອະນຸສອນ​ໄດ້​ເລົ່າ​ຕໍ່​ໄປ​ອີກວ່າ:

ເຍົາວະຊົນອາເມຣິກັນເຊື້ອສາຍລາວ ທີ່ເມືອງ Fresno ລັດ California.
ເຍົາວະຊົນອາເມຣິກັນເຊື້ອສາຍລາວ ທີ່ເມືອງ Fresno ລັດ California.

ອະນຸສອນ​ ​ເກີດ​ຢູ່​ປະ​ເທດ​ລາວ​ ​ແຕ່​ໄດ້​ມາ​ເຕີບ​ໃຫຍ່​ ​ແລະສຳ​ເລັດ​ການສຶກສາ​ຢູ່​ໃນ
ສະຫະລັດ. ​ອະນຸສອນ​ມີ​ໃບ​ໜ້າ​ອ່ອນ​ນ້ອມອ່ອນຫວານ​ ສາມາດ​ປາກ​ເວົ້າ​ພາສາ​ລາວ
​ແລະຮູ້ຈັກ​ຄະ​ນົບ​ທຳນຽມ​ລາວ​ໄດ້​ເປັນ​ຢ່າງ​ດີ. ນອກຈາ​ກນັ້ນອີກ​ສະຕີ​ອາ​ເມຣິກັນ​ເຊື້ອ
ສາຍ​ລາວຄົນ​ນີ້ ຍັງມີ​ຈິດ​ໃຈ​ເຂັ້ມ​ແຂງ ​ໄດ້​ວາງ​ບົດບາດຢ່າງອົງອາດ​ກ້າຫານ ​ແລະ
​ເປັນ​ພົນລະ​ເມືອງ​ດີ​ຂອງ​ປະ​ເທດນຳ.

XS
SM
MD
LG